ການພະນັນສ້າງບັນຫາຢູ່ ຂ.ບໍ່ແກ້ວ
ຍ້ອນຫລິ້ນ ການພະນັນ ແລະ ພົວພັນ ກັບ ຢາເສພຕິດ ໃນເຂດ ສາມຫລ່ຽມຄໍາ ປະຊາຊົນ ແຂວງບໍ່ແກ້ວ ຫລາຍຄົນ ຖືກຈັບ ແລະ ຖືກຂ້າຕາຍ.
-
2014-02-19 -
-
-
Your browser doesn’t support HTML5 audio
ປະຊາຊົນ ແຂວງບໍ່ແກ້ວ ຫລາຍຄົນ ຖືກເຈົ້າໜ້າທີ່ຕໍາຣວດຈັບ ແລະ ຖືກຕັດສິນລົງໂທດຈໍາຄຸກຍ້ອນພົວພັນກັບຂະບວນການຄ້າຢາເສບຕິດ ໃນເຂດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ. ສ່ວນຫລາຍ ເປັນຜູ້ໄປຮັບຢາ ເສບຕິດມາຂາຍຕໍ່ ເປັນພວກຄ້າຢາລາຍຍ່ອຍ. ຕາມຄໍາເວົ້າຂອງເຈົ້າ ໜ້າທີ່ ແຂວງບໍ່ແກ້ວໃນວັນທີ 17 ກຸມພາ 2014:
"ກໍຫລາຍເທື່ອແລ້ວ ປະຊາຊົນຖືກຈັບໄປຖືກຢູ່ກັບພວກນີ້ແຫລະ ເພິ່ນ ກະມີຄົນ ຂອງເພິ່ນ ລະກະປະຊາຊົນ ໄປເອົາຂອງນໍາເຂົາ ມັນກະຖືກ ຈັບຖືກຈັບຫລາຍເດ້".
ນອກຈາກນັ້ນແລ້ວ ກໍເຄີຍມີຂ່າວວ່າ ບາງຄົນທີ່ໄປຫລິ້ນ ການພະນັນ ແລ້ວຕິດໜີ້ເຈົ້າມື ເມື່ອບໍ່ມີເງິນໃຊ້ຄືນ ກໍຖືກເຂົາສົ່ງຄົນມາຂ້າແລ້ວເອົາ ສົບໄປຈູດຖີ້ມຢູ່ປ່າ ເຮັດໃຫ້ນັກພະນັນ ຢ້ານຫວາດຣະແວງ.
ທ່ານກ່າວຕໍ່ໄປວ່າ ບໍຣິເວນສາມຫລ່ຽມຄໍາ ແຂວງບໍ່ແກ້ວ ມີຊື່ສຽງພໍສົມຄວນ ໃນເຣື່ອງຄ້າ ແລະຂົນສົ່ງຢາເສບຕິດ. ທີ່ຜ່ານມາ ພໍ່ຄ້າຢາເສພຕິດ ທ້າວຈາຍ ໜໍ່ຄໍາ ກໍຖືກທາງການຈີນ ປະຫານຊີວິດໃນຂໍ້ຫາປຸ້ນແລະຂ້າລູກເຮືອສິນຄ້າຂອງຈີນ 13 ຄົນ. ແຕ່ເຈົ້າໜ້າທີ່ກໍເຊື່ອວ່າຍັງມີ ເຄືອຂ່າຍ ຂອງພວກຄ້າຢາ ຢູ່ໃນເມືອງຄົ້ນເຜິ້ງ.
ກ່ອນໜ້ານີ້ ຊາວບໍ່ແກ້ວຄົນນຶ່ງ ໄດ້ເປີດເຜີຍວ່າ ມີຄົນລາວເຂົ້າໄປຫລິ້ນພະນັນ ຢູ່ໂຮງກາຊີໂນ ຄິງສ໌ໂຣມັນ ຈຶ່ງສັງເກດເຫັນວ່າໃນນັ້ນສ່ວນໃຫຍ່ ແມ່ນນັກທຸຣະກິດ ແລະວ່າ ຍັງມີບັນຫາການກໍ່ອາສຍາກັມ ເກີດຂຶ້ນຢູ່ ເຖິງຈະມີ ເຈົ້າໜ້າທີ່ ຮັກສາຄວາມປອດພັຍ ຢູ່ກໍຕາມ.