ຣັຖສັ່ງຫ້າມຊາວບ້ານ ຢູ່ເມືອງບາຈຽງຈະເຣີນສຸກ ທຳການຜລິດ ໃສ່ດິນຣັຖ

ຣັຖບານສັ່ງຫ້າມ ໃຫ້ຊາວບ້ານ ຢູ່ບ້ານຂັນລາຍ, ບ້ານກວາງຊີ, ບ້ານແກ້ງເກັ່ຽ ທີ່ຢູ່ໃນຄຸ້ມບ້ານເພຽລາດ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ຈຳນວນ 100 ປາຍຄອບຄົວ ຢຸດທຳການຜລິິດ ການກະເສຕໃນປີ 2023 ນີ້ ໃນພື້ນທີ່ຂອງຣັຖ 190 ເຮັກຕ້າຣ໌.

ເຄືອງຝານມັນຕົ້ນຂອງ ບໍຣິສັດ ເອໄອດີຊີ ການຄ້າ, ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ເດືອນ ພຶສຈິກາ ປີ 2022. ຮູບພາບ: AIDC Trading

ຣັຖບານສັ່ງຫ້າມ ໃຫ້ຊາວບ້ານ ຢູ່ບ້ານຂັນລາຍ, ບ້ານກວາງຊີ, ບ້ານແກ້ງເກັ່ຽ ທີ່ຢູ່ໃນຄຸ້ມບ້ານເພຽລາດ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ຈຳນວນ 100 ປາຍຄອບຄົວ ຢຸດທຳການຜລິິດ ການກະເສຕໃນປີ 2023 ນີ້ ໃນພື້ນທີ່ຂອງຣັຖ 190 ເຮັກຕ້າຣ໌ ເພາະພາກຣັຖໄດ້ໃຫ້ສັມປະທານ ແກ່ບໍຣິສັດ ເອໄອດີຊີການຄ້າ (AIDC Trading) ໄປແລ້ວ ເພື່ອຈະສ້າງຕັ້ງໂຮງງານ ປຸງແຕ່ງມັນຕົ້ນ.

ໂດຍພີທີເຊັນສັນຍາ ຮ່ວມມືພັທນາ ທີ່ດິນຂອງກອງບັນຊາ ການທະຫານ ແຂວງຈຳປາສັກ ກັບ ບໍຣິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ ຕັ້ງແຕ່ວັນທີ 17 ກຸມພາ 2022 ທີ່ແຂວງຈຳປາສັກ.

ດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ເມືອງບາຈຽງຈະເຣີນສຸກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວໃນວັນທີ 6 ກຸມພາ 2023 ນີ້ວ່າ:

ຄວາມໝາຽວ່າ ບໍ່ໃຫ້ເຂົາໄຖ່ອີ່ຫຍັງກ່ອນຫັ້ນນ່າ ມັນຢູ່ກຸ່ມເພຽລາດ ແລະກໍຢູ່ບ້ານຂັນລາຍ ເຂົາກໍບໍ່ຍອມແຫລະ ເຂົາກາບໍ່ເອົາບໍ່ຮັບນ່າ ການຊົດເຊີຍຄັນວ່າ ມັນຈຳເປັນອິຫລີ ກໍໜີບໍ່ໄດ້ກໍຈະຮັບຫັ້ນແຫລະ ເຂົາຈະເອົາດິນຊົດເຊີຍໃຫ້ ຄືນຫັ້ນນ່າ ເຂົາຈະເຮັດໃຫ້ອີກ ເຂົາກໍຈັດສັນໃຫ້ຄັກແນ່ ລະເວີ້ຍ.

