ພໍ່ຄ້າ-ແມ່ຄ້າ ກັງວົນການຄ້າຂາຍ ຢູ່ຕລາດສີຫອມ ພາຍຫຼັງຖືກສັ່ງໃຫ້ຍ້າຍອອກ
ມີການອອກມາ ຊີ້ແຈງກໍຣະນີທີ່ເຈົ້າໜ້າທີ່ ປະກາດໃຫ້ຊາວຄ້າຂາຍ ຢູ່ຕລາດກາງຄືນ ສີຫອມ ຢຸດເຊົາ ແລະໂຍກຍ້າຍອອກໄປຂາຍ ຢູ່ສະຖານທີ່ໃໝ່ ທີ່ຮັບອະນຸຍາດດ່ວນ ເຣີ່ມແຕ່ວັນທີ 24 ມີນາ 2023 ເນື່ອງຈາກ ທາງນະຄອນຫຼວງ ຈະຂຍາຍເສັ້ນທາງຣົຖເມ ສ່ວນພໍ່ຄ້າແມ່ຄ້າ ເປັນຫ່ວງການສ້າງອາຊີບທຳມາຫາກິນ ທີ່ຖືກກະທົບ.
-
ສຸພັດຕາ
2023-03-27 -
-
-
Your browser doesn’t support HTML5 audio
ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ, ຫ້ອງວ່າການປົກຄອງເມືອງຈັນທະບູຣີ ແລະຂແນງເຄຫາແຜນຜັງ ເມືອງຈັນບູຣີ ຮ່ວມກັນລແຖງຊີ້ແຈງ ຕໍ່ກໍຣະນີ ໃນວັນທີ 23 ມິນາ 2023 ທີ່ໄດ້ສົ່ງເຈົ້າໜ້າທີ່ ລົງໄປຂໍຄວາມຮ່ວມມື ນໍາຜູ້ປະກອບການ ທີ່ເປັນລໍ້ຍູ້ ແລະຮ້ານຄ້າທີ່ຕັ້ງແຄມທາງ ຢູ່ຕລາດກາງຄືນສີຫອມ ໃຫ້ຢຸດເຊົາ ແລະໂຍກຍ້າຍ ອອກໄປຂາຍຢູ່ສະຖານທີ່ໃໝ່ ທີ່ຮັບອະນຸຍາດດ່ວນ ເຣີ່ມແຕ່ວັນທີ 24 ມິນາ 2023.
ໂດຍ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ຖແລງຊີ້ແຈງວ່າ ເຫດຜົນທີ່ຕ້ອງໃຫ້ຜູ້ຄ້າຂາຍໃນເຂດດັ່ງກ່າວ ຢຸດເຊົາ ແລະຍົກຍ້າຍ ກໍເນື່ອງຈາກ ຕົ້ນປີ 2023 ນະຄອນຫຼວງວຽງຈັນ ມີແຜນພັທນາ ການຂຍາຍເສັ້ນທາງຣົຖເມທັນສໄມແບບຍືນຍົງ ແລ້ວກວມເອົາເສັ້ນທາງດັ່ງກ່າວນໍາດ້ວຍ ອີກທັງຕອນແລງ ຫາຕອນກາງຄືນ ຕລາດກາງຄືນສີຫອມມີຄວາມແອອັດ ເຮັດໃຫ້ບໍ່ມີຄວາມຈົບງາມ ຈຶ່ງຕ້ອງມີການຈັດລະບຽບໃຫ້ຮຽບຮ້ອຍ.
