ຊາວບ້ານ ຢູ່ເຂດເມືອງຊານໄຊ ຖືກຫ້າມຫາປາ ໃນບໍຣິເວນເຂື່ອນເຊກະໝານ 1

ເຈົ້າເມືອງ ເມືອງຊານໄຊ ແຂວງອັດຕະປື ອອກແຈ້ງການ ເຣື່ອງ ຫ້າມຊື້-ຂາຍ ແລະລ່າສັດນໍ້າ-ສັດປ່່າ ໃນຊ່ວງຣະດູການຂຍາຍພັນ ນັບແຕ່ເດືອນມິຖຸນາ ຫາເດືອນສິງຫາ ພ້ອມທັງເຮັດບົດບັນທຶກ ສຶກສາອົບຮົມ ກ່ຽວກັບລະບຽບການດັ່ງກ່າວ ໂດຍໃຫ້ເຫດຜົລວ່າ ເປັນໄລຍະການວ່າງໄຂ່ ຂອງປາ.

ເຮືອຫາປາ ຂອງຊາວບ້ານ ທີ່ຢູ່ຕາມລຳນ້ຳສາຍຫຼັກ ໃນປະເທດລາວ. RFA

ໃນວັນທີ 14 ມິຖຸນາ ທີ່ຜ່ານມານ ເຈົ້າເມືອງ ເມືອງຊານໄຊ ແຂວງອັດຕະປື ອອກແຈ້ງການ ເຣື່ອງ ຫ້າມຊື້-ຂາຍ ແລະລ່າສັດນໍ້າ-ສັດປ່່າ ໃນຊ່ວງຣະດູການຂຍາຍພັນ ແຕ່ເດືອນມິຖຸນາ ຫາເດືອນສິງຫາ ພ້ອມເຮັດບົດບັນທຶກສຶກສາອົບຮົມ ກ່ຽວກັບລະບຽບການ ແຕ່ຢ່າງໃດກໍຕາມ ພັດຍັງມີພໍ່ແມ່ປະຊາຊົນຈໍານວນນຶ່ງ ຍັງລະເມີດແຈ້ງການດັ່ງກ່າວນີ້  ດ້ວຍການເຂົ້າໄປຫາປາຢູ່ເຂດເຂື່ອນເຊກະໝານ 1 ເຊິ່ງເຈົ້າໜ້າທີ່ຕໍາຣວດ ກໍໄດ້ກວດສອບ ແລະຍຶດປາຈໍານວນດັ່ງກ່າວນີ້ໄວ້ເປັນຂອງກາງ.

ສໍາລັບເຂື່ອນເຊກະໝານ 1 ທາງດ້ານບໍຣິສັດເຈົ້າຂອງໂຄງການ ຈະອະນຸຍາດໃຫ້ພໍ່ແມ່ປະຊາຊົນໃນພື້ນທີ່ ສາມາດເຂົ້າຫາປາໄດ້ ແຕ່ສະເພາະພື້ນທີ່ບໍຣິເວນໜ້າເຂື່ອນ ໃນຊ່ວງເວລາທີ່ກໍານົດເທົ່ານັ້ນ ແລະທີ່ຜ່ານມາ ພໍ່ແມ່ປະຊາຊົນ ພັດເຂົ້າໄປຫາປາ ແລະນໍາປາດັ່ງກ່າວນີ້ ອອກມາຂາຍໃຫ້ແກ່ພໍ່ຄ້າຄົນກາງ ຢູ່ຮ້ານຄ້າທາງດ້ານໜ້າຂອງເຂື່ອນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບໂຄງການກໍ່ສ້າງເຂື່ອນແຫ່ງນຶ່ງ ໃນແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກໍຣະກະດາ 2023 ນີ້ວ່າ:

