3 ປີຜ່ານໄປ ຊີວິດຂອງ ຊາວເມືອງສນາມໄຊ ຍັງມືດມົນ ຍ້ອນເຂື່ອນແຕກ (ພາກ 2)

ອຸ່ນແກ້ວ ສຸກສະຫວັນ
2021.07.23
3 ປີຜ່ານໄປ ຊີວິດຂອງ ຊາວເມືອງສນາມໄຊ ຍັງມືດມົນ ຍ້ອນເຂື່ອນແຕກ (ພາກ 2) ຄວາມຫາຍນະ ເກີດຂຶ້ນພຽງຂ້າມຄືນ, ຊີວິດຂອງຊາວບ້ານຕ້ອງດັບສູນ ຊັບສິນເສັຽຫາຍ, ສາມປີຜ່ານໄປ ສິ່ງທີ່ຕອບແທນບໍ່ຄຸ້ມຄ່າ.
File photo 2018: RFA

ເຖິງວ່າ ເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຈະຜ່ານໄປເປັນເວລາ 3 ປີ ແລ້ວ ກໍຕາມ, ແຕ່ ພາບປະຊາຊົນ ນັ່ງຢູ່ຫຼັງຄາເຮືອນ ແລະພາບປະຊາຊົນຮ້ອງໃຫ້ ທວງທາວຫາຄົນໃຫ້ຄອບຄົວ ຂອງຕົວເອງ ຍັງຄົງຝັງຢູ່ໃນຄວາມຊົງຈຳ ຂອງປະຊາຊົນທີ່ຖືກຜົລກະທົບ.

ເຫດການເຂື່ອນແຕກໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ປະຣິມານນ້ຳມະຫາສານ ຫຼາຍລ້ານແມັດກ້ອນໄຫຼພັດໃສ່ເຮືອນຊານ ບ້ານຊ່ອງຂອງຊາວບ້ານ ຈົນເພຟັງເຫຼືອແຕ່ຊາກ ຫັກພັງ.

ຊາວບ້ານຫຼາຍຄົນ ທີ່ຖືກນ້ຳພັດໄປ ຕ້ອງດີ້ນຮົນເອົາຊີວິດລອດ ດ້ວຍການລອຍນ້ຳໄປຈ່ອງຕົ້ນໄມ້ເອົາໄວ້ ແລະ ບາງຄົນກໍຈ່ອງ ຂອນໄມ້ ທີ່ໄຫຼມາກັບນ້ຳ ໃນຂນະທີ່ສຽງນ້ຳໄຫຼ ຖ້າ ຟັງຢູ່ໄກກໍຄ້າຍຄືກັບລົມພະຍຸ ແຕ່ເມື່ອນ້ຳໄຫຼມາຕຳເຮືອນ, ຕຳຕົ້ນໄມ້ ແລະ ສິ່ງກີດຂວາງຕ່າງໆ ມັນຈະດັງຕື້ມຕ້ຳ ຕື້ມຕ້ຳ. ປະຊາຊົນຄົນທີ່ 1 ກ່າວວ່າຕໍ່ເອເຊັຽເສຣີ ວ່າ:

"ມັນແຮງຫັ້ນແຫຼະ ຊ່ຳລົມພະຍຸ ເວົ້າໃສ່ກັນຍັງບໍ່ໄດ້ຍິນລູກເອີຍ ຕຶ້ມຕ້ຳ ຕຶ້ມຕໍ້າ ມັນດັງແຮງຫັ້ນແຫຼະ ຊ່ຳນ້ຳໂຕນຕາດພຸ້ນແຫຼະ ຊ່ຳລົມ ພະຍຸພຸ້ນນະ ມັນດັງຄືນ້ຳໄຫຼຫັ້ນ ຄືນ້ຳໂຕນຕາດ ຫັ້ນແຫຼະ ຮຶ້ມ ຮຶ້ມ ຮຶ້ມ ລົງມາເລີຍ."