ດັ່ງທ່ານ ຖແລງຊີ້ແຈງຕໍ່ສື່ມວນຊົນລາວ ໃນວັນທີ 24 ມິນາ ທີ່ຜ່ານມາວ່າ:
“ຖືວ່າ ເຈົ້າຄອງນະຄອນຫຼວງວຽງຈັນ ມີການເສັ້ນທາງຮັບຮອງ ເອົາແຜນພັທນາ ໃນການຂຍາຍເສັ້ນທາງຣົຖເມທັນສໄມ ແບບຍືນຍົງເນາະ ເຊິ່ງໃນກວມເອົາເສັ້ນທາງດັ່ງກ່າວນັ້ນ ແລະກໍເວົ້າເຣື່ອງ ຄວາມເປິະເປື້ອນເສັ້ນທາງ ສ້າງຄວາມສັບສົນ ສ້າງຄວາມບໍ່ຈົບບໍ່ງາມ ຕອນແລງມາກະຣົຖຕິດ ຢ່າງອັ່ງອໍຄັບຄາໜາແໜ້ນ ບໍຣິເວນດັ່ງກ່າວ ໃຜກໍໄປເຫັນເນາະແຄມທາງ ຈາກ 40 ຮ້ານ ປັດຈຸບັນ ຮອດ 204 ຮ້ານກໍຖືວ່າ ແຕ່ກ່ອນບໍ່ມີ ແຖວຫໍວັທນະທັມແຫ່ງຊາຕ ປັດຈຸບັນ ລາມມາຮອດພີ້ເບິດ ຫໍວັທນະທັມແຫ່ງຊາຕ ກະສວຍໂອກາດເອົາບ່ອນຫັ້ນ ເປັນບ່ອນຝາກຣົຖ.”
ທ່ານກ່າວຕື່ມວ່າ ກ່ອນຈະອອກແຈ້ງການ ໃຫ້ຜູ້ຄ້າຂາຍຢຸດເຊົາ ຂາຍເຄື່ອງຢູ່ຕລາດກາງຄືນສີຫອມ ໃນວັນທີ 23 ມິນາ 2023 ນັ້ນ. ໃນວັນທີ 3 ມິນາ 2023 ກໍໄດ້ອອກແຈ້ງການດັ່ງກ່າວໄປກ່ອນແລ້ວ ໂດຍອີງໃສ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກັມມະການແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍ ກ່ຽວກັບການດໍາເນີນທຸຣະກິຈ ຕລາດກາງຄືນ ຖນົນແຫ່ງບຸນ ສບັບເລຂທີ 0358/ພອຄ.ນວ.ຄພນ ລົງວັນທີ 3 ມິນາ 2023.
ກ່ຽວກັບເຣື່ອງນີ້ ຜູ້ຄ້າຂາຍຢູ່ຕລາດກາງຄືນສີຫອມ ເຊິ່ງເປັນຜູ້ທີ່ລາອອກຈາກວຽກປະຈໍາ ທີ່ມີເງິນເດືອນ ແລ້ວມາຂາຍເຄື່ອງຢູ່ຕລາດແຫ່ງນີ້ ເປັນອາຊີບຫຼັກແທນ ກໍເນື່ອງຈາກໄດ້ລາຍໄດ້ດີກວ່າ ເຊິ່ງທ່ານໄດ້ກ່າວວ່າ ຕັ້ງແຕ່ວັນທີ 23 ມິນາ ທີ່ເຈົ້າໜ້າທີ່ປະກາດທາງໂທຣະໂຄ່ງ ໃຫ້ຢຸດເຊົາຂາຍເຄື່ອງ ແລະໂຍກຍ້າຍອອກ ໂຕເອງກໍບໍ່ໄດ້ກັບໄປຂາຍເຄື່ອງຢູ່ຕລາດກາງຄືນສີຫອມອີກເລີຍ ຍ້ອນ ຕ້ອງປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ເນື່ອງຈາກຢ້ານວ່າ ຈະຖືກເຮັດບົດບັນທຶກ ແລະຖືກປັບໃໝ ຈຶ່ງຢາກໃຫ້ເພິ່ນມີຄວາມເຫັນອົກເຫັນໃຈ ດ້ວຍການຈັດສັນຈຸດຄ້າ-ຂາຍໃຫ້ໃໝ່ ໂດຍເອົາ 204 ຮ້ານຢູ່ນໍາກັນ ບໍ່ໃຫ້ຊະຊາຍໄປຄົນລະຈຸດ ເພື່ອໃຫ້ມີກິ່ນອາຍຂອງຕລາດກາງຄືນສີຫອມ ຫຼືຖນົນຄົນຍ່າງຄືເກົ່າ ແລະເຊື່ອວ່າ ຈະມີລູກຄ້າຕິດຕາມມາຊື້ເຄື່ອງຂອງຄືເກົ່າ.
