ເສັຽດິນໃຫ້ເສຖກິຈພິເສດ ຈົນບໍ່ເຫຼືອຫຍັງ ແຕ່ ຊົດເຊີຍພັດງຽບ

ມີຊາວບ້ານ 70 ຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງພັທນາເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ.

ຊາວບ້ານຊີ້ໃສ່ ຈຸດທີ່ດິນຂອງລາວ ຖືກໂຄງການສ້າງຕຶກແຄນຄູ່ ກວມເອົາ ຢູ່ເຂດບ້ານ ບ້ານ ນາແປ ເມືອງໂຂງ ແຂວງ ຈໍາປາສັກ. ວັນທີ 29 ພຶສຈິກາ. ນັກຂ່າວ ພົລເມືອງ

ຊາວບ້ານ 70 ຄອບຄົວ ຢູ່ 4 ບ້ານ ຢູ່ ເມືອງໂຂງ ແຂວງຈໍາປາສັກ ທີ່ເສັຽດິນໃຫ້ໂຄງການ ສ້າງຕຶກແຄນຄູ່ ຂອງໂຄງການພັທນາເສຖກິຈໃໝ່ ສີທັນດອນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ. ໂຄງການພັທນາເສຖກິຈໃໝ່ ສີທັນດອນ ເປັນເຂດເສຖກິຈພິເສດຂ ນາດໃຫຍ່ ເຊິ່ງເປັນໂຄງການຂອງຈີນ. ເຖິງວ່າຈະເສັຽທີ່ດິນນາ, ແຕ່ ຊາວບ້ານ ຢູ່ບ້ານ ນາແປງ, ບ້ານ ທ່າຄໍ້, ບ້ານບຶງງາມ ແລະ ບ້ານ ເວີນຄາມ ຍັງບໍ່ສາມາດຕົກລົງຄ່າຊົດເຊີຍ ກັບເຈົ້າຂອງໂຄງການໄດ້ ຍ້ອນວ່າ ຊາວບ້ານຕີລາທີ່ດິນ ຕາມລາຄາທ້ອງຕລາດ ແຕ່ວ່າ ເຈົ້າຂອງໂຄງການ ກໍເຫັນວ່າ ລາຄາສູງ.

ຊາວບ້ານ ຜູ້ທີ່ຖືກຜົລກະທົບ ຈາກໂຄງການພັທນາໃໝ່ ສີທັນດອນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ເປັນຈັ່ງຊີ້ ສົມມຸດວ່າ ມັນຖືກໂຄງການ ບໍ່ແມ່ນໂຄງການຂອງຣັຖບານເນາະ ມັນເປັນໂຄງການຂອງນາຍທຶນຕ່າງປະເທດ ກະບໍ່ແມ່ນວ່າ ສວຍໂອກາດອີ່ຫຍັງດອກ ທໍາມະດາ ມັນກະບໍ່ໄດ້ວ່າ ຊິຮ້ອງຫຼາຍຫັ້ນນ່າ ດິນແຄມທາງປະຊາຊົນຮ້ອງຂໍວ່າ ຢາກໄດ້ 100,000 – 150,000 ກີບ ທໍ່ນັ້ນດອກ ກະບໍ່ໄດ້ວ່າຫຼາຍດອກ ຕໍ່ແມັດກາເລ້ ບາງນີ້ທາງການຊິໃຫ້ໄດ້ຍິນຂ່າວມາວ່າ ແຕ່ 70,000 ກິີບ ຕໍ່ແມັດກາເຣ້.

ໃນເບື້ອງຕົ້ນ ເຈົ້າຂອງໂຄງການ ພັທນາເສຖກິຈໃໝ່ ສີທັນດອນ ໄດ້ບຸກເບີກທີ່ດິນໄປແລ້ວ 118 ເຮັກຕ້າຣ໌ ເພື່ອກໍ່ສ້າງຕຶກແຄນຄູ່ ແລະ ສິ່ງອໍານວຍຄວາສະດວກອື່ນໆ.​  

ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ:

ທີິ່ເບີກໄປແລ້ວ ຕັ້ງເປັນແຄນຄູ່ 118 ເຮັກຕ້າຣ໌ ສິ່ງກໍ່ສ້າງຍັງບໍ່ໄດ້ຊົດເຊີຍ ແລະ ຍັງບໍ່ທັນໄດ້ຖືກຜົລກະທົບ ແຕ່ວ່າ ມັນມີຢູ່ໃນແຄນຄູ່ນັ້ນ ທີ່ໄດ້ຍົກຍ້າຍ ພວກທີ່ວ່າບຸກເບີກໄປແລ້ວ ຍັງບໍ່ທັນໄດ້ເງິນຫັ້ນນ່າ ເພາະວ່າເປັນປີແລ້ວ ກາຍມາເປັນປີແລ້ວ.

ຊາວບ້ານບາງຄົນ ກໍເສັຽທີ່ດິນນາໝົດ ໃຫ້ແກ້ການກໍ່ສ້າງຕຶກແຄນຄູ່ ແລະ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຈາກເຈົ້າຂອງໂຄງການ ແລະ ປັດຈຸບັນ ເຂົາເຈົ້າຍັງບໍ່ຮູ້ວ່າ ຈະຍົກຍ້າຍໄປຢູ່ທໍາມາຫາກິນຢູ່ໃສ ເພາະວ່າ ບໍ່ມີທີ່ດິນທໍາກິນ.

ຊາວບ້ານອີກຄົນນຶ່ງ ຜູ້ທີ່ເສັຽດິນໃຫ້ແກ່ການກໍ່ສ້າງ ຕຶກແຄນຄູ່ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:  

ຂອງຂ້ອຍມັນຖືກເຕັມໆ ໂລດ ເພາະວ່າ ນາຫັ້ນ ດິນມັນນ້ອຍຢູ່ 3 ເຮັກຕ້າ 70​ ແຕ່ວ່າ ຜົລປູກມັນຫຼາຍ ໄມ້ສັກກະ 30 ຕົ້ນ ໄມ້ດູ່ກະ 30 ຕົ້ນ ໄມ້ມ່ວງກົກມ່ວງກິນເຮົານີ້ກະ 15 ຕົ້ນ ກົກໝາກຂາມກະ 14 ຕົ້ນ ລະກະກໍສັງຜອກສັງໄພ ອິຫຍັງ ເຂົາກະບໍ່ທັນໄດ້ໃຫ້້ເດ້.​

ຊາວຢູ່ເຂດດັ່ງກ່າວຫຼາຍຄົນ ກໍໄດ້ມີການລົງທຶນປູກມັນຕົ້ນ ແຕ່ ໂຄງການໄປບຸກເບີກທີ່ດິນ ຂອງເຂົາເຈົ້າອອກໝົດ ໃນຂະນະທີ່ມັນຕົ້ນເຂົາເຈົ້າກໍຖືກທໍາລາຍ ແລະ ເງິນທີ່ເຂົາເຈົ້າລົງທຶນໃສ່ສວນມັນຕົ້ນ ກໍເສັຽໄປ.

ຊາວບ້ານທ່ານນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ລົງທຶນໄປກະຖິ້ມຟີໂລດນ່າ ນໍາອີ່ຫຍັງກະບໍ່ໄດ້ ບໍ່ໄດ້ພໍດີ້ ມາລົງທຶນໃໝ່ເຮັດໃໝ່ອີກ ພໍນໍ້າຕາຕົກນ້ອຍເອີ ລູກໄດ້ມາ ຜູ້ນຶ່ງ 9 ລ້ານ ຜູ້ນຶ່ງ 8 ລ້ານ ມາໂມ 30 ລ້ານ ກະມາເຮັດ ພໍດີເອາະເຍາະ ບໍ່ຈັກຊິເວົ້າໂລດນ່າ ໝົດໂລດ ຄວາມຊິເວົ້າບໍ່ມີດອກ ຈັກຊິໃຫ້ບໍ່ໃຫ້ ບໍ່ໃຫ້ກະວ່າ ບໍ່ເປັນແຫຼ ຂອງຂ້ອຍມັນຖືກ ຄັນວ່າ ບໍ່ເປັນນາ ກະແມ່ນນາບໍ່ໄດ້ໃສ່ປຸ໋ຍ ດີໄດ໋ເຂົ້າ.

