ໂຄງການ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ຈ່າຍຄ່າຊົດເຊີຍແລ້ວ

ແຂວງບໍລິຄໍາໄຊ ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ ປະມານ 50 ຄອບ ຄົວ ຢູ່ບ້ານ ກ້ວຍອຸດົມ ເມືອງປາກຊັນ ທີ່ເສັຽທີ່ດິນ ປະເພດດິນປ່າ, ດິນສວນ ແລະ ດິນນາ ປະມານ 50 ເຮັກຕ້າຣ໌ ໃຫ້ແກ່ໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5.

ການກໍ່ສ້າງ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ບໍຣິຄຳໄຊ-ບຶງການ, ວັນທີ 17 ກໍຣະກະດາ 2022. RFA

ທາງການ ແຂວງບໍລິຄໍາໄຊ ຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ປະມານ 50 ຄອບຄົວ ຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ທີ່ສູນເສັຽທີ່ດິນ ປະເພດດິນປ່າ, ດິນສວນ ແລະ ດິນນາ ປະມານ 50 ເຮັກຕ້າຣ໌ ໃຫ້ແກ່ໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5.​ ມູນກຄ່າຊົດເຊີຍ 5 ຕື້ປາຍກີບ ໄດ້ຈ່າຍຄົບໜົດແລ້ວ ນັບຕັ້ງແຕ່ເດືອນພຶສພາ 2023 ທີ່ຜ່ານມາ. 

ເຈົ້າໜ້າທີ່ຫ້ອງການປົກຄອງ ແຂວງບໍລິຄໍາໄຊ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ມິຖຸນາ ວ່າ:

“ເວົ້າເຣື່ອງການຊົດເຊີຍຫັ້ນ ສໍາເຣັດແລ້ວຫັ້ນນ່າ ສ່ວນຫຼາຍກະມີແຕ່ເນື້ອທີ່ ສວນຢາງ, ເນື້ອທີ່ນາ ກະບໍ່ຫຼາຍດອກ ໜ້ອຍໆນຶ່ງ ມັນບໍ່ຖືກບ້ານເຮືອນ.”

ທ່ານ ກ່າວຕື່ມອີກວ່າ ຜົລກະທົບຈາກໂຄງການດັ່ງກ່າວ ບໍ່ມີຊາວບ້ານຖືກຍົກຍ້າຍ ແລະ ໂຍກຍ້າຍອອກຈາກພື້ນທີ່  ມີແຕ່ສູນເສັຽທີ່ດິນເທົ່ານັ້ນ ເຊິ່ງການຈ່າຍເງິນຊົດເຊີຍ ກໍອີງຕາມດໍາຣັດເລກທີ 84 ວ່າດ້ວຍ ການທົດແທນ ຄ່າເສັຽຫາຍ ແລະ ການຈັດສັນ ຍົກຍ້າຍປະຊາຊົນ.​ ອີງຕາມຂໍ້ມູນຈາກຊາວບ້ານ, ຜົລກະທົບຈາກໂຄງການ ດັ່ງກ່າວ ສ່ວນໃຫຍ່ ແມ່ນສູນເສັຽທີ່ດິນ ປະເພດດິນປ່າໄມ້ ແລະ ມີດິນນາ ຈໍານວນໜ້ອຍນຶ່ງ ແລະ ບໍ່ມີສິ່ງປຸກສ້າງໃດໆ ຖືກຜົລກະທົບ ເຊິ່ງປັດຈຸບັນ ຊາວບ້ານກໍໄດ້ຮັບເງິນຊົດເຊີຍ ຄົບໝົດແລ້ວ.​

ປັດຈຸບັນ ພວມຢູ່ລະຫວ່າງ ການສໍາຣວດ ທີ່ດິນຄືນໃໝ່ ເພາະບາງຄອບຄົວ ບໍ່ໄດ້ສູນເສັຽທີ່ດິນທັງໝົດ ກໍຕ້ອງໄດ້ສໍາຣວດ ສ່ວນທີ່ເຫຼືອຢູ່ນັ້ນ ແລ້ວອອກໃບຕາດິນ ຄືນໃຫ້ກັບຊາວບ້ານ.​

ຊາວບ້ານກ້ວຍອຸດົມ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ມິຖຸນາ ວ່າ:

“ເຈົ້າ! ຈ່າຍໝົດແລ້ວ ຕັ້ງແຕ່ເຕືອນກີ້ນີ້ນ່າ ມັນກໍະຈະມີດິນ ນາກະແນວໜຶ່ງ ດິນສວນກະແນວນຶ່ງ ມັນກະມີຫຼາຍປະເພດ ດິນດົງຫຼາຍກວ່າ ຢູ່ນີ້ນ່າ ດິນນາແທ້ ບໍ່ໄດ້ມີພໍຮອດ 5 ເຈົ້າດອກຢູ່ນີ້ນ່າ ແຕ່ດຽວນີ້ນິ ຍັງກໍາລັງຊິກຽມອອກເອກສານດິນສ່ວນເຫຼືອ ມອບໃຫ້ພໍ່ແມ່ປະຊາຊົນຄືນ.​

