ບໍຣິສັດຈີນ IHC ໄດ້ສັມປະທານ ຂຸດຄົ້ນຫິນອ່ອນ

ບໍຣິສັດຈີນ ໄດ້ຮັບສັມປະ ທານຂຸດຄົ້ນຫິນອ່ອນ ມາໂບລ໌ (Marble) ຈາກຣັຖບານລາວ ຢູ່ເມືອງ ຊໍາໃຕ້ ແຂວງ ຫົວພັນ ໂດຍມີພີທີ ເຊັນສັນຍາ ສັມປະທານ ໃນວັນທີ 6 ທັນວາ 2021 ແລະ ຈະເຣີ່ມ ທຳການຂຸດ ພາຍໃນ ທ້າຍປີ 2021 ນີ້ ເປັນຕົ້ນໄປ.

ພິທີເຊັນສັນຍາຂຸດຄົ້ນຫີນອ່ອນມາໂບ, ນະຄອນຫຼວງວຽງຈັນ, ວັນທີ 6 ທັນວາ 2021. ຮູບພາບຈາກ ເພຈ: ບໍຣິສັດ ໄອເອັຈຊີ ມາຍນິງ

ບໍຣິສັດ ລາວໄອເອັຈຊີ ມາຍນິງ Lao IHC Mining ຂອງບໍຣິສັດ ຈີນ ໄດ້ຮັບສັມປະ ທານຂຸດຄົ້ນຫິນອ່ອນມາໂບລ໌ (Marble) ຈາກຣັຖບານລາວ ເນື້ອທີ່ເກືອບ 800 ເຮັກຕ້າຣ໌ຢູ່ເມືອງຊໍາໃຕ້ ແຂວງຫົວພັນໂດຍມີພີທີເຊັນສັນຍາ ສັມປະທານໃນວັນທີ 6 ທັນວາ 2021 ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ແລະຈະເຣີ່ມທຳການຂຸດຫິນອ່ອນມາໂບລ໌ ພາຍໃນທ້າຍປີ 2021 ນີ້ ເປັນຕົ້ນໄປ. ເຈົ້າໜ້າທີ່ຜແນກ ແຜນການແລະການລົງທຶນ ແຂວງຫົວພັນທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 13 ທັນວາ ນີ້ວ່າ:

ສາມພັນກວ່າເຮັກຕ້າຣ໌ເນາະ ທີ່ເພິ່ນສຳຣວດຫັ້ນນ່າ ແຕ່ວ່າເພິ່ນຮັກສາໄວ້ 799.3 ເຮັກຕ້້າຣ໌ເນາະ ຕາມອັນນັ້ນ ຣາຍງານຄືວ່າ 10 ປີເນາະ.

ພິທີສັນຍາ ເທື່ອນີ້ ມີ ຍານາງ ຄຳຈັນ ວົງແສນບຸນ ຮອງຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ, ທ່ານ ບຸດເຫຼືອ ສິນໄຊວໍຣະວົງ ຮອງຣັຖມົນຕຣີກະຊວງການເງິນ ແລະ ທ່ານ ທອງພັດ ອິນທະວົງ ຮອງຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ຕາງໜ້າຣັຖບານລາວ ຮ່ວມກັບທ່ານ ຢຽນຢົງ ອຳນວຍການບໍຣິສັດ Lao IHC Mining ຊຶ່ງບໍ່ມີການເປີດເຜີຍມູນ ຄ່າການລົງທຶນ.

ຂະນະທີ່ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ເມືອງຊຳໃຕ້ ແຂວງຫົວພັນ ກ່າວວ່າໂຄງການຂຸດຄົ້ນຫິນອ່ອນມາໂບລ໌ ຂອງ ບໍຣິສັດຈີນ ບໍ່ໄດ້ສົ່ງຜົລກະທົບ ຕໍ່ເຂດປ່າສງວນແຫ່ງຊາດ ແຕ່ຈະກະທົບຕໍ່ເຂດປ່າປ້ອງກັນ, ປ່າຜລິດ ແລະ ທີ່ດິນທຳການກະເສດ ຂອງຊາວບ້ານຈຳນວນນຶ່ງ ໃນຈຳນວນ 3 ບ້ານປະມານ 100 ປາຍຄອບຄົວ ຄື ບ້ານຫ້ວຍລາດ, ບ້ານພອນໄຊ ແລະ ບ້ານນໍ້າອິ້ນ ກວມເອົາເນື້ອທີ່ດິນທຳການກະເສດຢ່າງໜ້ອຍ 20 ເຮັກຕ້າຣ໌.