ກ່ອນໜ້ານີ້ໃນວັນທີ 16 ມົກກະຣາ 2023 ເຈົ້າໜ້າທີ່ໄດ້ແຈ້ງການ ໃຫ້ຊາວບ້ານທີ່ໄດ້ຮັບຜົລກະທົບຈຳນວນນຶ່ງ ທີ່ຍັງບໍ່ຍອມມອບດິນ ໃຫ້ພາກຣັຖໄປເຊັນຮັບເງິນ ຄ່າຊົດເຊີຍພ້ອມດິນທົດແທນ ໂດຍພາກຣັຖຈະມອບເງິນ ໃຫ້ຊາວບ້ານຄອບຄົວ 10 ລ້ານ ພ້ອມທົດແທນທີ່ດິນ ໃຫ້ດ້ວຍຈຳນວນນຶ່ງ.

ດັ່ງຄະນະກັມມະການ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ:

ຂໍໃຫ້ປະຊາຊົນ ອຳນາດການປົກຄອງບ້ານ ຂັນລາຍບ້ານແກ້ງເກັ່ຽເພຽລາດ ເມືອງບາຈຽງ ຈະເຣີນສຸກ ໃນດຳຣັດມາເຊັນຮັບເອົາ ເງິນຄອບຄົວລະ 10 ລ້ານກີບເນາະ ອີງໃສ່ການຜລິດ ທີ່ຈັດສັນໃຫ້ຊຶ່ງພິທີການມອບຮັບ ໄດ້ຈັດຂຶ້ນໃນວັນທີ 16 ເດືອນນຶ່ງ 2023.

ທີ່ຜ່ານມາໃນວັນທີ 09 ມິຖຸນາ 2022 ເຈົ້າໜ້າທີ່ທະຫານ ແຂວງຈຳປາສັກ ໄດ້ເອົາປ້າຍມາຕິດໄວ້ໃນດິນຂອງຊາວບ້ານ ໂດຍໂຄງການໄດ້ຂໍແຈ້ງວ່າ ຈະໄດ້ເຣີ້ມຕົ້ນກໍ່ສ້າງ ໂຮງງານປຸງແຕ່ງແປ້ງ ມັນຕົ້ນພາຍໃນເດືອນກໍຣະກະດາປີ 2022.

ບໍຣິສັດຜູ້ລົງທຶນ ເຄີຍເຂົ້າມາໂອ້ລົມ ນຳຊາວບ້ານ ແລະມອບເງິນຊົດເຊີຍ ຈຳນວນ 2 ສ່ວນແຍກເປັນຊົດເຊີຍ ຜົລປູກມັນຕົ້ນຈຳນວນ 6,700,000 ກີບຕໍ່ເຮັກຕ້າຣ໌ ແລະ ຊົດເຊີຍທີ່ດິນ ຈຳນວນ 25-30 ລ້ານກີບຕໍ່ເຮັກຕ້າຣ໌ ຊຶ່ງຊາວບ້ານປະມານ 30 ຄອບຄົວ ເຊັນຮັບເອົາເງິນຊົດເຊີຍແລ້ວ ຍ້ອນບໍ່ຢາກມີບັນຫາຂໍ້ຂັດແຍ່ງ ກັບກັບຜູ້ມີອຳນາດ.

ປັດຈຸບັນ ບໍຣິສັດ ເອໄອດີຊີ ການຄ້າ ກໍຍັງບໍ່ທັນໄດ້ເຣີ້ມກໍ່ສ້າງ ໂຮງງານປຸງແຕ່ງແປ້ງມັນຕົ້ນເທື່ອເພາະວ່າ ຍັງຢູ່ລະຫວ່າງການສຳຣວດ ໄກ່ເກັ່ຽກັບຊາວບ້ານ ທີ່ຍັງບໍ່ຍອມຍົກດິນໃຫ້ ແລະບໍຣິສັດໄດ້ແຈ້ງການຈ່າຍເງິນ ຄອບຄົວລະ 10 ລ້ານກີບ ແລະທີ່ດິນທົດແທນຈຳນວນນຶ່ງ ຊຶ່ງກໍຍັງບໍ່ທັນຮູ້ຣາຍລະອຽດວ່າ ມີຜູ້ບໍ່ຍອມຮັບເງິນຊົດເຊີຍ ຈາກພາກຣັຖຫລາຍປານໃດ.

