ຈຳປາສັກ ສັ່ງຄຸ້ມຄອງ ຄົນເລ້ລ້ອນ, ຄົນຂໍທານ
ຄົນຂໍທານ, ຄົນເລ້ລ້ອນ ແລະຄົນເສັຽຈິຕ ທີ່ເພີ່ມຂຶ້ນ ເຮັດໃຫ້ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຈໍາປາສັກ ອອກແຈ້ງການ ຄຸ້ມຄອງຄົນເຫຼົ່ານັ້ນ ເພື່ອຮັກສາພາບພົດ ຂອງນະຄອນປາກເຊ ຊຶ່ງໄດ້ແຕ່ ຈັບໄປໄວ້ບ່ອນເຕົ້າໂຮມ ຄົນປະເພດນີ້ ແລະຍັງບໍ່ເຫັນແນວທາງ ແກ້ໄຂໃນໄລຍະຍາວ.
-
ສຸພັດຕາ
2022-09-15 -
-
-
Your browser doesn’t support HTML5 audio
ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຈໍາປາສັກ ອອກແຈ້ງການ ຄຸ້ມຄອງຄົນເລ້ລ້ອນ, ຄົນຂໍທານ ແລະຄົນໄບ້ບ້າເສັຍຈິຕ ເລຂທີ 2007/ຮສສຂ ຈໍາປາສັກ ລົງວັນທີ່ 1 ກັນຍາ 2022 ເພື່ອຮັກສາພາບພົດ ຂອງນະຄອນປາກເຊ ບໍ່ໃຫ້ນັກທ່ອງທ່ຽວຮູ້ສຶກບໍ່ດີ ທີ່ມາທ່ຽວ ແລ້ວເຫັນຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ຍ້ອນໃນໂຕເທສບານ ນະຄອນປາກເຊ ຕັ້ງແຕ່ ຫຼັກ 9 ເໝືອ ຫາ ຫຼັກ 9 ໃຕ້ ເປັນເຂດການທ່ອງທ່ຽວ ມີການບໍຣິການການຄ້າຂ້າຍຫຼາຍ ຈຶ່ງເຮັດໃຫ້ຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ທັງຕ່າງແຂວງ ແລະໃນແຂວງ ເຂົ້າມາເລາະຂໍເງິນ ປະຊາຊົນໃນພື້ນທີ່ ແລະນໍານັກທ່ອງທ່ຽວ.
ທີ່ຜ່ານມາ ແຂວງຈໍາປາສັກ ບໍ່ມີສູນສົງເຄາະ ເພື່ອຊ່ອຍເຫຼືອກຸ່ມຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ມີແຕ່ເອົາໄປຝາກຢູ່ຄ້າຍຄຸມຂັງ ບ້ານຊົ່ງ ຊົ່ວຄາວ. ຈາກນັ້ນ ກໍຕ້ອງປ່ອຍເຂົາເຈົ້າອອກຄືນ ສູ່ສັງຄົມຄືເກົ່າ ຍ້ອນເຈົ້າໜ້າທີ່ຍຸຕິທັມ ແລະເຈົ້າໜ້າທີ່ກົດໝາຍ ເຫັນວ່າ ຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ບໍ່ແມ່ນນັກໂທດ ທີ່ຈະມາຄຸມຂັງຮ່ວມກັບນັກໂທດ ແລະເປັນການລະເມີດສິດທິມະນຸສ ຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ທີ່ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ກັນຍາ ນີ້ວ່າ:
“ເງື່ອນໄຂທີ່ເຂົາເຈົ້າບໍ່ເຄື່ອນໄຫວ ຢູ່ເມືອງອື່ນຫັ້ນນ່າ ເພາະວ່າ ການບໍຣິການການຄ້າ ການຂາຍ ຢູ່ນະຄອນຫຼວງເຮົານີ້ ມີສ່ວນຫຼາຍຫັ້ນນ່າ. ທາງຂັ້ນເທິງເພິ່ນກໍມີນະໂຍບາຍ ໃຫ້ເຮົາຄຸ້ມຄອງ ໄລຍະຜ່ານມານີ້ ພວກເຮົາແກ້ໄຂແບບຊົ່ວຄາວ. ການນໍາເພິ່ນມາ ແລ້ວພວກເຮົາໄດ້ເອົາໄປຢູ່ ຄ້າງໄວ້ຄ້າຍຄຸມຂັງ ຂອງນະຄອນ ຢູ່ງບ້ານຊົ່ງ ຝາກຊົ່ວຄາວ. ເພິ່ນຫວິດແລ້ວ ພວກເຮົາກໍປ່ອຍຄືນຫັ້ນແລ້ວ ເພາະວ່າມັນຜິດສິດທິມະນຸສເດ້ ເພາະວ່າ ເພິ່ນບໍ່ແມ່ນຜູ້ຕ້ອງຫາ ອິຫຍັງຫັ້ນນ່າ.”