ສ່ວນເຣື່ອງການຊົດເຊີຍ ເງິນໃຫ້ກັບຊາວບ້ານ ທີ່ຈະໄດ້ຮັບຜົລກະທົບນັ້ນ ຍັງຢູ່ລະຫວ່າງການ ດຳເນີນການ ຂອງອຳນາດການປົກຄອງເມືອງ ແລະບໍຣິສັດ ຜູ້ລົງທຶນ ຍັງບໍ່ທັນຮູ້ວ່າ ຈະໄດ້ຮັບເງິນຊົດເຊີຍ ມື້ໃດແທ້ ແລະອາດຈະບໍ່ໄດ້ເງິນຊົດເຊີຍຫຼາຍ ຍ້ອນຊາວບ້ານບໍ່ມີໃບຕາດິນຖາວອນ ແລະເອກະສານສິດນໍາໃຊ້ທີ່ດິນ. ເຈົ້າໜ້າທີ່ຫ້ອງການ ຊັບພະຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ທັນວາ ນີ້ວ່າ:

ໂຕຫິນ ມາໂບລ໌ນີ້ບໍ່ຖືກໃສ່ປ່າສງວນເນາະ ຖືກດິນກະສິກັມເນາະ ສ່ວນຫຼາຍບໍ່ຖືກດິນແບບວ່າປຸກສ້າງ ປຸກຫຍັງ ເປັນຖືກດິນໄຮ່ ດິນສວນ ແຕ່ວ່າບໍ່ມີເອກະສານ ອອກໄປອີ່ຫຍັງຫັ້ນນ່າ ແຕ່ວ່າເປັນດິນປະຊາຊົນຂະເຈົ້າໄປຖາງໄຮ່ຖາງຫຍັງເນາະ ບາງບ່ອນກາຖືກ ນາໜ້ອຍນຶ່ງ.

ທ່ານກ່າວຕື່ມອີກວ່າ ເຣື່ອງການປະເມີນສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ທາງການແຂວງກໍຍັງເປັນກັງວົນ 3 ເຣື່ອງສຳຄັນຄື ເຣື່ອງຄຸນນະພາບ ອາກາດທີ່ຈະມີຝຸ່ນລະອອງ ຂນາດນ້ອຍ ກະຈາຍທົ່ວພື້ນທີ່ອ້ອມຂ້າງ, ເຣື່ອງສຽງດັງ, ແຮງສັ້ນສະເທືອນ ແລະ ເຣື່ອງນໍ້າ ໜ້າດິນຊຶ່ງຖືວ່າເປັນແຫຼ່ງນ້ຳສຳຄັນ ຂອງການດຳຣົງຊີວິດຂອງຄົນ, ການກະເສດ ແລະ ສັດປ່າຊຶ່ງຂໍ້ກັງວົນດັ່ງກ່າວນີ້ ກໍຍັງຕ້ອງຕິດຕາມກວດກາເພີ່ມຕື່ມ.

ສ່ວນຊາວບ້ານທີ່ໄດ້ຮັບຜົນກະທົບ ສູນເສັຽທີ່ດິນໃຫ້ກັບໂຄງການດັ່ງກ່າວກ່າວວ່າ ມາຮອດປັດຈຸບັນກໍຍັງບໍ່ທັນໄດ້ຮັບເງິນຊົດເຊີຍເທື່ອ ແຕ່ຊາວບ້ານສ່ວນຫຼາຍໄດ້ສູນເສັຽທີ່ດິນ ທຳການກະເສດໃຫ້ໂຄງການ ໄປໝົດແລ້ວ ເຮັດໃຫ້ຊາວບ້ານຈຳນວນນຶ່ງ ບໍ່ມີທີ່ດິນທຳການກະເສດ ແລະ ຫຍຸ້ງຍາກໃນການເຮັດໄຮ່, ເຮັດສວນ ແລະລ້ຽງສັດ ໂດຍຕ້ອງການ ໃຫ້ທາງການລາວ ລົງກວດກາຕິດຕາມຜົລກະທົບທີ່ເກີດຂື້ນກັບຊາວບ້ານຢ່າງຮີບດ່ວນ. ຊາວບ້ານ ຜູ້ນຶ່ງ ໃນເມືອງຊໍາໃຕ້ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບສູນເສັຽທີ່ດິນໃຫ້ກັບໂຄງການ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 13 ທັນວານີ້ວ່າ:

