27 ລ້ານໂດລາເພື່ອລ້ຽງເສືອໂຄ່ງ

ອົງການ ຊ່ອຍເຫລືອ ຈາກ ປະເທດ ເຢັຽຣະມັນ ຈະ ໃຫ້ເງິນ ຊ່ອຍເຫລືອ ລາວ ໃນການ ອະນຸຮັກ ເສືອໂຄ່ງ.

ເສືອໂຄ່ງທີ່ຫາຍາກ ໃນ ປະເທດລາວ ມີເຫລືອໜ້ອຍລົງທຸກມື້ ຍ້ອນການລ້າສັດປ່າ ຂອງຊາວບ້ານ ເພື່ອຂາຍໃຫ້ ຊາວຕ່າງຊາຕ IMAGE SOURCE: wanderlust New-road-threatens-tiger-breeding-area-in-laos

 

ອົງການອະນຸຮັກເສືອໂຄ່ງ ຈາກປະເທດ ເຢັຽຣະມັນ ຈະບໍຣີຈາກ ເງິນ 20 ລ້ານ ຢູໂຣ ຫລື ປະມານ 27 ລ້ານ ໂດລາ ໃຫ້ຫລາຍ ປະເທດ ເພຶ່ອອະນຸຮັກ ເສືອໂຄ່ງ ໃນນັ້ນ ຮ່ວມທັງ ສປປລາວ ເງິນບໍຣິຈາກ ດັ່ງກ່າວ ອາຈຊ່ອຍ ເພິ້ມຈຳນວນ ເສືອໂຄ່ງ ໃນຂົງເຂດ ທີ່ຈະສູນພັນໄປ ໃນອະນາຄົດ.

ທ່ານ Jean Christopher Vie ຮອງຜູ້ຈັດການ ອົງການ ອະນຸຮັກ ເສືອໂຄ່ງ ຈາກ ປະເທດເຢັຽຣະມັນ ກ່າວວ່າ ກຸ່ມນັັກ ຊ່ຽວຊານ ຈາກປະເທດ ເຢັຽຣະມັນ ຈະໃຫ້ ຄຳປຶກສາ ແກ່ກອງທຶນ ການເງິນ ຈາກປະເທດ ເຢັຽຣະມັນ ແລະ ອົງການ ອະນຸຮັກ ເສືອໂຄ່ງ ໃນ ການຄັດເລືອກ ໂຄງການ ອະນຸຮັກ ເສືອໂຄ່ ງທີ່ດີທີ່ສຸດ ໃນການ ໃຫ້ເງິນຊ່ອຍເຫລືອ ແລະວ່າ ການຊ່ອຍເຫລືອ ຈະມີການ ແຂ່ງຂັນ ກັນສູງ ຣະຫວ່າງ ປະເທດ.

ໂຄງການ 5 ປີ ດັ່ງກ່າວ ມີຈຸດປະສົງ ເພຶ່ອໃຫ້ ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ແລະເຈົ້າຫນ້າທີ່ອະນຸຮັກສັດປ່າ ຈາກປະເທດຕ່າງໆ ມີຄວາມ ມຸ້ງຫມັ້ນ ໃນການອະນຸຮັກ ເສືອໂຄ່ງ ເພຶ່ອໃຫ້ຈຳນວນ ຕົວເລກ ເພິ້ມຂຶ້ນ ສອງເທົ່າໂຕ ພາຍໃນປີ 2020.

ປະເທດທີ່ເໝາະສົມໃນການໄດ້ຮັບເງິນຊ່ອຍເຫລືອ ມີປະເທດ ບັງຄຣາເທສ ບູຕານ ກຳພູຊາ ອິນເດັຽ ພະມ້າ ເນປານ ວຽດນາມ ແລະ ສປປລາວ ຈະບໍ່ມີ ຂໍ້ຕົກລົງ ໃນການ ໃຫ້ເງິນທຶນ ດັ່ງກ່າວ ແຕ່ຢ່າງໃດ ກັບບັນດາ ປະເທດເຫລົ່ານັ້ນ ມີແຕ່ ການຮ່ວມມື ຣະຫວ່າງ ຣັຖບານ ກັບ ອົງການ ອະນຸຮັກ ເສືອໂຄ່ງ ໃນການ ປະຕິບັດງານ ເທົ່ານັ້ນ.

ສປປລາວ ປັດຈຸບັນ ຍັງມີເສືອໂຄ່ງ ປະມານ 30 ໂຕ ເທົ່ານັ້ນ ໃນທົ່ວປະເທດ ແລະ ໃນຂົງເຂດຍັງເຫລືອແຕ່ 2,500 ໂຕ ຫລຸດ ຈາກ 1 ແສນໂຕ ໃນສັດຕະວັດ ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org