ຊາວບ້ານ ບໍ່ຮັບ ຄ່າຊົດເຊີຍຕ່ຳ
ຊາວບ້ານຫ້ວຍຊອຍ ຈຳນວນນຶ່ງ ຍັງບໍ່ຢາກຮັບເອົາ ຄ່າຊົດເຊີຍ ເນື່ອງຈາກ ມີການປະເມີນ ຣາຄາພືດຜົລ ບໍ່ສົມເຫດສົມຜົລ
-
ມະນີຈັນ
2017-08-21 -
-
-
Your browser doesn’t support HTML5 audio
ຊາວບ້ານຫ້ວຍຊອຍ ແລະອີກ 3 ບ້ານ ທີີ່ມີ 100 ປາຍຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນເຊປຽນ-ເຊນ້ຳນ້ອຍ ບໍ່ຢາກຮັບເອົາຄ່າຊົດເຊີຍ ຜົລເສັຽຫາຍ ຂອງຜົລປູກ ຂອງພວກຕົນ ຍ້ອນທາງການລາວ ປະເມີນຣາຄາຜົລປູກ ແບບບໍ່ສົມເຫດສົມຜົລ ໃຫ້ຣາຄາຕໍ່າ ແລະ ມີການຄິດໄລ່ມູນຄ່າເສັຽຫາຍ ໃຫ້ແຕ່ລະຄອບຄົວ ແບບບໍ່ເປັນທັມ.
ບາງຄອບຄົວ ທີ່ມີຜົລປູກຫຼາຍ ຊໍ້າພັດ ໄດ້ຂຶ້ນບັນຊີ ຮັບຄ່າຊົດເຊີຍໜ້ອຍ ແລະ ເປັນໄປໃນທາງກັບກັນ ດັ່ງນັ້ນ ຈຶ່ງເຮັດໃຫ້ຫຼາຍຄົນ ບໍ່ພໍໃຈ ແລະ ຍັງບໍ່ຢາກ ເຊັນຮັບເອົາ ຄ່າຊົດເຊີຍ ນັ້ນເທື່ອ, ດັ່ງຊາວບ້ານ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 14 ສິງຫາ 2017 ຕອນນຶ່ງວ່າ:
"ຈຳນວນນຶ່ງຍັງ, ຈຳນວນນຶ່ງ ເຂົາກະໄດ້ຮັບແລ້ວ ມີຣາຄາ ຕົກຕ່ຳ ບໍ່ດຸ່ນດ່ຽງກັນ. ເປັນຫຍັງ ຈັ່ງວ່າຊັ້ນ ບາງສວນຫັນ ເຂົາຍັງໄດ້ຫຼາຍກວ່າ ຜູ້ສວນແປນຫັ້ນນ້າ ເຂົາຍັງສົນໃຈຢູ່. ສອງມາ ດິນທຳການຜລິດ ຍັງບໍ່ມີຫັ້ນນ່າ ຂະເຈົ້າ ເລີຍບໍ່ເອົາ. ເພິ່ນໃຫ້ມີແຕ່ ຄ່າກາເຟ, ຄ່າດິນ ເພິ່ນບໍ່ໄດ້ໃຊ້."
ໃນຂະນະດຽວກັນ, ຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກຜູ້ນຶ່ງ ກໍໄດ້ກ່າວ ໃນທຳນອງດຽວກັນວ່າ ນອກຈາກ ຈະໄດ້ຄ່າຊົດເຊີຍ ຜົລປູກ ຕໍ່າແລ້ວ ທາງການ ກໍບໍ່ໄດ້ຊົດເຊີຍ ຄ່າສູນເສັຽ ທີ່ດິນ ເຮືອນຊານ ໃຫ້ຊາວບ້ານ ແຕ່ຢ່າງໃດ.
"ເອີ...ແຕ່ວ່າ ເຣື້ອງຄ່າຊົດເຊີຍນີ້ ທາງໂຄງການນີ້ ກະບັງຄັບໃຫ້ເຮົາ ເອົາຫັ້ນແຫຼະ ຄ່າຊົດເຊີຍ. ຖ້າວ່າ ເຮົາບໍ່ເອົາ ຈະມີບັນຫາ, ເຂົາວ່າ. ມອບຈຳນວນນຶ່ງ ຈຳນວນນຶ່ງ ກະຍັງບໍ່ທັນມອບ ເນື້ອທີ່ ຕົກຄ້າງ ກະຍັງຫຼາຍຕອນ, ແຕ່ວ່າ ຣາຄາຊົດເຊີຍນີ້ ຕົກຕ່ຳຫຼາຍ. ແຕ່ວ່າ ເຣື້ອງ ເຮືອນນີ້ ທາງໂຄງການ ບໍ່ໄດ້ຊົດເຊີຍໃຫ້."
