ທ່ານຮອງ ຂ.ອັດຕະປື ຊີ້ແຈງ ຄ່າຊົດເຊີຍ
ໃນຄໍາຮຽກຮ້ອງ ຂອງຊາວບ້ານ ບ້ານມິດສໍາພັນ ແລະ ບ້ານແທໃຫຍ່ ເມືອງສນາມໄຊ ແຂວງ ອັດຕະປື ທີ່ຕ້ອງການ ຄວາມກະຈ່າງແຈ້ງ ໃນກໍຣະນີ ຕັດເງິນ ຄ່າຊົດເຊີຍ ເປັນມູນຄ່າ 20% ຊຶ່ງ ວິທຍຸ ເອເຊັຽ ເສຣີ ໄດ້ຄໍາຕອບ ຈາກ ທ່ານ ຮອງເຈົ້າແຂວງ.
-
ສຸພັດຕາ
2020-05-20 -
-
-
Your browser doesn’t support HTML5 audio
ປະຊາຊົນຈາກສອງບ້ານ ຄື ບ້ານມິດສໍາພັນ ແລະ ບ້ານແທໃຫຍ່ ເມືອງສນາມໄຊ ແຂວງອັດຕະປື ທີ່ ໄດ້ຮັບຜົລກະທົລ ຂນາດກາງ ແລະ ເບົາ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຕ່າງກໍບໍ່ເຂົ້າໃຈວ່າ ເປັນຫຍັງທາງການ ຈຶ່ງຕ້ອງຕັດເງິນຄ່າຊົດເຊີຍໄປ 20% ຂອງມູນຄ່າທັງ ໝົດທີ່ຈະໄດ້ຮັບ, ຜູ້ໄດ້ໜ້ອຍ ຫຼືໄດ້ຫຼາຍ ກໍຖືກຕັດໝົດ ແລະ ຊາວບ້ານໝົດທຸກຄົນ ກໍໄດ້ເຊັນເອກກະສານ ນັ້ນ ໃຫ້ທາງການໄປ ໝົດແລ້ວ ແບບບໍ່ມີທາງເລືອກ, ດັ່ງປະຊາຊົນ ບ້ານມິດສໍາພັນ ຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ເຂົາຫັ້ນແບບບໍ່ໃຫ້ ປະຊາຊົນ ໃຫ້ພວກເຮົານິ່ ປະກອບຄວາມເວົ້າຄວາມເຫັນຫຍັງນະ ມີແຕ່ວ່າເຈົ້າແຂວງ ຕົກລົງແລ້ວ ເພິ່ນວ່່າບໍ່ມີກ່ຽວໄດ້ ຫຼາຍຫຼືໜ້ອຍ ໄດ້ຊໍ່ານີ້ໂລດ ເວົ້າແນວນັ້ນ ມີແຕ່ເຊັນໂລດ ເຮົາບໍ່ສິດ ຫຍັງຊິຕໍ່ວ່າ ອະທິບາຍ ໄວທີ່ໄວໄດ້ເພິ່ນເຮັດຫັ່ນ ເຊັນລະກະແປະໂປ້ ລາຍມື ຫັ້ນໃສ່ລາຍເຊັນເຮົາ ລະກະແລ້ວ ກະອອກເມືອ.”