ອັນເຂົາສັມປະທານເດ້ເອົາດິນ 4 ເຮັກຕ້າ ອັນເຂົາຂາຍຫັ້ນແມ່ນວ່າ 8.2 ເຮັກຕ້າຣ໌ບໍ່ໄດ້ທັນກໍບໍ່ເຫັນມາລົມອັນໃດ ບໍ່ເຫັນເພິ່ນໄລ່ກໍເບິ່ງແຍງຊາວບ້ານເດີ້.

 ຊາວບ້ານອີກທ່ານນຶ່ງກ່າວວ່າມີຊາວບ້ານປະມານ 5-6 ຄອບຄົວທີ່ໄດ້ຮັບຜົນກະທົບສູນເສັຽທີ່ດິນໃຫ້ກັບໂຄງການຊຶ່ງບໍຣິສັດຜູ້ລົງທຶນບອກວ່າຈະຊົດເຊີຍໃຫ້ຕາມຄວາມເໝາະສົມ ແຕ່ກາບໍ່ຮູ້ວ່າຈະໄດ້ໜ້ອຍຫຼາຍຊໍ່າໃດແລະໄດ້ຮັບເງິນຊົດເຊີຍມື້ໃດ, ສ່ວນເຣື່ອງຜົລກະທົບ ອື່ນໆ ທາງບໍຣິສັດຢັ້ງຢືນວ່າຈະບໍ່ເກີດຜົລກະທົບຫຍັງຂື້ນກັບຊາວບ້ານແລະຈະໃຫ້ຊາວ ບ້ານໃນພື້ນທີ່ໄດ້ເຂົ້າໄປເຮັດວຽກນຳບໍຣິສັດນຳດ້ວຍກ ຊາວບ້ານທ່ານນຶ່ງໃນເມືອງຊໍາໃຕ້ ແຂວງຫົວພັນກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 13 ທັນວາ ນີ້ວ່າ.

ເອີ ຂະເຈົ້າວ່າຊິໃຫ້ຄ່າຊົດເຊີຍຢູ່ ເອີຍັງບໍ່ທັນໄດ້ດຽວນີ້ຍັງບໍ່ທັນໄດ້ ເພິ່ນມາຜ່ານຂໍ້ມູນໂຄງການເພີ່ນນ່າບໍ່ມີຜົລກະທົບຫຍັງຕໍ່ປະຊາຊົນເພີ່ນວ່າຫັ້ນ, ເຫັນດີຢູ່ ເຫັນຕາມເພີ່ນວ່າຄັນໂຮງງານມາຕັ້ງຂື້ນແນ່ນອນປະຊາຊົນເຂົາ ກໍມີຣາຍຮັບເນາະແຮງງານ ໄດ້ຮັບກຳມະກອນແນວນີ້ຫຼາຍຢ່າງເນາະ.

 ເຈົ້າໜ້າທີ່ຫ້ອງການແຮງງານແລະສວັດດີການສັງຄົມ ເມືອງຊຳໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 13 ທັນວາ ນີ້ວ່າ ເຖິງຈະເປັນບໍຣິສັດຂນາດໃຫຍ່ ທີ່ເຂົ້າມາລົງທຶນໃນປະເທດລາວ ແຕ່ການຈ້າງວຽກຕ່າງໆ ກໍຂື້ນກັບບໍຣິສັດນັ້ນໆ ຫາກບໍຣິສັດບໍ່ເປີດ ຮັບສະມັກວຽກ ຫຼື ຮັບສະເພາະວິຊາການ, ຊ່ຽວຊານ ຊາວບ້ານໃນພື້ນ ທີ່ກໍບໍ່ສາມາດເຂົ້າໄປເຮັດວຽກ ນໍາບໍຣິສັດໄດ້ເພາະບໍ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງ.