ໃນຂນະທີ່ບາງຄົນກໍບໍ່ຮູ້ວ່າ ຊິເຮັດແນວໃດ ໄດ້ແຕ່ຮ້ອງໃຫ້ຫາລູກຫາເມັຽ ທີ່ຖືກນ້ຳພັດໄປ ໂດຍບໍ່ຮູ້ຊາຕາກັມວ່າຈະເປັນແນວໃດ ຖ້າມກາງຄວາມມືດ. ປະຊາຊົນທ່ານນີ້ກ່າວຕື່ມວ່າ:

"ເວົ້າອີ່ສັງກະບໍ່ໄດ້ ມີແຕ່ຮ້ອງໂຮໃຫ້ຫາລູກຫາເມັຽ ຫາພໍ່ ຫາແມ່ ແຖວທາງເຮືອນ ທາງຊານຫັ້ນແຫຼະ ບໍ່ຈັກຊິເຮັດແນວໃດ ມີແຕ່ໃຫ້ ນັ່ງໃຫ້ ຢູ່ຫັ້ນແຫຼະ ໄປເອົາອີ່ສັງ ມັນຊິທັນ ນ້ຳມາ ມາບາດນຶ່ງນີ້ ເປັນ 2-3 ແມັດ ເລີຍນີ້ ມັນຂຶ້ນມາ ຕຳເຮືອນຜູ້ໃດນີ້ກະໄປເລີຍ ເຂົາຂຶ້ນຫຼັງຄານີ້ກະບໍ່ຢູ່ ກະເຮືອນກະໄປ ກະໄຫຼໄປນຳ ຈ່ອງເປັນກະຕຸກກະຕັກ ຈັບໄປຊັ້ນແຫຼະ ມີກະຕຸກ ເຮົາກະຈັບກະຕຸກ ມີຂອນ ໄມ້ເຮົາກະຈັບຂອນໄມ້ ມີຕົ້ມໄມ້ເຮົາກະຈັບຕົ້ນໄມ້ ຂຶ້ນຕົ້ນໄມ້ ເປັນແນວນັ້ນ."

ສະໜາມໄຊ-0.jpg

ນອກຈາກນີ້ ແມ່ເຖົ້າຂອງລາວກໍເສັຽຊີວິດ. ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

"ອັນຕອນເຂື່ອນແຕກນີ້ ເຮົາຢູ່ເຮືອນນີ້ແລ້ວ ເຮົາໄຫຼນ້ຳໄປຄ້າງຢູ່ເທິງກົກໄມ້ ຢູ່ທົ່ງດອນບົກພຸ້ນ ແລະ ລູກເຮົາກະໃສ່ຕູ້ເຢັນລະກະໄຫຼ ໄປເລີຍ ເທິງຫຼັງຄົງຫຼັງຄາກະບໍ່ຢູ່ ເຮືອນໄປໝົດ ແມ່ເຖົ້າກະເສັຽຜູ້ນຶ່ງ ສະເພາະຄອບຄົວເຮົາຫັ້ນ ລູກປອດພັຍ ຢູ່ແຕ່ແມ້ເຖົ້າຫັ້ນເສັຽ."

ປະຊາຊົນຄົນທີ 2 ກ່າວວ່າ ລາວກໍຖືກນ້ຳພັດໄປເຊັ່ນດຽວກັນ:

"ກະຢູ່ປາຍໄຮ່ປາຍນາ ຢູ່ກົກໄມ້ກົກຕອກໄປຈັ່ງຊັ້ນແຫຼະ ໂອ້ກະໄຫຼໄປຫັ້ນແຫຼະ ໄຫຼຈາກເຮືອນຊານ ບາງຄົນກະໄຫຼໄປຕາມກົກໄມ້ ກົກຕອກ ແລະ ບາງຄົນກະຕາຍ 18 ຄົນ ເດ້ ບໍ່ຄອບຄົວ ເຮົາກະບໍ່ມີເສັຽຊີວິດ."

ບາງຄົນກໍໄຫຼໄປຄ້າງຢູ່ຕົ້ນໄມ້ ແຕ່ໃນເວລາຕົ້ນໄມ້ລົ້ມລົງ ຍ້ອນທົນແຮງນ້ຳໄຫຼບໍ່ໄດ້ ເຂົາເຈົ້າຕ້ອງລອຍໄປຈ່ອງຕົ້ມໄມ້ຕົ້ນອື່ນໆອີກ ໃນຂນະທີ່ບາງຄົນຖືກນ້ຳພັດໄປຄ້າງຢູ່ກໍໄຜ່. ປະຊາຊົນຄົນທີ 3 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໄຫຼໃຜໄຫຼມັນ ໄປຄ້າງຢູ່ກໍໂກະ ຫວິດຈາກບ້ານປະມານຫຼັກປາຍ ໄປຄ້າງຢູ່ກໍໄຜ່ ກໍໂກະ ຢູ່ປ່າພຸ້ນ ແມ່ນໄຫຼໄປນຳນ້ຳເລີຍ ໄປຄ້າງຢູ່ ກໍໂກະ ແມ່ນແຫຼະ ກໍໄຜ່ຫັ້ນແຫຼະ ຈັບໄມ້ຈັບຕອກ ໄປຈັ່ງຊັ້ນແຫຼະ ຄຶງໄປນຳນ້ຳ ໄປຕາມພາສາຈັ່ງຊັ້ນແຫຼະ ຈັບໄມ້ຈັບຫຍັງໄປ ທັນຈັບໂຕໃດ ກະຈັບ ກະລອຍໄປນຳນ້ຳເລີຍ ບາງຄົນກະເສັຽຊີວິດໄປນຳນ້ຳຫັ້ນແຫຼະ."