ດັ່ງເຈົ້າໜ້າທີ່ ເມືອງບາຈຽງຈະເຣີນສຸກ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:

ໂຕ 10 ລ້ານນີ້ແມ່ນແຈ້ງການ ຂອງຜແນກກະສິກັມປ່າໄມ້ ແຂວງເພິ່ນແຈ້ງໃນນາມ ເພິ່ນຮັບຜິດຊອບຄຸ້ມຄອງປ່າຜລິດ ຣາຍລະອຽດ ກໍຍັງບໍ່ທັນໄດ້ລົງຣາຍລະອຽດເທື່ອ ເພາະວ່າຍັງຊ່ວງໄລຍະສຳຣວດຢູ່ ເພາະວ່າການເຊັນ MOU ຂອງຂັ້ນເທິງ ກໍແມ່ນອະນຸຍາດໃຫ້ບໍຣິສັດ ສຳຣວດເພື່ອສ້າງຕັ້ງໂຮງງານ.

ເຈົ້າໜ້າທີ່ຂອງບໍຣິສັດ ເອໄອດີຊີ ການຄ້າ ທ່ານນຶ່ງໄດ້ກ່າວຊີ້ແຈງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ສຳລັບການເຂົ້າໄປສັມປະທານ ທີ່ດິນເພື່ອສ້າງຕັ້ງໂຄງ ການກໍ່ສ້າງໂຮງງານປຸງແຕ່ງ ແປ້ງມັນຕົ້ນຢູ່ເຂດບ້ານດັ່ງກ່າວນັ້ນ ເປັນໄປຕາມຂັ້ນຕອນ ຂອງຣັຖບານ ບໍ່ໄດ້ຈະເຂົ້າໄປເອົາດິນ ຂອງຊາວບ້ານ ໂດຍບໍ່ຍິນຍອມ.

ຕາມຂໍ້ມູນເບື້ອງຕົ້ນ ດິນທີ່ຊາວບ້ານໄປທຳການຜລິດ ຈຳນວນ 190 ເຮັກຕ້າຣ໌ນັ້ນ ເປັນດິນຂອງຣັຖບານກ່ອນຢູ່ແລ້ວ ຖ້າຫາກວ່າຣັຖບານຈະຮຽກຄືນ ກໍເປັນສິດຂອງຣັຖບານ ສ່ວນກໍຣະນີ ທີ່ຊາວບ້ານ ຈຳນວນນຶ່ງຍັງບໍ່ຍອມຮັບເອົາເງິນ ຄ່າຊົດເຊີຍ ກໍເປັນໜ້າທີ່ຂອງຣັຖບານລາວ ທີ່ຈະເປັນຜູ້ດຳເນີີນການ ໄກ່ເກັ່ຽ ແລະແກ້ໄຂບັນຫາ ຊຶ່ງທາງພາກຣັຖ ກໍມີຂັ້ນຕອນຂອງເຂົາເຈົ້າ.

ດັ່ງທ່ານກ່າວວ່າ:

ຂັ້ນຕາມຂໍ້ມູນເບື້ອງຕົ້ນເນາະ ກໍຄືພື້ນທີ່ດັ່ງກ່າວຫັ້ນ ມັນເປັນພື້ນທີ່ສງວນ ຂອງຣັຖອັນເພິ່ນສງວນໄວ້ ໃຫ້ເປັນປ່າຜລິດ ບາດທີ່ນີ້ປະຊາຊົນ ເຂົ້າໄປທັມການບຸກເບີກ ຖາກຖາງອອກ ເລີຍກາມາທຳການຜລິດໃສ່ ເພິ່ນກໍມີຂັ້ນຕອນຂອງເພິ່ນຫັ້ນແຫລະ ບໍ່ແມ່ນວ່າຢູ່ບໍ່ຢູ່ເພິ່ນກາຊິເຂົ້າໄປຫັນ ດິນປະຊາຊົນເລີຍກາບໍ່ແມ່ນ ເພິ່ນກໍມີຂັ້ນຕອນທຸກໆ ພາກສ່ວນ.

