ການກໍ່ສ້າງ ທາງດ່ວນ ໝາຍເລຂ 1 ຈະບໍ່ສຳເຣັດ ຕາມຄາດໝາຍ
ນະຄອນຫຼວງວຽງຈັນ ມີໂຄງການກໍ່ສ້າງທາງດ່ວນ ໝາຍເລຂ 1 ຈະສ້າງບໍ່ສຳເຣັດ ຕາມຄາດໝາຍ ໃນເດືອນກຸມພາ ປີ 2023 ນີ້ ເຖິງແມ່ນວ່າ ຈະມີການວາງສີລາຣຶກ ຕັ້ງແຕ່ເດືອນກຸມພາ ປີ 2020 ແລະປະຊາຊົນ ທີ່ຄາດວ່າຈະໄດ້ຮັບຜົນກະທົບ ຈຳນວນນຶ່ງ ກັບມາເຣີ່ມປຸກສ້າງ ສ່ວນເຫດຜົນ ທີ່ບໍ່ສາມາດບັນລຸຕາມແຜນການນັ້ນ ຍັງບໍ່ຖືກເປີດເຜີຍ.
-
ສຸພັດຕາ
2023-02-01 -
-
-
Your browser doesn’t support HTML5 audio
ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລຂ 1 ໄລຍະທີ 1 ຄວາມຍາວ 15 ກິໂລແມັດປາຍ ຈາກເຂດເສຖກິຈສະເພາະ ບຶງທາດຫຼວງ ຫາເສັ້ນທາງເລຂທີ 13 ໃຕ້ ເຂດບ້ານດົງໝາຍຄາຍ ໃນນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການໃຫຍ່ ໃນນະຄອນຫຼວງວຽງຈັນ ຈະຍັງບໍ່ທັນສໍາເຣັດ ຕາມແຜນທີ່ກໍານົດວ່າ ຈະກໍ່ສ້າງໃຫ້ສໍາເຣັດພາຍໃນ 36 ເດືອນ ທີ່ວາງສີລາຣຶກກໍ່ສ້າງວັນທີ 20 ກຸມພາ ປີ 2020 ຫາວັນທີ 19 ກຸມພາ ປີ 2023 ນີ້ ເຊິ່ງປັດຈຸບັນ ມາຮອດຕົ້ນເດືອນກຸມພາ ປີ 2023 ແລ້ວ ແຕ່ຍັງບໍ່ມີ ເປີດເຜີຍກ່ຽວກັບຄວາມຄືບໜ້າ ຂອງໂຄງການເທື່ອ ໃນຂະນະທີ່ ຫຼາຍພາກສ່ວນເຊື່ອວ່າ ສາເຫດທີ່ໂຄງການນີ້ຫຼ້າຊ້າ ຍ້ອນອາຈຍັງບໍ່ສາມາດໄກ່ເກັ່ຽ ເຣື່ອງທີ່ດິນ ກັບຊາວບ້ານໄດ້ໝົດເທື່ອ.
ດັ່ງຊາວບ້ານນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ກຸມພາ ນີ້ວ່າ:
“ມັນຄືຊິບໍທັນດອກ ຊິເຮັດແນວໃດ ກະຊິບໍ່ທັນຄືເວົ້າ ມັນກະຄ້າງ ມັນກະຜິດພາດໄປເນາະ ເພິ່ນກະຍັງຊິເກັ່ຽເນື້ອທີ່ອີ່ຫຍັງກັນຕິ ຄາຈ່າຍຄ່າຊົດເຊີຽ ໃຫ້ເຂົາເຈົ້າອີ່ຫຍັງນີ້ນ່າ ມັນຊິຊ້າຢູ່ບໍ່.”
