ເງິນຊົດເຊີຍ ຍັງບໍ່ເຖິງມື ຊາວບ້ານ ຜູ້ສູນເສັຽດິນ

ເຂດໂລຈິສຕິກ, ທ່າບົກ ທານາແລ້ງ ເປີດແລ້ວ ແຕ່ ຊາວບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະມານ 50 ຄອບຄົວ ທີ່ຖືກຜົລກະທົບ ສູນເສັຽທີ່ດິນ ໃຫ້ກັບໂຄງການ ພັທນາ ຮວມເນື້ອທີ່ 50 ເຮັກຕ້າ ຍັງບໍ່ໄດ້ຮັບເງິນ ຊົດເຊີຍ.

ຜືນດິນທີ່ເຄີຍເປັນທົ່ງນາ ຂອງຊາວບ້ານ ໃນເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ທີ່ໄດ້ເສັຽໃຫ້ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ (TS), ເດືອນມົກກະຣາ 2021 RFA

ຊາວບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນປະມານ 50 ຄອບຄົວ ທີ່ຖືກຜົລກະທົບສູນເສັຽທີ່ດິນ ໃຫ້ກັບໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ຮວມເນື້ອທີ່ 50 ເຮັກຕ້າ ຍັງບໍ່ໄດ້ຮັບເງິນຊົດເຊີຍຈາກໂຄງການເທື່ອ ຂະນະທີ່ໂຄງການດັ່ງກ່າວ ເປີດນໍາໃຊ້ຢ່າງເປັນທາງການແລ້ວ ໃນວັນທີ 4 ທັນວາ 2021 ຜ່ານມາ.

ຊາວບ້ານຜູ້ນຶ່ງກ່າວວ່າ ເງິນຊົດເຊີຍຊາວບ້ານໄດ້ຕົກລົງເຫັນດີ ລາຄາດ 150,000-300,000 ກີບຕໍ່ແມັດກາເຣ ແຕ່ທາງການຈະຊົດເຊີຍໃຫ້ ຊາວບ້ານພຽງແຕ່ 60,000-80,000 ກີບຕໍ່ແມັດກາເຣ ເຮັດໃຫ້ຊາວບ້ານບໍ່ພໍໃຈ ແລະຈະຄັດຄ້ານຈົນກວ່າຈະໄດ້ຮັບເງິນຊົດເຊີຍ ຢ່າງເໝາະສົມ. ຊາວບ້ານທີ່ສູນເສັຽທີ່ດິນ ໃຫ້ກັບໂຄງການກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ທັນວານີ້ວ່າ:

ບໍ່ຍອມ ບາດນີ້ມາຕີລາຄາໃຫ້ເຂົາເຈົ້າຕໍ່າ ເຂົາເຈົ້າກໍບໍ່ເອົາແລ້ວເນາະ 80 ພັນ ຫຼື 60 ພັນ ພວກສາງທ່າບົກຫັ້ນ ກໍຍັງເວົ້າເຂົາເຈົ້າບໍ່ເອົາ ກໍຍັງເປັນເຣື່ອງກັນຢູ່ ວ່າຊິຄົ້ນຄ້ວາໃຫ ໃໝ່ ເພິ່ນວ່າ ໄຮ່ນຶ່ງຫຼາຍແສນບາດເດ້ ເບື້ອງທາງສາງທ່າບົກຫັ້ນ.

ຊາວບ້ານທ່ານນີ້ກ່່າວວ່າ ຢາກໃຫ້ພາກສ່ວນຂອງສະພາ ນະຄອນຫຼວງວຽງຈັນ ໄດ້ມາຊ່ອຍຕິດຕາມ ກວດກາການຈ່າຍເງິນ ຊົດເຊີຍໃຫ້ກັບຊາວບ້ານ ເພາະກັງວົນວ່າເງິນຊົດເຊີຍທີ່ຈະນຳມາ ຊົດເຊີຍໃຫ້ກັບຊາວບ້ານ ຮົ່ວໄຫຼຕົກໄປຢູ່ກັບຜູ້ມີອຳນາດ ຫຼື ເຈົ້າໜ້າທີ່ຣັຖບານບາງຄົນ.

