ຍັງມີການລັກ ຊັອດປາ ຢູ່ຕາມລຳ ແມ່ນ້ຳຂອງ
ຊາວບ້ານ ຈຳນວນນຶ່ງ ຍັງມີການໃຊ້ ອຸປກອນໄຟຟ້າ ຊັອດປາ ໂດຍສະເພາະ ແຂວງໄຊຍະບູຣີ ຍັງມີການລັກໃຊ້ຊັອດປາໃນຣະດູຝົນ ທີ່ປາໄຂ່ ເພື່ອຂຍາຍພັນ ເຖິງຈະມີກົດໝາຍກໍຕາມ ເຮັດໃຫ້ຫຼາຍຄົນ ເປັນຫ່ວງເຣື່ອງປາໃນແມ່ນ້ຳ ສູນພັນ ຂະນະທີ່ເຈົ້າໜ້າ ເຮັດໄດ້ພຽງແຕ່ ກວດກາ ຊຶ່ງກໍຍາກ ທີ່ຈະຄຸ້ມຄອງ ໄດ້ໝົດ.
-
ຈຳປາທອງ
2022-10-04 -
-
-
Your browser doesn’t support HTML5 audio
ຢູ່ເມືອງ ແລະແຂວງໄຊຍະບູຣີ ຍັງມີຊາວບ້ານ ບ້ານປາກເຮົ້າ ຈໍານວນນຶ່ງ ໄປຫາປາ ຕາມລຳແມ່ນ້ຳຂອງ ດ້ວຍການລັກໃຊ້ໄຟຟ້າຊັອດປາຢູ່ ເປັນຕົ້ນໃນຣະດູຝົນ ຊຶ່ງເປັນ ຣະດູປາໄຂ່ ຂຍາຍພັນ ເຖິງແມ່ນວ່າ ຈະມີກົດໝາຍຄຸ້ມຄອງສັດນໍ້າ ແລະສັດປ່າຫ້າມໃຊ້ ເພື່ອປ້ອງກັນ ບໍ່ໃຫ້ປາສູນພັນ ມາຕັ້ງແຕ່ປີ 2008 ພຸ້ນແລ້ວກໍຕາມ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນບ້ານປາກເຮົ້າ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 4 ກັນຍານີ້ວ່າ ຊາວບ້ານຫລາຍຄົນກັງວົນ ຢ້ານປາບໍ່ສາມາດ ວາງໄຂ່ ແລະແຕກອອກເປັນລູກໄດ້ ຕາມຣະດູການ, ຢ້ານປາຈະສູນພັນ ແລະຈະສົ່ງ ຜົລກະທົບໄປເຖິງຊາວບ້ານ ທີ່ຕ້ອງການຫາປາ ໃນແມ່ນໍ້າຂອງ ເພື່ອລ້ຽງຄອບຄົວ ຍ້ອນຈະ ຫາປາຍາກຂຶ້ນກວ່າເກົ່າ.
“ມີຄົນຢູ່ນີ້ແຫລະ ຢູ່ປາກເຮົ້ານີ້ແຫລະ ເວົ້າເຣື່ອງການ ຊັອດເນາະ ເຮັດແບບບໍ່ຖືກຕ້ອງນີ້ ກະເປັນຫ່ວງຢູ່ເຣື່ອງກ່ຽວກັບ ການຫາກິນແບບນີ້ຫັ້ນນ່າແລ້ວ ມັນກະເປັນການ ສູນເສັຽເປັນການສູນພັນ ຫັ້ນນ່າ ເພາະວ່າຄົນຢູ່ພາຍໃນຈັ່ງຊີ້ ມັນກະຫາກິນໄດ້ຍາກເນາະ ຕໍ່ໜ້າໄປຫັ້ນນ່າ.”
ທ່ານກ່າວຕໍ່ໄປວ່າ ໃນເບື້ອງຕົ້ນນີ້ ເຈົ້າໜ້າທີ່ບ້ານ ກໍໄດ້ຈັບຜູ້ລັກໃຊ້ໄຟຟ້າຊັອດປາ ໃນແມ່ນໍ້າຂອງ, ແລ້ວ 2 ຄົນ ໂດຍໄດ້ນໍາໂຕໄປລົງບັນທຶກ ປະຈໍາວັນໄວ້ ແລະທັງໄດ້ຍຶດເຄື່ອງມືຊັອດປາ 1 ເຄື່ອງ ໄວ້ນໍາດ້ວຍ ແລະທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈະໄດ້ ພິຈາຣະນາ ບົດລົງໂທດໃນຂັ້ນຕໍ່ໄປ.