ໃນຂະນະທີ່ ຊາວບ້ານອີກທ່ານນຶ່ງ ກ່າວວ່າ ທ່ານເອງກໍເຫັນວ່າໂຄງການດັ່ງກ່າວ ໄດ້ຢຸດເຊົາການເຄື່ອນໄຫວ ມາເປັນເວລາດົນເຕີບແລ້ວ ແລະກໍບໍ່ມີພາກສ່ວນໃດ ແຈ້ງໃຫ້ຮູ້ວ່າເປັນຫຍັງ ຈຶ່ງບໍ່ມີຄວາມຄືບໜ້າ ເຊິ່ງກໍເປັນທີ່ແນ່ນອນວ່າ ໂຄງການກໍ່ສ້າງທາງດ່ວນແຫ່ງນີ້ ຈະບໍ່ສໍາເຣັດຕາມແຜນຢ່າງແນ່ນອນ ແຕ່ທ່ານເອງກໍບໍ່ຮູ້ຂໍ້ມູນ ຣາຍລະອຽດຫຼາຍໄປກວ່ານີ້.
ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:
“ໂຕນີ້ ຍັງບໍ່ເຫັນເພິ່ນເຄື່ອນໄຫວຫຍັງໃດ໋ ຍັງບໍ່ເຫັນເພິ່ນເຮັດຫຍັງເທື່ອ ເບິ່ງນີ້ ຄືຊິຍັງ ແຕ່ວ່າທາງຢູ່ດົງໝາຍຄາຍ ຢູ່ໃນຫັ້ນ ມັນເປັນບ້ານຈັດສັນ ເປັນສໍານັກງານ ຂອງແຕ່ລະກະຊວງ ກໍຍ້າຍໄປເກືອບໝົດແລ້ວເດ້.”
ທາງດ້ານຊາວບ້ານ ທີ່ຈະຖືກຜົລກະທົບ ດ້ານທີ່ດິນ ຈາກໂຄງການດັ່ງກ່າວ ແລະເຄີຍຖືກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມາວັດແທກທີ່ດິນ ພ້ອມທັງໂອ້ລົມ ກ່ຽວກັບຄ່າຊົດເຊີຽກ່ອນໜ້ານີ້ນັ້ນ ກໍຢືນຢັນວ່າ ມາຮອດປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ໄດ້ມາຕິດຕໍ່ພົວພັນອີກເລີຍ ມີແຕ່ອອກຄໍາສັ່ງໄວ້ຕັ້ງແຕ່ ປີ 2020 ວ່າ ຫ້າມຊາວບ້ານໃນເຂດດັ່ງກ່າວ ປຸກສິ່ງກໍ່ສ້າງເທິງດິນຂອງພວກເຂົາເຈົ້າ ເຮັດໃຫ້ຊາວບ້ານຫຼາຍຄອບຄົວ ບໍ່ສາມາດກໍ່ສ້າງສິ່ງປຸກສ້າງ ໃສ່ດິນໂຕເອງໄດ້.
ດັ່ງຊາວບ້ານ ທີ່ຈະຖືກຜົລກະທົບ ຈາກໂຄງການດັ່ງກ່າວ ທ່ານນຶ່ງ ກ່າວວ່າ:
“ເພິ່ນຍັງມິດຢູ່ນ່າ ໂຕຫ້າມຫັ້ນ ເພິ່ນຍັງຫ້າມຄືເກົ່າຫັ້ນແຫຼະ ເພາະວ່າ ເຮົາກະຢາກໄປປຸກເຮືອນຫັ້ນນ່າ ບໍ່ໄດ້ຍິນເພິ່ນວ່າຫຍັງເລີຍ ເພິ່ນກະຢາກຫາວິທີເອົາຫັ້ນແຫຼະ ແຕ່ວ່າຊ່ວງນີ້ ເພິ່ນຍັງມິດຢູ່ຫັ້ນນ່າ.”