ຊາວບ້ານມິດສໍາພັນ ອີກຜູ້ນຶ່ງທີ່ຈະຖືກຕັດເງິນກ່່າວວ່າ, ເງິນທີ່ຖືກຕັດ ກໍບໍ່ຮູ້ສາເຫດເລີຍ ວ່່າເພິ່ນຈະຕັດໄປເຮັດຫຍັງ ເພາະເພິ່ນບໍ່ອະທິບາຍ ຫຍັງໃຫ້ຮູ້:
“ບໍ່ໆ ບໍ່ແຈ້ງຈັກດີ້ ສັບສົນຫຼາຍ ບໍ່ເຂົ້າໃຈ ບໍ່ຮູ້ສາເຫດນໍາເພິ່ນ ຖືວ່າເງິນ 1,300,000 ກະຫັກ ຫັກເອົາໄປ 2 ແສນປາຍ ຫັ້ນນ້າ ໂຕນີ້ແຫຼະ ບໍ່ບອກ ບໍ່ຮູ້ສາເຫດວ່າຫັກໄປແບບໃດຫັ້ນນາ, ປະຊາຊົນບາງຄົນນິ່ ກະຂັດຂ້ອງແຫຼະ ຫັກບໍ່ມີສິດເວົ້າເຂົາໄດ໋ ຂອງອ້າຍນີ່ 1,380,000 ກະເຊັນຮັບ ບາດຊິເອົາແທ້ຫັ້ນ ມີແຕ່ 1,080,000 ກະບໍ່ຮູ້ຈັກເປີເຊັນ ອັນໂຕນີ້ນິ່ ຫັກເຮັດສັງນ່າ ເພິ່ນເຮັດຫັ້ນນາ.”
ໃນຂນະທີ່ ຊາວບ້ານອີກຜູ້ນຶ່ງ ກໍເວົ້າວ່າ ກ່ອນຈະຕັດເງິນ ກໍຄວນມີປະຊຸມ ແຈ້ງໃຫ້ປະຊາຊົນຮູ້ກ່ອນ ວ່າເປັນຫຍັງຈຶ່ງຕັດ:
“ຂອງພໍ່ເບື້ອງຕົ້ນນິ່ ເພິ່ນວ່າ 10 ປາຍລ້ານ ບາດໂຕຈິງ ລະມີແຕ່ 7 ລ້ານ 5 ທັມມະດານິ່ຕັດ ມັນຕ້ອງໄດ້ປະຊຸມນໍາກັນກ່ອນ ກັບພໍ່ແມ່ ປະຊາຊົນ ວ່າແຈ້ງຊໍ່ານີ້ ຊໍ່ານີ້ ໝູ່ເຮົາຕັດເຮັດອັນນັ້ນ ເຮັດອັນນີ້ ກະຍັງວ່າ ອັນນີ້ບໍ່ຮູ້ ຮູ້ແຕ່ວ່າຕັດ 20%, 20% ລະກະແລ້ວ ທັມມະດາ ນິ່ມັນຕ້ອງໄດ້ແຈ້ງ ໃຫ້ພໍ່ແມ່ປະຊາຊົນນາ ວ່າຊິເຮັດອັນໃດ ອັນໃດເປັນແນວໃດ ຫັ້ນນ່າ, ອັນນີ້ ອິສັງກະບໍ່ຮູ້ ມີວ່າຕັດໆ ຄັນຕັດໃດ ຂໍ້ມູນ ແບບໃດ ຄັນມັນເປັນແບບນີ້ນິ່ ຄັນຈະແຈ້ງລະກະຢ່າ ໝວດເຮົາກະຊິບໍ່ຕິດອກ ຢູ່ບ້ານມິດສໍາພັນ ສນາມໄຊ ຂອງເຮົາກະມີແຕ່ 57 ຄອບຄົວ ກະທົບໂຕຈິງຊັ້ນນາ.”
ພ້້ອມດຽວກັນນີ້ ປະຊາຊົນອີກຄົນນຶ່ງ ຢູ່ບ້ານມິດສໍາພັນ ກໍເວົ້າວ່າ:
“ເພິ່ນແຈ້ງຫັ່ນແຫຼະ ເພິ່ນແຈ້ງບາດເວລາເພິ່ນຊິມາຕັດໂລດນະ ເພິ່ນແຈ້ງ ເພິ່ນແຈ້ງມາກ່ອນ ເພິ່ນກະບໍ່ແຈ້ງໄດ໋ ແຕ່ວ່່າເພິ່ນວ່າ ມາເວົ້າສູ່ຟັງ ໂລດ ຜູ້ນັ້ນຖືກຕັດທໍ່ນັ້ນ ຜູ້ນັ້ນຖືກຕັດທໍ່ນັ້ນ 20% ໂລດນະ, ຜູ່ຊິເງິນ 5 ແສນກີບ ເຂົາກະຍັງຕັດເອົາ 20% ຄືກັນເພິ່ນກະວ່າເພິ່ນຍຸຕິທັມ ແຫຼະ ທາງຂັ້ນເທິງລົງມາໂລດແຫຼະ ລົງມາເວົ້າວ່າຕັດໂລດແຫຼະ ເຂົາຕັດຣະອຽດເບິດລະນາ ບັນຊົງບັນຊີ ເຮົາກະຢາກໄດ້ຫັ່ນແຫຼະ ຢາກໄດ້ ເຕັມຫັ່ນແຫຼະ ໝູ່ຜັດວ່າຕັດ ຕັດກະບໍ່ຊ່າງຊິວ່າ ຈັກຊິຂໍນໍາໃຜແຫຼະ ໝູ່ຕັດລະເດ້ ຊິເຮັດຈັ່ງໃດໄດ້.”
