ຈີນ ລົງທຶນລ້ຽງຊ້າງ
ຊ້າງ ໃນລາວ ຫລຸດລົງ ຢ່າງຫຼວງຫຼາຍ ຂນະທີ່ ມີຣາຍງານວ່າ ຊ້າງລາວ ຖືກຂາຍໄປ ຈີນ ແລະ ມີບໍຣິສັດ ຈີນ ກໍເຂົ້າມາ ຕັ້ງສູນ ອະນຸຮັກ ແລະ ຂຍາຍພັນຊ້າງ ຢູ່ແຂວງ ໄຊຍະບູລີ.
-
ມະນີຈັນ
2017-08-15 -
-
-
Your browser doesn’t support HTML5 audio
ຊ້າງ ໃນລາວ ຊຶ່ງຄັ້ງນຶ່ງເຄີຍຮູ້ກັນວ່າເປັນ ‘ດິນແດນລ້ານຊ້າງ’ ຫລືທີ່ ຊາວຕ່າງປະເທດ ເອີ້ນກັນວ່າ ‘the land of a million elephants’ ນັ້ນ ມາບັດນີ້ໄດ້ ຫລຸດລົງ ຢ່າງໜ້າເປັນຫ່ວງ ຂນະທີ່ ມີຣາຍງານວ່າ ຖືກຂາຍໄປຈີນ ທັງທີ່ຖືກ ຕ້ອງຕາມ ກົດໝາຍ ແລະຜິດກົດໝາຍ ສປປ ລາວ. ຈີນ ເປັນປະເທດ ທີ່ລົງທຶນຢູ່ລາວ ຫລາຍກວ່າປະເທດອື່ນໆ ໄດ້ຕັ້ງແຫຼ່ງທີ່ເອີ້ນວ່່າ ສູນອະນຸຮັກ ແລະ ຂຍາຍພັນຊ້າງ ໃນລາວ.
ຂ່າວ Asia Times ລົງວັນທີ 6 ສິງຫາ 2017 ຣາຍງານວ່າຢູ່ລາວ ປັດຈຸບັນ ມີຊ້າງບ້ານ ແລະຊ້າງປ່າ ເຫລືອບໍ່ຮອດ 1 ພັນໂຕຊໍ້າ, ມີຊ້າງບ້ານ ທີ່ອາສັຍຢູ່ຕາມບ້ານ ຕ່າງໆປະມານ 400 ໂຕ ສ່ວນໃຫຍ່ ຖືກໃຊ້ສໍາລັບ ລາກແກ່ໄມ້ ແລະຊ້າງ ທີ່ຍັງຫລົງເຫລືອ ຢູ່ໃນປ່າ ກໍມີປະມານ 350 ໂຕ. ນອກນັ້ນ ກໍມີຊ້າງ ຈໍານວນນຶ່ງ ຫລົບພັຍ ຢູ່ໃນປ່າ ແລະໃນເຂດ ອະນຸຮັກ ຫລື camps ນັກທ່ອງທ່ຽວ ຕ່າງໆ.
ມີຫລັກຖານທີ່ ນັບມື້ຫລາຍຂຶ້ນ ວ່າຈີນ ກໍາລັງຊື້ຊ້າງ ທີ່ຍັງຫລົງເຫລືອ ຢູ່ຂອງລາວ ຄືຢູ່ແຂວງຊາຍແດນ ຫລວງນໍ້າທາ ທາງພາກເໜືອ ຂອງລາວ ໂດຍສະເພາະ ບໍ່ເຕັນ ເຂດເມືອງອະດີດ ໂຮງກາຊີໂນ ຂອງຈີນນັ້ນ ກາຍເປັນສະຖານທີ່ ສໍາລັບການຄ້າ ນອກຣະບົບ ຊຶ່ງມັກເປັນ ການຄ້າ ຊ້າງປ່າ ຜິດກົດໝາຍ ຂອງລາວ.
