ພາກຣັຖ ໃຫ້ເອກຊົນ ປູກໄມ້ ອຸດສາຫະກັມ ເພີ່ມ
ທາງການລາວ ໃຫ້ສັມປະທານ ເນື້ອທີ່ປ່າຜລິຕແຫ່ງຊາດ ແກ່ບໍຣິສັດເອກຊົນ ຈຳນວນ 60 ພັນເຮັກຕ້າຣ ເພື່ອປູກໄມ້ອຸດສາຫະກັມ ສົ່ງໂຮງງານຜລິຕໄມ້ອັດ ຂະນະທີ່ ນັກອະນຸຮັກສິ່ງແວດລ້ອມ ກໍຢາກໃຫ້ມີການ ກວດກາຕິດຕາມ ເພື່ອໃຫ້ທຸກຢ່າງ ດຳເນີນໄປຢ່າງຖືກຕ້ອງ.
-
ພູວົງສ໌
2022-03-23 -
-
-
Your browser doesn’t support HTML5 audio
ກະຊວງແຜນການ ແລະ ການລົງທຶນ ໃຫ້ສັມປະທານເນື້ອທີ່ ປ່າຜລິຕແຫ່ງຊາດ ແກ່ບໍຣິສັດ ບົວລະພາກະສິກັມ-ປ່າໄມ້ ຈຳກັດ ຈຳນວນ 60,000 ເຮັກຕ້າຣ ເພື່ອປູກໄມ້ອຸດສາຫະກັມ ໃນເຂດປ່າຜລິຕແຫ່ງຊາດ ແຂວງໄຊຍະບູຣີ ແລະ ແຂວງວຽງຈັນ ສົ່ງໂຮງງານຜລິຕໄມ້ອັດ, ໂດຍມີພິທີລົງນາມ ໃນມື້ວັນທີ 9 ມີນາ 2022 ທີ່ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມີນາ ນີ້ວ່າ:
“ໄປປູກບ່ອນຊຸດໂຊມ ບ່ອນທີ່ເຮົາຈັດສັນໃຫ້, ບໍ່ແມ່ນໄປຕັດປ່າໄມ້ທັມມະຊາດໄດ໋ ເປັນດິນ ຂອງຣັຖ, ຣັຖຄຸ້ມຄອງ ໄດ້ເຊົ່າສັມປະທານນຳຣັຖ. ນະໂຍບາຍເພິ່ນແນວນັ້ນ ປ້ອນເຂົ້າໂຮງງານເດ້ ບາດນັ້ນແລ້ວ ກະມີນະໂຍບາຍປັນຜົລ ຫຼັງຈາກທີ່ວ່າ ເກັບກູ້ມາ, ຫັ້ນນ່າ ຕາມຍຸທສາຕເພິ່ນ.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ການສັມປະທານເນື້ອທີ່ ປ່າຜລິຕແຫ່ງຊາດ ໃນຄັ້ງນີ້ ແມ່ນເປັນເຂດປ່າ ທີ່ມີສະພາບເສື່ອມໂຊມ ແລະ ເປັນເຂດປ່າໄມ້ ທີ່ຣັຖບານຄຸ້ມຄອງ ໂດຍບໍ່ໄດ້ກະທົບກັບເນື້ອທີ່ ທຳການກະເສດ ຂອງຊາວບ້ານແຕ່ຢ່າງໃດ.
ສ່ວນຜົລຜລິຕທັງໝົດ ຈະສົ່ງໃຫ້ກັບ ໂຮງງານຜລິຕໄມ້ອັດ ຂອງບໍຣິສັດ ບົວລະພາກະສິກັມ-ປ່າໄມ້ ຈຳກັດ, ເຊິ່ງຕັ້ງຢູ່ບ້ານໂພນສູງ ແລະ ບ້ານຄອນພຸກ, ເມືອງຫິນເຫີບ ແຂວງວຽງຈັນ ທີ່ກໍ່ສ້າງສຳເຣັດ ເມື່ອທ້າຍປີ 2021 ທີ່ຜ່ານມານີ້, ໂດຍບໍຣິສັດດັ່ງກ່າວ ຕ້ອງການວັດຖຸດິບ 1 ແສນແມັຕກ້ອນຕໍ່ປີ ແລະ ຈະຜລິຕໄມ້ອັດ ໃຫ້ໄດ້ 50 ພັນແມັຕກ້ອນຕໍ່ປີ, ຜລິຕພັນ 95% ຈະສົ່ງອອກໄປຂາຍຕ່າງປະເທດ.
ເຖິງແມ່ນວ່າ ທາງການລາວ ຈະອ້າງວ່າ ບໍຣິສັດດັ່ງກ່າວ ຈະສັມປະທານເນື້ອທີ່ ເພື່ອປູກໄມ້ອຸດສາຫະກັມ ແລະ ຈະບໍ່ທຳລາຍປ່າໄມ້, ແຕ່ກະຄວນຈະຕິດຕາມ-ກວດກາ ຢ່າງໃກ້ຊິດ ເພື່ອປ້ອງກັນປ່າໄມ້ ບໍ່ໃຫ້ຖືກທຳລາຍ ຄືກັບໃນໄລຍະຜ່ານມາ ທີ່ມີຫຼາຍບໍຣິສັດ ໄດ້ສັມປະທານ ເນື້ອທີ່ປ່າໄມ້ໄປແລ້ວ, ແຕ່ພັດມີການລັກລອບຕັດໄມ້ຢູ່.