ສ່ວນຊາວບ້ານ ທີ່ໄດ້ຮັບຜົລກະທົບທ່ານນຶ່ງກໍກ່າວວ່າ ທ່ານເອງກໍບໍ່ຢາກໄປທຳການຜລິດ ຢູ່ໃສ ເພາະທີ່ລາວສ້າງຜົລຜລິດ ມາກໍຫລາຍເຮັກຕ້າຣ໌ ໂດຍສະເພາະການປູກມັນຕົ້ນ ຖ້າຫາກເປັນໄປໄດ້ ກໍຢາກຂໍໃຫ້ພາກຣັຖ ເຮັດການຜລິດ ຢູ່ພື້ນທີ່ບ່ອນເກົ່າ.

ບໍ່ໄປທາງໃດຢູ່ໃນ 60 ເຮັກຕ້າຣ໌ ທັງເຜືອກທັງມັນສ່ວນທີ່ເຫລືອ ກໍຂໍບໍ່ໃຫ້ນີ້ແຫລະ ຂໍເຮັດຂໍສ້າງຢູ່ດິນໂຕເອງ ບໍ່ຢາກໄປເວົ້າບົ່ງຊິ.

ຊາວບ້ານອີກທ່ານນຶ່ງ ທີ່ໄດ້ຮັບຜົລກະທົບກໍກ່າວວ່າ ທ່ານເອງກໍບໍ່ຢາກໄປ ເຮັດການຜລິດຢູ່ບ່ອນໃໝ່ ອາຍຸຫລາຍແລ້ວ ທ່ານເອງກໍບໍ່ຢາກໃຫ້ທີ່ດິນ ກັບພາກຣັຖ ແຕ່ເທື່ອໃດມີປະຊຸມ ເຈົ້າໜ້າທີ່ກໍບັງຄັບໃຫ້ເຊັນຮັບຕລອດ.

ຍາໃດມາປະຊຸມຍາມໃດ ຂຽນແມ່ຜູ້ຂ້ານີ້ເຖົ້າແລ້ວ ກິນແຕ່ນຳລູກນຳເຕົ້າ ຂ້ອຍບໍ່ໃຫ້ ຂ້ອຍກໍດາຍໄປ ບໍ່ໄດ້ໄປທາງໃດກໍດາຍ.”

ໂຄງການດັ່ງກ່າວ ເປັນໄປຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນ ປະເທດວ່າດ້ວຍ ການເຫັນດີອະນຸມັດ ໃຫ້ກອງບັນຊາການ ທະຫານແຂວງຈຳປາສັກ ເປັນຜູ້ຕາງໜ້າ ໃຫ້ແກ່ກະຊວງປ້ອງກັນປະເທດ ເຊັນສັນຍາຮ່ວມມື ພັທນາສັມປະທານ ທີ່ດິນຂອງກອງທັບ ໃນເນື້ອທີ 60 ເຮັກຕ້າຣ໌ ຢູ່ບ້ານ ເພຽລາດ ເມືອງບາຈຽງຈະເຣີນສຸກ ເພື່ອໃຊ້ໃນການສ້າງຕັ້ງ ໂຮງງານປຸງແຕ່ງແປ້ງມັນຕົ້ນ.