ທີ່ຕັ້ງຂອງການກໍ່ສ້າງຕຶກແຄນຄູ່ ຂອງໂຄງການພັທນາເສຖກິຈ ສີທັນດອນ ກວມເອົາເອົາ 4 ບ້ານ ຄື ບ້ານ ນາແປ, ບ້ານບຶງງາມ, ບ້ານທ່າຄໍ້ ແລະ ບ້ານ ເວີນຄາມ. ຊາວບ້ານ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:

ນາແປງ ບຶງງາມ ທ່າຄໍ້ ເວີນຄາມ ຖືກຜົລກະທົບບຸກເບີກແຕ່ປີກາຍພຸ້ນ ອັນນີ້ເວົ້າສະເພາະໂຕທີ່ເຂົາຊິເຮັດແຄນຄູ່ໄດ໋ ແຕ່ວ່າ ເງິນບໍ່ທັນໄດ້ຕີ້ ຄັນມັນໄດ້ເງິນມັນຊິຍາກຫຍັງຫວະ ເຂົາບໍ່ຮ້ອງບໍ່ໂຮດອກປະຊາຊົນ.

ນອກຈາກນີ້ ເຈົ້າໜ້າທີ່ທ້ອງຖິ່ນ ບໍ່ສາມາດເຂົ້າໄປກວດສອບ ໂຄງການດັ່ງກ່າວໄດ້ ເພາະວ່າ ຣັຖບານຂັ້ນສູນກາງເປັນຜູ້ອະນຸມັດໂຄງການດັ່ງກ່າວ ແລະ ມີກົດໝາຍພິເສດຄຸ້ມຄອງ.

ຊາວບ້ານ ທ່ານນີ້​ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ມັນເປັນເສຖກິຈພິເສດ ເຂົາບໍ່ໄດ້ໃຫ້ເຈົ້າໜ້າທີ່ກວດສອບຮ່ວມມື ກວດສອບເຂົາ ຂັ້ນແຂວງກະມາ ປະຊຸມທາງສະພາກະລົງມາ ທາງພື້ນຖານກະຖາມວ່າ ສາເຫດ ຢາກຖາມວ່າ ທາງອົງການຈັດຕັ້ງ ໂອ້ການຈັດຕັ້ງຂັດພື້ນຖານ ເຂົ້າກວດສອບໄດ້ ຄົນມາພັກເຊົາ ຄົນມາເຮັດວຽກ ເພື່ອມັນກວດສອບງ່າຍ ທາງແຂວງກະຍອມວ່າ ເຂົ້າກວດສອບເຂົ້າບໍ່ໄດ້ ເຂົາກວດສອບເຂົາເອງ ຂອງເຂົາຜ່ານນາຍົກເຮົາມາຈັ່ງຊັ້ນເດ້ ອັນນີ້ກະບໍ່ຈັກຊິວ່າ ທາງແຂວງກະບອກແນວນັ້ນ ສະແດງວ່າ ມັນຢາກເຮັດຈັ່ງໄດ໋ ມັນກະເຮັດໄດ້ຕີ້ເນາະ.

ເຖິງຢ່າງໃດກໍຕາມ, ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ຍັງບໍ່ທັນຮູ້ຣາຍລະອຽດ ຂອງຄ່າຊົດເຊີຍ. ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າ: 

ກະຫຼາຍເຮັກຕ້າ ແຕ່ວ່າ ຄ່າຊົດເຊີຍນີ້ ກະບໍ່ທັນຮູ້ ຄ່າຊົດເຊີຍນີ້ບໍ່ທັນໄດ້ຮູ້ ແຕ່ລະຄອບຄົວຍັງບໍ່ທັນໄດ້ຮູ້ ມູນຄ່າຊົດເຊີຍນີ້ ເພິ່ນຊິມາໃຊ້ໃຫ້ຊໍ່າໃດ ກະບໍ່ທັນຮູ້ໂຕນີ້ນິ.

ຊາວບ້ານ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:

ໜ່ວຍງານໂຄງການ ແລະ ເຈົ້າໜ້າທີ່ຈະລົງມາໂອ້ລົມກັບປະຊາຊົນ ກ່ຽວກັບຄ່າຊົດເຊີຍ ໃນເດືອນທັນວາ 2023​.