ຕາມບົດຄວາມຂອງ Melinda Boh ຜ່ານ AsiaTimes ໂດຍອ້າງຄໍາເວົ້າ ຂອງບັນດາ ຜູ້ສືບສວນສອບສວນ ແລະຜູ້ອະນຸຮັກ ສັດປ່າ ທີ່ຕິດຕາມເຣື່ອງ ການຄ້າໃຕ້ດິນ ນັ້ນວ່າມີຣາຍງານ ວ່າຄົນຈີນ ຊື້ຊ້າງໂຕນຶ່ງ 25 ພັນໂດລາ ສະຫະຣັຖ ເພື່ອນໍາໄປສະແດງ ໃນໂຮງກາຍສິນ, ໃນສວນສັດ ແລະສວນອະນຸຮັກ ຊ້າງ ຕ່າງໆຂອງຈີນ ເພື່ອການສະແດງ.
ຊ້າງໃນລາວ ກໍຄືກັນກັບ ໝີ pandas ໃນປະເທດຈີນ ມີຄວາມໝາຍສໍາຄັນ ທາງເສຖກິດ ວັທນະທັມ ແລະສາສນາ. ລາວ ເປັນປະເທດ ພາຄີ ສົນທິສັນຍາ ສາກົລ ວ່າດ້ວຍຣະບຽບການ ການຄ້າ ພືດພັນສັດ ທີ່ຫາຍາກ ໃກ້ສູນພັນ ຫລື CITES ຊຶ່ງເປັນ ສົນທິ ສັນຍາ ຫລາຍຝ່າຍ ເພື່ອປົກປ້ອງ ສັດແລະພືດພັນ ທີ່ໃກ້ສູນພັນ ນັ້ນ ແຕ່ປີ 2004 ມາ, ແຕ່ລາວ ກໍມັກຖືກຕິຕຽນ ຢູ່ເລື້ອຍໆ ຍ້ອນບໍ່ ປະຕິບັດ ຕາມຂໍ້ກໍານົດ ຂອງ ສົນທິສັນຍາ ນັ້ນ ເຮັດໃຫ້ ມີການຄ້າ ຊ້າງ ແລະສັດປ່າ ທີ່ຈະຕ້ອງໄດ້ ປົກປ້ອງນັ້ນ ຂ້າມແຂວງ ແລະ ຂ້າມຊາຍແດນໄປ.
ສິນຄ້າຊ້າງ ຖືກວາງຂາຍ ຢ່າງເປີດແປນ ໃນສູນການຄ້າຈີນ ຄື ຕລາດຊັ່ງຈ່ຽງ ໃນນະຄອນຫລວງ ວຽງຈັນ ທີ່ຖືກໄຟໄໝ້ ເມື່ອໄວໆມານີ້. ແລະສິນຄ້ານັ້ນ ຍັງຖືກຂາຍ ຢ່າງເສຣີ ຢູ່ເມືອງ ທ່ອງທ່ຽວ ຫລວງພຣະບາງ ນໍາດ້ວຍ.
ຂ່າວວ່າປະເທດ Arab Emirates ກໍຫາທາງຊື້ຊ້າງ 16 ຕົວສໍາລັບສວນສັດ Dubai ໃນປີ 2017 ນີ້. ແຕ່ເຮືອບິນຈາກ Dubai ທີ່ມາເຖິງ ນະຄອນຫລວງວຽງຈັນ ເພື່ອໄປເອົາຊ້າງ ຢູ່ເຂດ ໄຊຍະບູລີ ຕ້ອງໄດ້ບິນ ກັບຄືນປະເທດ ຍົນເປົ່າ ຍ້ອນຄໍາສັ່ງ ຂອງ ນາຍົກ ຣັຖມົນຕຣີລາວ ລົງວັນທີ 4 ເມສາ ຜ່ານມາ ທີ່ຫ້າມບໍ່ໃຫ້ຂາຍ, ບໍ່ໃຫ້ເຊົ່າ ຫລື ສົ່ງຊ້າງອອກໄປ ຕ່າງປະເທດ.