ໂຄງການພັທນາທ່າບົກ-ທ່ານາແລ້ງ ແມ່ນເປັນໂຄງການຂອງ ເອກະຊົນເປັນຜູ້ພັທນາ 100% ແຕ່ຢູ່ພາຍໃຕ້ ນະໂຍບາຍຂອງຣັຖບານລາວ ແລະຈະຊົດເຊີຍເງິນໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຕາມອັດຕຣາຂອງທາງການລາວ ກໍຄືດຳຣັຖເລຂທີ່ 84 ວ່າດ້ວຍການທົດແທນ ຄ່າເສັຽຫາຍ ແລະຈັດສັນຍົກຍ້າຍ ປະຊາຊົນຈາກໂຄງການ.

ສະນັ້ນແລ້ວຊາວບ້ານຈຶ່ງເຫັນວ່າ ເປັນການຊົດເຊີຍ ທີ່ໃຫ້ລາຄາຕໍ່າຫຼາຍ ບໍ່ມີຄວາມເປັນທັມ ແລະເອົາປຽບຊາວບ້ານທີ່ສຸດ ເມື່ອທຽບໃສ່ລາຄາ ຊື້-ຂາຍ ທີ່ດິນໃນປັຈຈຸບັນ. ຊາວບ້ານ ທີ່ສູນເສັຽທີ່ດິນ ໃຫ້ກັບໂຄງການ ອີກທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ທັນວາ ນີ້ວ່າ:

ທົ່ງນານີ້ ທາງບ້ານເຮົາ ປະເມີນໄປຫັ້ນ ແມ່ນແມັດກາເຣນຶ່ງ 3 ແສນກີບ ດິນບໍ່ມີທາງກໍຖືວ່າເປັນລາຄາຊື້-ຂາຍຫັ້ນແຫຼະ. ບາດນີ້ເນາະ ເຣດເງິນມັນຂຶ້ນ ຄັນສົມມຸດກໍຣະນີເພິ່ນສະເລັ່ຽເນາະ ຕາມອັດຕຣາເງິນເຟີ້ ຂອງເຮົາຫັ້ນແຫຼະ. ເວົ້າເຣື່ອງເສຖກິຈ ຄູ່ມື້ນີ້ອັນໃດ ມັນກໍແພງເດ້ ມັນກໍຈຳເປັນໄດ້ຂຶ້ນຕາມ ລາຄາເງິນຫັ້ນ.

ຊາວບ້ານອີກທ່ານນຶ່ງ ກ່າວວ່າສູນເສັຽທີ່ດິນໄປ ຈຳນວນຫຼາຍຕອນ ແຕ່ກໍຍັງບໍ່ຮູ້ວ່າຈະໄດ້ເຮັບເງິນ ຊົດເຊີຍໜ້ອຍຫຼາຍຊໍ່າໃດ ແລະຍັງບໍ່ມີທ່າທີວ່າ ຈະໄດ້ຮັບເງິນຊົດເຊີຍ ໃນໝໍ່ໆ ນີ້. ຊາວບ້ານທີ່ ສູນເສັຽທີ່ດິນໃຫ້ກັບໂຄງການ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ທັນວ່ານີ້ວ່າ:

ໂຄງການນີ້ ມັນແຕ່ມີ 900 ຕາແມັດ ທາງນາຍທືນຫັ້ນແລ້ວຈ່າຍນ່າ ມັນກໍບໍ່ໄດ້ລາຄາ ແຕ່ວ່ານັກວິຊາການ ເພິ່ນໄປເວົ້າກັບນາຍທືນ ແນວໃດກາບໍ່ຮູ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ບໍຣິສັດວຽງຈັນໂລຈິສຕິກພ໋າກ ຜູ້ພັທນາໂຄງການ ແລະຫ້ອງການປົກຄອງ ເມືອງຫາດຊາຍຟອງ ເພື່ອສອບຖາມຄວາມຄືບໜ້າ ເຣື່ອງການຊົດເຊີຍເງິນ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ແຕ່ບໍ່ສາມາດຕິດຕໍ່ໄດ້.

ໃນຂນະທີ່ສະພາ ນະຄອນຫຼວງວຽງຈັນ ຊຶ່ງເປັນໜ່ວຍງານໄກ່ເກັ່ຍ ແລະຕິດຕາມຊຸກຍູ້ການຊົດເຊີຍເງິນ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການພັທນາ ດັ່ງກ່າວກ່າວວ່າ. ປັຈຈຸບັນຊາວບ້ານ ທີ່ໄດ້ຮັບຜົລກະທົບ ຢູ່ໃນເຂດເມືອງໄຊເສດຖາ ໄດ້ຮັບເງິນຊົດເຊີຍແລ້ວ ໂດຍໄດ້ຮັບເງິນຊົດເຊີຍຈຳນວນ 250,000 ກີບຕໍ່ແມັດກາເຣ.