ດັ່ງຜູ້ຄ້າຂາຍ ຢູ່ຕລາດກາງຄືນສີຫອມ ຜູ້ທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມິນາ ນີ້ວ່າ:
“23 ເຂົາເຈົ້າປະກາດ ແລ້ວ 24 ກໍຍຸດເລີຍ, ຊິບໍ່ຄິດວ່າ ຢູ່ໃສ ຂໍແຕ່ມີສະຖານທີ່ຮອງຮັບໃຫ້ພໍ່ຄ້າແມ່ຂາຍຫັ້ນນ່າ ເຮົາເຊື່ອວ່າ ລູກຄ້າຈະນໍາໄປກິນແລ້ວກໍ ມັນຊິມີບັນຍາກາດຄືເກົ່າ ມັນຊິມີແບບ ເປີດຕລາດໃໝ່ຄືເກົ່າເລີຍຫັ້ນນ່າ ເພາະວ່າຫຍັງ (ຜູ້ຄ້າຂາຍບາງຄົນ) ມາຂາຍ 3 ມື້ 4 ມື້ ກໍຖືກປິດ ກະຖືກໄລ່ຊີ້ນ່າ ແລ້ວເຄື່ອງເຂົາເຈົ້າກໍກຽມມາ ຊິເຮັດຈັ່ງໃດ ແລ້ວໃຜຊິຮັບຜິດຊອບ ຄວາມໝາຍວ່າ ແລ້ວຄ່າເຊົ່າພວກຂ້ອຍນ່າ ຍັງເຫຼືອອີກ 6 ມື້ ເຂົາເຈົ້າ ກໍບໍ່ສົ່ງເງິນຄືນ.”
ທ່ານກ່າວຕື່ມວ່າ ຜູ້ຄ້າຂາຍຈໍານວນປະມານ 20 ຮ້ານ ທີ່ຖືກທາງການສັ່ງໃຫ້ຢຸດເຊົາຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ກໍມີແຜນຊວນກັນໄປຂາຍຢູ່ບ່ອນໃໝ່ ຢູ່ເຂດໂຮງຮຽນເຈົ້າອານຸວົງແທນ ແຕ່ວ່າ ຈະຖ້າເບິ່ງສະຖານະການກ່ອນ ວ່າພາກສ່ວນທີ່ກ່ຽວຂ້ອງ ຈະຈັດສັນບ່ອນຄ້າ-ຂາຍໃໝ່ໄວໆນີ້ຫຼືບໍ່ ແລະຈະລອງຍ່າງເບິ່ງ ເຂດໂຮງຮຽນເຈົ້າອານຸວົງກ່ອນ ວ່າຈະມີລູກຄ້າຫຼາຍຄືຕລາດກາງຄືນສີຫອມຫຼືບໍ່ ເນື່ອງຈາກ ບໍ່ຢາກສ່ຽງລົງທຶນ ບໍ່ຈ່າຍຄ່າເຊົ່າ ຫຼືຊື້ວັດຖຸດິບມາໄວ້ຂາຍ ແຕ່ບໍ່ໄດ້ຂາຍ.