ແຕ່ການຂາຍຊ້າງ ໄປຈີນ ແມ່ຍັງມີ ຢູ່ຕໍ່ໄປ ຕາມຄໍາເວົ້າ ຂອງນັກເຄື່ອນໄຫວ activists ແລະຜູ້ສືບສວນສອບສວນ ດ້ານສັດປ່າ ເອກຣາດ. ນັກອະນຸຮັກ ສັດປ່າຄົນນຶ່ງ ທີ່ຂໍສງວນຊື່ ເວົ້າຕໍ່ຜູ້ຂຽນ ບົດຄວາມນີ້ ວ່າຫລັກການ ຂອງ CITES ມັກຖືກບິດບ້ຽວ ຢູ່ເລື້ອຍໆ. ກົດໝາຍລາວ ມັກຂັດກັບ ຈິດວິນຍານ ຫລືອເນື້ອໃນ ຂອງ ສົນທິສັນຍາ CITES ເຊັ່ນ ເຣື່ອງການສົ່ງເສີມ ການຈັບຂັງ ແລະ ໃຊ້ສັດປ່າ ເພື່ອ ການປະສົມພັນ ຮວມໄປເຖິງ ການອະນຸຍາດ ໃຫ້ຄ້າຂາຍ ຊິ້ນສ່ວນ ສັດປ່າ ທີ່ໃກ້ສູນພັນ ແລະ ຜລິຕພັນ ສັດລ້ຽງ ທີ່ຂັງໄວ້ເພື່ອ ປະສົມພັນ ຮວມທັງເສືອ ແຮດ ແລະຊ້າງ.
ຫາກເຈົ້າໜ້າທີ່ຂັ້ນສູງ ຕັດສິນໃຈ ວ່າຈະເອົາຊ້າງ ໄປເປັນຂອງຂັວນ ເອົາໃຈໃຜ ຜູ້ນຶ່ງນັ້ນ ກໍເຮັດໄດ້. ແຕ່ສໍາລັບ ເຈົ້າໜ້າທີ່ ທ້ອງຖິ່ນ ແມ່ນເວົ້າໄດ້ໜ້ອຍ -ທ່ານກ່າວ.
ໃນປີ 2014 ຣັຖບານລາວ ໄດ້ໃຫ້ຊ້າງ ແກ່ສວນສັດ ກຽວໂຕ ຂອງຍີ່ປຸ່ນ ເພື່ອເປັນຂອງຂັວນ ແລະຊ້າງນັ້ນໄດ້ ມາທໍາການ ສະແດງ ໃນປີ 2015 ກ່ອນໜ້າ ນາຍຍົກຣັຖມົນຕຣີ ທ່ານ ທອງສິງ ທໍາມະວົງ ໃນຕອນນັ້ນ ເດີນທາງໄປຢ້ຽມຢາມ ກຸງໂຕກຽວ ເນື່ອງໃນ ໂອກາດຄົບຮອບ 60 ປີ ຂອງການຕັ້ງສາຍພົວພັນ ທາງການທູດ ຍີ່ປຸ່ນ-ລາວ.
ຕໍ່ມາເຈົ້າໜ້າທີ່ ສວນສັດ ກຽວໂຕ ເວົ້າວ່າທາງສວນສັດ ຊອກຫາຊ້າງປ່າ ເພື່ອເອົາມາ ຄົ້ນຄວ້າ ແລະຈະມາ ຢ້ຽມຢາມ ເຂດ ພູພຽງນາກາຍ ພາກກາງຂອງລາວ ແລະ ເຂດປ່າປົກປ້ອງ ນໍ້າເພີຍ ຊຶ່ງເປັນນຶ່ງໃນ ບໍ່ພໍເທົ່າໃດເຂດ ທີ່ຍັງມີ ຊ້າງປ່າ ໄປມາໄດ້ ຢ່າງເສຣີ ຢູ່ໃນໂລກ.
ນັ້ນເປັນເຣື່ອງທີ່ CITES ຖືວ່າເປັນການກະທໍາ ທີ່ບໍ່ຖືກຕ້ອງ ແຕ່ນັກວິເຄາະ ຕ່າງກໍເຊື່ອວ່າ ຍີ່ປຸ່ນ ຈະໄດ້ຮັບ ອະນຸຍາດ ຈາກ ຣັຖບານລາວ ໃຫ້ເຂົ້າເຖິງເຂດ ດັ່ງກ່າວ ເປັນພິເສດ ຍ້ອນຍີ່ປຸ່ນ ເປັນຜູ້ລົງທຶນ ຣາຍສໍາຄັນ ແລະ ເປັນຜູ້ ປະກອບສ່ວນ ຊ່ວຍເຫຼືອ ເຂົ້າ ງົບປະມານ ປະຈໍາປີ ຂອງລາວ.