“ໄດ້ຕັກເຕືອນ ພໍ່ແມ່ປະຊາຊົນຕລອດຢູ່, ກະເພິ່ນວ່າກະມີແຕ່ 2 ຄົນຫັ້ນ ວ່າຊັ້ນ. ກະຍັງບໍ່ທັນໄດ້ແລ້ວເທື່ອ ຕອນນີ້ກໍາລັງ ເອົາຂອງກາງມາຢູ່ ຄັນຖ້າທາງ ຂັ້ນເທິງພິຈາຣະນາ ໃຫ້ທິດແບບໃດ ເຮົາກໍຈະໄດ້ປະຕິບັດແບບນັ້ນ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວ ໃນມື້ດຽວກັນນີ້ວ່າ ບັນຫານີ້ ແມ່ນຍັງມີຢູ່ ໂດຍສະເພາະຢູ່ເຂດບ້ານ ທີ່ຕິດກັບແຄມນ້ຳຂອງ ຊຶ່ງທີ່ຜ່ານມາ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ອອກແຈ້ງການ ແລະໄດ້ເຜີຍແພ່ກົດໝາຍຫ້າມ ໃຫ້ປະຊາຊົນຮູ້ຢູ່ຕລອດ, ຫ້າມບໍ່ໃຫ້ໃຊ້ໄຟຟ້າຊັອດສັດນໍ້າ ຫລືລະ ເບີດສັດນໍ້າເດັດຂາດ.
“ແຕ່ລະບ້ານ ພວກເຮົາກໍໄດ້ໄປ ໂຄສະນາ ແລະເຜີຍແພ່ ເວົ້າເຣື່ອງກົດລະບຽບ ການຫາປາແບບດັບສູນ ເປັນຕົ້ນວ່າລະເບີດ, ຍິງປາ, ຊັອດປາ ເຮົາກໍໄດ້ເວົ້າໝົດແລ້ວ ມີມາຕການເຣື່ອງການປັບໃໝ, ການລົງໂທດເດ໋ ແຕ່ວ່າເຣື່ອງການຄຸ້ມຄອງ ການຈັດຕັ້ງປະຕິບັດກໍຍັງຂາດໆເຂີນໆ ຫັ້ນແຫລະ ບໍ່ທັນປົກກະຕິ ມັນໄກແດ່ກະຄຸ້ມຄອງບໍ່ໄດ້ ມັນກະມີຢູ່ບັນຫາໂຕນີ້ນ່າ.”
ອີງຕາມປະມວນ ກົດໝາຍອາຍາ ໝວດທີ 9 ວ່າດ້ວຍການກະທໍາຜິດ ກ່ຽວກັບຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ມາດຕຣາ 336 ທີ່ເວົ້າເຖິງການທຳລາຍ ຊັພຍາກອນສັດນ້ຳ ລະບຸວ່າ ບຸກຄົນໃດຫາກໄດ້ໃຊ້ສານພິດ, ວັດຖຸລະເບີດ, ສານເຄມີ, ກະ ແສໄຟຟ້າ ຫລື ວິທີການປະມົງ ທີ່ຕ້ອງຫ້າມ... ກໍ່ຄວາມເສັຽຫາຍ ຈະຖືກລົງໂທດຕັດ ອິສຣະພາບ ແຕ່ 6 ເດືອນ ຫາ 3 ປີ ຫລື ຈະຖືກດັດສ້າງ ໂດຍບໍ່ຕັດອິສຣະພາບ ແລະ ຈະຖືກປັບໃໝແຕ່ 10,000,000 ກີບ ຫາ 50,000,000 ກີບ.
ພ້ອມດຽວກັນນັ້ນ ຊາວບ້ານ ຢູ່ແຂວງໄຊຍະບູຣີ ຄົນນຶ່ງ ກໍເວົ້າວ່າ ຊາວບ້ານຮູ້ກົດໝາຍ ທີ່ວ່ານັ້ນໝົດແລ້ວ ແຕ່ກໍຍັງມີຄົນລະເມີດຢູ່ ຍ້ອນຢາກໄດ້ປາຫລາຍ ໂດຍບໍ່ຄໍານຶງເຖິງ ຜົລກະທົບຕາມມາ ພາຍຫລັງ ຊຶ່ງຕົນເອງກໍມີຄວາມເປັນຫ່ວງ, ບໍ່ຢາກໃຫ້ມັນເກີດຂຶ້ນອີກ ຍ້ອນວ່າປາຈະສູນພັນ. ປັດຈຸບັນ ຊາວບ້ານ ກໍຫາປາໄດ້ຍາກຢູ່ແລ້ວ ແລະກໍຈະຍິ່ງຫາໄດ້ຍາກຂຶ້ນກວ່າເກົ່າ.
“ຮູ້ໝົດແລ້ວກົດໝາຍ ເຂົາກະມາ ຜ່ານຕລອດ ຄົນທີ່ມັນບໍ່ຟັງຫັ້ນດອກ ຄົນດື້ຄົນດ້ານຍັງເຮັດຢູ່ ກະເປັນຫ່ວງຄືກັນ ຢ້ານມັນຈິບຫາຍເນາະ ຄັນວ່າເຮັດ ແມ່ນຫຍັງກະຕາຍໄປໝົດ ດຽວນີ້ຫາຍາກ ແຕ່ກ່ອນປາມີບັກຫລາຍໆ ຢູ່ຫ້ວຍຢູ່ຮ່ອງເລັກໆນ້ອຍໆ ກະໄປສ້ອນເອົາກະໄດ້ ດຽວນີ້ໆໂອ໋ຍມີແຕ່ແມ່ນໍ້າຊື່ໆ.”