“ປະຊາຊົນໄປຫາປານີ້ ກະເຫັນເພິ່ນເຂົ້າຫາໄດ້ເນາະ ເພິ່ນອະນຸຍາດຢູ່ ເຫັນເຂົາເຄີຍຂຶ້ນໄປຫາຢູ່ ຫາປູຫາປາຫັ້ນນ່າ ເວລາໄດ້ປາຫຼາຍມາ ກໍເອົາມາຂາຍໃຫ້ຮ້ານຢູ່ໜ້າເຂື່ອນຫັ້ນ ແລ້ວກໍຈະມີ ພໍ່ຄ້າຄົນກາງນີ້ ເຂົາໄປເອົາຊື້ນ່າ ມັນຈະມີໂຊນທີ່ວ່າ ຊາວປະມົງ ທີ່ວ່າ ເພິ່ນຊິມີບ່ອນໃດ ທີ່ເພິ່ນໃຫ້ຫາ ບ່ອນໃດທີ່ເພິ່ນບໍ່ໃຫ້ຫາຊີ້ນ່າ ເພາະວ່າ ຊ່ວງນີ້ ປາມັນຂຍາຍພັນ ເຂດທີ່ຫວງຫ້າມແນ່ ເຂດທີ່ອະນຸຍາດໄດ້.”

ກ່ອນໜ້ານີ້ ເມື່ອວັນທີ 22 ກໍຣະກະດາ ທີ່ຜ່ານມາ ທ່ານ ອາທິດເດດ ນິນທິລາດ ຫົວໜ້າໜ່ວຍງານກວດກາປ່າໄມ້ ເມືອງຊານໄຊ ແຂວງອັດຕະປື ຣາຍງານວ່າ ໄດ້ສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ກວດກາຕາມສາຍທາງ ເຣີ່ມແຕ່ຈຸດໜ້າເຂື່ອນເຊກະໝານ 1 ຫາ ສາມແຍກບ້ານຫິນດໍາ-ດອນແຄນ ພົບເຫັນຣົຖຕູ້ ບັນທຸກປາປະເພດປາເກັດ ຈໍານວນ 200 ກິໂລກຣາມ ແລະປາແຫ້ງ ຈໍານວນ 7 ກິໂລກຣາມ ລວມທັງໝົດ 207 ກິໂລກຣາມ ຈຶ່ງໄດ້ຍຶດປາຈໍານວນດັ່ງກ່າວນີ້ ໄວ້ເປັນຂອງກາງ ຈາກນັ້ນ ໃນວັນທີ 25 ກໍຣະກະດາ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ດໍາເນີນການຈັດພິທີທໍາລາຍຊິ້ນສ່ວນສັດນໍ້າດັ່ງກ່າວນີ້.

ກ່ຽວກັບເຣື່ອງນີ້ ທາງດ້ານບໍຣິສັດ ເຈົ້າຂອງໂຄງການກໍ່ສ້າງເຂື່ອນ ເຊກະໝານ 1 ໄດ້ອະນຸຍາດ ໃຫ້ພໍ່ແມ່ປະຊາຊົນພາຍໃນພື້ນທີ່ໄດ້ ໃນ 2 ຮູບແບບ ຄື ໃນຊ່ວງນອກຣະດູວາງໄຂ່ ແລະໃນຊ່ວງມີການລະບາຍນໍ້າ ອອກຈາກເຂື່ອນ ສ່ວນນອກນີ້ ທາງໂຄງການ ຈະບໍ່ອະນຸຍາດໃຫ້ຫາປາທຸກກໍຣະນີ ເນື່ອງຈາກເປັນພື້ນທີ່ສັມປະທານ ແລະບໍ່ແມ່ນແຫຼ່ງນໍ້າສາທາຣະນະ.

ດັ່ງຊາວບ້ານ ຢູ່ເມືອງຊານໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽຣີ ໃນມື້ດຽວກັນນີ້ວ່າ:

“ຈັບປາບໍ ບໍ່ໆ ມັນຊິຈັບໄດ້ບໍ ມັນເຂື່ອນໃຫຍ່ (ປັດຈຸບັນ) ບໍ່ ບໍ່ໄດ້ອະນຸຍາດໃດ໋ ນອກຈາກວ່າ ເຂົາຊິປ່ອຍເຂື່ອນປ່ອຍຫຍັງ ເຂົາຊິໃຫ້ ເຂົາຊິອະນຸຍາດໃຫ້ໄປເອົາປາ.”

