ເຂື່ອນທຳລາຍຝຸງປາໃນ ນ້ຳຂອງ
ການສ້າງ ເຂື່ອນ ຄື ການ ທຳລາຍ ຈຳນວນ ຝຸງໝູ່ ປາ ໃນ ແມ່ນ້ຳຂອງ.
-
ສິດນີ
2015-08-23 -
-
-
Your browser doesn’t support HTML5 audio
ຊາວ ປະມົງ ຈາກ ວຽດນາມ ແລະ ໄທ ເວົ້າວ່າ ການສ້າງ ເຂື່ອນ ແລະ ການ ຊົລປະທານ ທຳລາຍ ຈຳນວນ ຝຸງໝູ່ປາ ໃນ ແມ່ນ້ຳຂອງ ໃນ ແຕ່ລະປີ, ເຮັດໃຫ້ ຊີວິດ ການເປັນຢູ່ ຂອງ ຊາວ ປະມົງ ຜູ້ ທີ່ ອາສັຍ ແມ່ນ້ຳຂອງ ໃນການລ້ຽງ ຄອບຄົວ ໄດ້ຮັບ ຄວາມ ລຳບາກ.
ນາຍ ຫງຽນ ອານດຸຍ ອາຍຸ 33 ປີ ອາຊີບ ການປະມົງ ຄົນວຽດນາມ ລຸ້ນ ສາມ ສືບຕໍ່ ຈາກປູ່ ແລະ ພໍ່ ຂອງເຂົາ, ໃນເຂດ ສາມຫລ່ຽມ ປາກ ແມ່ນ້ຳຂອງ ແລະ ກໍເປັນນຶ່ງ ໃນ ຈຳນວນ ຊາວປະມົງ ຫຼາຍລ້ານ ຄົນ ໃນເຂດ ຊົນນະບົດ ທີ່ ອາສັຍ ໂປຣຕິນ ຈາກ ການຫາປາ ໃນ ແມ່ນ້ຳຂອງ, ມາລ້ຽງ ຄອບຄົວ ເວົ້າວ່າ, ການຈັບປາ ຂອງລາວ ໄດ້ ຫລຸດລົງ ຢ່າງຕໍ່ເນື່ອງ ໃນ ເວລານີ້ ແລະ ປາ ອາຈສູນຫາຍ ໄປຫມົດ ໃນ ອະນາຄົດ, ຍ້ອນການ ສ້າງ ເຂື່ອນ ໃນ ປະເທດ ເພື່ອນ ບ້ານ.
ນາຍ ດຸຍ ຍັງບອກ ອີກວ່າ ລາວ ເປັນ ຊາວປະມົງ ມາແຕ່ ກຳເນີດ ໄດ້ ຕຶກປາ ມາຕລອດ ຊີວິດ, ພໍ່ ແລະ ປູ່ ຂອງລາວ ກໍເປັນ ຊາວປະມົງ, ຖ້າ ເຫດການ ດັ່ງກ່າວ ຍັງເປັນ ແບບນີ້ ຢູ່ ລາວ ອາຈເຊົາ ການຫາປາ ໄປ ຫາອາຊີບ ໃຫມ່ ຢູ່ໃນ ເມືອງ ແຕ່ຍັງ ບໍ່ຮູ້ວ່າ ຈະລ້ຽງ ຄອບຄົວ ໄດ້ ຢ່າງໃດ.
ໃນຂນະ ດຽວກັນ ຊາວປະມົງ ທີ່ ແຂວງ ອຸບົນ ຣາຊທານີ ຂອງໄທ ກໍເວົ້າ ແບບດຽວກັນ ກັບ ນາຍດຸຍ ວ່າ, ຈຳນວນປາ ໃນ ແມ່ນ້ຳຂອງ ຫລຸດລົງ ໃນ ແຕ່ລະປີ.