ຂ.ອຸດົມໄຊຍັງຕ້ອງໄດ້ຊ່ອຍເຫຼືອ ຊາວບ້ານ
ປະຊາຊົນ ໃນເມືອງແບງ ແຂວງ ອຸດົມໄຊ ຕ້ອງການ ການຊ່ວຍເຫລືອ ເພີ້ມອີກ ຫລັງເຫດ ນໍ້າຖ້ວມ.
-
2013-08-26 -
-
-
Your browser doesn’t support HTML5 audio
ຫລັງຈາກ ເກີດພັຍນໍ້າຖ້ວມ ດິນເຈື່ອນ ທີ່ ເມືອງແບງ ແຂວງອຸດົມໄຊ ມີຊາວບ້ານ ໄດ້ຮັບເຄາະຮ້າຍ ຊຶ່ງເຈົ້າໜ້າທີ່ ເມືອງແບງ ແຈ້ງວ່າ ຊາວບ້ານ ສ່ວນຫລາຍ ຕ້ອງການ ການຊ່ວຍເຫລືອ ຕື່ມອີກ ເຣື່ອງອາຫານ ແລະນໍ້າດື່ມ ຮວມທັງ ຢາປົວພຍາດ ແລະທີ່ຢູ່ອາສັຍ:
"ດຽວນີ້ ຂະເຈົ້າ ຢູ່ສະໂມສອນບ້ານ ກັບວັດເນາະ ພວກເຮົາ ຂໍຄວາມຊ່ວຍເຫລືອ ມີແພດມີໝໍ ໄປປະຈໍາຢູ່ຫັ້ນ ຄັກແນ່ ຕັກຊາຍອອກຈາກ ເຮືອນ ມ້າງເຮືອນ ທີ່ໃກ້ຈະລົ້ມ ຫັ້ນແດ່ ໂຕນໍ້າເຄື່ອນແລ້ວ ຈໍານວນນຶ່ງ ບໍ່ທັນລົ້ນເນາະ".
ທ່າເວົ້າຕໍ່ໄປວ່າ ຍັງມີປະຊາຊົນຂາດເຂີນອາຫານເປັນຈໍານວນຫລາຍ ມີຜູ້ເສັຽຊີວິດ 15 ຄົນ. ເຮືອນຖືກນໍ້າຖ້ວມ 160 ກວ່າຫລັງ ໃນນັ້ນມີ 48 ຫລັງໄດ້ຮັບ ຄວາມເສັຽຫາຍໜັກ. ປະຊາຊົນ ຍັງຂາດ ທີ່ຢູ່ອາສັຍ 29 ຄອບຄົວ. ເນື້ອທີ່ປູກຝັງ ຖືກນໍ້າຖ້ວມ 400 ເຮັກຕາ ເສັຽຫາຍ 200 ກວ່າເຮັກຕາ. ສັດລ້ຽງຕາຍ ຈໍານວນນຶ່ງ. ທາງຂາດ 3 ແຫ່ງ ແລະຂົວ 4 ແຫ່ງ. ຫລັກໄຟຟ້າຫັກ 200 ກວ່າເສົາ ບາງບ່ອນ ບໍ່ມີ ໄຟຟ້າ ໂທຣະສັບ ນໍ້າປະປາ ໃຊ້.
ເຈົ້າໜ້າທີ່ ເວົ້າວ່າ ຢາກໃຫ້ ທາງສູນກາງ ຊ່ວຍເຫລືອ ເຣື່ອງອາຫານ ເພາະທາງເມືອງ ບໍ່ສາມາດ ສນອງ ໃຫ້ໄດ້ ພຽງພໍ. ບັນຫານຶ່ງອີກ ທີ່ຕ້ອງແກ້ໄຂ ຢ່າງຮີບດ່ວນ ຄືຫົນທາງຂາດ ຊຶ່ງຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ອຸດົມໄຊ ວ່າອາຈຕ້ອງ ໃຊ້ເວລາຮອດ 1 ອາທິດ ຈຶ່ງຈະສ້ອມແປງ ເພື່ອໃຫ້ຣົດໃຫຍ່ ແລ່ນຜ່ານໄດ້.
ແຂວງ ອຸດົມໄຊ ເຄີຍໄດ້ຮັບ ຜົລກະທົບ ຈາກນໍ້າຖ້ວມ ຄັ້ງໃຫຍ່ ເມື່ອເດືອນ ສິງຫາ ປີ 2008 ທີ່ໄດ້ເຮັດໃຫ້ ບ້ານເຮືອນ ໄຮ່ນາຮົ້ວສວນ ແລະ ຂົວທາງ ຫລາຍ ແຫ່ງເປ່ເພ.