ຂະນະທີ່ ຜູ້ຄ້າຂາຍຢູ່ຕລາດກາງຄືນສີຫອມ ຜູ້ທີ 2 ກ່າວວ່າ:
“ກໍຢາກໃຫ້ເພິ່ນຫາໃຫ້ໄວທີ່ສຸດຫັ້ນແຫຼະ ຖ້າໄດ້ໄວ ເຮົາກໍຊິໄດ້ຂາຍເຄື່ອງໂຕທີ່ມັນຄ້າງຢູ່ຫັັ້ນນ່າ ອອກ ຖ້າມັນ (ລໍຖ້າຂັ້ນເທິງຈັດສັນຈຸດຄ້າ-ຂາຍໃໝ່) ຄົນຫຼາຍຄົນ ເຂົາກໍໜີ ຖ້າມັນໄດ້ແບບເກົ່າ ມັນກໍດີຫັ້ນນ່າ ລັກສະນະແບບເກົ່າ ກໍດີ ແລ້ວກໍຈຸດກໍໃກ້ໆ ບ່ອນເກົ່າບໍ່ ເພາະວ່າ ຄົນກໍ ມັນກໍຢູ່ໃນໂຕເມືອງ ແລ້ວຄົນຕ່າງປະເທດ ມິຫຍັງ ເຂົາກໍພັກເຊົາຢູ່ຫັ້ນເລີຍ.”
ຜູ້ຄ້າຂາຍຢູ່ຕລາດກາງຄືນຜູ້ທີ 3 ກ່າວໃນມື້ດຽວກັນນີ້ວ່າ ຫາກລູກຄ້າ ຫຼືແຂກ ຍັງເຫັນວ່າ ຕລາດກາງຄືນສີຫອມ ຍັງມີຮ້ານເປີດບໍຣິການ ນັ້ນໝາຍຄວາມວ່າ ເປັນຮ້ານທີ່ມີຕຶກ, ມີຫ້ອງ, ມີເຮືອນ ເປັນຂອງໂຕເອງ ບໍ່ໄດ້້ເປັນຮ້ານ ມີລໍ້ ຫຼືຮ້ານກາງໂຕ໊ະຂາຍ ຈຶ່ງເຮັດໃຫ້ຮ້ານດັ່ງກ່າວ ສາມາດເປີດບໍຣິການຄ້າຂາຍໄດ້ຕາມປົກກະຕິ:
“ຢາກໃຫ້ຈັດສັນບ່ອນໃຫ້ເຮົາກ່ອນຫັ້ນນ່າ ຫຼືວ່າ ແຈ້ງເຮົາອັນນີ້ ມັນບໍ່ອີ່ຫຍັງ ຮອງຮັບ ມັນກໍເດືອດຮ້ອນ ບ່ອນນີ້ແລ້ວຄື ເປົ້າໝາຍຄື ໃຫ້ໄປໃສກໍໄດ້ ແລ້ວບາດນີ້ ຄັນໄປໃສກໍໄດ້ຫັ້ນນ່າ ຖາມວ່າມັນມີທາງແກ້ບໍ່ ມັນມີທາງແກ້ ແຕ່ວ່າ ມັນຈະຄືເກົ່າບໍ່ ຄັນແມ່ຄ້າ ຢູ່ສີຫອມເນາະ ໄດ້ຂາຍຢູ່ສີຫອມ ລາຍໄດ້ເຮົາໝັ້ນຄົງແລ້ວຫັ້ນນ່າ.”
