ໄຟໄໝ້ປ່າລາມໃສ່ ສວນຢາງ

ເຈົ້າຂອງສວນ ຢາງພາລາ ຫລາຍແຫ່ງ ຢູ່ ແຂວງຫລວງນໍ້າທາ ໄດ້ຮັບຜົລກະທົບ ຈາກໄຟໄໝ້ປ່າ ແລ້ວລາມໄປໄໝ້ ສວນຢາງພາລາ.

ສະພາບສວນຢາງພາລາ ຂອງປະຊາຊົນ ຢູ່ແຂວງຫຼວງນໍ້າທາ ຫຼັງຈາກໄຟໄໝ້ ຮູບຈາກ : ວີດີໂອ ປກສ ຫຼວງນໍ້າທາ

ເຈົ້າຂອງສວນຢາງພາລາ ຫລາຍແຫ່ງຢູ່ແຂວງ ຫລວງນໍ້າທາ ເດືອດຮ້ອນ ຍ້ອນໄຟໄໝ້ປ່າແລ້ວລາມໄປໄໝ້ສວນຢາງພາລາ ຂອງເຂົາເຈົ້າ ຢູ່ຫລາຍບ້ານ ໃນເມືອງຫລວງນໍ້າທາ ແລະ ເມືອງໃກ້ຄຽງມາ ປະມານ 2 ສັປດາທີ່ແລ້ວ. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ຄັກແນ່ວ່າ ໄຟໄດ້ ໄໝ້ສວນຢາງພາລາ ທັງໝົດຈັກເຮັກຕາກັນແທ້ ຊຶ່ງເຈົ້າຂອງສວນຢາງ ຕ່າງກໍຢາກໃຫ້ທາງການ ມີມາຕການຊ່ອຍເຫລືອ ເພື່ອບັນເທົາ ຄວາມເສັຍຫາຍ ທີ່ຂອງພວກເຂົາເຈົ້າໄດ້ຮັບນັ້ນ. ເຈົ້າຂອງສວນຢາງພາລາແຫ່ງນຶ່ງ ຢູ່ບ້ານນໍ້າ ລື ເມືອງຫລວງນໍ້າທາ ກ່າວຕໍ່ RFA ໃນມື້ວັນທີ 9 ເມສານີ້ວ່າ:

“ມັນກະໄໝ້ຫລາຍເຂດແນ່ ບາງຄອບຄົວໄໝ້ເປັນພັນ 2 ພັນຕົ້ນ. ບາງຄອບຄົວກະໄໝ້ຫລາຍເດີດຽວນີ້ ມັນໄໝ້ໝົດນະ ນໍ້າທາ ໄໝ້ເຂດເຮົາ ມັນດັບໄດ້ອາທິດ ປາຍແລ້ວ. ຂອງເຮົາໄໝ້ໜ້ອຍນຶ່ງ ປະມານ 100 ປາຍຕົ້ນນີ້ລະ.”

ທ່ານກ່າວຕື່ມວ່າ ສາເຫດຂອງໄຟໄໝ້ປ່າ ແລະໄໝ້ສວນຢາງນັ້ນ ຕົນເຊື່ອວ່າ ອາດເກີດຈາກຄົນ ທີ່ເຂົ້າໄປຫາເຄຶ່ອງປ່າຂອງດົງ ແລ້ວຈູດໄຟ ໃນປ່າ ຫລືຖິ້ມຂີ້ກອກຢາຊະຊາຍ  ຍ້ອນໄລຍະນີ້ໄຟໄໝ້ໄດ້ງ່າຍ ເພາະຂ້ອນຂ້າງແຫ້ງແລ້ງ ຍັງບໍ່ມີຝົນຕົກ. ແຕ່ເຖິງຢ່າງໃດ ຫຼັງເກີດໄຟໄໝ້ ແລ້ວ ກໍເຫັນເຈົ້າໜ້າທີ່ ພ້ອມກັບຊາວບ້ານ ພາກັນໄປມອດ.