ຂ່າວ AsiaTimes ເວົ້າອີກຕື່ມຕອນນຶ່ງວ່າ ອໍານາດການປົກຄອງ ແຂວງ ໄຊຍະ ບູລີ ຂນະນີ້ກໍາລັງ ພິຈາຣະນາ ໃຫ້ບໍຣິສັດ Discovery ຂອງຈີນ ສັມປະທານ ທີ່ດິນ ເພື່ອສ້າງເປັນເຂດ ອະນຸຮັກ ແລະຂຍາຍພັນຊ້າງ ໃນເຂດປ່າ ອະນຸຮັກ ນໍ້າເພີຍ. ແຕ່ນັກ ເຄື່ອນໄຫວ activists ທ້ອງຖິ່ນ ຕ່າງກໍວິຕົກ ກັງວົນ ນໍາຂໍ້ຕົກລົງ ທີ່ສາມາດ ເປັນດ່ານໜ້າ ສໍາລັບ ການລ່າ ແລະລັກລອບ ລໍາລຽງ ແລະ ຄ້າຊ້າງປ່າ ແບບຜິດກົດໝາຍ. ການລາຕເວນ ຕາມຊາຍແດນ ບໍ່ສາມາດ ຊ່ວຍຢຸດຢັ້ງ ການຄ້າ ທີ່ບໍ່ເປັນ ໄປຕາມ ຣະບຽບ ກົດໝາຍ ຢູ່ບໍ່ເຕັນ ທາງພາກເໜືອ ນັ້ນໄດ້ ໂດຍສະເພາະ ເມື່ອເບິ່ງເຖິງ ອິດທິພົລ ທາງເສຖກິດ ຂອງຈີນ ໃນລາວ ທີ່ກໍາລັງ ເພີ່ມຫລາຍຂຶ້ນ ຢູ່ນີ້.
ແຕ່ກ່ອນຈໍານວນຊ້າງ ຫລຸດລົງ ແມ່ນຍ້ອນການລ້າ ເພື່ອເອົາງາຊ້າງ ແຕ່ມາໃນ ດຽວນີ້ ມີພັຍຂົ່ມຂູ່ ແບບທີ່ມີ ຜົລກະທົບ ຫລາຍນັ້ນຄື ຄວາມທຸກຍາກ ຂອງພານຊ້າງ ແລະ ຜູ້ຊື້ຊາວຈີນ ທີ່ມີເປົ້າໝາຍ ທາງການຄ້າ ແລະຮັ່ງມີ. ອຸດສາຫະກັມ ຕັດໄມ້ ທັງຖືກ ກົດໝາຍ ແລະ ບໍ່ຖືກກົດໝາຍ ຂອງລາວ ສ່ວນໃຫຍ່ ແມ່ນໄດ້ຢຸດເຊົາ ໄປໃນຕົວ ໃນຂນະທີ່ ປ່າໄມ້ ອັນລໍ້າຄ່າ ຂອງລາວ ຖືກຕັດໄປ ຢ່າງຫຼວງຫຼາຍ.
ເມື່ອບໍ່ດົນມານີ້ ທາງການລາວໄດ້ປະຕິບັດ ຕາມການກົດດັນ ຂອງອົງການ ປົກປ້ອງ ສິ່ງແວດລ້ອມ ນາໆຊາດ ແລະ ອະນຸຮັກ ສັດປ່າ ແລະ ຂອງທ້ອງຖິ່ນ ໂດຍເຂັ້ມງວດ ເຣື່ອງການຕັດໄມ້ ແລະສົ່ງໄມ້ອອກ ໄປຕ່າງປະເທດ ເປັນຕົ້ນໄປ ວຽດນາມ ແລະ ຫ້າມບໍ່ໃຫ້ ເຄື່ອນໄຫວ ເຣື່ອງໄມ້ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ.