ສ່ວນວ່າການຈັດສັນໃຫ້ຜູ້ຄ້າຂາຍ ໄປຂາຍຢູ່ຈຸດໃດ ແມ່ນພາກສ່ວນທີ່ກ່ຽວຂ້ອງ ກໍາລັງຄົ້ນຄວ້າຫາທາງອອກທີ່ເໝາະສົມ, ດັ່ງທ່ານ ນັນຕາ ສານຸວົງ ຮອງຫົວໜ້າຜແນກອຸດສາຫະກັມແລະການຄ້າ ນະຄອນຫຼວງວຽງຈັນ ຖແລງຊີ້ແຈງ ຕໍ່ສື່ມວນຊົນລາວ ໃນວັນທີ 24 ມິນາ ທີ່ຜ່ານມານີ້ວ່າ:
“ຖືວ່າ ພວກເຮົາກໍໄດ້ປະສານສົມທົບກັບບັນດາເມືອງອ້ອມຂ້າງ ໂດຍສະເພາະ ເມືອງສີສັດຕະນາກ ເມືອງສີໂຄດຕະບອງ ຂົງເຂດບໍຣິເວນນີ້ ຈຸດໃດ ຫາກມີຄວາມເໝາະສົມ ຄືເດິ່ນໃດ ທີ່ວ່າ ເໝາະແກ່ການຊື້ຂາຍ ພວກເຮົາຈະໄດ້ນໍາສເນີ ຕໍ່ອໍານາດການປົກຄອງ ຕໍ່ຄະນະຂອງນະຄອນຫຼວງ ເປັນຜູ້ອະນຸມັດ ຈຶ່ງຈະໄດ້ອະນຸຍາດໃຫ້ຂາຍເນາະ ບໍ່ໝາຍວ່າ ຢາກຂາຍບ່ອນໃດກໍຂາຍ.”
ການໃຫ້ຍຸດເຊົາ ການດໍາເນີນທຸຣະກິຈຈັດສັນ ຢູ່ຕລາດກາງຄືນສີຫອມນັ້ນ ແມ່ນຍັງອີງໃສ່ກົດໝາຍ ວ່າດ້ວຍທາງຫຼວງ (ສບັບປັບປຸງ) ເລຂທີ 3/ສພຊ ລົງວັນທີ 8 ພຶສຈິກາ ປີ 2016 ແລະຂໍ້ຕົກລົງ ວ່າດ້ວຍການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນໂຕເມືອງ ແລະຊານເມືອງ ສບັບເລຂທີ 1184/ ຈນວ ລົງວັນທີ 20 ທັນວາ ປີ 2017, ອີງໃສ່ໜັງສືທາງຣັຖບານ ສບັບເລຂທີ 315/ຫວນວ ລົງວັນທີ 24 ກຸມພາ ປີ 2023 ແລະສບັບເລຂທີ 391/ຫວນວ ລົງວັນທີ 2 ມິນາ ປີ 2023, ອີງໃສ່ໜັງສືທາງຣັຖບານ ສບັບເລຂທີ 57/ ຫວນວ ລົງວັນທີ 12 ມົກກະຣາ ປີ 2023, ອີງໃສ່ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະກັມມະການ ແກ້ໄຂຄວາມບໍ່ເປັນລະບຽບຮຽນຮ້ອຍ ກ່ຽວກັບການດໍາເນີນທຸຣະກິຈຕລາດກາງຄືນ ຖນົນແຫ່ງບຸນ ສບັບເລຂທີ 0358/ພອຄ.ນວ.ຄພນ ລົງວັນທີ 3 ມິນາ ປີ 2023 ແລະອີງໃສ່ການກະກຽມຄວາມພ້ອມ ໃຫ້ແກ່ການຕ້ອນຮັບແຂກໃນໄລຍະ ທີ່ປະເທດລາວ ເປັນເຈົ້າພາບຈັດກອງປະຊຸມອາຊ້ຽນ ປີ 2024 ນໍາດ້ວຍ, ອີງຕາມແຈ້ງການຄັ້ງທີ 2 ກ່ຽວກັບການຂໍຄວາມຮ່ວມມື ໃນການຢຸດເຊົາ ການດໍາເນີນທຸຣະກິຈຈັດສັນຕລາດກາງຄືນ ຢູ່ຖົນແຫ່ງບຸນ ບ້ານຫາຍໂສກ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຂອງຜແນກອຸດສາຫະກັມ ແລະການຄ້າ ເລຂທີ 0457/ພອຄ.ນວ.ຄພນ ລົງວັນທີ 23 ມິນາ 2023.