ຊາວບ້ານບ້ານນໍ້າລື ນາງນຶ່ງກໍເວົ້າວ່າ ໄຟໄໝ້ໃນຄັ້ງນີ້ ເຮັດໃຫ້ສວນຢາງພາລາຂອງຕົນ ເສັຽຫາຍປະມານ 2 ເຮັກຕາ ແລະຂອງເພື່ອນບ້ານ ກໍຖືກໄໝ້ເສັຽຫາຍຫລາຍສົມຄວນ ຊຶ່ງທາງເຈົ້າໜ້າທີ່ ກ່ຽວຂ້ອງ ກໍກໍາລັງພຍາຍາມມອດຢູ່:

“ມັນກະໄໝ້ມາຫຼາຍແລ້ວໂອ໋ ຖືວ່າ 10 ປາຍມື້ຢູ່ນີ້ນະ ເສັຽຫາຍຫຼາຍຢູ່ສວນຢາງຮອດສວນປະຊາຊົນ. ມື້ວານນີ້ກະຍັງໄໝ້ຢູ່ ມັນຫຼາຍບ່ອນ ຫລາຍຂອບເຂດ ໄໝ້ຫລາຍໂອ໊ມື້ວານນີ້ ເຂົາກະຍັງມາດັບ ໄໝ້ຫລາຍສົມຄວນແຫລະ ໄໝ້ຫລາຍສວນຢາງ ກະຫລາຍເຮັກຕາຢູ່.”

ກ່ຽວກັບຄວາມເສັຍຫາຍ ທີ່ເກີດຈາກໄຟໄໝ້ສວນຢາງນັ້ນ ເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງຫລວງນໍ້າທາ ເວົ້າວ່າ ໄຟໄໝ້ສວນຢາງພາລາເທື່ອນີ້ ທາງຜແນກຍັງບໍ່ທັນໄດ້ສົ່ງ ທິມງານ ລົງໄປຮວບຮວມຂໍ້ມູລເທື່ອ ຍ້ອນຍັງຢູ່ໃນໄລຍະປິດຫ້ອງການ ເພື່ອສະກັດກັ້ນການແຜ່ຣະບາດ ຂອງໂຄວິດ-19, ຫລັງຈາກເປີດຫ້ອງການປົກກະຕິແລ້ວ ກໍຈະລົງໄປເອົາ:

”ອັນນີ້ກໍບໍ່ຮູ້ໃດ໊ ບໍ່ໄດ້ໄປໃສ ຢູ່ບ້ານແຫລະຊ່ວງພຍາດໂຄວິດ ນີ້ນະບໍ່ໃຫ້ອອກໄປທາງໃດ ບໍ່ໄດ້ໄປໃສ.”

ຕາມຂໍ້ມູນເບື້ອງຕົ້ນ ໄຟໄໝ້ສວນຢາງພາລາໃນເທື່ອນີ້ ໄດ້ກວມເອົາເນື້ອທີ່ໃນເຂດຫລາຍບ້ານ ຢູ່ເມືອງຫລວງນໍ້າທາ ເປັນຕົ້ນ ບ້ານນໍ້າ ລື, ບ້ານແກ້ງງົວ ໄປຈົນຮອດເຂດເມືອງໃກ້ຄຽງ. ແຕ່ຍັງບໍ່ຮູ້ຈໍານວນ ເນື້ອທີ່ໄຟໄໝ້ທີ່ແທ້ຈິງ ແລະຈໍານວນປະຊາຊົນທີ່ໄດ້ຮັບຜົລກະທົບ ຊຶ່ງ RFA ກໍພຍາຍາມຕິດຕໍ່ຫາຜແນກ ກະສິກັມແລະປ່າໄມ້ ແຂວງຫລວງນໍ້າທາ ແຕ່ເຈົ້າໜ້າທີ່ຍັງບໍ່ສະດວກ ທີ່ຈະໃຫ້ຂໍ້ມູນໄດ້ ຍ້ອນຍັງຢູ່ໃນ ໄລຍະປິດຫ້ອງການ.

ໃນຂນະທີ່ທາງການແຂວງຫລວງນໍ້າທາ ຣາຍງານຕໍ່ສື່ມວນຊົນທ້ອງຖິ່ນ ໃນມື້ວັນທີ 7 ເມສານີ້ວ່າ ທາງພາກສ່ວນກ່ຽວຂ້ອງ ພວມເລັ່ງມອດ ໄຟໃຫ້ໄດ້ໝົດກ່ອນ ແລ້ວຈຶ່ງຈະມີການປະເມີນຜົລເສັຽຫາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org