ຖ້າມກາງເສຖກິດປ່ຽນແປງໄປ ຄອບຄົວພານຊ້າງ ຊຶ່ງເປັນເຈົ້າຂອງຊ້າງ ທີ່ບໍ່ຖືກຈ້າງ ກໍປະເຊີນກັບ ບັນຫາ ອາຫານ ແລະນໍ້າ ສໍາລັບຊ້າງ ໃນແຕ່ລະມື້. ສວັດກດີການ ຈາກຣັຖ ກໍບໍ່ມີ ສໍາລັບພົລເມືອງລາວ ສ່ວນໃຫຍ່ ທີ່ທຸກຍາກ ທັງແຜນບໍານານ ສໍາລັບ ພານຊ້າງ ກໍບໍ່ມີ ເຖິງ ສປປລາວ ຈະເປັນປະເທດ ທີ່ປົກຄອງ ຕາມແບບ ຄອມມິວນິສ ກໍຕາມ.
ອຸດສາຫະກັມ ການທ່ອງທ່ຽວ ກໍຊ່ວຍບັນເທົາ ທາງເສຖກິດລາວ ໄດ້ສ່ວນໃດສ່ວນນຶ່ງ ແຕ່ກໍບໍ່ພຽງພໍ, ແລະການຊຸດໂຊມລົງ ທາງສະພາບ ແວດລ້ອມ ກໍເພີ່ມຄວາມກົດດັນ ໃຫ້ແກ່ພານຊ້າງ ຄືມີພຽງແຕ່ ຈະຮັກສາຊ້າງ ຂອງພວກເຂົາ ໃຫ້ມີຊີວິດ ກໍຍັງຍາກ.
ສະມາຄົມອະນຸຮັກ ສັດປ່າ ຣະບຸວ່າ ຢ່າງໜ້ອຍມີຊ້າງ 34 ໂຕ ທີ່ຖືກເຄື່ອນຍ້າຍ ຈາກລາວໄປສວນສັດຈີນ ໃນປີ 2016 ແຕ່ຕົວຈິງ ປາກົດວ່າ ຈະຫລາຍກວ່ານັ້ນ.
ນັກທຸຣະກິດຈີນ ຈ່າຍເງິນ ເພື່ອໃຫ້ຝຶກແອບ ຊ້າງໃນທ້ອງຖິ່ນ ຫລາຍເປັນພິເສດ ກ່ອນທີ່ຈະສົ່ງໄປ ໃຊ້ເພື່ອການຄ້າ ຢູ່ຕາມ ໂຮງກາຍສິນ, ສວນສັດປ່າ ຕ່າງໆຢູ່ຈີນ. ແຫລ່ງຂ່າວນຶ່ງ ທີ່ຮູ້ເຣື່ອງການ ໂອນເງິນ ດັ່ງກ່າວ ເມື່ອໄວໆມານີ້ ເວົ້າວ່າ ຄົນຈີນ ທີ່ຊື້ ຈ່າຍເງິນ ໃຫ້ພານຊ້າງ ເຖິງ 900 ໂດລາ ສະຫະຣັຖ ຕໍ່ການຝຶກແອບຊ້າງ ໂຕນຶ່ງ ໃຫ້ຫລີ້ນແບບ ໃຊ້ກົລອຸບາຍ ຫລື ເລ້ຫລ່ຽມໄດ້.
ເມື່ອຕົ້ນປີນີ້ ຊ້າງ 2 ແມ່ລູກ ຊຶ່ງເຄີຍຢູ່ສູນ ອະນຸຮັກຊ້າງ ໄຊຍະບູລີ ECC ຖືກຂາຍໄປ ພ້ອມກັນ ໃຫ້ນັກທຸຣະກິດຈີນ ໃນຣາຄາ 72 ພັນ ໂດລາ ສະຫະຣັຖ.