ທ່ານກ່າວຕື່ມວ່າ ແຂວງຈໍາປາສັກ ຫາກໍມີສູນສົງເຄາະ ຢູ່ຫຼັກ 21 ຢູ່ເມືອງປະທຸມພອນ ໃນປີ 2019 ແຕ່ໃນປີດັ່ງກ່າວ ພັດເກີດການຣະບາດຂອງ ໂຄວິດ-19 ຈຶ່ງເຮັດໃຫ້ສູນສົງເຄາະ ຫຼັກ 21 ກາຍເປັນສູນຮອງຮັບຜູ້ຕິດເຊື້ອ ໂຄວິດ-19 ຊົ່ວຄາວ ແລະ ມາຮອດປີ 2022 ນີ້ ທາງຂັ້ນແຂວງ ກໍຕ້ອງການໃຫ້ຄຸ້ມຄອງຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ເນື່ອງຈາກແຂວງ ກໍມີສູນສົງເຄາະຮອງຮັບແລ້ວ ເຮັດໃຫ້ 1-2 ເດືອນ ທີ່ຜ່ານມາ ກໍເຣີ່ມມີການກວດກາ ຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ນໍາໂຕ ເຂົ້າມາສູນສົງເຄາະຫຼັກ 21.
ພາຍຫຼັງ ທີ່ຜແນກແຮງງານ ແລະສວັດດີການສັງຄົມ ອອກແຈ້ງການດັ່ງກ່າວ ຄະນະຮັບຜິດຊອບ ຄຸ້ມຄອງຄົນໄບ້ບ້າເສັຍຈິຕ, ຄົນເລ້ລ້ອນ ແລະຄົນຂໍທານ ກໍເຣີ່ມລົງເຄື່ອນໄຫວ ກວດກາກຸ່ມຄົນດັ່ງກ່າວນີ້ ຢູ່ໃນເທສບານ ນະຄອນປາກເຊ ອາທິດນຶ່ງ 2 ຄັ້ງ ເຮັດໃຫ້ປັດຈຸບັນ ສາມາດນໍາໂຕຄົນໄບ້ບ້າເສັຍຈິຕ ທີ່ເລາະຕາມທາງ ໃນເຂດຕລາດດາວເຮືອງ ແລະໃກ້ຄຽງປະມານ 10 ປາຍຄົນ ຖືກນໍາໂຕມາຍັງສູນສົງເຄາະ ຫຼັກ 21 ແລະຍັງເຫຼືອຄົນໄບ້ ບ້າເສັຍຈິຕ ອີກປະມານ 2-3 ຄົນ ທີ່ຍັງບໍ່ສາມາດນໍາໂຕ ມາຢູ່ໃນການເບິ່ງແຍງ ຂອງສູນສົງເຄາະ ຫຼັກ 21 ໄດ້.
