ຕລາດຂົວດິນຍ້າຍໜີແລ້ວ

ສິດນີ
2015.09.03
F-Khouadin ຕລາດຂົວດິນຍ້າຍໜີແລ້ວ
RFA/LX

ນັບຕັ້ງແຕ່ ວັນທີ 31 ສິງຫາ ເປັນຕົ້ນມາ ກຸ່ມ ພໍ່ຄ້າ ແມ່ຄ້າ ໃນຕລາດ ຂົວດິນ ບ້ານ ໜອງຈັນ ເມືອງ ສີສັດຕະນາກ ໄດ້ພາກັນ ຂົນຍ້າຍ ສີ່ງຂອງ ເປັນການ ຊົ່ວຄາວ, ເພື່ອ ຫລີກທາງ ໃຫ້ ໂຄງການ ສ້າງ ຕລາດໃຫມ່ ທີ່ ທັນສມັຍ ໃນ ບໍຣິເວນ ດັ່ງກ່າວ. ດັ່ງ ເຈົ້າຫນ້າທີ່ ກະຊວງ ອຸດສາຫະກັມ ແລະ ການຄ້າ ເວົ້າວ່າ:

"ເພາະວ່າມັນ ປັບປຸງ ໃຫມ່ ເພີ່ນກະຍ້າຍ ຫມົດແຫລະ, ລະດົມຄົນ ອີ່ສັງຫັ້ນ ເພີ່ນ ຊິປັບປຸງ ໃຫມ່ ແນຮແຫຼະ ລະບົບ ມັນແນວໃດ ພວກເພີ່ນ ຊິຍ້າຍ ອອກຫມົດນະ ເວົ້າແນວນັ້ນ ແຫຼະ"

ເອເຊັຽ ເສຣີ ໄດ້ ຕິດຕໍ່ ໄປຍັງ ຫ້ອງການ ປົກຄອງ ເມືອງ ສີສັດຕະນາກ, ເຈົ້າຫນ້າທີ່  ທ່ານນຶ່ງ ເວົ້າວ່າ, ມາຮອດ ປັດຈຸບັນ ພວກພໍ່ຄ້າ ແມ່ຄ້າ ໄດ້ຍ້າຍ ເຄື່ອງຂອງ ໄປຫມົດ ແລ້ວ, ພາກັນ ໄປຂາຍຢູ່ ບ່ອນ ຊົ່ວຄາວ ຢູ່ໃນເຂດ ຕລາດ ໜອງຈັນ ເກົ່າ ພວກຂະເຈົ້າ ໄດ້ສືບຕໍ່ ການຄ້າຂາຍ ເປັນ ປົກກະຕິ ໃນ ບ່ອນໃຫມ່ ແລະ ການ ໂຍກຍ້າຍ ບໍ່ໄດ້ ສົ່ງ ຜົລກະທົບ ຕໍ່ ຂະເຈົ້າ ແຕ່ຢ່າງໃດ.

ທ່ານ ກ່າວຕື່ມວ່າ ພາຍໃນ ເດືອນນີ້ ຕລາດ ຂົວດິນ ເກົ່າ ຈະຖືກມ້າງ ຖີ້ມ ແລ້ວ ຈະປຸກ ຕລາດໃຫມ່ ທີ່ ທັນສມັຍ ແທນ ໃນ ສະຖານທີ່ ແຫ່ງນີ້, ຊຶ່ງ ນັກ ທຸຣະກິດ ພາຍໃນ ລາວເອງ ຈະເປັນຜູ້ ລົງທືນ ແລະ ການກໍ່ສ້າງ ຈະ ໃຊ້ເວລາ 8 ເດືອນ. ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຫາ ຫ້ອງການ ຕລາດ ຂົວດິນ ເພື່ອ ຄວາມ ກະຈ່າງແຈ້ງ ແຕ່ ບໍ່ສາມາດ ຕິດຕໍ່ໄດ້.

ເຖິງຢ່າງໃດ ກໍຕາມ ໂຄງການ ສ້າງ ຕລາດໃຫມ່ ແຫ່ງນີ້ ຖືວ່າ ເປັນໂຄງການ ສ້າງ ຕລາດ ແຫ່ງທີສອງ ໃນເຂດ ນະຄອນຫຼວງ ວຽງຈັນ, ກ່ອນຫນ້າ ນີ້ ໃນ ຊ່ວງຕົ້ນປີ ກໍມີການ ສ້າງ ຕລາດ ທີ່ ທັນສມັຍ ແຫ່ງ ທຳອິດ ຄື ຕລາດ ທົ່ງຂັນຄຳ ໃຫມ່ ແທນຫລັງ ເກົ່າ ທີ່ ຖືກ ໄຟໄຫມ້ ໃນ ທ້າຍປີ ກາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.