ສາເຫດດິນເຈື່ອນຕອນຂຸດຄໍາ

ຊາວບ້ານ ເສັຽຊີວິດ 4 ຄົນ ໃນການ ຂຸດຄຳ ທີ່ ແຂວງ ບໍຣີຄຳໄຊ ນັ້ນແມ່ນຍ້ອນ ເຄື່ອງມືທີ່ໃຊ້ ບໍ່ໄດ້ ມາດຕະຖານ.

ສະຖານທີ່ ດິນເຈື່ອນ ທັບຊາວບ້ານ ທີ່ໄປຂຸດຄໍາ ເສັຽຊີວິດ 4 ຄົນ ເຂດບ້ານນາຖອນ ເມືອງຄຳເກີດ ແຂວງບໍຣິຄຳໄຊ ໃນຕອນບ່າຍ ຂອງວັນທີ 12 ຕຸລາ 2016 Photo courtesy of Pathedlao Lao Laos' post FB

Your browser doesn’t support HTML5 video

ສາເຫດດິນເຈື່ອນ ໃນການຂຸດຄຳ ທີ່ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ທີ່ເຮັດໃຫ້ ເສັຽຊີວິດ 4 ຄົນ ໃນອາທິດນີ້ ນັ້ນ, ເຈົ້າຫນ້າທີ່ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າຍ້ອນເຄື່ອງມື ບໍ່ໄດ້ ມາຕຖານ ທີ່ຊາວບ້ານ ຮ່ວມກັນ ຊື້ມາໃຊ້ ໃນການຂຸດ ແລະຂາດຄວາມ ຣະມັດຣະວັງ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ທາງເຂົ້ານີ້ເປັນຮູ ຮູທາງທີ່ລົງ ແບບມັນກວ້າງ ແລ້ວເຂົາດູດນ້ຳ ລົງໄປ ແລ້ວດິນມັນໂຄ່ງ ທາງເຂົ້າ ແລ້ວລົ້ມມາໃສ່ ມັນເປັນຜູ້ອອກ ແຮງງານ ແລະ ຜູ້ລົງທຶນ ພ້ອມກັນເລີຍ ແລ້ວຊື້ເຄື່ອງ ອັນນີ້ມາໃຊ້ ຫັ້ນນະ ແບບຮ່ວມກັນ ເຮັດ ຂະເຈົ້າ ຫາກິນ ແບບພື້ນຖານເດ ແຕ່ພໍ່ແຕ່ແມ່ ລາວເຄີຍ ເຮັດຈັັ່ງຊັ້ນ ແຕ່ວ່າມາ ເຮັດຢູ່ນີ້ ມັນເກີດ ອຸປຕິເຫດ ຂື້ນ".

ທ່ານກ່າວຕື່ມວ່າ ບໍຣິເວນ ທີ່ມີການ ຂຸດຄຳນີ້ ເປັນດິນ ຂອງປະຊາຊົນ ທີ່ບ້ານເຟືອງ ຊຶ່ງຕັ້ງຢູ່ ຣະຫວ່າງ ບ້ານເຟືອງ ກັບບ້ານທົ່ງ, ບ່ອນ ຂຸດຄໍານັ້ນ ເປັນດິນນາ ຂອງ ປະຊາຊົນ ພວກຂະເຈົ້າ ໄດ້ຮ່ວມກັນ ຊື້ເຄື່ອງມື ມາໃຊ້ໃນ ການຂຸດເອງ ບໍ່ມີການ ກວດສອບ ມາຕຖານ. ຊາວບ້ານ ທີ່ເສັຽຊີວິດ 4 ຄົນ ນັ້ນເປັນຄົນ ບ້ານນາທອນ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ໄດ້ພາກັນ ມາຮ່ວມທຶນ ໃນ ການຂຸດຄຳ ໃນ ບໍຣິເວນ ດັ່ງກ່າວ.

ເອເຊັຽເສຣີ ກໍໄດ້ ໂທຣະສັບ ສອບຖາມໄປຍັງ ຫນ່ວຍງານ ກ່ຽວຂ້ອງ ທີ່ ເມືອງຄຳເກີດ ແຕ່ຍັງ ບໍ່ສາມາດ ຕິດຕໍ່ໄດ້ເທື່ອ ໃນເວລານີ້. ຜ່ານມາ ທາງການລາວ ຫ້າມການ ຂຸດຄຳ ແບບຊະຊາຍ ໃນລາວ ຍ້ອນມັນສົ່ງ ຜົລກະທົບ ຕໍ່ ສີ່ງແວດລ້ອມ ແມ່ນ້ຳ ລຳທານ ແລະເປັນ ອັນຕະລາຍ ຕໍ່ຜູ້ຂຸດ ແຕ່ຍັງມີຄົນ ລັກເຮັດຢູ່.

ແຂວງທີ່ມີການ ຂຸດຄຳ ແບບຊະຊາຍ ໃນລາວ ກໍມີ ແຂວງ ອັດຕະປື, ເຊກອງ, ຫຼວງນ້ຳທາ ແລະ ຍັງມີອີກ ຫຼາຍໆແຂວງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org