ໂຄງການກໍ່ສ້າງຂົວ ນະຄອນຫຼວງພຣະບາງ-ຊຽງແມນ ຈະກະທົບຫຼາຍສິບຄອບຄົວ
ຊາວບ້ານ ໃນແຂວງຫຼວງພຣະບາງ ຢາກໃຫ້ທາງການລາວ ເລັ່ງດໍາເນີນໂຄງການ ກໍ່ສ້າງຂົວ ຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງ ໃຫ້ສໍາເຣັດໂດຍໄວ ເພື່ອຄວາມສະດວກ ໃນການສັນຈອນ ໄປ-ມາ ຂອງຊາວບ້ານ ລະຫວ່າງ ເມືອງຈອມເພັດ ກັບ ນະຄອນຫຼວງພຣະບາງ ແລະການຂົນສົ່ງສິນຄ້າ ຕ່າງໆ.
-
ສຸພັດຕາ
2023-03-10 -
-
-
Your browser doesn’t support HTML5 audio
ຊາວບ້ານ ໃນແຂວງຫຼວງພຣະບາງ ຢາກໃຫ້ທາງການລາວ ເລັ່ງດໍາເນີນໂຄງການ ກໍ່ສ້າງຂົວຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງ ໃຫ້ສໍາເຣັດໂດຍໄວ ເພື່ອຄວາມສະດວກສະບາຍ ໃນການສັນຈອນໄປ-ມາ ຂອງຊາວບ້ານ ລະຫວ່າງ ເມືອງຈອມເພັດ ກັບນະຄອນຫຼວງພຣະບາງ ແລະການຂົນສົ່ງສິນຄ້າຕ່າງໆ ແລະຫາກຊາວບ້ານທີ່ໄດ້ຮັບຜົລກະທົບ ກໍຕ້ອງຈ່າຍຄ່າຊົດເຊີຽ ຢ່າງສົມເຫດສົມຜົນໃຫ້ເຂົາເຈົ້າ ບໍ່ເຮັດໃຫ້ຊາວບ້ານໃນພື້ນທີ່ອັບປໂຍດ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຈອມເພັດ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມິນາ ນີ້ວ່າ:
“ຄັນຖ້າວ່າ ຖືກດິນຂອງປະຊາຊົນ ປະຊາຊົນກະບໍ່ວ່າຫຍັງ ກະເຫັນດີສນັບສນູນ ແຕ່ດິນນາຕາແມັດນຶ່ງ ເພິ່ນມາເຜີຍແຜ່ຫັ້ນ ແມ່ນ 21 ພັນກີບ ຕໍ່ຕາແມັດນຶ່ງ ຖືວ່າມັນຕໍ່າ ປະຊາຊົນຂໍຂຶ້ນຕື່ມຫັ້ນນ່າ ທາງບໍຣິສັດຂົວເພິ່ນ ກະໃຫ້ລົງມາເຫັນປະຊາຊົນເບິ່ງເນາະ ເພາະວ່າມັນຍັງບໍ່ທັນຮູ້ຣາຍລະອຽດເທື່ອ.”
ສໍາລັບໂຄງການດັ່ງກ່າວນີ້ ຈະສົ່ງຜົລກະທົບຕໍ່ຊາວບ້ານ ທັງໝົດ 79 ຄອບຄົວ ໃນ 5ບ້ານ ປະກອບມີ ບ້ານດອນໃໝ່ ນະຄອນຫຼວງພຣະບາງ 11 ຄອບຄົວ ແລະເມືອງຈອມເພັດ ມີບ້ານມ່ວງຄໍາ 37 ຄອບຄົວ, ບ້ານນາໄຊຈະເລີນ 18 ຄອບຄົວ, ບ້ານນາຄໍາ 4 ຄອບຄົວ ແລະບ້ານບວມເລົາ 9 ຄອບຄົວ.
ໂດຍມີຊັບສິນ ຫຼາຍປະເພດ ຈະຖືກຜົລກະທົບ ໃນນີ້ ມີດິນປຸກສ້າງ ປະມານ 13,402 ຕາແມັດ, ດິນນາປະມານ 5,335 ຕາແມັດ ແລະດິນສວນປະມານ 54,362 ຕາແມັດ ຮວມເນື້ອທີ່ທັງໝົດ 73,100 ຕາແມັດ ມູນຄ່າຄວາມເສັຽຫາຍໃນເບື້ອງຕົ້ນ ປະມານ 7.8 ຕື້ປາຍກີບ ອີງຕາມບົດຣາຍງານ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຂອງກະຊວງໂຍທາທິການ ແລະຂົນສົ່ງ.
