ຄົນວຽດນາມລັກຮ່ອນຄໍາ ຢູ່ ກາສີ

ປະຊາຊົນ ໃນທ້ອງຖິ່ນ ເວົ້າວ່າ ມີຄົນວຽດນາມ ລັກເຂົ້າມາ ຮ່ອນຄໍາ ຢູ່ ເມືອງກາສີ ແຂວງວຽງຈັນ ແຕ່ ເຈົ້າໜ້າທີ່ ປະຕິເສດ ວ່າບໍ່ມີ.

ເຂດສໍາປະທານ ຂຸດຄໍາ ເມືອງກາສີ ແຂວງຫລວງພຣະບາງ RFA/NY

ເມື່ອຕົ້ນເດືອນມິຖຸນານີ້ ຊາວວຽດນາມ ກຸ່ມນຶ່ງ ບໍ່ຮູ້ຈໍານວນ ໄດ້ເຂົ້າມາ ລັກຮ່ອນຄໍາ ຢູ່ບ້ານ ສີສັງວອນ ແລະ ບ້ານລໍາພັນ ເມືອງກາສີ ແຂວງວຽງຈັນ ຮ່ວມກັບ ປະຊາຊົນ ທ້ອງຖິ່ນ ແຕ່ເຮັດໄດ້ບໍ່ດົນ ຍ້ອນຖືກ ບໍຣິສັດ First Mining ຫລື ຜາເມືອງ Mining ຊຶ່ງເປັນຜູ້ທີ່ ໄດ້ຮັບສໍາປະທານ ສໍາຣວດຄໍາ ໃນເຂດ ດັ່ງກ່າວ ແຈ້ງໃຫ້ ທາງການຊາບ ແລະ ຕໍາຣວດ ໃຫ້ພວກເຂົາ ກັບຄືນປະເທດ. ຕາມຄໍາເວົ້າ ຂອງ ປະຊາຊົນ ແຂວງວຽງຈັນ ໃນວັນທີ 22 ມິຖຸນາ ນີ້:

"ຢູ່ທາງສີສັງວອນ ເຂດຫ້ວຍຂີ້ລິງແນ່ ວຽດເຂົາຫັ້ນ ລະຍະວັນທີ 6 ທີ 7 ເດືອນນີ້ ເດືອນ 6 ນີ້ແຫລະ ດຽວນີ້ ບໍ່ມີພວກໃດ ເຮັດແລ້ວ ທໍາອິດກະ ບໍຣິສັດ ເຟິສທ ຫັ້ນ ມາຣາຍງານ ທາງເມືອງ ແລ້ວທາງເມືອງ ກະໃຫ້ຕໍາຣວດ ໄປໄລ່ຫັ້ນນະ".

ເພື່ອຮູ້ຣາຍລະອຽດນັກຂ່າວ RFA ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງວຽງຈັນ ໄດ້ຮັບຄໍາຕອບວ່າ ໃນເວລາ ນັ້ນມີການຮ່ອນຄໍາແທ້ ແຕ່ບໍ່ມີຄົນ ວຽດນາມເຂົ້າມາຮ່ອນນໍາ ມີແຕ່ປະຊາຊົນໃນທ້ອງຖິ່ນ ແລະ ທາງການ ກໍບໍ່ໄດ້ຂັບໄລ່ ພວກເຂົາເຈົ້າ ແຕ່ຢ່າງໃດ:

"ບໍ່ແມ່ນລັກດອກ ຜ່ານມາເຂົາກະເຄີຍເຄື່ອນໄຫວ ຮ່ອນແມ່ນຫຍັງ ຫັ້ນນະ ກະບໍ່ມີ ຫຍັງດອກ ມີແຕ່ຂະເຈົ້າ ໄປຮ່ອນ ຂຸດແລ້ວຮ່ອນ ຕາມວິຖີພື້ນ ຂອງຂະເຈົ້າ ຫັ້ນແຫລະ ບໍ່ໄລ່ ບໍ່ຮື້ອອກດອກ ຄັນປະຊາຊົນ ເອົາກົນຈັກ ເຂົ້າໄປຫັ້ນນະ ກະແມ່ນແຫລະ ກະຕ້ອງໄດ້ ສັ່ງໃຫ້ອອກ".

ທ່ານກ່າວຕື່ມວ່າ ບໍຣິສັດ ຜາເມືອງມາຍນິງ ໄດ້ຮັບສໍາປະທານ ສໍາຣວດຄໍາ ໃນເນື້ອທີ່ດັ່ງກ່າວ ແລະເລີ່ມສໍາຣວດມາ ຕັ້ງແຕ່ປີ 2015 ໃນເນື້ອທີ່ 255 ຕາຣາງ ກິໂລແມັຕ ແຕ່ຍັງບໍ່ທັນ ໄດ້ຂຸດຄົ້ນເທື່ອ ຍ້ອນຣັຖບານ ສັ່ງໂຈະ ການຂຸດຄໍາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org