ນອກຈາກປະຊາຊົນ ຢູ່ບ້ານມິດສໍາພັນ ທີ່ຈະຕັດເງິນຄ່າຊົດເຊີຍ 20% ແລ້ວນັ້ນປະຊາຊົນ ບ້ານແທໃຫຍ່ ເມືອງສນາມໄຊ ທີ່ໄດ້ຮັບຜົລກະ ທົບຈາກເຂື່ອນແຕກ ຄົນນຶ່ງ ເວົ້າວ່າ:
“ໂຕເພິ່ນຕັດຫັ່ນເນາະ ກະບໍ່ເຂົ້າໃຈ ມີແຕ່ວ່າເພິ່ນເວົ້າວ່າຕັດ 20% ບ້ານໃດກະຄືກັນເໝິດເພິ່ນວ່່າຈັ່ງຊີ້ ບາດນີ້ຄັນເວົ້າເຣື່ອງພໍໃຈ ບໍ່ພໍໃຈ ກະບໍ່ພໍໃຈ ຂອງເພິ່ນໄດ້ເຊັນແນວນັ້ນລະ ກະຈໍາເປັນໄດ້ນໍາເພິ່ນ ຫັ້ນແຫຼະ ບໍ່ໄດ້ກະເຮັດຈັ່ງໃດ ເພິ່ນໃຫ້ເຮົາຕາມນັ້ນລະກະ ເອົາໄປຕາມ ເພິ່ນຫັ່ນແຫຼະ ເໝິດທຸກຄົນ ເໝິດທຸກຄອບຄົວໂລດຕັດ ກະຫຼາຍຄອບຄົວຢູ່ດອກ ລ້ອຍປາຍ 186 ເຂົາກະເຊັນເໝິດແຫຼະ ເຮັດຈະໃດ ເຂົາກະບໍ່ມັກຍາກຫັ່ນນາ ຄັນຊິເວົ້າໄປບໍ່ເຊັນບໍ່ຮັບ ນໍາເພິ່ນກະຊິຫຍຸ້ງຍາກ ກະຊິບໍ່ໄດ້ ກະຈໍາເປັນແຫຼະ ໄດ້ທໍ່ໃດກະເອົາ ໄປເຊັນຢູ່ຫ້ອງ ການບ້ານເຊັນລະກະແລ້ວ ເອກກະສານກະຢູ່ນໍາເພິ່ນ ເໝິດບໍ່ແມ່ນວ່າ ຊິວ່າຢາຍໃຫ້ພໍ່ແມ່ປະຊາຊົນ Copy ໄວ້ບໍ່, ມີແຕ່ວ່າເອົາໄວ້ນໍາເພິ່ນ ໃນຄອບຄົວແມ່ເບື້ອງຕົ້ນ ຫັ່ນເຫັນ 50 ປາຍ ບາດນີ້ເພິ່ນຕັດລົງ ກະຍັງແຕ່ 42 ລ້ານ.”