ດັ່ງເຈົ້າໜ້າທີ່ ຄະນະຮັບຜິດຊອບຄຸ້ມຄອງ ຄົນໄບ້ບ້າເສັຍຈິຕ, ຄົນເລ້ລ້ອນ ແລະຂໍທານ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ດຽວນີ້ຊ່ວງນີ້ ເຮົາກໍາລັງເຮັດ ຄົນຜີບ້າເອົາໄປໄວ້ຢູ່ສູນ ຫຼັກ 21 ຫັ້ນ ຕ້ອງເອົາໂຕນີ້ກ່ອນ ເຮົາກໍຊິເຮັດແຫຼະ ຕໍ່ໆໄປມັນກໍຕາມຂັ້ນຕອນຫັ້ນແຫຼະ ປັດຈຸບັນເຮົາກໍເລາະລາດຕະເວນ ວັນພະຫັດ ກັບວັນສຸກຫັ້ນ ທີມສະເພາະກິຈເຮົາລົງໄປ.”
ທ່ານກ່າວຕື່ມວ່າ ຫຼ້າສຸດກໍໄດ້ຂຽນໜັງສື ຂໍງົປມານຫາຂັ້ນແຂວງ ເພື່ອຈັດງົປມານເຂົ້າກອງທຶນສົງເຄາະ ເນື່ອງຈາກສູນສົງເຄາະ ຫຼັກ 21 ນີ້ ຍັງຂາດງົປມານ ໃນການດູແລຄົນເລ້ລ້ອນ, ຄົນຂໍທານ ໂດຍສະເພາະດ້ານການແຕ່ງກິນ ແລະຈ້າງພະນັກງານ ຈຶ່ງເຮັດໃຫ້ພາຍໃນເທສບານ ນະຄອນປາກເຊ ຈະຍັງພົບເຫັນຄົນເລ້ລ້ອນ ແລະຄົນຂໍທານ ຢູ່ຈໍານວນຫຼາຍ.
ຂະນະດຽວກັນ ກໍໄດ້ສົມທົບກັບ ປກສ ນະຄອນປາກເຊ ເພື່ອນໍາໂຕຜູ້ກ່ຽວ ມາສືບສວນ ແລະສົ່ງກັບຄືນຖິ່ນກໍາເນີດ ແຕ່ກໍບໍ່ສາມາດເຮັດໄດ້ເທື່ອ ຍ້ອນຜູ້ກ່ຽວກໍຍັງກັບມາຄືເກົ່າ ຈຶ່ງຕ້ອງໄດ້ໃຊ້ເວລາໃນການແກ້ໄຂບັນຫານີ້ ຍ້ອນ ແຂວງຈໍາປາສັກ ຫາກໍມີສູນສົງເຄາະ ຫຼັກ 21 ເພື່ອຊ່ອຍເຫຼືອຄົນເລ້ລ້ອນ, ຄົນຂໍທານ ແລະໄບ້ບ້າເສັຍຈິຕ ໄດ້ບໍ່ດົນ.
ປັດຈຸບັນ ໃນຕລາດດາວເຮືອງ ຍັງຈະພົບເຫັນ ພວກຄົນເລ້ລ້ອນ, ຂໍທານ ແລະຄົນໄບ້ບ້າເສັຍຈິຕຢູ່ ເຊິ່ງພວກຄົນດັ່ງກ່າວ ສ້າງພາບພົດທີ່ບໍ່ດີ ຕໍ່ນັກທ່ອງທ່ຽວ ທີ່ມາເລາະຊື້ເຄື່ອງຂອງ ໃນຕລາດດາວເຮືອງ ຂະນະທີ່ ຕລາດດາວເຮືອງ ເປັນຕລາດຂນາດໃຫຍ່ ແລະມັກມີຣົຖທົວຣ໌ ຂອງນັກທ່ອງທ່ຽວ ມາແວ່ຈອດພັກ ແລະຊື້ເຄື່ອງຂອງ ຝາກຈໍານວນຫຼາຍ ຮວມໄປເຖິງ ກຸ່ມຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ຍັງເລາະຂໍເງິນຕາມຕລາດ ເຮັດໃຫ້ພໍ່ຄ້າແມ່ຄ້າ ຮູ້ສຶກວ່າ ເປັນກຸ່ມຄົນທີ່ເຮັດໃຫ້ລູກຄ້າ ບໍ່ກ້າຍ່າງເຂົ້າມາໃນຮ້ານຂອງໂຕເອງ ໂຕເອງກໍຂາດລາຍໄດ້ ຈາກການເຮັດທຸຣະກິຈ.