ທາງການຍັງ ບໍ່ທັນໄດ້ອອກຂໍ້ອະນຸມັດຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ເພາະວ່າ ທັງສອງຝ່າຍ ຄື ຊາວບ້ານ ແລະ ເຈົ້າຂອງໂຄງການ ຍັງບໍ່ທັນໄດ້ຕົກລົງກັນເຣື່ອງຄ່າຊົດເຊີຍໄດ້.

ສະພາປະຊາຊົນ ແຂວງຈໍາປາສັກ ເຊິ່ງເປັນໜ່ວຍງານທີີ່ຮັບຜິດຊອບອະນຸມັດ ເຣື່ອງຄ່າຊົດເຊີຍ ບໍ່ສາມາດເຮັດຫຍັງໄດ້ ເພາະວ່າ ຕ້ອງລໍຖ້າການຕົກລົງກັນລະຫວ່າງ ເຈົ້າຂອງໂຄງການ ກັບ ປະຊາຊົນ ທີ່ເປັນເຈົ້າຂອງທີ່ດິນກ່ອນ.

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ: 

ມັນກະຍັງບໍ່ທັນໄດ້ລະອຽດຄືກັນ ຍັງບໍ່ທັນຈະແຈ້ງ ມັນເປັນຈັ່ງຊີ້ ສົມມຸດວ່າ ຢູ່ໃນເຂດໂຕນັ້ນ ການກໍ່ສ້າງມັນກະຍັງບໍ່ທັນມີຂໍ້ຕົກລົງອອມາ ກ່ຽວກັບຄ່າຊົດເຊີຍຫັ້ນ ຕົ້ນໄມ້ທໍ່ໃດ ດິນທໍ່ໃດ ຍັງບໍ່ທັນໄດ້ມີ ມົນມຸດວ່າໃຫ້ແມັດນຶ່ງ ສົມມຸດວ່າດິນປຸກສ້າງ ປະຊາຊົນວ່າ 150,000 ກີບ ທາງທຸຣະກິຈ ກະວ່າສູງໂພດສະເພິ່ນ ກະຍັງບໍ່ໄດ້ຮັບຮ້ອງໄດ້ ສະພາເພິ່ນກະຍັງບໍ່ທັນໄດ້ເຊັນ.

ມາປັດຈຸບັນ ປະຊາຊົນປະມານ 70 ຄອບຄົວ ທີ່ເສັຽດິນໃຫ້ແກ່ໂຄງການດັ່ງກ່າວ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ໃນເບື້ອງຕົ້ນ.

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ໄດ້ກ່າວຕື່ມວ່າ ຍັງເຫຼືອ 70 ຄອບຄົວ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ໃນໂຄງການ ກໍ່ສ້າງຕຶກແຄນຄູ່ນັ້ນ. ເຖິງຢ່າງໃດກໍຕາມ, ໃນເດືອນກັນຍາ 2023 ທີ່ຜ່ານມາ, ຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງຈໍາປາສັກ ໄດ້ຈັດພິທີມອບເງິນຄ່າຊົດເຊີຍ ທັງໝົດ 13 ຕື້ກີບ ໃຫ້ຊາວບ້ານບ້ານທ່າມ່ວງ 35 ຄອບຄົວ ທີ່ເສັຍດິນນາ, ດິນສວນ ແລະ ຜົລປູກ ໃຫ້ແກ່ການກໍ່ສ້າງສນາມກັອຟ ຂອງໂຄງການພັທນາເສຖກິຈໃໝ່ ສີທັນດອນ ຂອງນັກລົງທຶນຈີນ ອີງຕາມຣາຍງານ ຂອງສະຖານີວິທຍຸ ແລະໂທຣະພາບ ເມືອງໂຂງໃນມື້ວັນທີ 29 ກັນຍາທີ່ຜ່ານມາ.

ສໍາລັບ ການພັທນາເຂດເສຖກິຈໃໝ່ ສີທັນດອນ ແມ່ນຢູ່ລະຫວ່າງໄລຍະ ທີ່ 1 ຈາກທັງໝົດ 6 ໄລຍະ ເຊິ່ງດໍາເນີນການ ໃນໄລຍະທໍາອິດນີ້ ໄດ້ເຣີ່ມຕັ້ງແຕ່ເດືອນ ພຶສຈິກາ ປີ 2019 ເປັນຕົ້ນມາ ໂດຍມີການກໍ່ສ້າງເສັ້ນທາງ, ນ້ໍາປະປາ, ສາຍໄຟຟ້າ ແລະ ສ້າງໂຮງຮຽນປະຖົມສົມບູນ ບ້ານຂີ້ນາກ ສໍາເຣັດໄປແລ້ວ.

