ສວນກ້ວຍຈີນຖິ້ມຂີ້ເຫຍື້ອ ໃສ່ ນໍ້າຫ້ວຍ
ປະຊາຊົນ ບ້ານນາວາງ ແຂວງອຸດົມໄຊ 500 ປາຍຄອບຄົວ ໄດ້ຮັບຜົນກະທົບ ຈາກ ສວນກ້ວຍຈີນ ຖິ້ມຂີ້ເຫຍື້ອ ລົງໃສ່ ນໍ້າຫ້ວຍ.
-
ສຸພັດຕາ
2020-01-31 -
-
-
Your browser doesn’t support HTML5 audio
ປະຊາຊົນບ້ານນາວາງ ເມືອງຮຸນ ແຂວງອຸດົມໄຊ ປະມານ 500 ປາຍຄອບຄົວ ໄດ້ຮັບຜົນກະທົບຈາກສວນກ້ວຍ ຂອງບໍຣິສັດຈີນໂກຖັງ ຂອງຈີນທີ່ປ່ອຍນໍ້າເສັຍ ແລະຖິ້ມຂີ້ເຫຍື້ອໂຟມຫໍ່ເຄືອກ້ວຍ ລົງໃສ່ນໍ້າແບງເຮັດໃຫ້ນໍ້າເປິເປື້ອນໃຊ້ບໍ່ໄດ້, ດັ່ງປະຊາຊົນທີ່ໄດ້ຮັບ ຜົນກະທົບ ກ່າວຕໍ່ວິທເອເຊັຽເສຣີ ໃນວັນທີ 31 ມົກກະຣາ ນີ້ວ່າ:
“ຈີນເຂົາໃຊ້ຢາເຄມີ ສວນກ້ວຍນ່າ ບາງເທື່ອກະທໍ່ຮົ່ວທໍ່ຫຍັງ ລົງມາສູ່ນໍ້າແບງ ເປັນຂີ້ເຫຍື້ອໂຟມ ຂີ້ເຫຍື້ອຫຍັງ ຖິ້ມລົງມາໃສ່ສູ່ນໍ້າແບງ ລະມັນສົກກະປົກນິ່ນາ ສິ່ງທີ່ສົກກະປົກ ລະເອົາລົງນໍ້າແບງນິ່ນ່າ ຈໍາເປັນມັນບໍ່ມີບ່ອນໃຊ້ ກະຈໍາເປັນອາບ ແຫຼະ ປະຊາຊົນ ສະເພາະຢູ່ ບ້ານນີ້ ຮອດຣະດັບ 500 ປາຍພຸ້ນແຫຼະ ກະເປັນໄປໃຊ້ໄປນີ້ແຫຼະ.”
ຕໍ່ບັນຫານໍ້າແບງ ເປິເປື້ອນນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ທ້ອງຖິ່ນ ທ່ານກ່າວ ກ່ຽວກັບເຣື້ອງນີ້ວ່າ:
“ເພິ່ນກະຫາກກວດຢູ່ ເຣື່ອງອ່ວຍມັນກະອ່ວຍຢູ່ຫັ່ນແຫຼະເນາະ ມັນກະມີກະຈາຍໄປທົ່ວ ມັນກະມີບ່ອນຫຼາຍ ມັນມີບ່ອນໜ້ອຍ ຈະມີໂຟມ ເນາະເປັນໂຟມເຈັ້ຍຂາວ ອັນນາ ເຂົາເຈົ້າໄປຫໍ່ຫຸ້ມເຄືອກ້ວຍ ຫັ້ນເນາະ ໃນເມື່ອຂະເຈົ້າ ໃນເມື່ອຂະເຈົ້າໃຊ້ເໝິດ ຕັດກ້ວຍອອກໄປແລ້ວ ມັນຖິ້ມກະແຈກກະຈາຍໄປທົ່ວ ລົມພັດປິວ ທົ່ວແມ່ນໍ້າລໍາຄອງ.”
ຕໍ່ມາໃນມື້ດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາບໍຣິສັດ ສວນກ້ວຍດັ່ງກ່າວ ແຕ່ລ່າມແປພາສາ ຕາງໜ້າຂອງບໍຣິສັດ ເວົ້າວ່າ:
“ບໍ່ທາງເຮົາບໍ່ມີຂີ້ເຫຍື້ອ ບໍ່ໄດ້ຖິ້ມ ທາງເຮົາບໍ່ເຊື່ອຊິມີ ໄທ ຂ້ອຍບໍ່ແມ່ນບໍຣິສັດ ຈິ່ນສຸ່ຍເດີ້ ຈິ່ນສຸ່ຍ ມັນມີຫຼາຍບໍຣິສັດກໍ້ ຢູ່ເມືອງຮຸນ, ຖາມ ບໍຣິສັດອື່ນເບິ່ງ ເພາະວ່າເຮົາບໍ່ໄດ້ມີ ທາງນີ້ກໍ້.”
ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກສວນກ້ວຍຈີນ ກ່າວຕື່ມວ່າ ນອກຈາກວ່າ ນໍ້າແບງຈະເປື້ອນເປິະ ຍ້ອນຂີ້ເຫຍື້ອຈາກສວນກ້ວຍ ຂອງ ບໍຣິສັດ ຈີນ ໂກຖັງແລ້ວນັ້ນ ປັດຈຸບັນ ນໍ້າແບງກໍບົກແຫ້ງ ເພາະສວນກ້ວຍ ຂອງບໍຣິສັດ ຈີນສຸ່ຍ ດູດເອົານໍ້າໄປໃຊ້ ໃນສວນຂອງພວກ ເຂົາເຈົ້າ ເຮັດໃຫ້ນໍ້າແບງແຫ້ງ.