1 ປີທີ່ເຂື່ອນແຕກ ຊົດເຊີຍ ໃຫ້ເຄິ່ງນຶ່ງ

ຊາວເມືອງສະໜາມໄຊ ໄດ້ຮັບຄ່າ ຊົດເຊີຍ 50% ໃນ ວັນຄົບຮອບ 1 ປີ ເຂື່ອນ ແຕກ.

ຊາວເມືອງສນາມໄຊ ໄດ້ຮັບຄ່າຊົດເຊີຍ 50% ໃນວັນຄົບຮອບ 1 ປີ ເຂື່ອນແຕກ ຮູບພາບຈາກ : ຂ່າວສານ ອັດຕະປື

ເນື່ອງໃນໂອກາດຄົບຮອບ 1 ປີ ເຂື່ອນແຕກ  ທາງການ ແຂວງອັດຕະປື ໄດ້ຈັດພິທີມອບເງິນຄ່າຊົດເຊີຍ ທາງດ້ານເສຖກິຈ ຄົວເຮືອນ ໃຫ້ປະຊາຊົນ ເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບ ຈາກເຫດເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ.

ການມອບເງິນຄ່າຊົດເຊີຍຄັ້ງນີ້ ແມ່ນມອບໃຫ້ 50% ຂອງມູນຄ່າເສັຽຫາຍ ທັງໝົດ ໃນນັ້ນ ມີ 587 ຄອບຄົວ ທີ່ໄດ້ຮັບເປັນວົງເງິນ 26 ຕື້ 648 ລ້ານກີບ; ດັ່ງເຈົ້າໜ້າທີ່ເມືອງສນາມໄຊ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 23 ກໍຣະກະດາ ວ່າ:

"ມື້ນີ້ເພີ່ນລົງຈ່າຍເງິນຄ່າຊົດເຊີຍ ທາງເຂື່ອນບໍຣິສັດ SK ສົມທົບກັບແຂວງກັບເມືອງ ລົງຈ່າຍເງິນ ຄ່າຊົດເຊີຍ 50 ເປີເຊັນ ທີ່ວ່າບັນດາ ຣາຍການ ທີ່ໄດ້ເສັຽຫາຍຫັ້ນນ່າ 3 ບ້ານ ກັບ 1 ຄຸ້ມ ມູນຄ່າຫັ້ນ 26 ຕື້ 648 ລ້ານກີບ."

ເຈົ້າໜ້າທີ່ເມືອງສນາມໄຊ ໄດ້ກ່າວຕື່ມວ່າ ພິທີມອບຮັບເງິນຄ່າຊົດເຊີຍ ໄດ້ຈັດຂຶ້ນ ເນື່ອງໃນໂອກາດຄົບຮອບ 1 ປີ ເຫດການພັຍພິບັດ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກນັບແຕ່ ວັນທີ 23 ກໍຣະກະດາ ປີ 2018 ຫາ ວັນທີ 23 ກໍຣະກະດາ ປີ 2019.

ໂດຍການມອບໃນເທື່ອນີ້ ປະຊາຊົນທີ່ໄດ້ຮັບມີທັງໝົດ 4 ບ້ານໃນນັ້ນມີ ບ້ານສະໝອງ 75 ຄອບຄົວມູນຄ່າ 4 ຕື້ກີບ ບ້ານທ່າຫີນ 184 ຄອບຄົວ ມູນຄ່າ 8 ຕື້ກີບ, ບ້ານໂຄກກ່ອງ 225 ຄອບຄົວ ມູນຄ່າ 8 ຕື້ກີບ ແລະ ບ້ານທ່າແສງຈັນ 103 ຄອບຄົວ ມູນຄ່າ 5 ຕື້ກີບ.

ສຳລັບການຈ່າຍຄ່າຊົດເຊີຍເສຖກິຈຄົວເຮືອນນັ້ນ ຮວມມີຍານພາຫະນະ, ເຄື່ອງໃຊ້ຄົວເຮືອນ, ວິສາຫະກິຈຄົວເຮືອນ, ສັດລ້ຽງ, ສະບຽງ ອາຫານ ແລະ ເຄື່ອງໃຊ້ກະສິກັມ ສ່ວນວ່າສີ່ງປຸກສ້າງ, ຜົລປູກ, ທາດບັນຈຸອັດທິ ຂອງບັນພະບູຣຸດ ນັ້ນແມ່ນຍັງບໍ່ທັນ ໄດ້ຄິດໄລ່ຄ່າ ເສັຽຫາຍ ເມື່ອຄິດໄລ່ແລ້ວ ຈະມີການຈ່າຍຄ່າຊົດເຊີຍ ຄັ້ງຕໍ່ໄປ.

ໃນໂອກາດັ່ງກ່າວ ທາງຄນະຜູ້ນຳຂອງແຂວງ ແລະ ຕາງໜ້າທາງ ບໍຣິສັດ SK ກໍໄດ້ມອບເຄື່ອງໃຊ້ ຈຳເປັນ ແລະອາຫານ ໃຫ້ຜູ້ປະສົບພັຍ ຕາມສູນພັກຊົ່ວຄາວ 5 ຈຸດ.

ປັດຈຸບັນ ອີງຕາມການຣາຍງານຂອງທາງການ ມີ 4,000 ກວ່າຄົນ ທີ່ພັກຢູ່ໃນສູນພັກຊົ່ວຄາວ ທີ່ຈັດແບ່ງອອກເປັນ 5 ຈຸດ ຄື ຈຸດເຂດ ບ້ານດົງບາກ, ເຂດບ້ານຕຳມໍຢອດ, ເຂດຄຸ້ມດອນບົກ, ເຂດບ້ານປີ່ນດົງ ແລະເຂດບ້ານຫາດຍາວ ທາງການຄາດວ່າ ປະຊາຊົນຕ້ອງໄດ້ ອາສັຍ ຢູ່ນີ້ປະມານ 4-5 ປີ ກວ່າທາງການ ຈະປຸກເຮືອນຖາວອນ ສຳເຣັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org