ຊາວບ້ານຍ້າຍຈາກນໍ້າຖ້ວມ ມ.ປາກແບງ ຍັງລໍາບາກ
ຊາວບ້ານ ທີ່ຍ້າຍອອກມາຈາກ ເຂດ ນໍ້າແບງ ເມືອງປາກແບງ ແຂວງອຸດົມໄຊ ຍ້ອນ ດິນເຈື່ອນ, ນໍ້າຖ້ວມ ຍັງປະສົບ ຄວາມຫຍູ້ງຍາກ ໃນຊີວິດ ປະຈໍາວັນ.
-
ມະນີຈັນ
2020-06-19 -
-
-
Your browser doesn’t support HTML5 audio
ຊາວບ້ານບ້ານພູລວງ, ມົກພາງ, ແລະແກ້ງຊ້າງ ເມືອງປາກແບງ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບຈາກພັຍ ນໍ້າຖ້ວມດິນເຈື່ອນຕາມແຄມ ນໍ້າແບງ ເມື່ອປີ 2018 ແລະ ກໍຖືກໂຍກຍ້າຍອອກຈາກ ບ້ານເກົ່າເຂົ້າໄປຢູ່ບ້ານ ຈັດສັນໃໝ່ທີ່ ເມືອງຮຸນ ໃນເຂດບ້ານອຸດົມ, ໃນໄລຍະນີ້ ມີຄວາມຫບູ້ງຍາກຫຼາຍ ຍ້ອນບໍ່ມີການພັທນາໂຄງຮ່າງ ພື້ນຖານ ທີ່ຈໍາເປັນ ເປັນຕົ້ນ ຖນົນຫົນທາງ ໄຟຟ້າ ແລະ ນໍ້າປະປາ, ດັ່ງຊາວບ້ານ ຜູ້ນຶ່ງທີ່ໄດ້ຮັບ ຜົລກະທົບ ແລະ ຖືກໂຍກຍ້າຍ ກ່າວຕໍ່ RFA ໃນມື້ວັນທີ 19 ມິຖຸນາ ນີ້ວ່າ:
“ພາກຣັຖມາເບິ່ງມາແຍງ ເຮົາກະຢູ່ພີ້ເລີຍ ອໍານວຍຄວາມສະດວກ ນໍ້າໄຫລໄຟສວ່າງ ໂຮງຮຽນໂຮງໝໍ ສຸຂສາລາ ຕລາດ ແລ້ວກະຫ້ອງນໍ້າ ເນາະ. ແຕ່່ວ່າບາງຄົນ ກໍມີເງິນມີຄໍາຊື້. ບາງຄົນກໍທຸກຍາກ ເນາະ ປະຊາຊົນເຮົາກໍຫລາຍຄົນ ລະຢູ່ພີ້ ມັນບໍ່ສິຮັ່ງມີໝົດເດ໋ ມາພີ້ກະຍ້ອນທຸກ ຍ້ອນຍາກ ຫັ້ນແຫລະ.”
ຊາວບ້ານຍັງຮຽກຮ້ອງໃຫ້ທາງການ ເລັ່ງຕິດຕັ້ງຣະບົບໄຟຟ້າ ນໍ້າປະປາ ສ້າງຫ້ອງນໍ້າ ຕລາດ ໂຮງຮຽນ ສຸຂສາລາໃຫ້ສໍາເຣັດໄວ ເພື່ອບໍ່ໃຫ້ ຊາວບ້ານ ມີຄວາມຫຍູ້ງຍາກ ແລະລໍາບາກໜັກ ກວ່າເກົ່າ.
ນອກຈາກນີ້ ເຂດຈັດສັນທີ່ຣັຖບານ ສ້າງໃຫ້ ຢູ່ແຄມທາງໝາຍເລກ 2 ແລະຕໍ່າກວ່າເສັ້ນທາງຫລາຍ ມີຄວາມສ່ຽງທີ່ຈະຖືກນໍ້າອັ່ງ ຍ້ອນບໍ່ມີ ຮ່ອງຣະບາຍນໍ້າ. ສໍາລັບການກິນການຢູ່ ແລະອາຊີບຂອງ ຊາວບ້ານ ກໍຍັງເຮັດໄຮ່ ແລະລ້ຽງສັດ ໃນເນື້ອທີ່ເດີມໄປກ່ອນ ຈົນກວ່າທາງການ ຈະບຸກເບີກ ເນື້ອທີ່ທໍາການຜລິດໃຫ້ໃໝ່.
