ຊາວບ້ານຂໍໃຫ້ບູຣະນະ ແຫຼ່ງ ທ່ອງທ່ຽວ ແລະຖນົນ
ຊາວຫຼວງພຣະບາງ ຮຽກຮ້ອງ ໃຫ້ ທາງການ ແປງຖນົນ ແລະ ສະຖານທີ່ ທ່ອງທ່ຽວ.
-
ມະນີຈັນ
2020-07-27 -
-
-
Your browser doesn’t support HTML5 audio
ຊາວນະຄອນຫຼວງພຣະບາງ ຮຽກຮ້ອງໃຫ້ທາງການ ສ້ອມແປງຖນົນ ແລະ ສະຖານທີ່ທ່ອງທ່ຽວ ໃຫ້ດີຂຶ້ນ ເປັນຕົ້ນແມ່ນຖນົນສີສວ່າງວົງ ເຊີ່ງ ປັຈຈຸບັນມີຂຸມ ແລະເປ່ເພຫຼາຍ. ພ້ອມກັນນີ້ ທາງການຄວນຈັດການສັນຈອນ ການຈອດຣົດ ແລະ ຂາຍເຄື່ອງຕາມເສັ້ນທາງທີ່ສຳຄັນ ໃຫ້ເປັນຣະບຽບ. ດັ່ງຊາວບ້ານ ໃນນະຄອນຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ກໍຣະກະດາ ວ່າ:
"ຖນົນສີສວ່າງວົງ ນີ້ເນາະມັນຈະເປັນຕລາດກາງຄືນ ແລະ ຕອນເຊົ້ານີ້ ຈະເປັນຕລາດເນາະ ຈະໄປຈອດຣົດທຸກຄົນ ທີ່ວ່າແຂກ ໄກນໍາທ່ຽວ ແຂກຫລືຄົນ ທີ່ໄປເລາະຕລາດ ນີ້ມັນຈະ ເຮັດໃຫ້ ມັນແອອັດເພາະ ເສັ້ນທາງຂ້ອນຂ້າງນ້ອຍເພາະເຂົາຈະຈອດຣົດກັນ ເປັນການແອອັດ."
ນອກຈາກນີ້ຊາວບ້ານອີກທ່ານນຶ່ງກໍຮຽກຮ້ອງໃຫ້ ທາງການຈັດຣະບຽບກັບກຸ່ມ ພໍ່ຄ້າ-ແມ່ຄ້າ ທີ່ຂາຍເຂົ້າຕັກບາດ ບໍຣິເວັນຖນົນສີສວ່າງວົງ ເນື່ອງຈາກພວກເຂົາສົນໃຈ ແຕ່ການຂາຍພຽງ ຢ່າງດຽວໂດຍບໍ່ສົນໃຈ ກັບພາບພົດ ດັ່ງການຍ່າງອອ້ມຫນ້າອ້ອມຫລັງພຣະສົງ ສັມມະເນັນ ເຊີ່ງເປັນພາບບໍ່ງາມຕາ.