ສ່ວນຊາວບ້ານອີກທ່ານນຶ່ງ ທີ່ຈະຖືກຜົລກະທົບ ດ້ານທີ່ດິນ ຈາກໂຄງການດັ່ງກ່າວເຊັ່ນດຽວກັນ ກໍເຫັນວ່າ ໂຄງການດັ່ງກ່າວ ບໍ່ມີຄວາມຄືບໜ້າແນວໃດເລີຍ ເຊິ່ງທ່ານເອງກໍຕັດສິນໃຈ ປຸກເຮືອນຢູ່ ໃສ່ເດິນຂອງທ່ານແລ້ວ ແລະບໍ່ສົນໃຈວ່າທີ່ດິນຂອງທ່ານ ຈະຖືກໂຄງການນີ້ກວມເອົາ ໃນອະນາຄົດ ຫຼືບໍ່ ພ້ອມທັງບໍ່ສົນໃຈເຣື່ອງຄ່າຊົດເຊີຽ ຈາກໂຄງການນີ້ອີກເລີຍ.
ດັ່ງທ່ານກ່າວວ່າ:
“ພວກເຮົາກໍບໍ່ສົນເລີຍຫັ້ນນ່າ ກະໄປຕັ້ງເຮືອນເລີຍກະແລ້ວ ບ່ອນວ່າງຈາກເຮືອນເຮົານີ້ ປະມານ 15 ແມັຕນີ້ແຫຼະ ທີ່ເຂົາຖົມມານ່່າ ແຕ່ເຮົາບໍ່ສົນໃຈ ເຮົາກະໄປຕັ້ງເຮືອນເຮົາໃສ່ ເຮົາບໍ່ຮັບເງິນຊົດເຊີຽ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຜແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ຂອງໂຄງການນີ້ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດ ສະດວກທີ່ຈະໃຫ້ຂໍ້ມູນເພີ່ມຕື່ມໄດ້.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ນາງນຶ່ງ ທີ່ຮູ້ຂໍ້ມູນກ່ຽວກັບໂຄງການດັ່ງກ່າວ ກ່າວວ່າ ປັດຈຸບັນ ຫຼາຍພາກສ່ວນຍັງມີການຫາລື ກ່ຽວກັບໂຄງການນີ້ຢູ່ ເຊິ່ງຜແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ເປັນພາກສ່ວນຫຼັກ ທີ່ຮັບຜິດຊອບເຣື່ອງນີ້ ສ່ວນສາເຫດທີ່ໂຄງການມີການ ດໍາເນີນການຢ່າງຫຼ້າຊ້ານັ້ນ ຍານາງເອງກໍຮູ້ພຽງ ແຕ່ວ່າ ທາງໂຄງການມີການ ສເນີຂໍນະໂຍບາຍຈາກຣັຖບານ ແບບຫຼາຍເກີນໄປ ຈຶ່ງຍັງຕ້ອງຜ່ານການຄົ້ນຄວ້າ ກັນເພີ່ມຕື່ມ.
ດັ່ງຍານາງກ່າວວ່າ:
“ໂຕນີ້ ຕ້ອງໄດ້ເບິ່ງຣາຍລະອຽດນໍາໂຍທານະຄອນຫວງ ຍັງເຣື່ອງລົງຣາຍລະອຽດກັນຫຼາຍຢູ່ ແຕ່ວ່າບໍ່ທັນຄືບໜ້າ ເພາະວ່າມີການຂໍນະໂຍບາຍຫຼາຍ ລະກະເລີຍວ່າ ຍັງຢູ່ໃນຂັ້ນຕອນຄົ້ນຄວ້າ.”
ກ່ອນຈະມີການກໍ່ສ້າງ ຢ່າງເປັນທາງການ ຜູ້ລົງທຶນກໍ່ສ້າງທາງດ່ວນດັ່ງກ່າວ ກໍເຄີຍມອບເງິນຊົດເຊີຽ ໃຫ້ແກ່ຊາວບ້ານທີ່ໄດ້ຮັບຜົລກະທົບ ໄປສ່ວນໃດສ່ວນນຶ່ງແດ່ແລ້ວ ເປັນຕົ້ນວ່າ ເມື່ອເດືອນມິນາ ປີ 2020 ກໍໄດ້ມອບເງິນຊົດເຊີຽ ໃຫ້ແກ່ຊາວບ້ານ ຢູ່ເມືອງໄຊເສດຖາ ທີ່ເປັນເຈົ້າຂອງດິນ ທັງໝົດ 299 ຕອນດິນ ມູນຄ່າເກືອບ 200 ຕື້ກີບ ແລະກ່ອນໜ້ານັ້ນ ໃນເດືອນພຶສຈິກາ ປີ 2019 ກໍໄດ້ມອບເງິນຊົດເຊີຽ ໃຫ້ແກ່ຊາວບ້ານ 19 ຄອບຄົວ ຢູ່ເມືອງໄຊເສດຖາ ແລະເມືອງໄຊທານີ ມູນຄ່າທັງໝົດ 4.6 ຕື້ປາຍກີບ ແລະໃນເດືອນທັນວາ ປີ 2019 ກໍໄດ້ມອບເງິນຄ່າຊົດເຊີຽ ໃຫ້ແກ່ຊາວບ້ານຕື່ມອີກ 40 ຕື້ກີບ.
ສໍາລັບໂຄງການ ທາງດ່ວນນະຄອນຫຼວງວຽງຈັນ ໝາຍເລຂ 1 ໄລຍະທີ 1 ຄວາມຍາວປະມານ 15 ກິໂລແມັດ ໄດ້ມີິພິວາງສີລາລຶກເມື່ອວັນທີ 20 ກຸມພາ ປີ 2020 ໂດຍໄດ້ມີກໍານົດວ່າ ຈະກໍ່ສ້າງໃຫ້ສໍາເຣັດພາຍໃນ 24 ເດືອນ ແຕ່ຕໍ່ມາ ຮອດເດືອນມິຖຸນາ ປີ 2020 ທາງໂຄງການ ກໍໄດ້ມີການປ່ຽນແປງວ່າ ຈະໃຊ້ໄລຍະເວລາກໍ່ສ້າງ 36 ເດືອນ ໂດຍບໍຣິສັດ ທາງດ່ວນວຽງຈັນ ໝາຍເລຂ 1 ຈໍາກັດ ເປັນຜູ້ລົງທຶນກໍ່ສ້າງ ເຊິ່ງຈະໃຊ້ງົບປະມານກໍ່ສ້າງ ຈໍານວນ 1,778 ຕື້ກີບ ຫຼືປະມານ 200 ລ້ານໂດລ້າຣ໌ສະຫະຣັຖ ແລະມີໄລຍະເວລາ ສັມປະທານ 50 ປີ.
ໂຄງການກໍ່ສ້າງທາງດ່ວນດັ່ງກ່າວ ຈະສົ່ງຜົລກະທົບຕໍ່ຊາວບ້ານ ຢູ່ເມືອງໄຊທານີ ແລະເມືອງໄຊເສດຖາ ທັງໝົດ 689 ຕອນດິນ ແລະເຮືອນຈໍານວນ 159 ຫຼັງ ຮວມມູນຄ່າຊົດເຊີຽທັງໝົດ 452 ຕື້ກີບ ຈົນມາຮອດທ້າຍປີ 2020 ກໍມີຣາຍງານວ່າ ມີຊາວບ້ານໄດ້ຮັບຄ່າຊົດເຊີຽແລ້ວ ຈໍານວນ 107 ຄອບຄົວ ຈາກຈໍານວນຄອບຄົວ ທີ່ຈະໄດ້ຮັບຜົລກະທົບທັງໝົດ 906 ຄອບຄົວ, ອີງຕາມການຣາຍງານ ຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ໃນໄລຍະທີ່ທ່ານ ດໍາຣົງຕໍາແໜ່ງ ເປັນເຈົ້າຄອງ ນະຄອນຫຼວງວຽງຈັນ ໃນສໄມນັ້ນ.