ຊາວໜຸ່ມລາວສົນໃຈ ວຽກງານ ຣົດໄຟ

ຈໍາປາທອງ
2020.02.28
f-railway ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ ຕັດຜ່ານບ້ານ ບ້ານກົກງີ້ວ ແລະ ບ້ານນູນສະຫວາດ ແຂວງຫຼວງພຣະບາງ
ຮູບພາບຈາກ : ນັກຂ່າວພົລເມືອງ

ຊາວໜຸ່ມລາວຫລາຍສົມຄວນ ເລິ່ມສົນໃຈສມັກເຂົ້າເຮັດວຽກ ກັບບໍຣິສັດທາງຣົດໄຟ ລາວ-ຈີນ ພາຍຫລັງທີ່ທາງບໍຣິສັດ ເປີດຮັບເອົາຈໍານວນ 600-700 ຄົນເຂົ້າເຮັດວຽກທາງຣົດໄຟ ແລະ ສະຖານີຣົດໄຟ ແລະມີຈໍານວນນຶ່ງ ໄດ້ສົ່ງໃບສມັກໄປຫາ ບໍຣິສັດ ນັ້ນແລ້ວ, ດັ່ງເຈົ້າໜ້າທີ່ ບໍຣິສັດທາງຣົດໄຟ ລາວ-ຈີນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກຸມພານີ້ວ່າ:

”ເປີດແຕ່ມື້ວານນີ້ແລ້ວນໍ ມັນຈະມີສາມາດສົ່ງເປັນອີເມວນໍ ຕ້ອງຈົບມັທຍົມຂຶ້ນໄປນໍ ຕ້ອງໄດ້ພາສາຈີນນໍ ມັທຍົມຕ້ອງໄດ້ພາສາຈີນ ແຕ່ວ່າໄດ້ ພາສາອັງກິດ ກະໄດ້ບໍ່ເປັນຫຍັງ ຄັດເລືອກແລ້ວເອີ້ນມາສໍາພາດ.”

ທ່ານກ່າວຕື່ມວ່າ ພາຍຫລັງຜູ້ສມັກ ຖືກຄັດເລືອກໄດ້ແລ້ວ ທາງບໍຣິສັດກໍຈະສົ່ງໄປຝຶກອົບຮົມ ຢູ່ເມືອງຄຸນໝິງ ປະເທດຈີນ ເປັນເວລາແຕ່ 13 ເດືອນຫາ 18 ເດືອນ. ເມື່ອຝຶກອົບຮົມສໍາເຣັດແລ້ວ ກໍຈະຖືກບັນຈຸ ເຂົ້າເຮັດວຽກນໍາ ບໍຣິສັດ ຕາມທາງຣົດໄຟ ແລະ ສະຖານີຣົດໄຟ ໃນລາວ ຊຶ່ງມີກໍານົດຈະເປີດໃຊ້ ໃນທ້າຍປີ 2021 ທີ່ຈະມາເຖິງນີ້.

ກ່ຽວກັບເຣຶ່ອງທີ່ວ່ານີ້ ຊາວໜຸ່ມແຂວງຫລວງພະບາງ ທີ່ສໍາເຣັດການສຶກສາ ຣະດັບປະຣິນຍາຕຣີ ມາໄດ້ປີປາຍແລ້ວ ແຕ່ຍັງວ່າງງານເວົ້າຕໍ່ ວິທຍຸເອເຊັຽເສຣີ ວ່າ ຕົນມີຄວາມສົນໃຈ ແລະຈະຂຽນໃບສມັກ ສົ່ງໄປໃຫ້ທາງບໍຣິສັດ ນັ້ນໃນໄວໆນີ້ ດັ່ງທີ່ລາວ ກ່າວວ່າ:

”ສົນໃຈຢູ່ ຍັງ ຍັງບໍ່ໄດ້ຂຽນເທື່ອ ຢາກໄປຢາກໄປແຕ່ວ່າດຽວນີ້ ຂ້ອຍກະຍັງຄິດໂຕເອງວ່າຮຽນບໍ່ຖືກສາຍເຂົາ ຍັງຮັບຢູ່ບໍ ຫລືວ່າເຂົາບໍ່ກ່ຽວ ສາຍທີ່ເຮົາຮຽນຈົບນີ້ນະ.”

ແລະຊາວໜຸ່ມນະຄອນຫລວງວຽງຈັນ ກໍເວົ້າວ່າ ເມື່ອຕົນຮຽນຈົບແລ້ວ ກໍອາດຈະສົນໃຈສມັກເຂົ້າເຮັດວຽກນໍາບໍຣິສັດທາງຣົດໄຟ ລາວ-ຈີນ ແລະວ່າ ຕົນພໍເວົ້າພາສາ ອັງກິດ ແລະ ພາສາຈີນໄດ້ ດັ່ງທີ່ນາງເວົ້າວ່າ:

”ກະຄິດວ່າໜ້າສົນໃຈຢູ່ ແຕ່ເຮົາຢາກຮູ້ແບບຣາຍລະອຽດອີ່ຫຍັງ ໄປມາຈັ່ງໃດອີ່ຫຍັງນະ ພາສາອັງກິດກະໄດ້ຢູ່ ແຕ່ພາສາຈີນກະໄດ້ໜ້ອຍ ນຶ່ງ”

ການຮັບສມັກເອົາຄົນເຂົ້າເຮັດວຽກ ຂອງບໍຣິສັດທາງຣົດໄຟລາວ-ຈີນ ແບ່ງອອກເປັນ 3 ໄລຍະຄືໄລຍະທໍາອິດ ຄາດວ່າຈະຮັບເອົາຈໍານວນ 300 ຄົນ ໃນ 4 ຕໍາແໜ່ງງານ ຫລັກ ຄືຄົນຂັບຣົດໄຟ, ຜູ້ຄຸມການເດີນຣົດໄຟ, ຜູ້ສ້ອມແປງຫົວຈັກຣົດໄຟ ແລະ ຜູ້ສ້ອມແປງ ສິ່ງຕິດຕັ້ງ ພື້ນຖານ ໂຄງລ່າງ ຊຶ່ງຈະເປີດຮັບສມັກ ໄປຈົນຮອດກາງເດືອນມິນາ ທີ່ ຈະມາເຖິງນີ້.

ນອກຈາກນັ້ນ ກໍຍັງຈະຮັບເອົາຜູ້ສມັກໃນຕໍາແໜ່ງ ຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້ານໍາດ້ວຍ. ກ່ອນໜ້ານີ້ ທາງການລາວ ກໍມີແຜນທີ່ ຈະສ້າງວິທຍາລັຍວິຊາຊີບເທັກນິກ ທາງຣົດໄຟຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອສ້າງນັກວິຊາການ ໃນລາວເຮັດວຽກກ່ຽວກັບ ທາງຣົດໄຟ ລາວ-ຈີນ. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.