ມາຮອດປັດຈຸບັນ, ປະເທດລາວ ມີເນື້ອທີ່ປ່າໄມ້ປົກຫຸ້ມ ປະມານ 63%, ອີງຕາມການຣາຍງານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ ໃນເວລານັ້ນ ຕໍ່ກອງປະຊຸມສະພາແຫ່ງຊາດລາວ ສມັຍສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອວັນທີ 3 ເດືອນພຶສຈິກາ ປີ 2020 ທີ່ຜ່ານມາ, ເຊິ່ງຍອມສາຣະພາບວ່າ ບໍ່ສາມາດບັນລຸເປົ້າໝາຍ ໃນການສ້າງເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ບັນລຸ 70% ຕາມແຜນການທີ່ວາງໄວ້. ຂະນະດຽວກັນ, ເນື້ອທີ່ປ່າໄມ້ເຫຼົ່ານັ້ນ ກໍພົບພໍ້ກັບພັຍຂົ່ມຂູ່ຫຼາຍຢ່າງ ເປັນຕົ້ນວ່າ ຖືກຕັດທຳລາຍ ເພື່ອຜລິຕເປັນສິນຄ້າ ແລະ ການສັມປະທານ ເພື່ອພັທນາເສຖກິຈ-ສັງຄົມ ຕາມນະໂຍບາຍ ຂອງຣັຖບານລາວ ແລະ ເນື້ອທີ່ປ່າໄມ້ຈຳນວນນຶ່ງ ກໍໄດ້ຮັບຜົລກະທົບ ຈາກພັຍທັມມະຊາດ ເປັນຕົ້ນແມ່ນ ໄຟໄໝ້ລາວປ່າ ແລະ ນ້ຳຖ້ວມໃຫຍ່.
ໃນລະຫວ່າງ ປີ 2016-2020, ຣັຖບານລາວ ພະຍາຍາມທີ່ຈະປູກປ່າ ແລະ ຟື້ນຟູປ່າໃນລາວ ເພື່ອໃຫ້ໄດ້ເນື້ອທີ່ປ່າໄມ້ປົກຫຸ້ມ 70% ທົ່ວປະເທດ, ແຕ່ບໍ່ສາມາດບັນລຸໄດ້ ຍ້ອນການປູກປ່າ ຕ້ອງໃຊ້ງົບປະມານ ເປັນຈຳນວນຫຼາຍ ຂະນະທີ່ຣັຖບານລາວ ກໍບໍ່ມີງົບປະມານພຽງພໍ. ດັ່ງເຈົ້າໜ້າທີ່ ກົມປ່າໄມ້, ກະຊວງກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມີນາ ນີ້ວ່າ:
“ການປູກ ມັນຕ້ອງໃຊ້ທຶນຫຼາຍ. ຢູ່ໃນປ່າຜລິຕແທ້ໆ ມັນກະປູກແບບທັມມະຊາດ ແບບວ່າຮັກສາ ບໍ່ໃຫ້ໃຜແຕະຕ້ອງ ມັນກະໃຫຍ່ເອງເນາະ, ບ້ານເຮົານີ້. ແລ້ວກະແບບ ເຮັດເປັນເນື້ອທີ່ ແລ້ວກະປູກເລີຍ, ຫັ້ນນ່າ.”
ທ່ານກ່າວຕື່ມອີກວ່າ ນັບແຕ່ປີ 2010 ເປັນຕົ້ນມາ ເນື້ອທີ່ປ່າໄມ້ໃນລາວ ທີ່ຖືກຕັດທຳລາຍ ໄປຫຼາຍທີ່ສຸດ ຄືແຂວງຫຼວງພຣະບາງ, ອຸດົມໄຊ, ຫົວພັນ, ສວັນນະເຂດ ແລະ ບໍຣິຄຳໄຊ.
ນັກອະນຸຮັກປ່າໄມ້ໃນລາວ ທ່ານນຶ່ງ ກ່າວວ່າ ສາເຫດທີ່ເຮັດໃຫ້ ເນື້ອທີ່ປ່າໄມ້ໃນລາວ ຫຼຸດລົງຫຼາຍ ກໍຍ້ອນວ່າ ການເຂົ້າມາສັມປະທານ ເນື້ອທີ່ປ່າໄມ້ ເພື່ອພັທນາ ໂຄງການຂນາດໃຫຍ່ ຫຼືການສັມປະທານ ເນື້ອທີ່ປ່າໄມ້ ເພື່ອປູກໄມ້ອຸດສາຫະກັມຕ່າງໆ ເປັນຕົ້ນແມ່ນ ຢາງພາຣາ, ໄມ້ວິກ, ໄມ້ສັກ ຫຼືການປູກມັນຕົ້ນ ລ້ວນແຕ່ເປັນການຕັດໄມ້ໃນປ່າ ເພື່ອເອົາເນື້ອທີ່ ມາປູກໄມ້ອຸດສາຫະກັມ ແລະ ພືດທົດແທນ.
