ຣົຖຂົນແຮ່ທາຕ ຜິດກົດໝາຍ 13 ຄັນ ຖືກກັກ ຢູ່ຊຽງຂວາງ
ເຈົ້າໜ້າທີ່ ປະຈໍາຈຸດປະສານງານ ນໍ້າເກື້ອ ເມືອງຄໍາ ແຂວງຊຽງຂວາງ ກັກຣົຖພວງທີ່ຂົນແຮ່ທາຕ ທີ່ບໍ່ມີໃບອະນຸຍາດ ເຄື່ອນຍ້າຍຈາກ ບ້ານຍອດລ້ຽງ ເພື່ອໄປວຽດນາມ 13 ຄັນ ຊຶ່ງອາຈແມ່ນຣົຖພວງ ຂອງບໍຣິສັດຈີນ ທີ່ຂຸດຄົ້ນແຮ່ທາຕ ຢູ່ເຂດບ້ານດັ່ງກ່າວນັ້ນ.
-
ຈຳປາທອງ
2022-10-31 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຜແນກສືບສວນ, ສອບສວນ ແລະປາບປາມ ການລັກລອບໜີພາສີ ປະຈໍາຈຸດປະສານງານນໍ້າເກື້ອ, ເມືອງຄໍາ ແຂວງຊຽງຂວາງ ໄດ້ກັກຣົຖພວງຂົນແຮ່ ທາຕຜິດກົດໝາຍໄວ້ 13 ຄັນ ໃນມື້ວັນທີ 25 ຕຸລານີ້ ພາຍຫລັງທີ່ໄດ້ຮັບແຈ້ງຂ່າວຈາກປະຊາຊົນວ່າ ມີການຂົນແຮ່ທາຕ ອອກຈາກບ້ານຍອດລ້ຽງ ເພື່ອລໍາລຽງ ໄປປະເທດວຽດນາມ. ຈາກການກວດກາໃນເບື້ອງຕົ້ນ ພົບວ່າ ການຂົນສົ່ງແຮ່ທາຕດັ່ງກ່າວບໍ່ມີເອກສານ ອະນຸຍາດເຄື່ອນຍ້າຍ. ເຈົ້າໜ້າທີ່ ໄດ້ກັກຣົຖນັ້ນໄວ້ ເພື່ອດໍາເນີນຄະດີ ຕາມກົດໝາຍ, ອີງຕາມຂໍ້ມູນ ຈາກກະຊວງການເງິນ ໃນວັນທີ 25 ຕຸລາ 2022 ນີ້.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ເມືອງຄໍາຜູ້ນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 31 ຕຸລານີ້ວ່າ ປົກກະຕິແລ້ວ ຖ້າບໍຣິສັດໃດ ຢາກຂົນຍ້າຍແຮ່ທາຕ ກໍຕ້ອງໄດ້ຂໍອະນຸຍາດ ຈາກຜແນກພະລັງງານ ແລະບໍ່ແຮ່ແຂວງ ແລະຫ້ອງການປົກຄອງແຂວງ ທີ່ເປັນຜູ້ໃຫ້ໃບອະນຸຍາດນັ້ນກ່ອນ, ແຕ່ສໍາລັບກໍຣະນີດັ່ງກ່າວ ທ່ານເອງກໍບໍ່ຮູ້ວ່າ ຣົຖພວງທັງ 13 ຄັນນັ້ນແມ່ນຂອງບໍຣິສັດໃດ ແລະຂົນແຮ່ທາຕປະເພດໃດ, ແຕ່ກໍເຊື່ອວ່າ ຈະຂົນສົ່ງອອກໄປ ວຽດນາມ ຄືດັ່ງທີ່ຜ່ານມາ ແນ່ນອນ.
“ອີງຕາມຂໍ້ຕົກລົງຂອງກະຊວງບໍ່ແຮ່ເນາະ ໃນຂັ້ນຕອນການເຄື່ອນຍ້າຍ ຕິດຕາມການເຄື່ອນຍ້າຍ ແຮ່ຫັ້ນ ເພາະວ່າຢູ່ໃນຂັ້ນຕອນກະມີແຕ່ທາງ ຂັ້ນຜແນກຂັ້ນແຂວງພຸ້ນ ຜ່ານມາຫັ້ນເນາະ ມັນກະມີແຫລະແຮ່ທີ່ຂະເຈົ້ານໍາອອກ ໄປທາງວຽດນາມ.”