ທາງການແຂວງບໍລິຄໍາໄຊ ຈ່າຍເງິນຊົດເຊີຍ ຄົບໝົດແລ້ວ ແຕ່ຈໍານວນເງິນຊົດເຊີຍ ທີ່ຊາວບ້ານໄດ້ນັ້ນ ກໍຈະແຕກຕ່າງກັນໄປ ຕາມຈໍານວນເນື້ອທີ່ສູນເສັຽໄປ ໃຫ້ກັບໂຄງການ ເຊິ່ງຖືວ່າ ຊົດເຊີຍໃຫ້ໜ້ອຍ ແລະ ບໍ່ຄຸ້ມຄ່າ.​

ຊາວບ້ານອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ທົດແທນຄ່າສະເພາະ ເຣື່ອງຕອນດິນ ເລື່ອງດິນກະສິກັມ ເພິ່ນເຮັດໝົດແລ້ວ ກະລາຄາມັນກະບໍ່ແພງ ກະປະມານເກືອບຢາກເຂົ້າ 30 ລ້ານກີບ ນີ້ແຫຼະ.”

ອີງຕາມຂໍ້ມູນຈາກຊາວບ້ານ, ຄ່າຊົດເຊີຍມາລາຄາຢູ່ທີ່ 1,200​ ກີບ ຕໍ່ແມັດມົນທົນ ເຊິ່ງຖືວ່າຕໍ່າ ແລະ ບໍ່ສົມເຫດສົມຜົລ ເມື່ອທຽບໃສ່ສະພາບເງິນເຟີ້ ແລະ ເງິນກີບອ່ອນຄ່າ ໃນປັດຈຸບັນ,​ ແຕ່ຊາວບ້ານກໍບໍ່ສາມາດ ຄັດຄ້ານຫຍັງໄດ້ ສະນັ້ນ ເຂົາເຈົ້າ ຈໍາເປັນຕ້ອງໄດ້ຮັບເອົາຄ່າຊົດເຊີຍ ໃນຈໍານວນດັ່ງກ່າວ.

ຊາວບ້ານອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ເວົ້າເລື່ອງຫົວໜ່ວຍລາຄາ ປະຊາຊົນຄືພວກອ້າຍ ສູ້ຊົນເອົາບໍ່ແມ່ນງ່າຍອັນນີ້ກະດາຍ ຜູ້ໄດ້ເງິນຳໄປແລ້ວ ໄປຊອກຊື້ໄຮ່ ຊື້ນາ ແຕ່ກະໄຄໜ້ອຍນຶ່ງ ບາດນີ້ ສະພາບເສຖກິຈ ຄູ່ມື້ນີ້ ມັນປ່ຽນ ມັນກະບໍ່ໄດ້ວ່າ ຊັ້ນສາ.”

ສ່ວນຄວາມຄືບໜ້າ ຂອງໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ແຂວງບໍລິຄໍາໄຊ-ບຶງການ ປັດຈຸບັນ ສັນຍາທີ 1 ຄື ການກໍ່ສ້າງຂົວ ສໍາເຣັດແລ້ວ 60%, ສ່ວນສັນຍາທີ 2 ການກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານ ດ້ານກວດຄົນ ເຂົ້າ-ອອກ ເມືອງສໍເຣັດແລ້ວ 89% ລວມທັງ 2 ສັນຍາສໍາເລັດໄປແລ້ວປະມານ 70% ແລະ ຄາດວ່າ ຈະເປີດນໍາໃຊ້ຢ່າງເປັນທາງການ ໃນຕົ້ນປີ 2024​ ນີ້.

ໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ແລະ ເສັ້ນທາງ ແຂວງບໍລິຄໍາໄຊ-ບຶງການ ມີໄລຍະທາງປະມານ 16 ກິໂລແມັດ ແຍກເປັນ ໂຄງການຝັ່ງໄທຍ ປະມານ 12 ກິໂລແມັດ, ໂຄງການຝັ່ງລາວ ປະມານ 3 ກິໂລແມັດ ສະເພາະຄວາມຍາວ ຂອງຂົວປະມານ 1 ກິໂລແມັດ ປາຍ.​

ມູນຄ່າໂຄງການ ປະມານ 3,640 ລ້ານບາທ ໃນນີ້ປະເທດລາວ ຈະຈ່າຍທັງໝົດ 1,380 ລ້ານບາທ ໂດຍເປັນເງິນກູ້ຢືມ ຈາກສໍານັກງານ ຄວາມຮ່ວມມື ພັທນາເສຖກິຈ ກັບປະເທດເພື່ອນບ້ານ ຫຼື NEDA ຂອງໄທຍ ໃນຮູບແບບເງິນກູ້ດອກເບັ້ຽຕໍ່າ 1.5% ຕໍ່ປີ, ມີສັນຍາການຈ່າຍ 30 ປີ ເຊິ່ງໄດ້ເຊັນກັນ ໃນວັນທີ 17 ມົກກະຣາ 2020 ທີ່ນະຄອນຫຼວງວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org