ທາງໄປຖໍ້າຕິ່ງຊາວບ້ານ ກໍຮຽກຮ້ອງໃຫ້ ທາງການສ້ອມແປງ ແລະ ປູຢາງ ເພາະຈາກ ນະຄອນຫຼວງພຣະບາງ ຫາຖໍ້າຕີ່ງນັກທ່ອງທ່ຽວ ສາມາດເດີນ ທາງໄປໄດ້ທັງ ທາງບົກ ແລະ ທາງນໍ້າ ຖນົນຍັງບໍ່ສະດວກ ບາງຈຸດຍັງເປັນທາງດິນແດງຢູ່:
"ຢາກໃຫ້ທາງການທ່ອງທ່ຽວຖໍ້າຕີ່ງ ມີຄວາມສວຍງາມ ກວ່ານີ້ເນາະ ກໍຄວນຈະໄປທາງນໍ້າ ກໍໄດ້ ທາງບົກກໍໄດ້ ແຕ່ປັຈຈບຸັນນີ້ ທາງບົກນີ້ ຫົນທາງກໍຍັງ ບໍ່ຄ່ອຍສະດວກບໍ່ທັນ ໄປວຽນທາງໄປ ແບບອ້ອມວຽນໄດ້ຖນົນ ບາງຈຸດຍັງເປັນທາງດິນແດງຢູ່. "
ໃນຂນະທີ່ພະນັກງານ ບໍຣິສັດນໍາທ່ຽວ ແຂວງຫລວງພຣະບາງ ກໍ່ສເນີໃຫ້ມີການປັບປຸງເສັ້ນ ທາງນໍາພານັກ ທ່ອງທ່ຽວໄປ ທ່ຽວໃຫ້ດີຂື້ນ. ເພາະທາງທ່ອງທ່ຽວ ຫລືຖນົນ ເຂົ້າສະຖານທີ່ ທ່ອງທ່ຽວ ບາງແຫ່ງກໍຍັງຫຍຸ້ງຍາກ ເປັນດິນແດງ ຫລືພຽງແຕ່ປູຫີນ ຍັງບໍ່ທັນເປັນທາງ ປູຢາງເຂົ້າ ຫຼືແຫຼ່ງທ່ອງທ່ຽວບາງບ່ອນ ທີ່ເປີດໃຫມ່ ກໍຍັງບໍ່ຕິດປ້າຍບອກທາງ ຫລື ຫ້ອງນໍ້າ ຕາມແຫລ່ງ ທ່ອງທ່ຽວ ທີ່ຢູ່ນອກເມືອງ ກໍຍັງບໍ່ໄດ້ມາຕຖານ.
ໃນຕົວເມືອງເຮົາກໍພໍມີ ຢູ່ແຕ່ຫ້ອງນໍ້າບາງບ່ອນ ກໍຍັງບໍ່ໄດ້ມາຕຖານ ຫັ້ນນະກໍພໍມີ ແຕ່ເຮົາກໍພຍາຍາມ ສເນີໂຄງການ ເພື່ອຈະສ້າງໃຫ້ເປັນ ມາຕຖານອາຊຽນ.
ທາງດ້ານເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ແຂວງຫລວງພຣະບາງ ໄດ້ກ່າວວ່າຕອນນີ້ ທາງການມີການວາງແຜນ ເພື່ອປັບປຸງ ເສັ້ນທາງທີ່ເສັຍຫາຍຮວມເຖິງ ສຳຣວດ ແລະ ສ້ອມແປງບູຮານ ສະຖານຢູ່ຕລອດຮວມໄປເຖີງ ຄວາມສວຍງານ ແລະຄວາມ ປອດພັຍ ສຳຣັບນັກທ່ອງທ່ຽວດ້ວຍ.
"ພວກເຮົາກຳລັງປັບປຸງ ຄວາມສວຍງາມຄວາມປອດພັຍ ໃຫ້ແກ່ນັກທ່ອງທ່ຽວ ແລະພວກເຮົາກໍກຳລັງ ສຳຣວດແຫຼ່ງທ່ອງທ່ຽວໃໝ່ ເພື່ອໃຫ້ ນັກທ່ອງທ່ຽວຫຼວງພຣະບາງໃຫ້ຫຼາຍຂຶ້ນ."
ວາຣະສານ Travel + Leisure ທີ່ມີຊື່ສຽງໂດ່ງດັງ ຂອງອາເມຣິກາ ຣາຍງານວ່າ ແຂວງຫຼວງພຣະບາງ ຈັດຢູ່ໃນອັນດັບທີ 05 ຂອງ ເມືອງຫນ້າທ່ອງທ່ຽວ ທີ່ສຸດໃນເອເຊັຽປີ 2020 ໂດຍການຈັດແບບສຳຣວດ ຈາກ ຜູ້ຄົນທີ່ອ່ານເວັບໄຊ ແລະ ວາຣະສານ.