ລາວຄ້າງຢູ່ກໍໄຜ່ແຕ່ກາງຄືນຂອງວັນທີ 23 ກໍຣະກະດາ 2018 ໝົດຄືນ ແລະ ຢູ່ຈົນຮອດ 10 ໂມງເຊົ້າ ໜ່ວຍກູ້ພັຍຈຶ່ງຂີ່ເຮືອມາ ຮັບເອົາ. ປະຊາຊົນທ່ານນີ້ ກ່າວຕື່ມວ່າ:

"ພໍດີມື້ອື່ນ ພວກກູ້ພັຍກະມາ ພໍດີໄປພໍ້ຢູ່ກໍເກາະ ກໍໄຜ່ຫັ້ນລະ ປະມານ 10 ໂມງ ຫັ້ນບໍ້."

ໃນຂນະທີ່ເກີດເຫດ ຊາວບ້ານບາງຄົນ ກໍກຳລັງພັກຢູ່ເຮືອນ. ປະຊາຊົນຄົນທ່ານນີ້ກ່າວ:

"ຢູ່ເຮືອນຫັ້ນແຫຼະຢູ່ບ້ານ ຢູ່ບ້ານຢູ່ເຮືອນ ກຳລັງຢູ່ເຮືອນຫັ້ນແຫຼະ ເຮົາກະພາເອົາລູກເອົາເມັຽ ມ້ຽນເຄື່ອງ ມ້ຽນຂອງຢູ່ເຮືອນ ຄຶດວ່າ ນ້ຳຊິບໍ່ປານນັ້ນຫັ້ນນ່າ ບາດນີ້ເຫັນນ້ຳມາ ພຽງຫົວເຂົ່າ ລະບາດນີ້ ເອົາລູກເອົາເມັຽຂຶ້ນເຮືອນ ຂຶ້ນເຮືອໝົດລະປະມານ 2 ນາທີ ເບິ່ງນ້ຳມັນເຕັມຝາເຮືອນລະ ຈົນເຄິ່ງເຮືອນລະ ບາດນີ້ ຂີ່ເຮືອກັບລູກ ກັບເມັຽ ເຮືອຫັ້ນໄປຕຳຝາ ເຮືອນໄປຕຳກົກໄມ້ ເຮືອຫັກເຄິ່ງ ໄປໃຜ ໄປມັນເລີຍນນ່າ."

ການກໍ່ສ້າງເຮືອນພັກຖາວອນ 700 ຫຼັງ ໃຫ້ຜູ້ປະສົບພັຍເຂື່ອນແຕກ ກໍຍັງບໍ່ແລ້ວສົມບູນ 100 ເປີເຊັນ ແລະ ປະຊາຊົນສ່ວນຫຼາຍ ກໍຍັງບໍ່ທັນຕັດສິນໃຈເຂົ້າໄປຢູ່. ປະຊາຊົນກໍຍັງບໍ່ທັນ ໄດ້ຮັບເຂົ້າກິນ ແລະ ເງິນອັດຕຣາກິນ ມາຕັ້ງແຕ່ເດືອນກຸມພາ.