ໃນຂນະດຽວກັນ ປະຊາຊົນ ບ້ານແທໃຫຍ່ ອີກຄົນນຶ່ງ ກໍເວົ້າວ່າ ເສັຍໃຈຍ້ອນບໍ່ຮູ້ວ່າເຫດຜົລ ວ່າເພິ່ນຕັດເງິນ 20% ໄປເຮັດຫຍັງຖາມໃຜ ກະບໍ່ມີຄໍາອະທິບາຍ:
“ເອື້ອຍກະບໍ່ຮູ້ຄືກັນ ຍ້ອນວ່າອິສັງ ກະບໍ່ຮູ້ດອກວ່າເຂົາຕັດພິສັງຫັ່ນນາ ຂອງເອື້ອຍຫັ່ນ ລວມທັງເໝິດມັນຖືກ 130 ລ້ານ, 30 ລ້ານ ຫັ່ນບໍ່ເຫັນ ເຫັນແຕ່ 100 ນຶ່ງ ເຂົາຕັດຍ້ອນອິສັງແຕ່ຖາມເຂົາ ເຂົາບໍ່ໄດ້ຕອບອິສັງລະ ເອື້ອຍກະເສັຍໃຈແຫຼະແບບອັນນາເຮົາເສັຍ ຫາຍຫຼາຍໆປານນັ້ນ ລະເຂົາກະຍັງຕັດລົງໄປຫັ້ນນ່າ ແລະຫຼາຍຄົນຢູ່ດອກເຂົາເສັຍໃຈ ແບບເຂົາຕັດຫຼາຍໆນະ ບໍ່ແມ່ນແຕ່ສະເພາະແຕ່ ເອື້ອຍດອກ ມັນຫຼາຍຄົນເຂົາເສັຍໃຈ ບໍ່ດີໃຈເຂົາເຮັດແບບນັ້ນ ແບບບໍ່ຮູ້ເຫດຜົລຫຍັງ ຫັ່ນນ່າ ບໍ່ໄດ້ຮູ້ຫຍັງ ແບບລັກສນະວ່າ ຄັນເຂົາຕັດ ລະໂອ່ດຽວນີ້ຊິຕັດ ເຮັດເສັ້ນທາງບໍ, ໂຮງຮຽນບໍເອີ່ຍ ລະກະເຮັດ ນັ້ນເຮັດນີ້ ອັນນີ້ ຍັງວ່າເຮັດນັ້ນເຮັດນີ້ ແບບຕັດບໍ່ຮູ້້ເຫດຜົນ ຫຍັງນີ້ນາ ຄວາມເສັຍໃຈຫັ້ນຫຼາຍແຫຼະ ເໝິດບ້ານແຫຼະ.”
ກ່ຽວກັບເຣື້ອງດ່ັງກ່າວນີ້ ທາງວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມຣາຍຣະອຽດ ຈາກ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ຊຶ່ງເພິ່ນຈະໄດ້ມາທິອະບາຍ ຣາຍລະອຽດໃນການຕັດເງິນ 20% ດັ່ງຕໍ່ໄປນີ້:
“ມັນເປັນຈັ່ງຊີ້ເນາະ ເມື່ອກ່ອນ ກະໄດ້ໄປເຕົ້າໂຮມ ປະຊາຊົນແລ້ວ ໄປລວມເຜີຍແຜ່ ໃຫ້ອໍານາດການປົກຄອງ ແຕ່ລະບ້ານບໍ່ສະເພາະ ແຕ່ບ້ານແທໃຫຍ່ ດອກ ກະທັງເໝິດບ້ານ ທີ່ຖືກກະທົບ ຈາກເຂື່ອນແຕກ ຫັ່ນ ໝາຍວ່າຜ່ານການເອົາຂໍ້ມູນ ປະເມີນຄວາມເສັຍຫາຍ ຂອງຂະເຈົ້ານໍ້ ໃນບ້ານ ລວມໄດ້ 19 ບ້ານ ທີ່ຖືກກະທົບຫັ້ນ ຜູ້ກະທົບໜັກ 6 ບ້ານ ລະກະທົບຣະດັບປານກາງ ຫຼືວ່າເບົາ ຫັ່ນກະມີຢູ່ 13 ບ້ານ ສະນັ້ນຜ່ານການປະເມີນ ຄວາມເສັຍຫາຍ ເໝິດແລ້ວ ການເສັຍຫາຍຫັ່ນ ຕົ້ນຕໍແມ່ນ ເວົ້າໃນຈຸດນີ້ນິ່ ແມ່ນກ່ຽວກັບພາກເສຖກິຈ ຄົວເຮືອນ ການປະເມີນຄວາມເສັຍຫາຍ ເສຖກິຈຄົວເຮືອນ ຂອງພໍ່ແມ່ປະຊາຊົນ ຫັ້ນ ໃນເສຖກິຈຄົວເຮືອນນິ່ ກະແບ່ງອອກມາເປັນ 6 ໝວດ ການເສັຍຫາຍ ດຽວນີ້ໄດ້ເຮັດກ່ອນ ໄດ້ປະເມີນສໍາເຣັດໄປແລ້ວນິ່ 5 ໝວດ.