ພ້ອມດຽວກັນນັ້ນ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການພາສີ ແຂວງຊຽງຂວາງ ຊຶ່ງເປັນໜ່ວຍງານ ທີ່ຮັບຜິດຊອບ ແກ້ໄຂເຣື່ອງດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງນາງນຶ່ງ ບອກໃຫ້ຮູ້ວ່າ ກໍາລັງປຶກສາຫາລື ແລະຄົ້ນຄວ້າແນວທາງ ແກ້ໄຂຢູ່ ແລະບໍ່ສາມາດເປີດເຜີຍ ຣາຍລະອຽດໃຫ້ຮູ້ໄດ້ເທື່ອ. ສ່ວນວ່າຈະມີການຖແລງ ຂ່າວພາຍຫລັງ ຫລືບໍ່ນັ້ນ ກໍຍັງບໍ່ສາມາດເວົ້າໄດ້.
“ກະຍັງບໍ່ຮູ້ແນ່ອັນນີ້ນ່າ ກະຍັງບໍ່ທັນຮູ້ເທື່ອ ເພາະວ່າເພິ່ ຍັງບໍ່ທັນໄດ້ເວົ້າຫຍັງເທື່ອ ອັນນີ້ນ່າ.”
ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາກົມພາສີ ກະຊວງການເງິນ ເພື່ອຂໍ້ຮູ້ຂໍ້ມູນເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ກໍເວົ້າພຽງແຕ່ວ່າ ທາງກົມພາສີ ຍັງບໍ່ທັນຮູ້ຣາຍລະອຽດ ກ່ຽວກັບເຣື່ອງນີ້ເທື່ອ, ຍັງຕ້ອງລໍຖ້າໃຫ້ທາງຫ້ອງການ ພາສີແຂວງຊຽງຂວາງ ຣາຍງານມາໃຫ້ຮູ້ກ່ອນ.
ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ເຂດເມືອງຄໍາ ທີ່ຮູ້ຂ່າວຜູ້ນຶ່ງກໍເວົ້າ ໃນມື້ດຽວກັນນີ້ວ່າ ຣົຖພວງຂົນແຮ່ທາຕ 13 ຄັນ ທີ່ຖືກກັກນັ້ນ ໜ້າຈະແມ່ນຣົຖພວງ ຂອງບໍຣິສັດຈີນ ທີ່ຂຸດຄົ້ນແຮ່ທາຕ ຢູ່ເຂດບ້ານຍອດລ້ຽງ ຍ້ອນບໍຣິສັດ ທີ່ຂຸດຄົ້ນແຮ່ທາຕຢູ່ເມືອງຄໍາ ສ່ວນຫລາຍແມ່ນບໍຣິສັດຈີນ, ອາຈແມ່ນພວກເຂົາແລ່ນເອກກະສານບໍ່ແລ້ວ ແຕ່ຂົນໄປກ່ອນ.
“ເຮັດເອກກະສານບໍ່ແລ້ວ ແລ້ວເຂົາອອກໄປຫັ້ນນະ ເບິ່ງນີ້ນະ ຫາກໍເທື່ອດຽວນີ້ແຫລະເຮັດ ເມືອງຄໍາມີບໍ່ແຮ່ ແມ່ນແຫລະ ມີທັງຂອງຈີນ ກະແມ່ນຈີນແຫລະນາຍທຶນນະ.”
ຊາວບ້ານອີກນາງນຶ່ງກໍເວົ້າວ່າ ນາງກໍເຄີຍໄດ້ຍິນຂ່າວວ່າ ມີການຂຸດຄົ້ນແຮ່ທາຕ ຢູ່ເຂດບ້ານຍອດລ້ຽງ ແຕ່ບໍ່ຮູ້ວ່າ ແມ່ນຂອງບໍຣິສັດໃດ ແລະຂຸດແຮ່ຫຍັງແທ້, ແລະກໍເຊື່ອວ່າ ແຮ່ທາຕທີ່ຖືກຂຸດຄົ້ນນັ້ນ ໜ້າຈະເປັນແຮ່ທາຕທີ່ມີຄຸນຄ່າສູງ.