ຊາວບ້ານຫຼາຍຄອບຄົວ ຍັງບໍ່ໄດ້ຮັບເຂົ້າອັດຕຣາກິນ ນັບແຕ່ເດືອນກຸມພາ 2021 ເປັນຕົ້ນມາຍ້ອນວ່າ ບໍຣິສັດເຊປຽນ-ເຊນ້ຳນ້ອຍ ຍັງບໍ່ທັນເອົາເງິນມາຈ່າຍໃຫ້. ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ແຈກລະເດ້ ເຂົ້າກະຊື້ມາລະເດ້ ເພາະວ່າ ມັນກະຊ້າໆໜ້ອຍນຶ່ງ ແຕ່ວ່າຊ້າໆນີ້ບໍ່ແມ່ນຫຍັງດອກ ຊ້າໆເພາະວ່າ ປະຊາຊົນພວກເຮົາ ໄດ້ທຳການຜລິດມາ 2 ປີແລ້ວ ແຕ່ວ່າໝວດເຮົາ ກະໄດ້ໄລ່ໝົດ ເງິນຫັ້ນຈຳນວນນຶ່ງລະແມ່ນ ທາງບໍຣິສັດ PNPC ຫັ້ນ ກະມີຄວາມ ຫຍຸ້ງຍາກ ມັນກະສນອງຕອບບໍ່ໄດ້ ຕາມກຳນົດເວລາ ຕາມສັນຍາ."

ແຂວງບໍ່ມີເງິນແຮມາຈ່າຍ ແລະຊື້ເຂົ້າໃຫ້ຊາວບ້ານ ສະນັ້ນຕ້ອງໄດ້ຖ້າບໍຣິສັດເຊປຽນ-ເຊນ້ຳນ້ອຍຫຼື PNPC ມາຈ່າຍໃຫ້ຊາວບ້ານ. ທ່ານ ເລັດ ໄຊຍະພອນ ກ່າວວ່າ:

"ສົມມຸດສັນຍາພວກເຮົາວ່າ ເອີ ບໍຣິສັດ ຕ້ອງໄດ້ຈ່າຍໃຫ້ພວກເຮົາເດືອນນີ້ ເຂົາພັດອີງໃສສະພາບຄວາມຫຍຸ້ງຍາກ ເຂົາພັດການ ດ້າມເລັກດ້າມໜ້ອຍຫັ້ນນ່າ ບາດນີ້ກາຍ ແຂວງພັດ ບໍ່ມີເງິນ ຊິມາດຸ່ນດ່ຽງເດ້ ກະຕ້ອງໄດ້ລໍຖ້າ ແຕ່ພວກເຮົາກະຕ້ອງໄດ້ຈ່າຍ ໃຫ້ໝົດ ບໍ່ມີບັນຫາຫຍັງ."

ເຖິງຢ່າງໃດຕາມ, ເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ແຕ່ເຈົ້າໜ້າທີ່ບໍ່ຮັບໂທຣະສັບ. ນອກຈາກນີ້ ເອເຊັຽເສຣີ ຍັງຕິດຕໍ່ຫາທະນາຄານ Exim Bank ທີ່ໃຫ້ການສນັບ ສນູນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ແລະກະຊວງການຕ່າງປະເທດ ເກົາຫຼີໃຕ້ ເພື່ອຂໍຄຳຊີ້ແຈງໃນເຣື່ອງນີ້, ແຕ່ທັງສອງອົງການນີ້ ປະຕິເສດທີ່ຈະຕອບຄຳຖາມ ໃນເຣື່ອງນີ້.

ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຂື່ອນແຕກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າການກໍ່ສ້າງເຮືອນກໍຍັງບໍ່ທັນສຳເຣັດ ຍ້ອນວ່າກັມມະກອນ ມາກໍ່ສ້າງເຮືອນພັກຖາວອນບໍ່ຫຼາຍ ຫລັງຈາກທີ່ ບໍຣິສັດຜູ້ຮັບເໝົາ ບໍ່ຈ່າຍເງິນໃຫ້ເຂົາເຈົ້າ.

ປະຊາຊົນຄົນທີ 4 ຢູ່ ເມືອງສນາມໄຊ ຜູ້ທີ່ໄດ້ຮັບຜົລກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກະຈັ່ງວ່ານີ້ແຫຼະ ເພິ່ນເວົ້າວ່າ ເພິ່ນເບິ່ງຢູ່ ຫາກຄວາມຈິງມັນບໍ່ມີນີ້ ມີແຕ່ເບິ່ງແຕ່ຕາຊື່ໆ ຫັ້ນ ອັນເຮືອນຊານຫັ້ນ ເອີເຂົາຫັ້ນຍັງເຮັດຢູ່ ເປັນເຮືອນເປັນສັງຫັ້ນ ແຕ່ມັນບໍ່ແລ້ວ ອັນສະເພາະເຮືອນຊານຫັ້ນ ເຂົາກະເຮັດຢູ່ ຫາກແຕ່ວ່າ ມັນບໍ່ທັນແລ້ວ ແຕ່ລະສູນ ແຕ່ລະສູນ ນີ້ຍັງໝົດ ບາງຄົນ ກໍໄດ້ແຕ່ເສົາເທຄານ ບາງຄົນກະແລ້ວແລ້ວ ແຕ່ບໍ່ທັນໄດ້ໂບກ ບາງຄົນກະໂບກແລ້ວ ມັນເປັນຈັ່ງຊັ້ນ ຄາດວ່າ ປີ 2021 ກະຍັງບໍ່ທັນໄດ້ແລ້ວດອກ.

