ນໍ້າຖ້ວມກະທັນຫັນຢູ່ ມ.ນານ 7 ບ້ານ ລອຍນະທີ

ເກີດນໍ້າຖ້ວມ ກະທັນຫັນ 7 ບ້ານ ຢູ່ ເມືອງນານ ແຂວງຫຼວງພຣະບາງ ເຮືອນຊານ ບ້ານຊ່ອງ ຂອງປະຊາຊົນ ເສັຽຫາຍໜັກ.

ສະພາບນໍ້າຖ້ວມ ຢູ່ເມືອງນານ ແຂວງຫຼວງພຣະບາງ ຊຶ່ງເກີດຂຶ້ນແບບ ກະທັນຫັນ ຊາວບ້ານບໍ່ໄດ້ຕັ້ງໂຕ ຮູບພາບຈາກ : ນັກຂ່າວພົລເມືອງ

ເກີດເຫດນໍ້າໄຫລເຂົ້າຖ້ວມ 7 ບ້ານ ຂອງເມືອງນານ ແຂວງຫຼວງພຣະບາງ ຢ່າງກະທັນຫັນ ໂດຍບໍ່ມີການແຈ້ງເຕືອນມາກ່ອນ. ເນື່ອງຈາກ ຝົນຕົກໜັກ ຕັ້ງແຕ່ 03 ໂມງເຊົ້າ ຂອງ ວັນທີ 30 ກໍຣະກະດາ. ດັ່ງປະຊາຊົນຢູ່ໃນເຫດການ ໄດ້ກ່າວຕໍ່ RFA ໃນວັນທີ 30 ກໍຣະກະດາ ວ່າ; ຝົນຕົກບໍ່ແຮງ ແຕ່ຝົນຕົກລີນຕິດຕໍ່ກັນຫຼາຍວັນ ຈຶ່ງເກີດເຫດນໍ້າຖ້ວມ ເມືອງນານກະທັນຫັນ:

"ຂະເຈົ້າລົງຢູ່ວ່າເມືອງນານນໍ້າຖ້ວມ ກໍບໍ່ຕົກແຮງໃດ໋ ແຕ່ວ່າມັນລິນສາມມື້ແລ້ວ ແຕ່ວ່າມັນຕົກຢູ່ນ້ອຍນຶ່ງ ແຕ່ວ່າມື້ນີ້ມັນຢາກລິນຫຼາຍ ແຕ່ລະ ມື້ເທື່ອນ້ອຍດຽວ ຍັງບໍ່ຮູ້ຄືກັນອັນນີ້ນ່າ."

ຕໍ່ເຫດການດັ່ງກ່າວ ຍານາງ ຫົງຄຳ ເພັງສວັດ ຮອງເຈົ້າເມືອງນານ ແຂວງຫຼວງພຣະບາງ ໄດ້ແຈ້ງໃຫ້ຮູ້ ໃນວັນທີ 30 ກໍຣະກະດາວ່າມີ 7 ບ້ານ ທີ່ຕັ້ງຢູ່ແຄມ ລໍານໍ້ານານ ເຊັ່ນ: ບ້ານນາຝາຍ, ບ້ານປ່າໄຜ່, ບ້ານສີມຸງຄຸນ, ບ້ານສີບຸນເຮືອງ, ບ້ານນາເລົາ, ບ້ານໂພນຫີນ ແລະ ບ້ານນາເຄີນ ທັງໝົດແມ່ນຂຶ້ນກັບ ເມືອງນານ ແຂວງຫຼວງພຣະບາງ ທີ່ນໍ້າໄຫຼເຂົ້າຖ້ວມ ຢ່າງກະທັນຫັນ ເບື້ອງຕົ້ນເຄື່ອງຂອງ ຄົວເຮືອນ ຂອງປະຊາຊົນເສັຍຫາຍ 100% ແຕ່ຍັງບໍ່ສາມາດປະເມີນໄດ້ວ່າ ເສັຽຫາຍຫຼາຍຊໍ່າໃດ ແລະ ຍັງບໍ່ທັນພົບວ່າມີ ຜູ້ເສັຽຊີວິດ ແລະບາດເຈັບ ເທື່ອ.

ປັດຈຸບັນທາງການເລັ່ງອົພຍົບ ປະຊາຊົນໄປຢູ່ຈຸດປອດພັຍ ຊົ່ວຄາວກ່ອນ. ນອກຈາກນີ້ ຫ້ອງວ່າຫານເມືອງນານ ຍັງໄດ້ຣາຍງານໃນເບື້ອງ ຕົ້ນວ່າ ນໍ້າຖ້ວມເມືອງນານ ແຂວງຫຼວງພຣະບາງ ຄັ້ງນີ້ແມ່ນຮ້າຍແຮງ ກ່ອນທຸກປີ ເຮັດໃຫ້ເຮືອນຊານ ຂອງປະຊາຊົນ, ເສັ້ນທາງ, ຂົວ, ຊົລປະທານ, ນາ, ສວນ, ສັດລ້ຽງຈຳນວນຫຼາຍ ໄດ້ຮັບຄວາມເສັຽຫາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org