ດັ່ງຊາວບ້ານ ຢູ່ບ້ານດອນຄໍ້ ນະຄອນປາກເຊ ກ່າວໃນມື້ດຽວກັນນີ້ວ່າ:
“ປະຈຸບັນນີ້ ຕາມເຫັນຜີບ້າ ປະຢ້າວປະໂຕ ມັນກໍເຮັດໃຫ້ສັງຄົມບໍ່ຈົບງາມ ຕາມຫ້າງຮ້ານນີ້ ມັນກໍມີເຈົ້າຂອງຮ້ານເຂົາເຈົ້າ ມີຄົນເລ້ລ້ອນຂໍທານ ມັນກໍໄປຫາເລາະຂໍຈັ່ງຊີ້ນ່າ ມັນກໍໃນການເຮັດທຸຣະກິຈ ຂອງເຂົາຫັ້ນນ່າ ມັນກໍຕ້ານລູກຄ້າ ລູກຄ້າບໍ່ຢາກເຂົ້າຮ້ານ ເວລານັກທ່ອງທ່ຽວຊິມາຣົຖທົວຣ໌ ສ່ວນຫຼາຍຊິມັກຈະມາລົງຕລາດດາວເຮືອງ ມັນກໍມີເດັກນ້ອຍ ເດັກຫຍັງ ແລ່ນໄປຂໍເງິນນໍາເຂົາເຈົ້າຫັ້ນ.”
ກຸ່ມຄົນເລ້ລ້ອນ, ຂໍທານ ແລະໄບ້ບ້າເສັຍຈິຕ ຈະປະກົດໂຕຢ່າງຫຼວງຫຼາຍ ໃນໄລຍະທີ່ມີງານບຸນ ແລະງານເທສການຕ່າງໆ ເນື່ອງຈາກເປັນງານທີ່ມີນັກທ່ອງທ່ຽວ ທັງຕ່າງແຂວງ ແລະໃນແຂວງ ເຂົ້າມາເປັນຈໍານວນຫຼາຍ ໂອກາດທາງການເງິນ ທີ່ກຸ່ມດັ່ງກ່າວຈະໄດ້ເງິນກໍມີຫຼາຍໄປນໍາ ໂດຍສະເພາະ ຢູ່ວັດດອນຄໍ້ ທີ່ມີພຣະອາຈານຊື່ດັງ.
ດັ່ງຊາວບ້ານ ຢູ່ບ້ານໂພນສີໄຄ ນະຄອນປາກເຊ ກ່າວໃນມື້ດຽວກັນນີ້ວ່າ:
“ເກຈິອາຈານ ລະດັບຕົ້ນໆຂອງແຂວງເຮົານີ້ແຫຼະ. ປະຊາຊົນເຂົາເຈົ້າ ຜູ້ທຸກຍາກອີ່ຫຍັງ ກໍຊິໄປຫັ້ນ ຊິໄປຂໍນໍາພວກທໍາບຸນແຫຼະ ເພາະວ່າທໍາບຸນໄດ້ ເຂົາເຈົ້າກໍຊິທານໃຫ້ບຸກຄົນ ທີ່ດ້ອຍໂອກາດ. ກໍຊິໄດ້ບຸນປະມານນັ້ນ ມັນພາບລວມ ທີ່ບຸກຄົນບໍ່ມີວຽກເຮັດງານທໍາຫັ້ນນ່າ. ເຂົາຄືວ່າ ແຂນຂາກໍດີ ຄືວ່າ ບໍ່ອອກແຮງງານດ້ວຍໂຕເອງ ຢູ່ຮ້ານອາຫານເນາະ. ມີຄົນເຂົ້າໄປຂໍອີ່ຫຍັງຫັ້ນນ່າ ມັນກໍຄົນແບບສົກກະປົກອີ່ຫຍັງຫັ້ນແຫຼະ.”