ໂຄງການພັທນາເຂດເສຖກິຈໃໝ່ ສີທັນດອນ ປະກອບດ້ວຍ ສນາມກັອຟ, ຕຶກແຄນຄູ່ ທີ່ລວມເອົາ ແຫລ່ງທ່ອງທ່ຽງ ແລະ ແຫລ່ງບັນເທີງ, ກາສິໂນ, ທະນາຄານ, ສະຖາບັນການເງິນ, ໂຄງສ້າງພື້ນຖານດ້ານການສຶກສາ, ໂຄງການກະສິກັມ ແລະ ສາທາຣະນະສຸຂ.

ໂຄງການພັທນາເສຖກິຈໃໝ່ ສີທັນດອນ ມີເນື້ອທີ່ດິນເກືອບ 10,000 ເຮັກຕ້າຣ໌ ທີ່ຄອບຄຸມ ທັງດິນ, ດອນ ແລະ ແມ່ນ້ໍາຂອງ ມູນຄ່າການລົງທຶນປະມານ 9 ຕື້ໂດລ້າຣ໌, ມີອາຍຸສັມປະທານ 50 ປີ ແລະ ສາມາດຕໍ່ສັນຍາ ສັມປະທານໄດ້, ອີງຕາມຂໍ້ມູນຈາກທາງການລາວ.

ບໍຣິສັດ Laos Maha Nathi Sithandone (Hong Kong) Investment ເຊິ່ງເປັນຂອງນັກລົງທຶນຈີນ ແລະ ບໍຣິສັດ LTV Road and Bridge Construction Sole ເປັນເຈົ້າຂອງໂຄງການ.  

ອີງຕາມຂໍ້ມູນ ຈາກຊາວບ້ານ ແລະ ເອກະສານໂຄງການ, ມີປະມານ 30 ປາຍບ້ານ ຢູ່ເມືອງໂຂງ ແຂວງ ຈໍາປາສັກ ທີ່ໂຄງການພັທນາເສຖກິຈໃໝ່ ສີທັນດອນ ກວມເອົາ ແລະ ຈະມີການເວນຄືນທິີ່ດິນ. ​

ລາຍຊື່ບ້ານ ມີດັ່ງນີ້:

  1. ບ້ານ ນາແປງ
  2. ບ້ານບຶງງາມ
  3. ບ້ານ ທ່າຄໍ້
  4. ບ້ານ ເວີນຄາມ
  5. ບ້ານ ເດື່ອ
  6. ບ້ານ ມ່ວງ
  7. ບ້ານ ສາລາ
  8. ບ້ານ ທ່າໝາກເຫັບ
  9. ບ້ານ ດອນສົມ
  10. ບ້ານ ເວີນສົມ
  11. ບ້ານ ແກ້ງກຸ່ມ
  12. ບ້ານ ທ່າພ້າວ
  13. ບ້ານ ທ່າໂພ
  14. ບ້ານ ນາງຄວັດ
  15. ບ້ານ ດອນເປືອຍ
  16. ບ້ານ ທໍລະທີ
  17. ບ້ານ ດອນຊ້າງ
  18. ບ້ານ ຫົວໂຂງແຫຼມ
  19. ບ້ານກາງໂຂງ
  20. ບ້ານໂພນຈໍາປາ
  21. ບ້ານ ເມືອງແສນ
  22. ບ້ານ ນາ
  23. ບ້ານ ຫ້ວຍ
  24. ບ້ານ ຫີນສິ່ວ
  25. ບ້ານ ໂພນ
  26. ບ້ານ ສົງເປືອຍ
  27. ບ້ານ ເສັດນໍ້າອ້ອມ
  28. ບ້ານ ເສັດເຕົາເຫຼັກ
  29. ບ້ານ ທ່າມ່ວງ
  30. ບ້ານ ຫາງຄອນ
  31. ບ້ານ ດອນເຊໂຮງ
  32. ບ້ານ ແສນຮາດນ້ອຍ
  33. ບ້ານ ໜອງເຫ້ຍ
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org