ຊາວເມືອງບໍຣິຄັນໜີພັຍ ນໍ້າຖ້ວມ
ຊາວບ້ານ 73 ຫລັງເຮືອນ ຢູ່ ເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ ຕ້ອງໄດ້ ໂຍກຍ້າຍ ໄປຢູ່ ບ່ອນສູງ ຍ້ອນ ນໍ້າຖ້ວມ ສູງຂຶ້ນ ເກືອບ ຈຸ ຫລັງຄາ ເຮືອນ ແລ້ວ.
-
ໄມຊູລີ
2015-08-05 -
-
-
Your browser doesn’t support HTML5 audio
ປະຊາຊົນ ຈາກ 73 ຫລັງເຮືອນ ຢູ່ ບ້ານ ປາກເຫືອງ ເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ, ຈໍາເປັນຕ້ອງ ປະຖິ້ມ ເຮືອນຊານ ຍ້າຍໄປຢູ່ ບ່ອນສູງ ທີ່ ປອດພັຍ, ຍ້ອນ ຣະດັບ ນໍ້າຖ້ວມ ສູງ ກວ່າ 2 ແມັດ ເກືອບ ຖ້ວມ ຫລັງຄາ ເຮືອນ ແລ້ວ. ປັຈຈຸບັນ ຊາວບ້ານ ທີ່ ໂຍກຍ້າຍ ກໍາລັງ ລໍາບາກ ຍ້ອນ ຂາດ ສະບຽງ ອາຫານ ແລະ ນໍ້າດຶ່ມ, ຍັງລໍຖ້າ ການ ຊ່ວຍເຫຼືອ ຈາກ ທາງການ. ດັ່ງ ເຈົ້າໜ້າທີ່ ເມືອງ ບໍຣິຄັນ ກ່າວວ່າ:
“ກໍຍັງ ບໍ່ທັນ ຫລຸດລົງ ເທື່ອ ຣະດັບ ພຸ້ນລະ 2 ແມັດ ກວ່າ ຍ້າຍອອກມາ ຢູ່ນອກ ນີ້ແຫລະ, ແຖວ ບ້ານດົງ ຖ້ວມ ຢູ່ບໍ່ໄດ ມີແຕ່ເຮືອນ ສອງຊັ້ນ ທີ່ ສາມາດ ຢູ່ໄດ້”.
ເຈົ້າໜ້າທີ່ ທ່ານນີ້ ເວົ້າ ຕຶ່ມວ່າ, ໃນຣະຍະ ສອງ ສາມ ມື້ ຜ່ານມານີ້ ຣະດັບ ນໍ້າຊັນ ແລະ ນໍ້າງຽບ ເພີ້ມຂຶ້ນ ຍ້ອນ ນໍ້າ ຈາກທາງ ພາກເໜືອ ໄຫລລົງ ມາສູ່ ເມືອງ ບໍຣິຄັນ ເຮັດໃຫ້ ນໍ້າລົ້ນຝັ່ງ, ເຂົ້າຖ້ວມ ເຂດ ຊາວບ້ານ ຢູ່ອາສັຍ, ໂດຍສະເພາະ ບ້ານ ປາກເຫຶອງ ກໍຢູ່ໃກ້ ຝັ່ງ ຫຼາຍກ່ວາ ບ້ານອື່ນໆ, ຊຶ່ງ ປັຈຈຸບັນ ເຈົ້າໜ້າທີ່ ກໍກໍາລັງ ສໍາຣວດ ຄວາມເສັຽຫາຍ ແລະ ໄດ້ ຮັບແຈ້ງ ໃນ ເບື້ອງຕົ້ນ ວ່າ ໄຮ່ນາ ປູກເຂົ້າ ທົ່ວ ເມືອງ ບໍຣິຄັນ ຈໍານວນ 20,000 ເຮັກຕ່າ ຖຶກ ນໍ້າ ຖ້ວມໝົດ.
ທ່ານວ່າ ນອກຈາກ ບ້ານ ປາກເຫືອງ ແລ້ວ ຍັງມີອີກ ຫຼາຍບ້ານ ທີ່ ໄດ້ຮັບ ຜົນກະທົບ ຈາກ ນໍ້າຖ້ວມ, ທັງໝົດ ປະມານ 600 ຄອບຄົວ ແລະວ່າ ສອງມື້ ຜ່ານມາ ນີ້ ທາງ ເຈົ້າໜ້າທີ່ ໄດ້ ນໍາເອົາ ນໍ້າດຶ່ມ ໄປ ແຈກຢາຍ ໃຫ້ ປະຊາຊົນ ໃນ ພື້ນທີ່ ດັ່ງກ່າວ ແລ້ວ ຈໍານວນ ນຶ່ງ ແຕ່ ບໍ່ພຽງພໍ ສໍາລັບ ຫຼາຍມຶ້. ດັ່ງນັ້ນ ທາງ ເຈົ້າໜ້າທີ່ ຈຶ່ງ ກໍາລັງ ຂົນຂວາຍ ຕຣຽມ ນໍ້າດຶ່ມ ແລະ ສະບຽງ ອາຫານ ເຄື່ອງແຫ້ງ ໄປ ແຈກຢາຍ ຕຶ່ມອີກ.
ຣາຍງານ ແຈ້ງ ອີກວ່າ, ນອກຈາກ ເມືອງ ບໍຣິຄັນ ແລ້ວ ຍັງມີ ເມືອງ ປາກກະດິງ, ແລະ ເມືອງ ປາກຊັນ ກໍຖືກ ພັຍ ນໍ້າຖ້ວມ ເຊັ່ນກັນ ແລະ ມີຄາດວ່າ ຣະດັບ ນໍ້າ ຈະ ບໍ່ບົກລົງ ງ່າຍ ຍ້ອນ ຍັງຈະມີ ຝົນ ຕົກ ຕິດຕໍ່ ກັນ ໄປອີກ ຫຼາຍມື້ ຊຶ່ງ ທາງການ ກໍໄດ້ປ່າວ ເຕືອນ ປະຊາຊົນ ໃຫ້ ຕຣຽມຍ້າຍ ໄປຢູ່ ບ່ອນ ປອດພັຍ. ຈົນເຖິງ ປັຈຈຸບັນ ນີ້ ກໍໂຊກດີ ທີ່ ຍັງບ່ໍມີ ຜູ້ເສັຽ ຊີວິດ ຈາກ ພັຍ ນໍ້າຖ້ວມ.