ທ່ານ Sebastien Duffilor ຜູ້ຮ່ວມກໍ່ຕັ້ງສູນ ECC ເວົ້າວ່າພວກເຮົາ ບໍ່ສາມາດ ແຂ່ງຂັນໄດ້ ໃນໝູ່ພວກເຮົາ ທີ່ຕ້ອງການ ຊື້ຊ້າງມາ ເພື່ອ ຂຍາຍພັນ ແລະການອະນຸຮັກ ກໍບໍ່ມີເງິນ ຫລາຍຄືແນວນັ້ນ. ຢູ່ລາວ ບໍ່ມີໃຜ ສາມາດຈ່າຍ 900 ໂດລາ ຕໍ່ເດືອນ ຄືແນວນັ້ນໄດ້. ມັນເປັນການ ມ້າງຕລາດ. ຫາກເຣື່ອງນີ້ ຍັງສືບຕໍ່ໄປ ພວກເຮົາ ກໍຈະສູນເສັຽ ການຕໍ່ສູ້ ເພື່ອຮັກສາ ຊ້າງລາວ ໄວ້ໄດ້.
ບໍຣິສັດ Jong Liew Tourism Development Investment ຂອງຈີນໄດ້ຮັບ ສັມປະທານ ທີ່ດິນ 104 ເຮັກຕາ ເພື່ອສ້າງຕັ້ງ ເປັນເມືອງຊ້າງ. ບຸນຊ້າງ ປະຈໍາປີ ໃນແຂວງ ໄຊຍະບູລີ ບ່ອນທີ່ ຖືກັນວ່າ ເປັນການບັນເທິງ ການທ່ອງທ່ຽວ ຊຶ່ງສ່ວນໃຫຍ່ ກໍຈະແມ່ນ ເພື່ອພວກ ນັກທ່ອງທ່ຽວ ຈີນ.
ພາບຈາກ Google Earth ເປີດເຜີຍວ່າ ໃນເຂດນັ້ນ ມີການສ້າງ ອາຄານ ຈໍານວນນຶ່ງແລ້ວ ແລະຊາວບ້ານ ທ້ອງຖິ່ນ ກໍໄດ້ຮັບເງິນ ໃຫ້ປະທີ່ດິນ ຂອງພວກເຂົາ ໄປແລ້ວ. ໂຄງການ ຊຶ່ງຈະມີຮວມ ທັງໜ່ວຍງານ ປະສົມພັນ ຊ້າງນີ້ ຈະຕ້ອງການຊ້າງ 2-300 ໂຕແລະຄົນລ້ຽງຊ້າງ ເພື່ອການສະແດງ ຕ່າງໆນໍາອີກ.
ນັ້ນເປັນເຣື່ອງທີ່ເຮັດໃຫ້ ເຈົ້າໜ້າທີ່ ທີ່ຖືວ່າຊ້າງ ເປັນຄວາມພູມໃຈ ຂອງຊາດ ນັ້ນມີຄວາມສັບຊົນ.
ທ່ານ ຄໍາຜິວ ຫົວໜ້າຜແນກຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ແຂວງ ໄຊຍະບູລີ ເວົ້າວ່າ ອໍານາດການ ປົກຄອງແຂວງ ຂອງທ່ານ ບໍ່ເຫັນດີນໍາ ການໃຫ້ສິດແກ່ ບໍຣິສັດນັ້ນ ຄວບຄຸມ ການເຄື່ອນໄຫວ ຂອງຊ້າງ ເນື່ອງຈາກຊ້າງ ເປັນຂອງ ປະຊາຊົນ ລາວ. ຄົນຈີນ ບໍ່ສາມາດ ເຂົ້າຮ່ວມ ຄວບຄຸມ ທຸກສິ່ງທຸກຢ່າງ ໄດ້.
ຢ່າງໃດກໍຕາມ ທາງການລາວ ກໍໄດ້ຕັ້ງອົງການ ແຫ່ງຊາດ ປະຕິບັດ ກົດໝາຍຫລາຍຝ່າຍ ທີ່ເອີ້ນວ່າ ‘Lao Wen’ ຊຶ່ງປາກົດວ່າ ຍັງບໍ່ໄດ້ເຮັດ ການປ່ຽນແປງ ຫຍັງຫລາຍ ໃນການຄວບຄຸມ ແລະຈໍາກັດ ການຄ້າສັດປ່າ ທີ່ກໍາລັງ ມີຢູ່ພາຍ ໃນລາວ ປັດຈຸບັນ.