ຊາວບ້ານ ຢູ່ແຂວງໄຊຍະບູຣີ ອີກຄົນນຶ່ງ ກໍເວົ້າວ່າ ເຣື່ອງນີ້ບໍ່ຢາກໃຫ້ເກີດຂຶ້ນອີກ ເພາະໄລຍະນີ້ ເປັນໄລຍະທີ່ປາກໍາລັງວາງໄຂ່ ຖ້າມີຄົນໄປໃຊ້ໄຟຟ້າຊັອດ ແນ່ນອນວ່າ ປາຕ້ອງຕາຍສູນພັນ ແລະຊາວບ້ານແຄມຂອງ ທີ່ຫາປາກໍຈະຫາໄດ້ຍາກຂຶ້ນ.
“ກະເປັນຫ່ວງຢູ່ ໄລຍະນີ້ກະເປັນຊ່ວງໄລຍະ ທີ່ສັດນໍ້າກໍາລັງປະສົມພັນເນາະ ກະບໍ່ຢາກໃຫ້ພໍ່ແມ່ ປະຊາຊົນ ແລະກຸ່ມຄົນບໍ່ດີໄປຊັອດ, ຄັນຊັອດແລ້ວມັນຈະສູນພັນ.”
ນັກວິຊາການ ດ້ານສິ່ງແວດລ້ອມ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 4 ສິງຫານີ້ວ່າ ການໃຊ້ໄຟຟ້າຊັອດສັດນໍ້າ ຫລືຊັອດປາໃນແມ່ນໍ້າຂອງ ກໍຖືວ່າມີຄວາມຜິດແນ່ນອນ. ຖ້າຫາກເຈົ້າໜ້າທີ່ຈັບໄດ້ ກໍຈະຖືກວ່າ ໄປຕາມກົດໝາຍບ້ານເມືອງ. ຖ້າຫາກມີຄົນລະເມີດ ຢູ່ຕໍ່ເນື່ອງ ກໍຈະສົ່ງຜົລກະທົບໄລຍະຍາວ, ຈະເຮັດໃຫ້ປາສູນພັນ ແລະສົ່ງຜົນກະທົບ ອັນບໍ່ດີຕໍ່ລະບົບນິເວສ, ທີ່ສໍາຄັນ ແມ່ນເຈົ້າໜາທີ່ບ້ານ ຈະຕ້ອງເປັນຫູເປັນຕາຊ່ອຍ. ບັນຫານີ້ ຈຶ່ງຈະຫລຸດຜ່ອນ ລົງໄດ້ ແລະທີ່ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ລົງກວດກາຢູ່ເປັນໄລຍະໆ ແຕ່ກໍ ບໍ່ພົບຄົນລັກເອົາໄຟຟ້າຊັອດປາ, ມີແຕ່ພົບເຫັນຮ້ານຄົນຈີນ ເປັນສ່ວນໃຫຍ່ ທີ່ລັກຂາຍ ອຸປກອນໄຟຟ້າຊັອດປາ ຊຶ່ງເຈົ້າໜ້າທີ່ ກໍໄດ້ຍຶດ ແລະນໍາໄປທໍາລາຍຖິ້ມ.
ດັ່ງທີ່ທ່ານກ່າວວ່າ:
“ໄລຍະນີ້ ມັນໄລຍະການວາງໄຂ່ ຂອງປານີ້ແຫລະ ມັນມີຜົນກະທົບ ມັນຈະ ບໍ່ມີການຂຍາຍພັນ ໄດ້ຫັ້ນແຫລະ ມັນຈະເປັນໝັນ ເປັນຫຍັງໝົດຫັ້ນນ່າ ຄືວ່າແຫລະ ມັນມີຊ່ອງຫວ່າງ ເຂົາເຈົ້າກໍລົງກວດ ເຄື່ອງຊັອດປານີ້ນ່າ ຢູ່ຕາມຫ້າງຮ້ານຈີນ ມັນຈະມີຫລາຍເນາະ ເອົາມາທໍາລາຍໝົດ ຫັ້ນແຫລະ ເປັນຫລັກກໍແມ່ນ ການປົກຄອງບ້ານຫັ້ນແຫລະ ຕ້ອງເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ຫັ້ນແຫລະ.”
ເມື່ອກ່ອນໜ້ານີ້ ຄືວັນທີ 17 ສິງຫາທີ່ຜ່ານມາ ຊາວບ້ານຈໍານວນນຶ່ງ ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ກໍລັກລະເບີດປາ ໃນແມ່ນໍ້າຂອງ ໂດຍສະເພາະ ໃນເຂດບ້ານອ່າງນ້ອຍ ແລະບ້ານອ່າງສຳມະນາ ບ່ອນທີ່ມີການໃຫ້ນັກລົງທຶນໄທຍ ແລະ ຈີນ ສັມປະທານ ລະເບີດຫິນພູ ທີ່ຢູ່ກົງກັນຂ້າມ ກັບເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ.