ສີ່ເມືອງ ຢູ່ແຂວງຫົວພັນ ຍັງບໍ່ມີໄຟຟ້າ

ໄຟຟ້າຍັງດັບຢູ່ 4 ເມືອງ ຂອງແຂວງຫົວພັນ ຍ້ອນໄດ້ຮັບຜົລກະທົບ ຈາກພະຍຸຝົນ.

ພາບຄວາມເສັຽຫາຍ ຈາກນ້ຳຖ້ວມເຮືອນ ປະຊາຊົນ ທີ່ ເມືອງຊຳເໜືອ ແຂວງຫົວພັນ ເນື່ອງຈາກ ຝົນຕົກໜັກ ຕິດຕໍ່ກັນຫຼາຍມື້ຜ່ານມາ Screen captured : https://www.facebook.com/sengaloune.lorsavanh?tn-str=*F

ປັດຈຸບັນ ໄຟຟ້າຍັງດັບໃນ 4 ເມືອງຢູ່ແຂວງຫົວພັນ ຍ້ອນຜົລກະທົບຈາກພະຍຸຝົນ ໃນຣະຍະຜ່ານມາ ເຮັດໃຫ້ປະຊາຊົນ 226 ບ້ານບໍ່ມີ ໄຟຟ້າໃຊ້ 10 ປາຍມື້ແລ້ວ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງການ ຣັຖວິສາຫະກິດໄຟຟ້າ ແຂວງຫົວພັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກັນຍານີ້:

"ຍັງບໍ່ທັນມີໄຟໃຊ້ນີ້ 4 ເມືອງເນາະ ຊໍາໃຕ້ ເມືອງກ້ວນ ເມືອງຮຽມ ເມືອງຫົວເມືອງລວມທັງໝົດ ບ້ານທີ່ບໍ່ມີໄຟໃຊ້ ປັດຈຸບັນ 226 ບ້ານ ດັບຫລາຍບ່ອນນະມັນເປ່ເພ ແລ້ວເຮົາກໍາລັງເລັ່ງສ້ອມແປງ ຣະຫວ່າງເມືອງຮຽມຫາຊາຍແດນ ຫລວງພຣະບາງ."

ພັຍພິບັດດັ່ງກ່າວ ໄດ້ສ້າງຜົລກະທົບຮຸນແຮງ ໃນຮອບຫລາຍປີ ເຮັດໃຫ້ເສົາໄຟຟ້າຫັກ ເປັນຣະຍະທາງຍາວປະມານ 3 ກິໂລແມັຕ. ຜ່ານມາ ເຈົ້າໜ້າທີ່ ສາມາດສ້ອມແປງໄຟຟ້າຢູ່ເມືອງ ຊໍາເໜືອ, ເມືອງຊຽງຄໍ້, ເມືອງວຽງໄຊ ແລະເມືອງສົບເບົານັ້ນແລ້ວ ຍ້ອນບໍ່ໄດ້ຮັບຜົລກະທົບ ໜັກປານໃດ.

ທ່ານກ່າວຕື່ມວ່າ ການສ້ອມແປງໄຟຟ້າ ໃນປັດຈຸບັນ ມີຄວາມຫຍຸ້ງຍາກຫຼາຍ ຍ້ອນເສັ້ນທາງຫຼາຍແຫ່ງ ເປ່ເພ ບໍ່ສາມາດນໍາຣົດແບັກໂຄຣ ເຂົ້າໄປໄດ້ ແຕ່ກໍຈະພຍາມເລັ່ງແກ້ໄຂ ໃຫ້ໄຟຟ້າເປັນປົກຕິ ພາຍໃນທ້າຍເດືອນນີ້ເພື່ອຫຼຸດຜ່ອນຄວາມລໍາບາກໃຫ້ປະຊາຊົນ. ພະຍຸຝົນເທື່ອນີ້ ເຮັດໃຫ້ຖນົນຫຼາຍສາຍຢູ່ແຂວງ ຫົວພັນເປ່ເພຫຼາຍ ເພາະຖືກນໍ້າຖ້ວມ ມາຈົນຮອດປັດຈຸບັນ.

ເຈົ້າໜ້າທີ່ສາມາດ ສ້ອມແປງເສັ້ນທາງ ແບບພໍໃຫ້ຣົດແລ່ນຜ່ານໄດ້ຊົ່ວຄາວ. ສ່ວນຈໍານວນຄວາມເສັຽຫາຍ ຂອງປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກພັຍນໍ້າຖ້ວມ ຍັງບໍ່ທັນສລຸບຈໍານວນໄດ້ເທື່ອ ພາກສ່ວນກ່ຽວຂ້ອງ ກໍາລັງສໍາຣວດຄວາມເສັຽຫາຍນັ້ນຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org