ຖນົນເລກ 13 ເໜືອ ເສັຽຫາຍໜັກ

ຖນົນເລກ 13 ແຕ່ ເມືອງນໍ້າບາກ ຫລວງພຣະບາງ ຫາເທສບານ ແຂວງ ອຸດົມໄຊ ເປ່ເພໜັກ.

ເສັ້ນທາງໃນເຂດເທສບານ ແຂວງຫລວງພຣະບາງ ເອງ ກໍເພພັງ ການສັນຈອນຕິດຂັດ laophatthananews

 

ປັດຈຸບັນ ຖນົນເລກ 13 ແຕ່ເມືອງນໍ້າບາກ ແຂວງ ຫລວງພຣະບາງ ຫາເທສບານ ແຂວງອຸດົມໄຊ ເປ່ເພໜັກ ສ້າງຄວາມລໍາບາກໃຫ້ການ ສັນຈອນໄປມາ ທັງຣັດໃຫຍ່ ແລະຣົດຈັກ, ຕ້ອງເສັຍເວລາເດີນທາງ ດົນກວ່າປົກກະຕິ ເປັນ 2 ເທົ່າ. ຕາມຄໍາເວົ້າ ຂອງປະຊາຊົນ ທີ່ເດີນ ທາງຈາກເມືອງນໍ້າບາກຫາເມືອງໄຊ:

"ຖືວ່າສາຍທາງ 20 ປາຍຫລັກເນາະຖືວ່າເປັນເສັ້ນທາງຂາດ ເສັ້ນທາງຍາວກໍມີພໍໄດ້ແຕ່ວ່າຣັດຈັກຜ່ານ ຫາມແດ່ຍູ້ແດ່ ນໍ້າເກື່ອນຈໍານວນນຶ່ງ ສາເຫດມັນແມ່ນຝົນຕົກ ຢູ່ຕົວເມືອງນີ້ ຝົນກໍຕົກ".

ປະຊາຊົນ ແຂວງອຸດົມໄຊ ຜູ້ນີ້ ເປີດເຜີຍວ່າ ຕາມເສັ້ນທາງ ປັດຈຸບັນ ມີຂຸມຂັງນໍ້າຫລາຍ ຣົດໃຫຍ່ຕ້ອງ ໄດ້ຄ່ອຍໄປ ບາງບ່ອນມີດິນເຈື່ອນ ທັບທາງ. ຖນົນເລກ 13 ຈາກສາມແຍກປາກມອງເມືອງນໍ້າບາກ ຫາເທສບານແຂວງອຸດົມໄຊ ມີໄລຍະທາງ ປະມານ 80 ກວ່າ ກິໂລແມັດ. ປົກກະຕິໃຊ້ ເວລາເດີນທາງພຽງ 5 ຊົ່ວໂມງ ແຕ່ປັດຈຸບັນ ອາຈຕ້ອງໃຊ້ ເວລາເຖິງ 10 ຊົ່ວ ໂມງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກ່ຽວຂ້ອງເວົ້າວ່າ ທາງເລກ 13 ເໜືອ ໃນເຂດດັ່ງກ່າວ ເຄີຍມີປະຊາຊົນ ຮ້ອງຮຽນມາດົນແລ້ວຍ້ອນມີຄວາມລໍາ ບາກຫຼາຍ ໃນການເດີນທາງແລະວ່າປັດຈຸບັນ ຣັຖບານເພີ່ນໄດ້ສໍາຣວດ ອອກແບບບ່ອມທີ່ຈະແປງນັ້ນແລ້ວຄາດວ່າ ຈະຕ້ອງໃຊ້ເວລາເຖິງ 3 ປີ ຈຶ່ງຈະສໍາເຣັດ, ບໍຣິສັດເອກຊົນຈີນ ຈະຮັບຜິດຊອບ ໃນການຊ່ອມແປງ, ເປັນມູນຄ່າ 82 ລ້ານໂດລາສະຫະຣັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org