ບໍຣິສັດ ເອໄອດີຊີ ການຄ້າ ເປັນນຶ່ງໃນກຸ່ມບໍຣິສັດ ເອເຊັຽ ລົງທຶນພັທນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ເປັນບໍຣິສັດ ທີ່ກໍ່ຕັ້ງ ແລະຖືຮຸ້ນໂດຍຄົນລາວ ຊຶ່ງໄລຍະຜ່ານມາ ບໍຣິສັດໄດ້ຮ່ວມລົງທຶນ ກັບກະຊວງປ້ອງກັນປະເທດ ແລະແຂວງຈຳປາສັກ ຫລາຍໂຄງການ.

ໂຄງການກໍ່ສ້າງ ໂຮງງານປຸງແຕ່ງ ແປ້ງມັນຕົ້ນ ຈະມີກຳລັງການຜລິດແປ້ງ 450 ຕັນ ຕໍ່ມື້ມີມູນຄ່າການລົງທຶນທັງໝົດ 70 ລ້ານໂດລາສະຫະຣັຖ ມີເນື້ອທີ່ສັມປະທານ ລວມທັງໝົດ 250 ເຮັກຕ້າຣ໌. ໃນນີ້ເນື້ອທີ່ດິນ ຂອງກອງບັນຊາການ ທະຫານແຂວງຈຳປາສັກ 60 ເຮັກຕ້າຣ໌ ແລະເນື້ອທີ່ດິນ ຂອງແຂວງຈຳປາສັກອີກ 190 ເຮັກຕ້າຣ໌ ໂດຍມີໄລຍະສັມປະທານ 50 ປີ.

ຜ່ານມາຊາວບ້ານ ບ້ານແກ້ງໄມ້ເຮັ້ຽປະມານ 20 ຄອບຄົວຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ກໍຖືກນາຍທຶນ ຄົນຈີນ ຍາດແຍ່ງເອົາທີ່ດິນ ທຳການກະເສຕ ລວມປະມານ 90 ເຮັກຕ້າຣ໌ ເພື່ອນຳໄປປູກມັນຕົ້ນ ສ່ວນທາງການ ແຂວງຈຳປາສັກ ກໍມິດງຽບ ບໍ່ໄດ້ລົງຕິດຕາມ ກວດກາ ໂຄງການດັ່ງກ່າວ.

ເມື່ອຕົ້ນປີ 2022 ທີ່ຜ່ານມາທາງ ການແຂວງຈຳປາສັກ ໄດ້ຣາຍງານວ່າ ເຂດປ່າສງວນແຫ່ງຊາຕ, ເຂດປ່າປ້ອງກັນ ພາຍໃນແຂວງຈຳປາສັກ ກຳລັງຖືກຄົນຈຳນວນນຶ່ງ ເຂົ້າໄປບຸກລຸກເພື່ອປູກມັນຕົ້ນ ເຮັດໃຫ້ເນື້ອທີ່ປ່າໄມ້ ຫລາຍພັນເຮັກຕ້າຣ໌ ຫລຸດລົງ ແລະດຽວນີ້ທາງການ ແຂວງຈຳປາສັກ ພະຍາຍາມທີ່ຈະເຈົ້າໄປສະກັດກັ້ນ ເພື່ອບໍ່ໃຫ້ຄົນເຂົ້າໄປບຸກລຸກເພີ່ມຕື່ມ.

ຜ່ານມາກໍມີຣາຍງານວ່າ ຊາວບ້ານຈຳນວນຫລາຍ ພັນຄອບຄົວ ທີ່ພາກັນເຂົ້າໄປບຸກເບີກ ທີ່ດິນ ໃນປ່າປະເພດຕ່າງໆ ເພື່ອປູກມັນຕົ້ນ ຫລືປູກພືດອື່ນໆ ນັ້ນກໍເປັນຍ້ອນທາງການລາວ ໄດ້ໃຫ້ສັມປະທານ ທີ່ດິນແກ່ນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ໄປຈົນໝົດເພື່ອສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ປູກຕົ້ນກາເຟ ແລະ ພືດເສຖກິຈອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org