ສ່ວນຊາວບ້ານ ເຂດເມືອງຫາດຊາຍຟອງ, ຫາກຊາວບ້ານຍັງບໍ່ໄດ້ເງິນຊົດເຊີຍ ທາງສະພານະຄອນຫຼວງວຽງຈັນ ກໍຈະຕິດຕາມກວດກາກັບ ຫ້ອງການປົກຄອງເມືອງຫາດຊາຍຟອງ ແລະບໍຣິສັດຜູ້ພັທນາ ໂຄງການເພີ່ມຕື່ມວ່າ ເພິ່ນດຳເນີນການ ໄປຮອດຂັ້ນຕອນໃດແລ້ວ. ເຈົ້າໜ້າທີ່ ສະພານະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ທັນວານີ້ວ່າ:

ໂຕນີ້ນີ້ ເຮົາຈະໄດ້ນຳຄືນໃຫ້ເນາະ ເພາະວ່າຜ່ານມາຫັ້ນ ກໍປະຊາຊົນຫຼາຍຄອບຄົວຫັ້ນແຫຼະ ສເນີມາເຮົາກາໄດ້ຊຸກຍູ້ ອົງການປົກຄອງເນາະ ເຈົ້າຂອງໂຄງການຊົດເຊີຍໃຫ້ປະຊາຊົນ ດຽວນີ້ເຮົາຈະນຳຄືນໃຫ້ ບໍ່ຮູ້ວ່າການຊົດເຊີຍນີ້ ຈະແມ່ນອົງການປົກຄອງກັບໂຄງການ ຫຼືບໍຣິສັດເນາະ.

ທ່ານໄດ້ກ່າວຕື່ມວ່າ ເຣື່ອງເງິນຊົດເຊີຍ ໜ້ອຍບໍ່ເໝາະສົມ ຫຼືບໍ່ເປັນທັມຕໍ່ຊາວບ້ານ ຢູ່ບ້ານດົງໂພສີນັ້ນ ຊາວບ້ານຈະຕ້ອງຂຽນ ຄຳສເນີໄປຫາສະພາ ນະຄອນຫຼວງວຽງຈັນເພື່ອໃຫ້ສະພາ ນະຄອນຫຼວງວຽງຈັນ ລົງໄປຕິດຕາມກວດກາເພີ່ມຕື່ມ ຫາກຊາວບ້ານບໍ່ຍອມຮັບເງິນຊົດເຊີຍແທ້ ແຕ່ຊາວບ້ານກໍຈະໄດ້ຮັບເງິນຊົດເຊີຍຊັກຊ້າໄປຕື່ມ.

ສຳລັບໂຄງການ ພັທນາທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກ ຄົບວົງຈອນ ນະຄອນ

ຫຼວງວຽງຈັນ ແມ່ນເປັນໂຄງການ ທີ່ຢູ່ໃນແຜນຍຸທສາດ ຂອງການພັທນາໂລຈິສຕິກ ຂອງ ຣັຖບານລາວ ໃນການຫັນປ່ຽນປະເທດລາວ ຈາກປະເທດບໍ່ມີທາງອອກສູ່ທະເລ (Landlocked County) ໃຫ້ເຊື່ອມໂຍງ ເຊື່ອມຈອດດ້ານການຂົນສົ່ງ, ການຄ້າ ຂອງພາກພື້ນ ແລະ ສາກົລໃຫ້ປະກົດຜົລເປັນຈິງ.

ໂຄງການດັ່ງກ່າວ ເປັນການລົງທືນໂດຍ ບໍຣິສັດ ວຽງຈັນໂລຈິສຕິກພ໋າກ ຈຳກັດ 100% ມີມູລຄ່າ ການລົງທຶນຈຳນວນ 727 ລ້ານ ໂດລາຣ໌ສະຫະຣັຖ ກວມເອົາເນື້ອທີ່ 382 ເຮັກຕ້າ ມີອາຍຸສັມປະທານ 50 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org