ທີ່ຜ່ານມາ ຊາວບ້ານຢູ່ຫຼາຍບ້ານ ພາຍໃນເມືອງຊານໄຊ ແຂວງອັດຕະປື ຈໍາເປັນຕ້ອງຫາຢູ່ຫາກິນ ແລະຫາລາຍໄດ້ເບິ່ງແຍງຄອບຄົວ ດ້ວຍການຫາປາ ຈາກອ່າງເກັບນໍ້າຂອງເຂື່ອນເຊກະໝານ 1 ພາຍຫຼັງແຫຼ່ງນໍ້າ ຕາມທັມມະຊາຕ ອ້ອມຂ້າງເຂື່ອນຫຼຸດຄວາມສົມບູນລົງ.

ດັ່ງຊາວບ້ານ ຢູ່ບ້ານຫິນດໍາ-ດອນແຄນ ເມືອງຊານໄຊ ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ:

“ຫາປາຫວາ ມີຫຼາຍບ່ອນນ່າ ທັມມະຊາຕ ເປັນເຂື່ອນ ປະເພດເຂື່ອນມີຫຼາຍບ່ອນ ມີຫຼາຍບ່ອນ ຖ້າວ່າເຮົາຫາປາແບບວ່າ ໄປຂາຍຫັ້ນນ່າ ສ່ວນຫຼາຍຫັ້ນ ທັມມະຊາຕກໍມີ ເຊປອກເຊປຽນຫັ້ນນ່າ ມັນເປັນປາທັມມະຊາຕ ແມ່ນແຫຼະເຂື່ອນເຊກະໝານກໍມີ ແມ່ນແຫຼະ ບາງເຂດ ເຮົາກໍຫາບໍ່ໄດ້ ເຂົາໄປເປັນກະສອບພຸ້ນນ່າ ໄດ້ເປັນຕັກເປັນຕິກຫັ້ນນ່າ.”

ສໍາລັບບໍຣິສັດທີ່ກ່ຽວຂ້ອງ ກັບໂຄງການກໍ່ສ້າງເຂື່ອນຫຼາຍແຫ່ງ ພາຍໃນຫຼາຍບ້ານ ແລະຫຼາຍເມືອງ ພາຍໃນແຂວງອັດຕະປື ແມ່ນໄດ້ອະນຸຍາດໃຫ້ພໍ່ແມ່ປະຊາຊົນ ໃນພື້ນທີ່ ແລະບໍຣິເວນໃກ້ຄຽງ ສາມາດເຂົ້າໄປຫາປາພາຍໃນບ່ອນທີ່ກໍານົດ ເຊິ່ງທາງດ້ານບໍຣິສັດ ຈະເປັນຜູ້ອອກຄໍາສັ່ງຫ້າມພໍ່ແມ່ປະຊາຊົນເຂົ້າໄປຫາປາ ຕາມໄລຍະເວລາທີ່ກໍານົດ.

ດັ່ງຊາວບ້ານ ຢູ່ບໍຣິເວນເຂື່ອນໄຟຟ້ານໍ້າກົງ ນາງນຶ່ງ ກ່າວວ່າ:

“ອໍ ບ່ອນຂະເຈົ້າຫາປາຫຼາຍ ມັນຈະຢູ່ເຂື່ອນເນາະ ມັນຊິເປັນນໍາກົງ ມັນມີຫຼາຍເຂື່ອນດອກ ແຖວເຂື່ອນພູເດັກໂຕເດັກໄປນີ້ຫຼາຍ ຫຼາຍກວ່າໝູ່ນີ້ແມ່ນເຂື່ອນນໍ້າກົງ ຢູ່ຊານໄຊ ເຂົາກໍຕ້ອງໄດ້ອະນຸຍາດເພິ່ນ ບໍ່ ບໍ່ມີບ່ອນໃຫ້ຫາກິນ (ປັດຈຸບັນ) ບໍ່ ເພິ່ນບໍ່ໄດ້ອະນຸຍາດ ເພາະວ່າ ມັນເປັນຊ່ວງປາໄຂ່ຫັ້ນນ່າ ເອີ່ ເຂື່ອນເຊກະໝານ ຈັກ ມັນມີຫຼາຍບ່ອນຢູ່ ແມ່ນໆ ເຂື່ອນເຊກະໝານ ລະກໍແມ່ນ ທຸກຊະນິດເລີຍ ສ່ວນຫຼາຍມັນຈະເປັນແບບ ຫຼາຍປາຫັ້ນນ່າ ເອົາມາກິນໃນຄອບຄົວ ບາງຄົນນີ້ໄດ້ຫຼາຍກໍຈະຂາຍ ບາງບ່ອນຫັ້ນນ່າ.”