“ໄປຮອດຍອດລ້ຽງ ກໍປະມານ 50 ປາຍກິໂລແມັດຫັ້ນນະ ເຂົາເຈົ້າກະມີແຕ່ວ່າ ເຮົາບໍ່ໄດ້ໄປເຮັດໂຕຫັ້ນນໍ ເຮົາກໍບໍ່ຮູ້ວ່າ ຢູ່ໃສໆ ມີນ່າ ໄປທາງໄປຊໍາເໜືອພຸ້ນນະ.”
ນັກວິຊາການ ທີ່ມີປະສົບການ ດ້ານການຂຸດຄົ້ນແຮ່ທາຕ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງກ່າວວ່າ “ທ່ານເອງ ກໍບໍ່ທັນຮູ້ຣາຍລະອຽດ ກ່ຽວກັບເຫດການດັ່ງກ່າວ. ດັ່ງນັ້ນຈຶ່ງບໍ່ສາມາດ ມີຄວາມເຫັນໄດ້, ແຕ່ກໍເຫັນວ່າ ການຂົນແຮ່ທາຕເທື່ອນີ້ ແມ່ນຂົນຫລາຍ ຍ້ອນມີຣົຖພວງເຖິງ 13 ຄັນ ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແຈ້ງຣາຍລະອຽດ ກ່ຽວກັບຄວາມຄືບໜ້າ ຂອງການສືບສວນ, ສອບສວນນັ້ນ ໃຫ້ສັງຄົມຮູ້.”
ກ່ອນໜ້ານີ້ ເມື່ອວັນທີ 8 ກັນຍາທີ່ຜ່ານມາ ຢູ່ແຂວງສວັນນະເຂດ ກໍມີການຂົນສົ່ງແຮ່ຄໍາ ແບບບໍ່ມີໃບອະນຸຍາດເຄື່ອຍ້າຍ. ທາງການແຂວງສວັນນະເຂດ ໄດ້ກັກຣົຖບັນທຸກຂົນແຮ່ທາຕ ທີ່ບໍ່ມີໃບອະນຸຍາດເຄື່ອນຍ້າຍ, ເປັນແຮ່ຄໍາບໍ່ງາມ ແລະປົນຫິນຝຸ່ນ ຊຶ່ງຄາດວ່າເປັນຄໍາ ທີ່ຊາວບ້ານໄດ້ໄປຫາຂຸດເອົາຕາມຫລືບຫິນພູ ແລ້ວນໍາມາຂາຍໃຫ້ ກຸ່ມນາຍທຶນ, ແຕ່ເຈົ້າໜ້າທີ່ ບໍ່ໄດ້ເປີດເຜີຍວ່າ ແຮ່ຄໍານັ້ນຖືກຂຸດຄົ້ນມາຈາກບ່ອນໃດ ແລະເມື່ອວັນທີ 21 ກັນຍາທີ່ຜ່ານມາ ເຈົ້າໜ້າທີ່ ພາສີຄຸ້ມຄອງ ແລະກວດກາສິນຄ້າ ປະຈໍາດ່ານສາກົລນາເພົ້າ ແຂວງຄໍາມ່ວນ ກໍໄດ້ກວດພົບ ແຮ່ທາຕຈໍານວນນຶ່ງ ທີ່ຖືກເຊື່ອງໄວ້ ຢູ່ໃນຣົຖບັນທຸກ ປ້າຍທະບຽນວຽດນາມ ແລະໄດ້ຈັບຄົນຂັບຣົຖນັ້ນ 1 ຄົນ ແຕ່ບໍ່ມີການເປີດເຜີຍວ່າ ເປັນຄົນສັນຊາຕໃດ.
ແຮ່ທາຕ ທີ່ເຈົ້າໜ້າທີ່ສະກັດໄດ້ຈາກ ຣົຖພວງ ທັງ 13 ຄັນນັ້ນ ມີນ້ຳໜັກ 674,680 ກິໂລກຣາມ, ອີງຕາມຂໍ້ມູນ ຈາກເພຈ ຂອງກະຊວງການເງິນ ວັນທີ 28 ຕຸລານີ້.