ພ້ອມໆກັບຂ່າວ ການຈັດງານ ວັນຊ້າງສາກົລ ຂອງບໍຣິສັດ ຣັຖວິສາຫະກິດ ພັທນາການ ທ່ອງທ່ຽວ ຊີໂນ-ລາວ ຂອງຈີນຂຶ້ນ ເປັນຄັ້ງທໍາອິດ ທີ່ແຂວງ ໄຊຍະບູລີ ໃນວັນທີ 12 ສິງຫາ 2017 ເພື່ອການ ອະນຸຮັກຊ້າງ ໃນລາວ ແລະ ໃຫ້ປະຊາຊົນ ເຫັນ ຄວາມໝາຍ ຂອງຈໍານວນຊ້າງ ທີ່ກໍາລັງ ຫລຸດໜ້ອຍລົງ ແລະຈະເລີ່ມສ້າງ ສູນ ອະນຸຮັກ ແລະຂຍາຍພັນຊ້າງ ຢູ່ເມືອງ ໄຊຍະບູລີ ໃນທ້າຍປີນີ້ ນໍາອີກ ເຮັດໃຫ້ເກີດ ຄວາມສົງໃສ ໃນເປົ້າໝາຍ ທີ່ແທ້ຈິງ ຂອງ ບໍຣິສັດຈີນ ໃນຜູ້ ອະນຸຮັກ ສັດປ່າ ທັງຫລາຍ
"ຄັນເຂົາບໍ່ມີເຫດຜົລ ສິມາຈັດຫຍັງຢູ່ລາວ ຕ້ອງມີ ທຸຣະກິດ ຕົວໃດຕົວນຶ່ງ ທີ່ມາກ່ຽວພັນ ຢູ່ຝັ່ງບ້ານເຮົາພີ້".
"ຮູ້ເລີຍວ່າບາງຄົນ ມັນຄິດວ່າເຮົາຈະ ຜະສົມ ພັນຊ້າງ ມີລູກຊ້າງເຢິະແຢະ ມັນຈະເປັນການ ອະນຸຮັກ ແຕ່ຈິງໆ ເຮົາບໍ່ໄດ້ ເອົາຊ້າງຂຶ້ນ ສູ່ປ່າ ຈິງໆ ມັນບໍ່ກ່ຽວກັບ ການອະນຸຮັກ ມັນເປັນພຽງ ລ້ຽງສັດ ເພື່ອຜົລປະໂຫຍດ ເທົ່ານັ້ນ".
ຈີນ ເປັນປະເທດນຶ່ງບໍ່ພຽງແຕ່ ຈະລົງທຶນຢູ່ລາວ ຫລາຍທີ່ສຸດ ເທົ່ານັ້ນ ແຕ່ຫາກຍັງມີ ທັງການຄ້າ ຢູ່ປະເທດລາວ ຢ່າງຫລວງຫລາຍ ນໍາດ້ວຍ ຈະຮູ້ໄດ້ຢູ່ຕາມ ຕລາດຕ່າງໆ ເວົ້າທົ່ວໄປແລ້ວ ແມ່ນເຕັມໄປ ດ້ວຍສິນຄ້າ ຂອງຈີນ ທັງເຄື່ອງແທ້ ແລະຂອງ ປອມ ຢູ່ທົ່ວແຂວງ ຂອງລາວ.
ແລະມີຫລາຍຄົນກ່າວອ້າງວ່າ ຈີນໄດ້ຂົນເອົາ ຊັພຍາກອນ ທັມຊາດ ອັນມີຄ່າ ຮວມທັງໄມ້ ຂອງລາວ ໄປຈີນ ເປັນຈໍານວນ ຫລວງຫລາຍ. ແລະເມື່ອມໍ່ໆ ມານີ້ ກໍມີຂ່າວວ່າ ຈີນໄດ້ເອົາຊ້າງ ອອກໄປຈາກລາວ ເກືອບ ຮ້ອຍໂຕ ຮວມທັງຢູ່ສວນສັດ ຊານຟາຣີ ຢູ່ປະເທດຈີນ ນໍາດ້ວຍ.