ປະຊາຊົນຈຳນວນນຶ່ງ ທີ່ບໍ່ໄດ້ເຮັດນາ ກໍໄດ້ໄປຮັບຈ້າງເປັນກັມມະກອນສ້າງເຮືອນ ຍ້ອນວ່າເຂົາເຈົ້າຍັງບໍ່ໄດ້ຮັບເຂົ້າກິນ. ປະຊາຊົນ ຄົນອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຮົາກະໄປເຮັດງານ ແລະ ກະເຮັດເຮືອນລະຈຶ່ງໄດ້ເຂົ້າກິນ ປັດຈຸບັນນີ້ ກະຢູ່ສູນເຮົານີ້ລະ ເຂົາກະອອກແຮງງານເຮັດເຮືອນ ກະຄືຢູ່ ດອນບົກນີ້ກະ ເຂົາກະໄປດຳໄຮ່ດຳນາ ເຂົາກະໃຫ້ເຂົ້າ ແຕ່ວ່າ ໃນ 5-6 ເດືອນ ລະເຂົ້າບໍ່ໄດ້ຈ່າຍເຂົ້າ ພັກຣັຖບໍ່ໄດ້ຈ່າຍເຂົ້າ ໃຫ້ປະຊາຊົນເຮົາ."

ທາງການແຂວງອັດຕະປື ຊີ້ແຈງວ່າ ການສ້າງເຮືອນໃກ້ຈະສຳເຣັດແລ້ວ. ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ໂອ້ຟື້ນຟູຊີວິດການເປັນຢູ່ຫັ້ນເກືອບປົກກະຕິແລ້ວ ຍັງແຕ່ໂຕເຮືອນຫັ້ນຍັງບໍ່ທັນແລ້ວ ຍັງປະມານ 100 ກວ່າຫຼັງ ທີ່ກຳລັງກໍ່ສ້າງ ຢູ່ໝ້ອງ 500 ປາຍຫຼັງ ຍັງ 100 ປາຍຫຼັງ ໜ້ອຍໆ ຍັງເຂດປິນດົງ."

ການກໍ່ສ້າງເຮືອນພັກຖາວອນ ຊັກຊ້າຍ້ອນວ່າ ການຣະບາດຂອງໂຄວິດ-19 ເຮັດໃຫ້ການຂົນສົ່ງວັດຖຸ ແລະ ການນຳເຂົ້າວັດຖຸດິບ ມີຄວາມຊັກຊ້າ. ທ່ານ ເລັດ ໄຊຍະພອນ ກ່າວຕໍ່ ເອເຊັຽເສຣີ ວ່າ:

"ເຮືອນຫັ້ນຂັ້ນວ່າ ມັນບໍ່ມີໂຄວິດມີຫຍັງຫັ້ນ ມັນກະແລ້ວແລ້ວ ມັນຍາກນຳວັສດຸນຳເຂົ້າ ມັນກະມີພາຍໃນແດ່ ມັນກະມາແຕ່ຕ່າງ ປະເທດແດ່ ວັສດຸໃນການກໍ່ສ້າງຫັ້ນ ເອົາມາແຕ່ໄທຍ ແດ່."

ເຖິງຢ່າງໃດກໍຕາມ, ກ່ຽວກັບການສ້າງເຮືອນພັກຖາວອນ ໃຫ້ແກ່ປະຊາຊົນທີ່ໄດ້ຮັບ ຜົລກະທົບຈາກເຂື່ອນແຕກ ຢູ່ເມືອງນນາມໄຊ ແຂວງອັດຕະປື, ບໍຣິສັດວັນແສງ ອັດຕະປືກໍ່ສ້າງ ແລະສ້ອມແປງເຄຫະສະຖານ ເຄີຍໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າພາຍໃນປີໃໝ່ ລາວ ເດືອນເມສາ ຈະສ້າງເຮືອນພັກໃຫ້ແລ້ວຢ່າງໜ້ອຍ ປະມານ 400 ຫຼັງ ເພື່ອມອບໃຫ້ຣັຖບານ, ແຕ່ຈົນມາເຖິງປັດຈຸບັນ ການກໍ່ສ້າງເຮືອນພັກຖາວອນ ກໍຍັງບໍ່ທັນແລ້ວ.

