ການຄ້າເສຣີຈະເປັນ ຜົນດີພາຍຫລັງ
2013.08.05

ເຈົ້າໜ້າທີ່ລາວ ເວົ້າວ່າ ສປປ ລາວ ຈະຕ້ອງໃຊ້ ເວລາ ກ່ອນທີ່ຈະ ເຫັນຜົລບວກ ຈາກການຄ້າ ເສຣີ ແລະ ການເຂົ້າຮ່ວມ ອົງການ ການຄ້າໂລກ.
ການເຕີບໂຕ ແບບຍືນຍົງ ຊຶ່ງບັນດາ ຜູ້ອອກ ນະໂຍບາຍ ໃນລາວ ພຍາຍາມທີ່ຈະເຮັດໃຫ້ບັນລຸໄດ້ນັ້ນປາກົດວ່າຈະບໍ່ມີຂຶ້ນໃນລະຍະຕົ້ນ ຂອງການເປີດ ການຄ້າເສຣີຍ້ອນວ່າການແຈກຢາຍຣາຍຮັບຍັງບໍ່ ເທົ່າທຽມ ກັນຣະຫວ່າງ ເຂດຕົວເມືອງ ແລະ ຊົນນະບົດ.
ທ່ານ ພູເພັດ ແກ້ວພິລາວົງ ຜູ້ອໍານວຍການຝ່າຍຄົ້ນຄວ້າຜແນກ ເສຖສາດ ແລະ ການຄຸ້ມຄອງທຸຣະກິຈມະຫາວິທຍາລັຍແຫ່ງຊາດ ກ່າວວ່າ ສປປລາວ ຄາດວ່າ ຈະໃຊ້ເວລາ ຢ່າງໜ້ອຍ 1 ທົສວັດ ເພື່ອຈະໄດ້ຮັບ ຜົລກໍາໄຣ ເປັນໂຕຕົນ ຈາກການ ເປີດການຄ້າ ເສຣີ ແລະ ຈາກການເປັນ ສະມາຊິກ ອົງການ ການຄ້າໂລກ.
ທ່ານວ່າ ມາຮອດ ປັຈຈຸບັນ ການເປີດ ເສຣີການຄ້າ ປາກົດວ່າ ໃຫ້ຜົລລົບ ຫລາຍກວ່າ ຜົລບວກ. ເຂດໃນເມືອງ ໂດຍສະເພາະ ນະຄອນຫຼວງວຽງຈັນກໍາລັງໄດ້ຮັບຜົລປໂຍດຫຼາຍກວ່າເຂດ ອື່ນໃດ ຂອງລາວ ຂະນະທີ່ ປະຊາຊົນ ສ່ວນໃຫຍ່ ດໍາຣົງຊີວິດ ເຮັດການ ກະສິກັມ ໃນເນື້ອທີ່ ຢູ່ເຂດ ຊົນນະບົດ ປະເຊີນກັບ ພັຍຂົ່ມຂູ່ ຕ່າງໆ.
ສປປລາວ ໄດ້ເຂົ້າເປັນ ສະມາຊິກ ທີ 158 ຂອງອົງການ ການຄ້າໂລກ ເມື່ອນເດືອນ ກຸມພາ ປີ 2013 ນີ້ ພາຍຫລັງ ເລີ່ມສເນີເຂົ້າ ມານານ 15 ປີ ຊຶ່ງທ່ານ ພູເພັດ ເຊື່ອວ່າ ປະເທດລາວ ຈະໄດ້ຮັບ ຜົລປະໂຫຍດ ຈາກການເປີດ ເສຣີການຄ້າ ແລະ ການເຂົ້າຮ່ວມ ອົງການການຄ້າ ໂລກ ແຕ່ຫາກຕ້ອງໃຊ້ ເວລາອາດເຖິງ 10 ປີ ກໍເປັນໄດ້ ຈຶ່ງຈະເຫັນ ຜົລບວກ ຈາກການ ປ່ຽນແປງ ທາງດ້ານເສຖກິດ ດັ່ງກ່າວ.