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງຈອມເພັດ ທີ່ຖືກຜົລກະທົບສູນເສັຽດິນນາ ກ່າວວ່າ ບໍ່ມີຄອບຄົວໄດ້ຖືກໂຍກຍ້າຍອອກຈາກພື້ນທີ່ ແຕ່ມີຊາວບ້ານຈໍານວນນຶ່ງ ສູນເສັຽທີ່ດິນໃຫ້ກັບໂຄງການດັ່ງກ່າວ ສະນັ້ນແລ້ວ ຈຶ່ງຢາກໃຫ້ຜູ້ພັທນາໂຄງການ ຊ່ອຍຈ່າຍເງິນຄ່າຊົດເຊີຽ ໃຫ້ກັບຊາວບ້ານຢ່າງສົມເຫດສົມຜົນ ແຕ່ກໍຍັງບໍ່ທັນຮູ້ຣາຍລະອຽດເທື່ອວ່າ ຈະໄດ້ຮັບຄ່າຊົດເຊີຽໜ້ອຍຫຼາຍປານໃດ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ໄດ້ໂຍກຍ້າຍ ມີແຕ່ຖືກດິນຂອງບຸກຄົນຊື່ໆ ເພິ່ນກະບໍ່ເວົ້າເຣື່ອງການຊົດເຊີຽແນວໃດ ກະເພິ່ນບໍ່ເວົ້າຄັກ ສເນີເພິ່ນແລ້ວ ຄັນຖືກດິນບຸກຄົນຫັ້ນ ກະຢາກໃຫ້ຊົດເຊີຽເໝາະສົມ.”
ຊາວບ້ານອີກຜູ້ນຶ່ງ ຢູ່ນະຄອນຫຼວງພຣະບາງ ກ່າວວ່າ ການປະເມີນຜົລກະທົບ ໃນເບື້ອງຕົ້ນ ເຫັນວ່າ ບໍ່ມີຊາວບ້ານຄອບຄົວໃດ ຈະຖືກໂຍກຍ້າຍ ຫຼື ຍັບຍ້າຍອອກຈາກພື້ນທີ່ ສ່ວນເຣື່ອງການຈ່າຍຄ່າເງິນຊົດເຊີຽ ໃຫ້ກັບຊາວບ້ານ ທີ່ຖືກຜົລກະທົບນັ້ນ ກໍເອົາຕາມທີ່ທາງການລາວ ຈະພິຈາຣະນາໃຫ້ ແຕ່ກະຕ້ອງສົມເຫດສົມຜົລ ກັບຊາວບ້ານນໍາດ້ວຍ.
“ບໍ່ໄດ້ໂຍກຍ້າຍນ່າ ບ້ານພໍ່ບໍ່ໄດ້ໂຍກຍ້າຍ ດິນສວນກັບດິນນາໜ້ອຍດຽວນຶ່ງ ເພາະນາ ມັນກະນານໍ້າຖ້ວມເດ້ (ການຊົດເຊີຽ) ອັນນີ້ຂອງຣັຖບານເຮົານີ້ກະ ຕາມແຕ່ຣັຖບານເພິ່ນ ຕົກລົງເຫັນດີສໍ່າໃດ ກະເອົາສໍ່ານັ້ນແລ້ວ ຖືກດິນນາ ກະບໍ່ຫຼາຍດອກ ນາໜ້ອຍໆນຶ່ງ.”
ປັດຈຸບັນ ໂຄງການກໍ່ສ້າງຂົວ ຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງ ມີການສຶກສາຜົລກະທົບ ແລະປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມສໍາເຣັດແລ້ວ ແຕ່ຍັງຕ້ອງປະເມີນຜົລກະທົບ ຕໍ່ມໍຣະດົກໂລກຫຼວງພຣະບາງ ຫຼື HIA ເນື່ອງຈາກ ໂຄງການກໍ່ສ້າງ ຢູ່ໃກ້ເຂດມໍຣະດົກໂລກ ຫາກສໍາເຣັດແລ້ວ ກໍໃຫ້ກະຊວງຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ພິຈາຣະນາເຫັນດີ ເພື່ອປ້ອງກັນບໍ່ໃຫ້ເກີດຂໍ້ຂັດແຍ້ງ ກັບກົມມໍຣະດົກໂລກ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ.
ເຖິງຈະເປັນໂຄງການ ຂອງຣັຖບານລາວ ແຕ່ໂຄງການກໍ່ສ້າງຂົວ ຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງແຫ່ງນີ້ ຕ້ອງບໍ່ສົ່ງຜົລກະທົບ ຕໍ່ເມືອງມໍຣະດົກໂລກຫຼວງພຣະບາງ ທັງທາງກົງ ແລະທາງອ້ອມ ຢ່າງເດັດຂາດ.
ດັ່ງເຈົ້າໜ້າທີ່ ກະຊວງຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພິ່ນຍັງບໍ່ທັນໄດ້ກໍ່ສ້າງ ເພິ່ນກໍາລັງສຶກສາ ແລ້ວກໍາລັງຊິເຮັດຂຽນບົດ ຍື່ນມາທາງກົມສິ່ງແວດລ້ອມຢູ່ ເຈົ້າ ຊິມີຈັດກອງປະຊຸມປຶກສາ ຫາລືຢູ່ເຈົ້າ ທາງກະຊວງ (ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ) ກໍເຫັນດີ ເພາະມັນເປັນໂຄງການ ຂອງຣັຖບານເນາະ.”