ອີງຕາມການຣາຍງານ ຂອງທາງການແຂວງອັດຕະປື ມີທັງໝົດ 19 ບ້ານ ໄດ້ຮັບຜົລກະທົບ ຈາກເຫດການເຂື່ອນແຕກໃນຕັ້ງນີ້. ໃນນັ້ນ 6 ບ້ານ ຄື ບ້ານທ່າແສງຈັນ, ບ້ານຫີນລາດ, ບ້ານສະໝອງໃຕ້, ບ້ານທ່າຫີນ, ບ້ານໃໝ່ ແລະ ບ້ານດອນບົກ ໄດ້ຮັບຜົລ ກະທົບຫຼາຍທີ່ສຸດ.

• ໃນກາງປີ 2020, ໂຄງການໄດ້ເລີ່ມສ້າງບ້ານພັກ ຖາວອນ 700 ຫຼັງ ໃຫ້ແກ່ປະຊາຊົນ ທີ່ປະສົບພັຍເຂື່ອນແຕກ ແຕ່ຈົນມາເຖິງ ປັດຈຸບັນ ການກໍ່ສ້າງກໍຍັງບໍ່ທັນສໍາເຣັດ.

• ໃນເດືອນກໍຣະກະດາ 2019, ທ່ານ ເລັດ ໄຊຊະພອນ ເຈົ້າແຂວງອັດຕະປື ຣາຍງານວ່າ ມີຄົນໄດ້ຮັບຜົລກະທົບ ທັງທາງກົງ ແລະອ້ອມ ຈາກເຫດການເຂື່ອນແຕກ 3,540 ຄອບຄົວ ຫຼື ປະມານ 14,000 ຄົນ. ເສັຽຊີວິດ ແລະ ຫາຍສາບສູນ 71 ຄົນ ແຕ່ຕໍ່ມາ ແຂວງກໍໄດ້ຣາຍງານວ່າ ຜູ້ທີ່ຫາຍສາບສູນ ໄດ້ເສັຽຊີວິດ ຮຽບຮ້ອຍແລ້ວ.

• ໃນວັນທີ 8 ສິງຫາ 2018, ຣັຖບານ ໄດ້ແຕ່ງຕັ້ງຄະນະສືບສວນ-ສອບສວນ ແຫ່ງຊາດ ເພື່ອສືບຫາສາເຫດ ການແຕກຂອງເຂື່ອນ ເຊປຽນ-ເຊນ້ຳນ້ອຍ.

• ໃນວັນທີ 28 ພຶສພາ 2019 ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາຣັຖບານ ແລະທັງເປັນຮອງປະທານ ຄະນະຮັບຜິດຊອບ ສືບສວນ-ສອບສວນ ສາເຫດ ຂອງເຂື່ອນແຕກ ໄດ້ຖແລງຕອນນຶ່ງ ວ່າ:

ການແຕກພັງຂອງຄູກັ້ນນ້ຳ D ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍຣະກະດາ ປີ 2018 ຊຶ່ງຢູ່ໃນໄລຍະເກັບກັກນ້ຳ ເຖິງ ແມ່ນວ່າມີຝົນຕົກໜັກ ຕໍ່ກັນຫຼາຍວັນກ່ອນມື້ຄູ ກັ້ນນ້ຳແຕກພັງກໍຕາມ, ແຕ່ໃນເວລາການແຕກພັງ ໄດ້ເລີ່ມຂຶ້ນນັ້ນລະດັບນ້ຳໃນອ່າງ ເກັບນ້ຳຍັງຕໍ່າກ່ວາ ລະດັບສັນເຂື່ອນຫຼາຍ. ສະນັ້ນບໍ່ສາມາດເອີ້ນເຫດການຄັ້ງນີ້ ວ່າເປັນເຫດ ສຸດວິໄສ ຕາມທີ່ໄດ້ກຳນົດໄວ້ ໃນສັນຍາສຳປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.