ຄຳກ່າວທີ່ວ່າ ອະນຸຍາດໃຫ້ສັມປະທານ ເນື້ອທີ່ປ່າໄມ້ ເພື່ອການພັທນາເສຖກິຈ-ສັງຄົມ ນັ້ນ, ບໍ່ສາມາດເຊື່ອຖືໄດ້ ເພາະສະພາບໂຕຈິງ ປ່າໄມ້ໃນລາວ ເສື່ອມໂຊມລົງຫຼາຍ ແລະ ນັບມື້ຈະຫຼຸດລົງ. ດັ່ງນັກອະນຸຮັກປ່າໄມ້ໃນລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມີນາ ນີ້ວ່າ:
“ການຕັດໄມ້ທຳລາຍປ່າດຽວນີ້ ມັນອາຈມີຜູ້ທີ່ວ່າ ຜູ້ຢູ່ເບື້ອງຫຼັງ, ຜູ້ທີ່ຢູ່ເບື້ອງຫຼັງ ໝາຍເຖິງວ່າ ນາຍທຶນ ຫຼືຣັຖ ຫຼືພາກສ່ວນໃດນຶ່ງ ສາມາດອະນຸຍາດ. ປະຊາຊົນ ຂະເຈົ້າບໍ່ຄ່ອຍໄປ, ກົດໝາຍມັນກະຄຸ້ມຄອງ ມັນກະຮັກກຸມຂຶ້ນ ຈັ່ງຊີ້ນ່າ.”
ນັກອະນຸຮັກປ່າໄມ້ໃນລາວ ອີກທ່ານນຶ່ງ ກ່າວວ່າ ການຫຼຸດລົງ ຂອງເນື້ອທີ່ປ່າໄມ້ໃນລາວ ຖືເປັນຄວາມທ້າທາຍ ຂອງຣັຖບານລາວ ຄືກັນ ເພາະຣັຖບານລາວ ກໍບໍ່ຢາກຈະທຳລາຍປ່າໄມ້, ເຊິ່ງເປັນແຫຼ່ງຊັພຍາກອນ ທີ່ອຸດົມສົມບູນຫຼາຍ, ແຕ່ຣັຖບານລາວ ກໍບໍ່ມີທາງເລືອກ ຕ້ອງຍອມປ່ອຍໃຫ້ ເນື້ອທີ່ປ່າໄມ້ໃນລາວ ຖືກທຳລາຍ ເພື່ອແລກກັບ ການພັທນາເສຖກິຈ-ສັງຄົມ. ດັ່ງນັກອະນຸຮັກປ່າໄມ້ໃນລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມີນາ ນີ້ວ່າ:
“ສິ່ງທີ່ເຮົາເຮັດໄດ້ ກະຄືວ່າ ເຮົາຈະຕ້ອງໄດ້ຂາຍ ສ່ວນໃດສ່ວນນຶ່ງອອກໄປ ເພື່ອເອົາເງິນ ມາພັທນາປະເທດ. ມັນທ້າທາຍຢູ່, ແຕ່ວ່າ ກະຍັງດີກວ່າບໍ່ເຮັດເນາະ ກະຕ້ອງໄດ້ ແບ່ງຮັບແບ່ງສູ້, ຫັ້ນນ່າ.”
ນັກອະນຸຮັກປ່າໄມ້ ທ່ານນີ້ ຍັງກ່າວອີກວ່າ ຣັຖບານລາວ ຄວນຈະເລັ່ງລົງນາມ ໃນອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ຫຼື COP26 ເພື່ອໃຫ້ຄຳໝັ້ນວ່າ ຈະຢຸດ ແລະ ຟື້ນຟູ ສະຖານະການ ການທຳລາຍປ່າໄມ້ ແລະ ການເສື່ອມໂຊມ ຂອງດິນ ໃຫ້ໄດ້ພາຍໃນປີ 2030 ຮ່ວມກັບ 128 ປະເທດທົ່ວໂລກ, ແຕ່ຣັຖບານລາວ ກໍໄດ້ປະຕິເສດໄປແລ້ວ.
ຂະນະທີ່ທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ ມີເປົ້າໝາຍ ໃນການປົກປັກຮັກສາ ສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງ ຈາກພັຍພິບັດ, ໂດຍຈະສູ້ຊົນ ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ ຫຼາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2025 ນີ້ ແລະ ເອົາໃຈໃສ່ ປົກປັກຮັກສາ ສິ່ງແວດລ້ອມ ຢ່າງເຄັ່ງຄັດ ແລະ ຕິດຕາມ-ກວດກາ ການຄຸ້ມຄອງທີ່ດິນ, ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນລະບົບ.