ເຮືອຫຼົ້ມຫາຍສາບສູນ 5 ຄົນຄາດວ່າເສັຽຊີວິດ

ເຮືອຈຈົມ ບໍຣິເວນ ອ້າງນ້ຳໄຜ່ ເຮັດໃຫ້ມີຜູ້ຫາຍສາບສູນ 5 ຄົນ, ອຸບັດຕິເຫດໃນຄັ້ງນີ້ ທາງໜ່ວຍງານ ທະຫານ ຂອງແຂວງໄຊສົມບູນ ທີ່ເຂົ້າຊ່ອຍເຫຼືອຜູ້ປະສົບພັຍ ພົ້ບອຸປະສັກ ເນື່ອງຈາກທາງໜ່ວຍງານ ຂາດເນີນ ເຄືອງມືຄົ້ນຫາຜູ້ຫາຍສາບສູນ ໂດຍສະເພາະອຸປະກອນທາງນ້ຳ.

ເຫດການເຮືອໃຫ້ບໍຣິການທ່ອງທ່ຽວ ຫຼົ້ມ ວັນທີ 4 ເມສາ ປີນີ້ ຮູບພາບຈາກ : ນັກຂ່າວພົລເມືອງ

ເກີດເຫດເຮືອຈັກຫຼົ້ມລົງບໍຣິເວນອ່າງນໍ້າໄຜ່ ບ້ານໜອງພູນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນເຮັດໃຫ້ມີຜູ້ຫາຍສາບສູນ 5 ຄົນ ຄາດວ່າອາດເສັຍຽຊີວິດແລ້ວ ຍ້ອນບໍຣິເວນເກີດເຫດ ທີ່ເຮືອທັງສອງລຳໄດ້ຫຼົ້ມລົງນັ້ນ, ນໍ້າເລິກເຖີງ 25 ແມັດ ແລະ ຫ່າງໄກຈາກຝັ່ງເຖິງ 100 ແມັດ. ຈາກການຣາຍງານຂອງເຈົ້າໜ້າທີ່ມີຜູ້ໂດຍສານ 19 ຄົນ. ເຫດການດັ່ງກ່າວເກີດຂື້ນແຕ່ວັນທີ 13 ຕຸລາ ຜ່ານມາ ເຊີ່ງໜ່ວຍງານທະຫານຂອງແຂວງ ໄຊສົມບູນທີ່ເຂົ້າໄປຊ່ອຍເຫຼືອ ຜູ້ປະສົບພັຍເທື່ອນີ້ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 15 ຕຸລາ ວ່າ ທາງໜ່ວຍງານຂາດເຂີນ ອຸປະກອນການຊ່ອຍເຫຼືອ ໃນການຊອກຫາຊາກສົບຜູ້ຫາຍສາບສູນ ແລະບໍ່ມີໜ່ວຍງານກູ້ພັຍໃນທ້ອງຖີ່ນ.

ອໍຍັງຂາດເຂີນ ບໍ່ມີນໍ້ເຮົາໜ່ວຍກູ້ພັຍຢູ່ເມືອງກໍບໍ່ມີເນາະ ເຮືອນ້ອຍດຳນໍ້ານີ້ເນາະ ມີແຕ່ປະສານຫາທາງແຂວງວຽງຈັນ ເພາະວ່າເຮືອນ້ອຍມັນກໍບໍ່ພຽງພໍ ຫຼືວ່າຄັນດີແທ້ກໍຢາກໄດ້ເສື້ອຊູຊີບແນ່ມາໃຫ້ປະຊາຊົນເນາະ ເຂົາເຈົ້າກໍຢູ່ເຂດຫ່າງໄກສອກຫຼີກ ຄົນທີ່ວ່າທຸກຍາກຂາດເຂີນຫັ້ນແຫຼະ ເຮືອກໍໄດ້ວ່າເປັນເຮືອທັມມະຊາດ ໃຊ້ເຮືອຈັກສື່ໆ.

ສຳລັບເຫດການເຮືອຫຼົ້ມທີ່ເກີດຂື້ນໃນເມືອງ ຫຼືແຂວງຕ່າງໆ ພາຍໃນປະເທດລາວ ບໍ່ວ່າຈະເປັນຍ້ອນອຸປັດຕິເຫດ ຫຼືພັຍພິບັດກໍຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນທ້ອງຖິ່ນເຂດຫ່າງໄກສອກຫຼີກ ຈະຕ້ອງໄດ້ປະສານຂໍຄວາມຊ່ອຍເຫຼືອໄປຍັງ ໜ່ວຍກູ້ພັຍທີ່ມີຢູ່ໃນເມືອງໃຫຍ່ໆ ເຊັ່ນ ນະຄອນຫຼວງວຽງຈັນ ແລະບັນດາແຂວງຕ່າງໆ ດັ່ງເຈົ້າໜ້າທີ່ກູ້ພັຍ ນະຄອນຫຼວງວຽງຈັນກ່າວໃນມື້ດຽວກັນວ່າ:

ແຕ່ວ່າເວລາທີ່ວ່າ ເພິ່ນຮ້ອງຂໍມາເນາະ ຄັນວ່າແມ່ນເຮົາສາມາດໄປໄດ້ ແມ່ນເຮົາມີເງື່ອນໄຂ ໃນການໄປຊ່ອຍແລ້ວຕ່າງແຂວງ ມັນຈະຫຍຸ້ງຍາກເຣື່ອງການເດີນທາງ ຄັນແມ່ນວ່າຫຼາຍມື້ແລ້ວ ໃນກໍຣະນີທີ່ວ່າຈົມໄດ້ 2 ມື້ ຫຼື 3 ມື ແລ້ວແມ່ນວ່າເຮົາຈະບໍ່ເດີນທາງໄປ ເພາະວ່າມັນຈະຄົບ 48 ຊົ່ວໂມງແລ້ວເຮົາຊິໄປຮອດມັນກໍເປັນສົບແລ້ວຫັ້ນນ່າ.

ຊາວບ້ານຢູ່ບໍຣິເວນແຄມອ່າງນໍ້າໄຜ່ ບ້ານໜອງພູນໄຊ ເມືອງລ່ອງແຈ້ງຈຳນວນຫຼາຍ ຫາຢູ່ຫາກິນດ້ວຍການເຮັດໄຮ່ເຮັດນາ ແລະຈັບປາຢູ່ບໍຣິິເວນແຄມອ່າງ. ແຕ່ຢ່າງໃດກໍຕາມພວກ ເຂົາເຈົ້າຍັງບໍ່ທັນຄຸ້ນເຄີຍກັບການໃຊ້ຊີວິດໃນບໍຣິເວນດັ່ງກ່າວປານໃດເນື່ອງຈາກພວກເຂົາ ເຈົ້າຫາກໍຍ້າຍມາໃໝ່ພາຍຫຼັງມີການສ້າງເຂື່ອນໃນພື້ນທີ່ໄກ້ຄຽງ. ເຊີ່ງເຮັດໃຫ້ແຫຼ່ງນໍ້າບໍຣິເວນບ້ານລ່ອງແຈ້ງ ມີການຂື້ນລົງຜິດປົກກະຕິ. ດັ່ງເຈົ້າໜ້າທີ່ ຂັ້ນເມືອງລ່ອງແຈ້ງກ່າວວ່າ:

ປະເພດເສັpຊີວິດນຳອ່າງ ກໍສ່ວນຫຼາຍເຂົາເຈົ້າກໍໄປຫາຢູ່ຫາກິນນີ້ຊິນ່າ ມັນບໍ່ແມ່ນເວົ້າເຖິງການທ່ຽວ ການທ່ອງທ່ຽວດອກ ໄປຫາຢູ່ ຫາກິນນີ້ຊື່ໆ ມັນບໍ່ໄດ້ມີ ບໍຣິສັດໃດ ມາເຮັດການທ່ອງທ່ຽວເທື່ອຫັ້ນນ່າ ມີແຕ່ເຂົາຫາຢູ່ ຫາກິນນີ້ນ່າແລ້ວກໍເຮືອຫຼົ້ມເຮືອຫຍັງຊື່ໆ.

ເຫດການດັ່ງກ່າວນີ້ ເປັນອຸປັດຕິເຫດທີ່ເກີດຂື້ນພາຍຫຼັງເຮືອກາບນ້ອຍ ລຳນຶ່ງນໍ້າມັນໝົດ ແລະຈອດນິ້ງຢູ່ກາງນໍ້າ ເຮືອກາບນ້ອຍອີກລຳນຶ່ງແລ່ນມາຊ່ອຍ ຈາກນັ້ນກໍພາກັນຂື້ນເຮືອລຳທີ່ວ່ານໍ້າມັນໝົດ ເຮືອກໍເລີຍຈົມ ຊາວບ້ານທີ່ລອຍນໍ້າເປັນກໍພະຍາຍາມລອຍນໍ້າເຂົ້າຝັ່ງໃນ. ຂນະທີ່ຊາວບ້ານທີ່ລອຍນໍ້າບໍ່ເປັນ ຈຳນວນ 5 ຄົນ ໄດ້ຈົມນໍ້າ ແລະຫາຍສາບສູນໂດຍໃນຈຳນວນນີ້ ມີ 4 ຄົນ ແມ່ນເປັນສະມາຊິກໃນຄອບຄົວດຽວກັນ. ດັ່ງຊາວບ້ານໜອງພູນໄຊ ເມືອງລ່ອງແຈ້ງໄດ້ກ່າວວ່າ:

ອໍ ເຂົາເຈົ້າວ່າໄປກ່ຽວເຂົ້າຫັ້ນນ່າ ໄກ້ຊິຮອດທ່າເຮືອແລ້ວ ບັງເອີນເຮືອຄັນນຶ່ງຫັ້ນນໍ້າມັນໝົດ ຄັນທີສອງກຳລັງວ່າຈະໄປຊ່ອຍເລັ່ງຈັກ ຫັ້ນນ່າບັງເອີນວ່າໄປຂື້ນເຮືອທີ່ວ່ານໍ້າມັນໝົດ ເຮືອກໍໄດ້ຈົມລົງທັງສອງເລີຍຊີ້ຫັ້ນນ່າ.

ໃນຂນະດຽວກັນ ຊາວບ້ານຜູ້ເຫັນເຫດການ ອີກຄົນນຶ່ງກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ຄວາມສຳຄັນໃນການຈັດສັນ ອຸປະກອນສຳລັບການຊ່ອຍເຫຼືອ ຜູ້ປະສົບອຸປັດຕິເຫດທາງນໍ້າ ໂດຍສະເພາະໃນພື້ນທີ່ຫ່າງໄກສອກຫຼີກຕື່ມ.

ແມ່ນຍັງຂາດເຂີນ ເຣື່ອງເຮືອຊ່ອຍ ເຄື່ອງດຳນໍ້າເນາະ ອັນນີ້ມັນຍັງໄດ້ໄປຂໍຄວາມຊ່ອຍເຫຼືອ ນຳພວກທີ່ວ່າ ຄົນມີເຮືອ ຖັງດຳນໍ້າກໍມີແຕ່ເອົາຖັງນີ້ແມ່ນຍັງຂາດເຂີນອຸປະກອນ ຢູ່ກັບເຮືອກໍຢາກໄດ້ເຄື່ອງອຸປະກອນກໍໄດ້ເປັນລັກສະນະ ທັງເຮືອ ທັງຈັກ ທັງຫັ້ນນ່າອຸປະກອນດຳນໍ້າ.

ກ່ອນໜ້ານີ້ກໍເຄີຍເກີດເຫດການເຮືອຫຼົ້ມດັ່ງເມື່ອວັນທີ 4 ເມສາ 2021 ເຮືອຫຼົ້ມ ທີ່ອ່າງນໍ້າງື່ມແດນສວັນຣີສອດ. ທ່ານ ຈຸມມະລີ ໄຊຍະສອນ ອາດີດປະທານປະເທດລາວ ພ້ອມດ້ວຍຄອບຄົວ ແລະຜູ້ໄກ້ຊິດຈຳນວນ 39 ຄົນ ໄດ້ປະສົບອຸປັດຕິເຫດເຮືອຫຼົ້ມຂນະທີ່ທ່ອງທ່ຽວ ພາຍໃນອ່າງນໍ້າງື່ມ ແຂວງວຽງຈັນ ເຮັດໃຫ້ມີຜູ້ເສັຽຊີວິດ 8 ຄົນ ສ່ວນ ທ່ານ ຈູມະລີ ໄຊຍະສອນ ປັຈຈຸບັນ ປີ່ນປົວເຊົາດີແລ້ວ.

ໃນວັນທີ 26 ພືສພາ 2015 ກໍເກີດເຮືອແພ ທີ່ນຳສົ່ງນັກຮຽນຊັ້ນປະຖົມ ແລະຊາວບ້ານ ຮວມ 39 ຄົນຫຼົ້ມກາງອ່າງນໍ້າງື່ມ ຢູ່ຣະຫວ່າງບ້ານນາບົງ ແລະບ້ານທ່າກົກໄຊ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ເຫດການດັ່ງກ່າວເຮັດໃຫ້ນັກຮຽນເສັຽຊີວິດ 10 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org