ນາງກ່າວຕື່ມວ່າ ເນື່ອງຈາກພາຍໃນແຂວງອັດຕະປື ມີໂຄງການກໍ່ສ້າງເຂື່ອນຫຼາຍແຫ່ງ ເຊິ່ງບໍຣິສັດ ທີ່ດໍາເນີນການເບິ່ງແຍງ ໂຄງການດັ່ງກ່າວນີ້ ພັດມີຂໍ້ກໍານົດ ກ່ຽວກັບໄລຍະເວລາ ໃນການອະນຸຍາດ ໃຫ້ປະຊາຊົນຫາປາຄືກັນ ທັງນີ້ ສໍາລັບໃນຊ່ວງທີ່ໂຄງການເຂື່ອນບໍ່ອະນຸຍາດ ໃຫ້ຫາປາ ເຊິ່ງກົງກັບຊ່ວງຣະດູງຝົນ ພໍ່ແມ່ປະຊາຊົນ ກໍຈະຫັນໄປຫາຢູ່ຫາກິນ ດ້ວຍການຫາໜໍ່ໄມ້, ເຫັດ ແລະຂອງກິນອື່ນໆໃນປ່າແທນ.

ອີງຕາມການຣາຍງານ ຂອງທ່ານ ວິທະຍາ ພົມມະຈັນ ກັມມະການພັກແຂວງ ແລະຫົວໜ້າຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ຕໍ່ກອງປະຊຸມສລຸບວຽກງານ ພະລັງງານ ແລະບໍ່ແຮ່ ປະຈໍາປີ 2021 ລະບຸວ່າ ທົ່ວແຂວງອັດຕະປື ມີໂຄງການເຂື່ອນໄຟຟ້າທັງໝົດ 31 ໂຄງການ ໃນນີ້ ແມ່ນເຂື່ອນໄຟຟ້າທີ່ມີກໍາລັງຕິດຕັ້ງ ຫຼາຍກວ່າ 5 ເມກາວັດຂຶ້ນໄປ ມີ 29 ໂຄງການ, ຮວມກໍາລັງການຕິດຕັ້ງ ທັງໝົດ 1,882.90 ເມກາວັດ ທັງນີ້ ມີເຂື່ອນໄຟຟ້າຫ້ວຍເຫາະ, ເຂື່ອນໄຟຟ້າເຊກະໝານ 1, ເຂື່ອນໄຟຟ້າເຊກະໝານຊານໄຊ, ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ເຂື່ອນໄຟຟ້າເຊນໍ້ານ້ອຍ 1, ເຂື່ອນໄຟຟ້ານໍ້າກົງ 1, 2 ແລະ 3.

ສ່ວນເຂື່ອນໄຟຟ້າ ທີ່ມີກໍາລັງການຕິດຕັ້ງການຜລິດ 5 ເມກາວັດລົງມາ ມີ 2 ໂຄງການ ລວມກໍາລັງການຕິດຕັ້ງ ທັງໝົດ 5.56 ເມກາວັດ ໃນນີ້ ມີ 1 ໂຄງການທີ່ດໍາເນີນການ ປ່ອຍກະແສໄຟຟ້າແລ້ວ ຄື ເຂື່ອນໄຟຟ້າຫ້ວຍສະໜອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org