ໝວດ 1 ນິ ໄດ້ເວົ້າເຖິງ ການຊົດເຊີຍຄວາມເສັຍຫາຍກ່ຽວກັບ ເຣື່ອງ ພາຫະນະຮັບໃຊ້ຄົວເຮືອນ,
ອັນ 2 ນິ ເວົ້າເຖິງປະເພດສັດລ້ຽງ,
3 ນິ ເວົ້າເຖິງປະເພດ ອຸປກອນ ເຄື່ອງໃຊ້ຄົວເຮືອນ ນັບທັງຖ້ວຍບ່ວງ, ໂອ, ຊາມ, ໂທຣະທັດ, ພັດລົມຫຍັງຕ່າງໆຫັ່ນແຫຼະ ເຄື່ອງໃຊ້ ຄົວເຮືອນຫັ່ນ,
ອັນ 4 ນິ ກະແມ່ນ ປະເພດສະບຽງອາຫານ,
ລະອັນທີ 5 ນິ່ທຸຣະກິຈຄົວເຮືອນ ແບບວ່າ ການຊື້ຂາຍຂນາດນ້ອຍຫ່ັນ ຕາມການປະເມີນນະ ແຕ່ວ່າມີຢູ່ 5 ໝວດ ທໍ່ນີ້ ທີ່ໄດ້ປະເມີນ ຜ່ານມາ ປະເມີນມາແລ້ວ,
ລະ 3 ປະເພດຫັ່ນ ຖືວ່່າໄດ້ຊົດເຊີຍເໝິດ 100% ເປັນຕົ້ນເຣື່ອງສະບຽງອາຫານ ໝາຍເຖິງເຂົ້ານໍ້າຄວາມກິນ ຂະເຈົ້າທີ່ມີແລ້ວຢູ່ໃນເລົ້າ ໃນສາງຂະເຈົ້າຫັ່ນ ສອງນິ່ແມ່ນເຣື້ອງສັດລ້ຽງຂະເຈົ້າ ທີ່ໄດ້ປະເມີນ ແລ້ວກະຕີເປັນ 100%, ສາມມາ ກະສາມມາກະທຸຣະກິຈຄົວເຮືອນ ຂະເຈົ້າ ກະແມ່ນຕີເປັນ 100% ຖືວ່າ ຊໍາລະ 100% ໃນ 3 ໝວດໂຕນີ້
ຍັງ 2 ໝວດນິ່ ນີ້ແມ່ນໄດ້ຫັກອອກ 20% ເປັນຕົ້ນວ່າ ກ່ຽວກັບພາຫະນະ ລະເຫດຜົລ ຂອງການຕັດເລື່ອງ ພາຫະນະອອກ ຫັກມູນຄ່າ ອອກ 20% ຂອງມູນຄ່າທີ່ໄດ້ຖືກປະເມີນແລ້ວຫັ່ນ ຍ້ອນວ່າ ການປະເມີນ ຄວາມເສັຍຫາຍ ໄດ້ປະເມີນ ມູນຄ່າ 100 ແຕ່ວ່າ ພາຫະນະ ຂອງຂະເຈົ້າຫັ້ນ ມັນກະທີທັງພາຫະນະເກົ່າ ທັງພາຫະນະໃໝ່ ທີ່ໃຊ້ມາໄດ້ຫຼາຍປີແລ້ວ ມັນກະມີການຫຼຸ້ຍຫ້ຽນສີ້ນເປືອງ ມັນມີການເປ່ເພ ຫຍັງຕ່າງໆ ອັນນີ້ ມາປະເມີນຄວາມເສັຍຫາຍ ຢູ່ໃນຣະດັບ 80% ກະເຫັນວ່າສົມເຫດສົມຜົນ ບໍ່ແມ່ນຣົດພາຫະນະ ເຂົາເຈົ້າ ຣົດຂະເຈົ້າ ເອົາມາໃຊ້ ມັນກະບໍ່ແມ່ນຣາຄາ 100% ບໍ່ແມ່ນຣາຄາໂຕນຫ້າງ ມາວ່າຊັ້ນຊະ ບາງຄອບຄົວກະໃຊ້ ມາຫຼາຍປີແລ້ວ ແຕ່ວ່າກະເປັນນະ ໂຍບາຍໃຫ້ຫັກອອກ 20% ເປັນຄ່າຫຼຸ້ຍຫ້ຽນສີ້ນເປືອງ ເປັນຄ່າຊົມໃຊ້ ທີ່ຜ່ານມາວ່າຊັ້ນຊະ 20% ຈາກນັ້ນກະມີ ກ່ຽວກັບເຄື່ອງໃຊ້ຄົວ ເຮືອນເນາະ ປະເພດເຄື່ອງໃຊ້ ຄົວເຮືອນຫັ້ນ ກະໄດ້ຫັກອອກ 20% ຍ້ອນວ່າເຄື່ອງໃຊ້ ຄົວເຮືອນທີ່ຂະເຈົ້າໃຊ້ໃນຊີວິດປະຈໍາວັນຫັ້ນ ຂະເຈົ້າໃຊ້ມັນກະຫຼາຍປີ ໃນມູນຄ່າ 100% ນິ່ ກະມາຫັກອອກ 20% ເປັນຄ່າຊົມໃຊ້ຜ່ານມາເຊັ່ນດຽວກັນ ຈັ່ງຊັ້ນຈັ່ງວ່າໂຕຕັດ 20% ແມ່ນໄດ້ມີເຫດຜົລ ຈັ່ງຊີ້ແຫຼະ ກະໄດ້ເອກກະພາບກັນ ກັບທາງຄະນະກັມມະການຂັ້ນແຂວງ ລະກະ ທາງພາກວິຊາການ ຮວມກັບຄະນະ ປະເມີນ ຂອງ ບໍຣິສັດ ບໍຣິສັດ PNPC ຫັ້ນ ຜູ້ພັທນາໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ມາຮ່ວມກັນມາປະເມີນ ມາວິຈັຍເບິ່ງປັນຫາ ນໍາກັນ ກະເຫັນວ່າສົມເຫດສົມຜົລເນາະ ວ່າເປັນໄປໄດ້.”
ນັ້ນກໍຄື ຄໍາອະທິບາຍ ຈາກ ທ່ານຮອງເຈົ້າແຂວງ ແຂວງອັດຕະປື ທີ່ເພິ່ນໄດ້ພຍາຍາມ ໄຂຂໍ້ຂ້ອງໃຈ ຂອງປະຊາຊົນ ທີ່ຮ້ອງຮຽນມາ ຊຶ່ງທາງ ເອເຊັຽເສຣີ ກໍໄດ້ນໍາມາສເນີທ່ານ ທັງສຽງຮ້ອງທຸກ ຂອງປະຊາຊົນ ໃນບ້ານມິດສໍາພັນ ແລະບ້ານແທໃຫຍ່ ເມືອງສນາມໄຊ ທີ່ເປັນຜູ້ທີ່ໄດ້ຮັບຜົລະທົບ ຂນາດກາງ ແລະເບົາ ຈາກເຂື່ອນແຕກ ຊຶ່ງວ່າປະຊາຊົນສອງບ້ານນີ້ ບໍ່ແມ່ນປະຊາຊົນ ທີ່ໄດ້ຮັບຜົລກະທົບໜັກ ທີ່ຕ້ອງອາສັຍ ຢູ່ສູນພັກຊົ່ວຄາວ.