ທາງການວ່າຣົດເມຈີນຖືກ ປຸ້ນຊື່ໆ

ເຈົ້າຫນ້າທີ່ລາວ ເວົ້າວ່າ ກຸ່ມທີ່ລັດ ຍິງ ຣົດເມ ຈີນ ແລະ ຣົດກະບະ ສ່ວນຕົວ ທີ່ ເມືອງກາສີ ນັ້ນແມ່ນ ຕ້ອງການ ປຸ້ນ ຊັພສິນ ຊື່ໆ.

ກະຊວງການຕ່າງປະເທດຈີນ ຖແລງໃນວັນທີ 24 ມິນາ ວ່າຄົນຈີນໄດ້ບາດເຈັບ 6 ຄົນ ຈາກການລັດຍິງ ຣົດເມໂດຍສານ ຢູ່ເມືອງກາສີ ເທື່ອນີ້ Citizen Journalist

ເຈົ້າຫນ້າທີ່ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ RFA ໃນວັນທີ 25 ມິນາ ນີ້ວ່າ ເຫດການ ຄົນຮ້າຍ ລັດຍິງ ຣົດເມ ໂດຍສານ ຂອງຈີນ ແລະ ຣົດກະບະ ສ່ວນຕົວ ທີ່ແລ່ນ ນຳກັນມາ ຕາມເສັ້ນທາງ ຣະຫວ່າງ ເມືອງກາສີ ແຂວງວຽງຈັນ ໄປຫາ ເມືອງນານ ແຂວງ ຫຼວງພຣະບາງ ໃນ ມື້ວັນທີ 23 ມິນາ ຜ່ານມາ ທີ່ເຮັດໃຫ້ ຄົນລາວ ຢູ່ໃນ ຣົດກະບະ 1 ຄົນ ເສັຽຊີວິດ ແລະ ຄົນຈີນ ຢູ່ ຣົດເມ 6 ຄົນ ໄດ້ຮັບ ບາດເຈັບ ນັ້ນແມ່ນ ການປຸ້ນຈີ້ ຊິງຊັພຊື່ໆ ບໍ່ແມ່ນ ການໂຈມຕີ ຊາວຈີນທີ່ ເຂົ້າມາລາວ ໂດຍຕຣົງ ແຕ່ຢາງໃດ:

"ລັດຍິງຣົດເມ ຖືກຣົດຄົນຈີນ ບັງເອີນໄປພໍ້ ຜູ້ໃດ ມັນກໍຍິງ ຢູ່ຫັ້ນ ຂະເຈົ້າ ຈະບໍ່ຮູ້ດອກ ຣົດເມຈີນ ຣົດເມລາວ ເພາະ ມື້ຄືນເດ ເນາະ ພວກນັ້ນມັນ ກໍ່ກວນ ຄວາມບໍ່ສງົບ ລະກະ ປຸ້ນເອົາຊັພສິນ ຊື່ໆນະ ພວກນີ້ມັນ ຈະບໍເລັ່ງໃສ່ ວ່າຈີນ ວ່າລາວ".

ທ່ານກ່າວ ຕື່ມວ່າ ຄັນແມ່ນວ່າ ພວກດັ່ງກ່າວ ຕ້ອງການມຸ້ງເປົ້າ ການໂຈມຕີ ຈີນ ໂດຍສະເພາະ ມັນຈະບໍ່ມີ ຄົນລາວ ຖືກລູກຫລົງ ເສັຽຊີວີດເລີຍ ເພາະວ່າ ການຍິງຣົດ ຫຼາຍຄັ້ງ ທີ່ຜ່ານມາ ມີຄົນລາວ ຢູ່ໃນເຫດການ ນຳດ້ວຍ, ດັ່ງນັ້ນ ຈຶ່ງເຊື່ອວ່າ ເປັນການລັດຍິງ ແບບບໍ່ເລືອກ ເປົ້າຫມາຍ.

ແຕ່ເຖິງຢ່າງໃດ ກໍຕາມ ເຫດເກີດຂຶ້ນ ບໍ່ໄດ້ເຮັດໃຫ້ ຊາວຈີນ ຢູ່ ນະຄອນຫຼວງ ວຽງຈັນ ມີຄວາມຢ້ານກົວ ແຕ່ຢ່າງໃດ. ທ່ານວ່າ ໃນ ປັດຈຸບັນ ເຈົ້າຫນ້າທີ່ ທະຫານ ແລະ ຕຳຣວດ ຈາກ ສູນກາງ ແລະ ພາຍໃນ ແຂວງວຽງຈັນ ກຳລັງ ລົງພື້ນທີ່ ຕິດຕາມ ຄົ້ນຫາ ກຸ່ມດັ່ງກ່າວ ນັ້ນຢູ່ ແລະມີການ ອອກເວັນຍາມ ຕາມແຄມທາງ ຢ່າງເຂັ້ມງວດ.

ໂຄສົກ ກະຊວງການ ຕ່າງປະເທດຈີນ ຖແລງ ໃນວັນທີ 24 ມິນາ ຜ່ານມາວ່າ  ມີຄົນຈີນ ໄດ້ບາດເຈັບ 6 ຄົນ ຈາກການ ລັດຍິງຣົດ ເທື່ອນີ້ ແລະຮຽກຮ້ອງ ໃຫ້ຣັຖບານ ລາວ ຊ່ອຍເຫລືອ ຄົນຈີນ ຜູ້ທີ່ໄດ້ຮັບ ບາດເຈັບ ແລະ ໃຫ້ເພີ້ມມາຕການ ຮັກສາ ຄວາມປອດພັຍ ໃຫ້ແກ່ຄົນຈີນ ໃນລາວ.

ໃນເຫດການ ເກີດຂຶ້ນຄັ້ງນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ ໂທຣະສັບ ໄປຍັງ ສະຖານທູດ ຈີນ ທີ່ ນະຄອນຫຼວງ ວຽງຈັນ ເພື່ອຂໍ ຣາຍລະອຽດ ແຕ່ບໍ່ສາມາດ ຕິດຕໍ່ ເຈົ້າຫນ້າທີ່ ພະນັກງານ ກ່ຽວຂ້ອງໄດ້.

ຣົດເມ ໂດຍສານຈີນ ທີ່ຖືກລັດຍິງ ນັ້ນແມ່ນ ຂົນສົ່ງຊາວຈີນ ຈຳນວນ 28 ຄົນ ຈາກ ເມືອງຂຸນໝິງ ແຂວງຢູນານ ພາກໃຕ້ ຂອງຈີນ ເດີນທາງ ມຸ້ງໜ້າສູ່ ນະຄອນຫຼວງ ວຽງຈັນ. ນັບແຕ່ຕົ້ນປີ 2016 ເປັນຕົ້ນມາ ຄົນຮ້າຍ ໄດ້ກໍ່ເຫດ ລັດຍິງຣົດ ທັງໝົດ 3 ເທື່ອ ເຮັດໃຫ້ຄົນ ເສັຽຊີວີດ 4 ຄົນ ໃນນັ້ນແມ່ນ ຄົນຈີນ 3 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org