ນອກຈາກນີ້ ຜູ້ປະກອບການຕລາດດາວເຮືອງ ນະຄອນປາກເຊ ກ່າວວ່າ ປັດຈຸບັນ ຄົນຂໍທານ ພາຍໃນຕລາດ ມາໃນຮູບແບບໃໝ່ ຄືຄົນປົກກະຕິ ຈຶ່ງເຮັດໃຫ້ການຄຸ້ມຄອງຄົນຂໍທານອອກຈາກຕລາດຍັງບໍ່ທົ່ວເຖິງ ຈະພົບເຫັນຄົນຂໍທານ ຢູ່ພາຍໃນຕລາດຈໍານວນນຶ່ງ ຂະນະທີ່ ປັດຈຸບັນນີ້ ເຈົ້າໜ້າທີ່ ປກສ ນະຄອນປາກເຊ ກໍໄດ້ມາກວດກາ ແລະໄດ້ໄລ່ຄົນຂໍທານອອກຈາກຕລາດຢູ່ທຸກອາທິດ, ດັ່ງຜູ້ປະກອບການ ຕລາດດາວເຮືອງ ນະຄອນປາກເຊ ກ່າວໃນມື້ດຽວກັນນີ້ວ່າ:
“ກໍຍັງມີບາງສ່ວນຢູ່ ຄືດຽວນີ້ ຂໍທານຫັ້ນ ຈະມາໃນຮູບແບບໃໝ່ ບາງເທື່ອເຂົາຈະມາໃນແບບປົກກະຕິກະມີ ເພາະວ່າບາງເທື່ອ ເຮົາກໍເບິ່ງບໍ່ອອກ ວ່າເປັນຂໍທານຫັ້ນນ່າ ແບບເກົ່າຄືອັນນັ້ນ ບາງເທື່ອເຂົາຈະມາເປັນຝູງນ່າ ຄືແບບວ່າມາລົງເລື້ອຍໆນ່າ ດຽວນີ້ມັນກໍເບົາບາງແດ່ ແຕ່ວ່າມັນກໍຍັງມີສ່ວນນຶ່ງ ທີ່ມາຂໍຢູ່ໃນຕລາດນ່າ ທາງເຮົາກໍຢູ່ໃນຕລາດ ນີ້ຈະມີຕໍາຣວດ ລະກະອ້າຍນ້ອງປ້ອງກັນຈໍານວນນຶ່ງ ທີ່ວ່າເຫັນພວກຂໍທານ ຈະໄດ້ໄລ່ອອກຫັ້ນນ່າ.”
ນອກຈາກນີ້ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຈໍາປາສັກ ຍັງຂໍຄວາມຮ່ວມມື ນໍາຄອບຄົວໃດ ທີ່ມີຄົນໄບ້ບ້າເສັຍຈິຕ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ບໍ່ໃຫ້ປ່ອຍປະ ມາສ້າງຄວາມບໍ່ຈົບງານໃນທ້ອງຖນົນ ຫຼືຕາມສະຖານທີ່ຕ່າງໆ ແລະຖ້າຫາກພາກສ່ວນໃດ ຫາກພົບເຫັນຄົນເລ້ລ້ອນ, ໄບ້ບ້າເສັຍຈິຕ ແມ່ນໃຫ້ປະສານຫາ ຄະນະສະເພາະກິຈ ໃນມື້ຣັຖການ ເພື່ອໄປເອົາພວກດັ່ງກ່າວ ໄປໄວ້ຢູ່ສູນສົງເຄາະ ຢູ່ຫຼັກ 21.