ກາແຕ່ທາງບໍຣິສັດ ເຂົາຕ້ອງການແລ້ວເນາະ ສົມມຸດວ່າຕ້ອງການກຳມະກອນບໍ່ ຫຼືວ່າຕ້ອງການວິຊາການບໍ່ຫັ້ນນ່າຂື້ນກັບບໍຣິສັດ ຂອງແຕ່ລະພາກສ່ວນຫັ້ນນ່າ ບາງບໍຣິສັດເຂົາກາເອົາຄົນເຂົາເຈົ້າ ມາຫຼາຍກ່ອນຫັ້ນນ່າ. ຄວາມຕ້ອງການຂອງບໍຣິສັດບາງ ເທື່ອຕ້ອງການຄົນໄທຍເຮາຢູ່ແຕ່ວ່າ ດ້ານຄວາມຮູ້ໄທຍເຮົາພັດບໍ່ມີກາຈຳເປັນ ເຂົາກາຕ້ອງເອົາຄົນເຂົາເຂົ້າມາຫັ້ນນ່າ.

ກ່ຽວກັບເຣື່ອງການສັມປະທານທີ່ດິນ ແລະເນື້ອທີ່ປ່າໄມ້ເພື່ອຂຸດຄົ້ນແຮ່ທາດຕ່າງໆ ໃນປະເທດລາວນີ້, ນັກອະນຸຮັກສິ່ງແວດລ້ອມໃນລາວກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 13 ທັນ ວ່ານີ້ວ່າ ຣັຖບານລາວຄວນຢຸດເຊົາການທຳລາຍ ຊັບພະຍາກອນທັມຊາດ ສິ່ງແວດລ້ອມພາຍໃນປະເທດໄດ້ແລ້ວ ເພາະມັນສົ່ງຜົລກະທົບຕໍ່ຣະບົບນິເວດຂອງປ່າໄມ້, ກະທົບຕໍ່ແຫຼ່ງ ທີ່ຢູ່ອາສັຍຂອງສັດປ່າ ແລະທຳລາຍແຫຼ່ງທຳການກະເສດ ຂອງຊາວບ້ານ.

ສັງເກດເບິ່ງແລ້ວເນາະເວົ້າເຣື່ອງປ່າອີກປະມານ 2-3 ປີກາແມ່ນໝົດ ແຫຼະສັດປ່າສັດຫຍັງຈັກຊິໄປຢູ່ໃສແຫຼະ 2-3 ປີນີ້ແລະ ໂອ້ຍເປັນຫ່ວງນໍາຢູ່ໝົດຄັກ ໝົດແນ່ເວົ້າເຣື່ອງປ່າໄມ້.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາບໍຣິສັດ Lao IHC Mining ເພື່ອສອບຖາມຣາຍລະອຽດ ຂອງໂຄງການ ແລະການຊົດເຊີຍເງິນ ໃຫ້ກັບຊາວບ້ານທີ່ໄດ້ຮັບຜົລກະທົບ ແຕ່ບໍ່ສາມາດຕິດຕໍ່ໄດ້.

ເມື່ອວັນທີ 15 ກໍຣະກະດາ 2021 ທີ່ຜ່ານມາທາງການແຂວງບໍຣິຄຳໄຊ, ກະຊວງປ້ອງກັນປະເທດກໍອະນຸຍາດໃຫ້ບໍຣິສັດຈີນໄທເຕີ້ ຄຳເກີດມາໂບລ້ ພັທນາບໍ່ແຮ່ ຂອງຈີນ ເຂົ້າ ສັມປະທານຂຸດຄົ້ນ ແລະປຸງແຕ່ງຫິນອ່ອນມາໂບລ້ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ຊຶ່ງໂຄງການດັ່ງກ່າວ ໄດ້ຮັບສັມປະທານເນື້ອທີ່ທັງໝົດ 43 ເຮັກຕ້າ ແຍກເປັນພື້ນທີ່ຂຸດຄົ້ນຫິນ ອ່ອນ 4 ເຮັກຕ້າ ແລະ ພື້ນທີ່ປຸງແຕ່ງຫິນ, ອາຄານຫ້ອງການຕ່າງ ໆ 39 ເຮັກຕ້າ ໂດຍມີມູນຄ່າການລົງທຶນ 15 ລ້ານໂດລາສະຫະຣັຖ ມີໄລຍະເວລາສັມປະທານ 10 ປີ ແລະມີຊາວບ້ານ ບ້ານທົ່ງວຽງຄຳ ເມືອງຄຳເກີດ ແຂວງບໍຣິຄຳໄຊຈຳນວນ 44 ຄອບຄົວ ໄດ້ຮັບຜົລກະທົບສູນເສັຽ ທີ່ດິນທຳການກະເສດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org