ບໍຣິສັດຈີນປ່ອຍນໍ້າເປື້ອນລົງ ຫ້ວຍ

ເຈົ້າໜ້າທີ່ ແຂວງ ອຸດົມໄຊ ເວົ້າວ່າ ບໍຣິສັດ ຈີນ ຂຸດຄົ້ນ ຫີນ ແລະ ຊາຍ ໃນເຂດ ເມືອງຫລ້າ ໄດ້ສົ່ງ ຜົລກະທົບ ຕໍ່ ການເປັນຢູ່ ຂອງ ປະຊາຊົນ ແທ້.

ສະຖານທີ່ ຂຸດຄົ້ນ ແຮ່ເຫຼັກ ແລະ ຫີນ ຂອງ ບໍຣິສັດ ຈີນ ຢູ່ເມືອງຫລ້າ ແຂວງອຸດົມໄຊ RFA/NY

ເຈົ້າຫນ້າທີ່ ແຂວງ ອຸດົມໄຊ ຢືນຢັນ ວ່າ, ບໍຣິສັດ ເຊັງຈາງ ຈາກ ສປ ຈີນ ທີ່ ດຳເນີນ ການ ຂຸດຄົ້ນ ແຮ່ເຫຼັກ ແລະ ຫີນ ໃນເຂດ ເມືອງຫລ້າ ແຂວງ ອຸດົມໄຊ ນັ້ນ, ໄດ້ສົ່ງ ຜົລກະທົບ ຕໍ່ ຊາວບ້ານ ໂດຍ ແທ້ຈິງ. ບໍຣິສັດ ດັ່ງກ່າວ ໄດ້ ປ່ອຍ ນ້ຳ ເປື້ອນ ຈາກ ການ ລ້າງແຮ່ ລົງໃສ່ ນໍ້າ ຫ້ວຍໄຂ່, ຊຶ່ງ ເປັນ ແຫລ່ງນ້ຳ ໃຊ້ ຂອງ ປະຊາຊົນ ຈົນ ເຮັດໃຫ້ ນ້ຳຂຸ່ນ ແລະ ມີ ສີແດງ. ເມື່ອນ້ຳ ດັ່ງກ່າວ ໄຫລ ເຂົ້າໄປ ເນື້ອທີ່ ປູກເຂົ້າ ຂອງ ຊາວນາ ເຮັດໃຫ້ ດິນແຂງ ແລະ ຜົລຜລິດ ບໍ່ ງອກງາມ. ດັ່ງ ນາງ ກ່າວວ່າ:

"ນ້ຳຫັ້ນ ຂຸ່ນ ນ້ຳຫັ້ນ ຜິດ ປົກກະຕິ ມັນຂຸ່ນ, ບໍ່ໄດ້ຂຸ່ນ ແບບ ທັມມະຊາດ ມັນຂຸ່ນ ແບບເລືອດ ຫັ້ນເດ, ບໍຣິສັດ ຈີນ ລ້າງ ຫີນແຮ່ ລົງມາ ນ້ຳມັນໄປ ເຂົ້ານາ ລະກໍ ນາ ກໍບໍ່ງາມ ເປັນ ດິນແຂງ ສ່ວນຫລາຍ ເຂົາຊີ່ ສວຍໂອກາດ ໃນຍາມ ຝົນຕົກ ນ້ຳ ທັມມະຊາດ ເຮົາສີ ຂຸ່ນ ແຕ່ວ່າຂຸ່ນ ເປັນ ສີແດງ".

ນາງ ກ່າວ ຕື່ມວ່າ, ໃນຊ່ວງນີ້ ຊາວບ້ານ ບໍ່ສາມາດ ເອົານ້ຳ ໃນຫ້ວຍໄຂ່ ມາກິນ ມາອາບ ໄດ້, ຍ້ອນ ຢ້ານ ຈະເກີດ ຕຸ່ມຄັນ ຕາມໂຕ. ຈົນດຽວນີ້ ເຮັດໃຫ້ ມີການ ວິພາກ ວິຈານ ຢ່າງຫນັກ, ແຕ່ ກໍບໍ່ມີ ໜ່ວຍງານ ໃດ ເຂົ້າມາ ແກ້ໄຂ. ນ້ຳເປື້ອນ ດັ່ງກ່າວ ຍັງ ເຮັດໃຫ້ ປາຕາຍ ຢ່າງ ຫຼວງຫຼາຍ ຍ້ອນ ຂາດ ອາກາດ ຫາຍໃຈ, ປະຊາຊົນ ທີ່ ຫາປາ ກໍ ເດືອດຮ້ອນ.

ເຈົ້າຫນ້າທີ່ ກ່າວ ເພີ້ມວ່າ, ບັນຫາ ດັ່ງກ່າວ ມີມາແຕ່ ປີ 2013 ແລະ ມັກເກີດ ໃນ ຍາມຝົນ, ຍັງບໍ່ມີ ພາກສ່ວນ ໃດ ຂອງ ທາງການ ເຂົ້າມາ ກວດກາ ແລະ ຕັກເຕືອນ ບໍຣິສັດ ດັ່ງກ່າວ ເລີຍ. ປັດຈຸບັນ ບໍຣິສັດ ຂອງ ຈີນ ກໍຍັງ ປ່ອຍນ້ຳ ເປື້ອນ ລົງໃສ່ ແຫລ່ງນ້ຳ ນັ້ນ ຢູ່.

ບໍຣິສັດ ຈີນ ທີ່ ເຂົ້າມາ ລົງທຶນ ໃນແຂວງ ອຸດົມໄຊ ບໍ່ເຄີຍ ສົນໃຈ ທີ່ຈະ ປົກປ້ອງ ສິ່ງ ແວດລ້ອມ, ດັ່ງ ບໍຣິສັດ ຜລິດ ໝາກເດືອຍ ແຫ້ງ ຢູ່ບ້ານ ຫ້ວຍແຊງ ເມືອງ ປາກແບງ ກໍ່ຖິ້ມ ເປືອກ ໝາກເດືອຍ ລົງໃສ່ ໜອງນ້ຳ ຂອງ ຊາວບ້ານ ສົ່ງ ຜົລ ກະທົບ ຕໍ່ ສິ່ງແວດລ້ອມ ແລະ ການເປັນຢູ່ ຂອງ ປະຊາຊົນ. ຮອດ ປັດຈຸບັນ ຍັງບໍ່ມີ ໜ່ວຍງານ ໃດ ເຂົ້າມາ ກວດກາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org