ຄິ້ງໂຣມັນ ຄາຊີໂນ ຖືກລົງ ບັນຊີດໍາ
2018.01.31
ກະຊວງການຄັງ ຂອງສະຫະຣັດ ອອກຖແລງການ ເມື່ອວັນອັງຄານຜ່ານມາ ກ່ຽວກັບການຂຶ້ນບັນຊີດຳ “ຄິ້ງໂຣມັນຄາຊີໂນ” (Kings Romans Casino) ແຂວງບໍ່ແກ້ວ ສປປລາວ ເປັນສະຖານທີ່ ຫຼືອົງກອນອາຊຍາກັມຂ້າມຊາດ ຊັກຟອກເງິນ ຄ້າຢາເສບຕິດ ຄ້າປະເວນີ ຄ້າສັດປ່າ ຮັບສິນບົນ ແລະກຸ່ມອັນຕະພານ ປະເພດຕ່າງໆ ໃນເຂດສາມຫລ່ຽມຄຳ.
ຣັຖບານສະຫະຣັດ ມີຫຼັກຖານທີ່ເຊື່ອຖືໄດ້ວ່າ ຄິ້ງໂຣມັນ ຄາສິໂນ ເປັນສະຖານທີ່ເຮັດກິຈກັມ ຜິດກົດໝາຍຫຼາຍຢ່າງ ໃນເຂດສາມຫຼ່ຽມຄຳ ບໍ່ວ່າຈະເປັນການຄ້າ ຢາເສບຕິດ ທີ່ລວມເຖິງການເປັນຜູ້ຈັດການ ຈຳໜ່າຍເຮໂຣອິນ ແລະຢາບ້າ ໃຫ້ກັບກອງທັບວ້າແດງ ໃນຣັດສານ ຂອງພະມ້າ, ການຄ້າມະນຸດ ແລະຊິ້ນສ່ວນສັດປ່າ ບໍ່ວ່າຈະເປັນໝີດຳ, ຫລິ່ນ, ເສືອ ແລະ ຊ້າງ ໂດຍເຈົ້າໜ້າທີ່ ສາມາດສືບຮູ້ເສັ້ນທາງ ກິຈກັມທີ່ຜິດກົດໝາຍ ດັ່ງກ່າວມາແຕ່ປີ 2014 ຫຼັງຈາກທີ່ ຄິ້ງໂຣມັນຄາສິໂນ ໄດ້ຮັບສຳປະທານ ສ້າງເປັນເຂດ ເສຖກິດພິເສດສາມຫຼ່ຽມຄຳ ເມື່ອປີ 2009. ກ່ຽວກັບການຄ້າປະເວນີ ປະຊາຊົນລາວ ທ່ານນຶ່ງກ່າວວ່າ:
"ເຂົາຊິຊອກ ເອົາຢູ່ທີ່ວ່າ ໂຕນອກ ຄາຊິໂນ ຊີ້ເນາະ ມີຜູ້ສາວເຂົາມັກ ສິປ່ຽນໄປເລື້ອຍໆເນາະ ຄືວ່ານະ ເຂົາຍ້າຍໄປ ຍ້າຍມາ."
ນອກຈາກນີ້ ກະຊວງການຄັງ ສະຫະຣັດ ຍັງໄດ້ຂຶ້ນບັນຊີດຳ 4 ຄົນ ທີ່ມີສ່ວນກ່ຽວຂ້ອງໂດຍກົງ ໃນການບໍຣິຫານຈັດການ ຂອງອົງກອນ ດັ່ງກ່າວນຳອີກ ອັນໄດ້ແກ່: ທ່ານ ຈ້າວ ເຫວີຍ ຜູ້ບໍຣິຫານສູງສຸດ ຂອງບໍຣິສັດ ແລະເຈົ້າຂອງ ນາງ ຊູກູ່ສິນ ສັນຊາດຈີນ ພັລຍາຂອງ ທ່ານ ຈ້າວ ເຫວີຍ, ທ່ານ ອັບບາສ ອີບາຣາຮິມ ສັນຊາດອອສເຕຣເລັຽ ຮັບຜິດຊອບ ລະບົບຮັກສາຄວາມປອດພັຍ ພາຍໃນ ຄິ້ງໂຣມັນ ຄາສິໂນ ແລະ ມີໜ້າທີ່ໃຫ້ສິນບົນ ໃນນາມອົງກອນ, ຄົນສຸດທ້າຍເປັນຄົນໄທ ຄື ທ່ານ ນັດ ຣຸ່ງຕາວັນຂີຣີ ຜູ້ອຳນວຍການບໍຣິສັດ ຄິ້ງໂຣມັນ ແລະ ມີໜ້າທີ່ເຄື່ອນຍ້າຍຊັບສິນ ໃນນາມອົງກອນ.
ການຂື້ນບັນຊີດຳ ແມ່ນການຍຶດຊັບສິນຂອງບໍຣິສັດ ແລະບຸກຄົນດັ່ງກ່າວ ຖ້າຝາກໄວ້ໃນທະນາຄານ ສະຫະຣັດ ຫລືໃນພື້ນທີ່ ສະຫະຣັດ ຄຸ້ມຄອງ ແລະຫ້າມບຸກຄົນ ເຫລົ່ານັ້ນ ເດີນທາງເຂົ້າສະຫະຣັດ ຮ່ວມທັງ ຫ້າມນັກທຸຣະກິດ ອະເມຣິກັນ ເຮັດທຸຣະກິດ ກັບບຸກຄົນເຫລົ່ານີ້.
ໃນປີ 2015 ທາງການລາວໄດ້ເຂົ້າໄປກວດລ້າງກິຈກັມ ທີ່ຜິດກົດຫມາຍດັ່ງກ່າວ ເປັນຕົ້ນການຄ້າສັດປ່າ ຄ້າປະເວນີ ຢາເສບຕິດ ແລະ ສິ່ງທີ່ຕ້ອງຫ້າມ ປະເພດຕ່າງໆໃນເຂດດັ່ງກ່າວ ແລະ ໃນວັນທີ 25 ເດືອນ ມົກຣາ ປີນີ້ ທາງການລາວໄດ້ອອກດຳຣັດ ໃນການຄວບຄຸມ ເຂດເສຖກິດພິເສດ ໃນລາວ ຢ່າງເຂັ້ມງວດ.