ແຕ່ເຈົ້າໜ້າທີ່ ຮັບຜິດຊອບ ວຽກງານໂຍກຍ້າຍ ແລະ ຈັດສັນ ປະຈຳໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ຊີ້ແຈງຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອບໍ່ດົນມານີ້ວ່າ ທາງພາກສ່ວນກ່ຽວຂ້ອງ ໄດ້ມອບເງິນ ຄ່າຊົດເຊີຍ ໃຫ້ກັບຊາວບ້ານແລ້ວ ແລະ ຊາວບ້ານ ກໍເຂົ້າໃຈດີ.
"ໂອດຽວນີ້ ຂະເຈົ້າ ເອົາໝົດແລ້ວ ເອົາໝົດແລ້ວ ດຽວນີ້ນ່າ. ຕອນນັ້ນ ແມ່ນຢູ່ ເພາະວ່າ ເຂົາເຈົ້າ ກະບໍ່ທັນເຂົ້າໃຈ ລະກະ ມີຄົນໄປປັ່ນປ່ວນ ມີຫຍັງຫັ້ນນ່າ ດຽວນີ້ ເຂົາເຈົ້າ ເຂົ້າໃຈ ໝົດແລ້ວ ຮັບເອົາໝົດແລ້ວ ດຽວນີ້ນ່າ. ເພາະວ່າ ປະຊາຊົນ ເຂົາເຈົ້າ ກະເຂົ້າໃຈ ເບື້ອງນະໂຍບາຍ ຂອງຣັຖບານ ນະໂຍບາຍ ໂຄງການ ຣະອຽດດີແລ້ວ ດຽວນີ້ນ່າ. ເຣື້ອງຊ່ວຍເຫຼືອແທ້ ພວກເຮົາ ກະປະຕິບັດຕາມ ສັນຍາ ສັມປະທານ ຫັ້ນແຫຼະ."
ຕາມການບອກເລົ່າ ຂອງຊາວບ້ານ, ນັບຕັ້ງແຕ່ ເດືອນເມສາ ເປັນຕົ້ນມາ ທາງການລາວ ໄດ້ມາພົບພໍ້ ແລະ ໄດ້ເຮັດ ບົດບັນທຶກ ກັບຊາວບ້ານ ເພື່ອໃຫ້ຕົກລົງ ເຊັນຮັບເອົາ ຄ່າຊົດເຊີຍ ທີ່ຊາວບ້ານ ໄດ້ຮັບຜົລກະທົບ. ແຕ່ການຊົດເຊີຍນັ້ນ ແມ່ນຊົດເຊີຍ ສະເພາະຜົລປູກ ທີ່ເປັນຕົ້ນໄມ້ ກິນໝາກ ແລະ ພືດເສຖກິຈ ບາງຢ່າງ ເປັນຕົ້ນແມ່ນ ກາເຟ ແລະ ຕົ້ນຢາງບ໋ອງ.
ສ່ວນທີ່ດິນ ແລະ ເຮືອນຊານ, ທາງການ ຈະບໍ່ຊົດເຊີຍໃຫ້ ເພາະໄດ້ ປຸກເຮືອນໃຫ້ຊາວບ້ານ ຢູ່ເຂດ ກຸ່ມບ້ານໃຫຍ່ ສາຣະສິນ ພ້ອມທັງ ຈັດຫາ ດິນປູກຝັງ ໄວ້ໃຫ້ແລ້ວ. ເຖິງຢ່າງໃດກໍຕາມ, ຊາວບ້ານ ຈຳນວນຫຼາຍ ກໍຍັງບໍ່ຍອມຍ້າຍອອກໄປ ຍ້ອນທາງການ ຈັດຫາທີ່ດິນ ປູກຝັງ ໃຫ້ໜ້ອຍ ເກີນໄປ ແລະເປັນດິນແຮ່ ດິນຊາຍ ບໍ່ເໝາະສົມ ຕໍ່ການປູກຝັງ. ດັ່ງນັ້ນຊາວບ້ານ ຈຶ່ງຍັງພາກັນອາສັຍ ຢູ່ໃນເຂດ ຂ້າງເຂື່ອນນັ້ນ ໄປກ່ອນ.