ສ່ວນຄວາມຄືບໜ້າ ໃນການອອກແບບໂຄງການ ກໍ່ສ້າງຂົວຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງ ປັດຈຸບັນ ພວມຢູ່ໃນລະຫວ່າງການອອກແບບລະອຽດ ເພື່ອຍື່ນສເນີຕໍ່ຣັຖບານລາວ ໃຫ້ພິຈາຣະນາເຫັນດີ ເຊິ່ງມີຄວາມຄືບໜ້າ ໄປຫຼາຍສົມຄວນແລ້ວ ແລະຄາດວ່າ ຈະສໍາເຣັດ ໃນປີ 2023-2024 ນີ້.
ຫາກຣັຖບານລາວ ພິຈາຣະນາເຫັນດີ ກັບການອອກແບບ ໝົດທຸກຢ່າງແລ້ວ ກໍຈະເຂົ້າສູ່ຂບວນການກູ້ຢືມເງິນ ກັບສະຖາບັນການເງິນໄທຍ ແລະເຣີ່ມກໍ່ສ້າງໂຄງການດັ່ງກ່າວ ໃນທັນທີ.
ດັ່ງເຈົ້າໜ້າທີ່ ບໍຣິສັດທີ່ປຶກສາ ວິສະວະກັມສາກົລ ຈໍາກັດ ຫຼື International Engineering Consultants (IEC) ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົາຍັງຢູ່ຂັ້ນຕອນ ການເຮັດຂບວນການສຸດທ້າຍ ໃນການອອກແບບ ລໍຖ້າກັມມະການກວດຮັບ ກໍໄດ້ປະມານ 70-80% ແລ້ວ ຖ້າຫາກປະເທດໄທຍອອກແບບສໍາເຣັດ ກະຕ້ອງແບບ ໄປໃຫ້ທາງການລາວ ເຫັນດີກ່ອນ ຖ້າລາວເຫັນດີແລ້ວ ຈຶ່ງຈະໄດ້ເຮັດເຣື່ອງງົບປະມານ ເພື່ອໃຫ້ທາງການລາວກູ້ຕໍ່ໄປ.”
ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງ ແມ່ນຈະເຣີ່ມຈາກບ້ານ ບວມເລົາ ເມືອງຈອມເພັດ ໄປຫາບ້ານດອນໃໝ່ ນະຄອນຫຼວງພຣະບາງ ຮວມໄລຍະທາງ 12.15 ກິໂລແມັດ ຄວາມກວ້າງ 21.6 ແມັດ ໃນນີ້ ສະເພາະຂົວຂ້າມແມ່ນໍ້າຂອງ ມີຄວາມຍາວ ປະມານ 510 ແມັດ ແລະ 2 ທາງສັນຈອນ.
ໂຄງການດັ່ງກ່າວນີ້ ຈະເປັນການກູ້ຢືມເງິນ ຈາກສໍານັກງານຄວາມຮ່ວມມື ພັທນາເສຖກິຈ ກັບປະເທດເພື່ອນບ້ານ ຫຼື NEDA ປະເທດໄທຍ ດ້ວຍມູນຄ່າທັງໝົດ 1,908 ລ້ານບາທ.
ສໍາລັບໂຄງການ ກໍ່ສ້າງຂົວຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງແຫ່ງນີ້ ແມ່ນຖືເປັນການພັທນາທີ່ສໍາຄັນຫຼາຍ ເນື່ອງຈາກປັດຈຸບັນ ຊາວບ້ານໃນລາວ ຈະຂ້າມໄປ-ມາ ຫາກັນນັ້ນ ຕ້ອງໄດ້ຂີ່ເຮືອຂ້າມແມ່ນໍ້າຂອງເທົ່ານັ້ນ ໂດຍໄລຍະທີ່ຜ່ານມາ ຊາວບ້ານທັງ 2 ຝັ່ງແມ່ນໍ້າຂອງ ກໍພຍາຍາມຮຽກຮ້ອງໃຫ້ທາງການລາວ ສ້າງຂົວຂ້າມແມ່ນໍ້າຂອງຂຶ້ນໂດຍໄວ ເພື່ອທີ່ຈະໃຫ້ການສັນຈອນໄປ-ມາ ຂອງຊາວບ້ານ ເກີດຄວາມສະດວກສະບາຍ ແຕ່ກະບໍ່ໄດ້ສ້າງເທື່ອ.
ນອກຈາກນີ້ ຍັງຈະຊ່ອຍໃຫ້ ການຄົມມະນາຄົມ ລະຫວ່າງ ລາວ-ໄທຍ ຈະມີຄວາມສະບາຍ ທັງໃນເຣື່ອງການຂົນສົ່ງສິນຄ້າ, ການທ່ອງທ່ຽວ ເຊິ່ງຈະຊ່ອຍສົ່ງເສີມ ສະພາບເສຖກິຈ ໃຫ້ເກີດການຂຍາຍໂຕຂຶ້ນໃນອະນາຄົດ.