ເຈົ້າໜ້າທີ່ຫ້ອງການ ເມືອງປາກແບງ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ແລະຖືກໃຫ້ ໂຍກຍ້າຍນັ້ນ ສ່ວນຫລາຍຍັງທຸກຍາກ ມີອາຊີບເຮັດໄຮ່ ລ້ຽງສັດ ແລະຫາຂອງປ່າ, ເຂົ້າ-ອາຫານ ບໍ່ພໍຢູ່ພໍກິນປານໃດ. ແຕ່ເພື່ອຫລຸດຜ່ອນ ຜົລກະທົບ ໃຫ້ຊາວບ້ານ ທາງການແຂວງ ໄດ້ແຈກເຂົ້າສານ ມີ່ມາມ່າ ປາກະປ໋ອງ ໃນໄລຍະ 3-4 ເດືອນ ນັບແຕ່ມື້ ໂຍກຍ້າຍເຂົ້າມາຢູ່ ອາສັຍຖາວອນ:
“ກະອາຊີບເຮັດໄຮ່ເລື່ອນລອຍ ເຮັດສວນບໍ່ພໍຢູ່ພໍກິນປານໃດ ແລ້ວກະຫຍູ້ງຍາກ ໃນການຜລິດຫັ້ນ ມັນເປັນພູເປັນຜາ ຢູ່ເມືອງປາກແບງຫັ້ນ. ທາງຣັຖບານກະສິຈັດ ວິຊາອາຊີບໃຫ້. ດຽວນີ້ຂະເຈົ້າ ເຮັດສວນເກົ່າຫັ້ນກ່ອນ ໝົດແລ້ວກະຂະເຈົ້າສິຍ້າຍ ສິຈັດສັນໃຫ້ເພາະວ່າ ຣັຖບານ ເພິ່ນຈະເອົາເຂົ້າ ໃຫ້ກິນເນາະ ປພມານ 3 ເດືອນ 4 ເດືອນນີ້ ເພິ່ນແຈກເຂົ້າໃຫ້ ເຈົ້າ.”
ກ່ຽວກັບວຽກງານຈັດສັນ ໂຍກຍ້າຍຊາວບ້ານ, ທ່ານ ໄຊຍະສິນ ສຸພັນທອງ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງປາກແບງ ກ່າວຕໍ່ RFA ໃນມື້ວັນທີ 17 ມິຖຸນາ ນີ້ວ່າ ການໂຍກຍ້າຍປະຊາຊົນ ທັງ 3 ບ້ານ ເທື່ອນີ້ ຍ້ອນໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ດິນເຈື່ອນ ແຕ່ປີ 2018 ແລະເພື່ອຫລີກເວັ້ນຄວາມສ່ຽງ ໃນຂັ້ນຕໍ່ໄປ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ໂຍກຍ້າຍປະຊາຊົນ ທັງໝົດອອກໄປ ຢູ່ເຂດຈັດສັນໃໝ່.
ສໍາລັບຊາວບ້ານທີ່ຖືກໃຫ້ໂຍກຍ້າຍທັງໝົດ 316 ຄອບຄົວໄລຍະທໍາອິດ ຈະໂຍກຍ້າຍຊາວບ້ານຈໍານວນ 133 ຄອບຄົວປັດຈຸບັນຍ້າຍແລ້ວ 41 ຄອບຄົວ. ສ່ວນທີ່ເຫລືອຈະໂຍກຍ້າຍ ໃຫ້ແລ້ວ ພາຍໃນເດືອນ ມິຖຸນາ ນີ້:
“ບັນດາຄອບຄົວທີ່ເຮົາຍ້າຍມານີ໋ ແມ່ນບັນດາຄອບຄົວ ທີ່ຖືກຜົລກະທົບນໍ້າຖ້ວມດິນເຈື່ອນໃນປີ 2018 ຈໍານວນ 316 ຄອບຄົວແຕ່ວ່າຊຸດ ນີ້ເຮົາຈະເຄື່ອນຍ້າຍມາ 133 ຄອບຄົວສະກ່ອນ. ໃນ 133 ຄອບຄົວນີ້ ຈະເຮັດເປັນ 2 ໄລຍະ ຖືວ່າມາແລ້ວ 41 ຫລັງຄາເຮືອນເນາະ ແລ້ວສ່ວນທີ່ເຫລືອ ພວກເຮົາກະສືບຕໍ່ ໂຍກຍ້າຍມາຕື່ມ ທັງໝົດນີ໋ ແມ່ນພວກເຮົາຈະໂຍກຍ້າຍ ໃຫ້ສໍາເຣັດ ພາຍໃນເດືອນ 6 ນີ້.”
ກ່ຽວກັບການປ້ອງກັນ ຄວາມສ່ຽງ ຂອງເຂື່ອນໄຟຟ້າພາຍໃນແຂວງ ອຸດົມໄຊ ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ແຂວງ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ໃນປີນີ້ຜແນກພະລັງງານ ແລະບໍ່ແຮ່ແຂວງໄດ້ລົງກວດກາ ແລະສັ່ງໃຫ້ເຈົ້າຂອງ ໂຄງການເຂື່ອນໄຟຟ້າ ທຸກແຫ່ງໂດຍສະເພາະເຂື່ອນນໍ້າແບງ ເຝົ້າຣະວັງຢ່າງເຂັ້ມງວດ ເພື່ອປ້ອງກັນຄວາມສ່ຽງຕ່າງໆທີ່ອາຈເກີດຂຶ້ນ ໄດ້ທຸກເມື່ອ ໃນຣະດູຝົນນີ້:
“ເພາະວ່າມັນຕ້ອງ ໄດ້ຫລາຍຂແນງການກວດກາ ຄືນໝົດເດ໋ ເພາະງ່າ ມັນມີສະພາບຕ່າງໆຫລາຍ ມັນມີຫລາຍອັນ ບໍ່ເຮັດບໍ່ໄດ້ເດ໋.”
ໂຄງການກໍ່ສ້າງ ເຂດຈັດສັນໃໝ່ ເມືອງຮຸນ ໃນເນື້ອທີ່ທັງໝົດ 60 ເຮັກຕາ ໂດຍບໍຣິສັດ ສຸລິຍົງ ກໍ່ສ້າງຂົວ-ທາງ ຈໍາກັດ ເປັນຜູ້ຮັບເໝົາ ກໍ່ສ້າງ ຊຶ່ງມີການເຊັນສັນຍາກັນແລ້ວ ຣະຫວ່າງແຂວງອຸດົມໄຊ ແລະ ບໍຣິສັດຜູ້ຮັບເໝົາ ໃນມື້ວັນທີ 11 ມິຖຸນາ 2019 ມູລຄ່າທັງໝົດ 7 ພັນ 615 ລ້ານປາຍກີບ ຊຶ່ງຣັຖບານຈະເປັນຜູ້ຮັບຜິດຊອບ ທຶນນັ້ນທັງໝົດ.
ເຖິງຢ່າງໃດກໍຕາມ ການໃຊ້ຈ່າຍ ໃນການຈັດສັນ ໂຍກຍ້າຍຊາວບ້ານ ພັນປາຍຄົນຄັ້ງນີ້ ທາງການແຂວງອຸດົມໄຊ ກໍຍັງບໍ່ມີງົບປະມານ ບໍ່ພຽງພໍ ດັ່ງນັ້ນທາງແຂວງ ຈຶ່ງຢາກໃຫ້ພາກສ່ວນຕ່າງໆ ທີ່ມີນໍ້າໃຈ ຊ່ອຍເຫລືອຊາວບ້ານ ຕິດຕໍ່ພົວພັນຜ່ານ ທາງອໍານາດການປົກຄອງ ເມືອງແບງ ບໍ່ວ່າຈະເປັນເຂົ້າປາອາຫານ ເງິນ ອຸປກອນກໍ່ສ້າງບ້ານເຮືອນ ເປັນຕົ້ນ ສັງກະສີ ຕະປູ.