ຄົນຄຳມ່ວນຫຼາຍພັນໄປໄທ

ໃນປີນີ້ ປະຊາຊົນ ຈາກ ແຂວງຄຳມ່ວນ ໄປເຮັດວຽກ ຢູ່ ປະເທສໄທ ກວ່າ 7 ພັນຄົນ.

ຊາວລາວ ໃນເມືອງທ່າແຂກ ແຂວງຄໍາມ່ວນ Screen captured from visit Khammouane video

ປັດຈຸບັນ ປະຊາຊົນ ແຂວງຄຳມ່ວນ ໄປເຮັດວຽກ ຢູ່ປະເທສໄທ ຫຼາຍຂຶ້ນນັບມື້ ຍ້ອນວ່າຢູ່ ສປປລາວ ບໍ່ມີວຽກເຮັດ, ຣາຍໄດ້ ກໍບໍ່ກຸ້ມ ຄອບຄົວ, ວຽກຫຼາຍຢ່າງ ທີ່ສງວນໄວ້ ໃຫ້ຄົນລາວ ຖືກ ຊາວວຽນາມ ຍາດເອົາໄປ ເຮັດໃຫ້ ພວກເຂົາເຈົ້າ ພາກັນໄປ ໄທ ກວ່າ 7 ພັນຄົນ ແລ້ວ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຮງງານ ແຂວງ ຄຳມ່ວນ ຜູ້ບໍ່ປະສົງ ອອກຊື່ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 31 ຕຸລາ:

"ພວກເຮົານີ້ ໂຮງຈັກໂຮງງານ ມັນມີໜ້ອຍ ທີ່ຮອງຮັບ ຄົນງານ ເຮົາຫັ້ນນະ ມີຈຳກັດ ແລ້ວບັດນີ້ ຄົນຢາກເຮັດວຽກ ນັ້ນຫຼາຍ ຄົນຢາກ ໄປພຸ້ນແລ້ວ ຄ່າແຮງງານ ມັນ ກໍບໍ່ສົມດູນ ກັນ ຄ່າແຮງງານ ມັນກໍຕ່ຳ ແດ່ເນາະ ຈັ່ງຊັ້ນແລ້ວ ເພິ່ນຈຶ່ງ ໄປທໍາງານ ຢູ່ພຸ້ນເດ້ ປີນີ້ ກໍ ປະມານ ຢູ່ 7 ພັນ ປາຍ ຕາມຕົວເລກ ສະເລັ່ຽ ກໍຫຼາຍ ຫັ້ນແຫຼະ ຖ້າໄປສະເລັ່ຽ ບ້ານນຶ່ງ ເຮົາໄປສຳຣວດ ບ້ານນຶ່ງ ກໍປະມານ ຢູ່ 2-3 ຮ້ອຍ ໃດ໊".

ທ່ານກ່າວ ຕໍ່ໄປວ່າ ພວກທີ່ໄປເຮັດວຽກ ຢູ່ໄທ ນັ້ນ ມີອາຍຸ ສະເລັ່ຽ ປະມານ 18 ປີ ຫາ 30 ປີ. ມັກເລືອກໄປໄທ ເພາະເດີນທາງ ໄປສະດວກ, ພາສາ ຄ້າຍຄືກັນ ແລະ ມີຣາຍໄດ້ ດີກວ່າ ຢູ່ ສປປລາວ. ສ່ວນຫຼາຍ ໄປຕາມ ຄຳແນະນຳ ຂອງໝູ່ເພື່ອນ ທີ່ໄປ ເຮັດວຽກ ຢູ່ໄທກ່ອນແລ້ວ, ໄປເຮັດວຽກ ຢູ່ນຳໂຮງງານ, ນຳ ຮ້ານອາຫານ ແລະ ຮ້ານບັນເທີງ ຄາຣາໂອເກະ.

ໃນລະຍະ 10 ປີ ຜ່ານມາ ຊາວ ແຂວງຄຳມ່ວນ ຂ້າມໄປ ເຮັດວຽກ ຢູ່ໄທ ຫຼາຍຂຶ້ນ ນຳທຸກປີ. ປັດຈຸນັນ ໄປຈາກທົ່ວ ແຂວງ ອາຈມີເຖິງ ຫຼາຍໝື່ນຄົນ ຂນະທີ່ ທາງການແຂວງ ນີ້ ບໍ່ຢາກໃຫ້ ພວກເຂົາເຈົ້າ ໄປປານໃດ, ຢາກໃຫ້ເຮັດວຽກ ຢູ່ໃນປະເທສ ຕົນເອງ ຫລື ເປັນຍ້ອນວ່າ ຢູ່ແຂວງຄຳມ່ວນ ນີ້ບໍ່ມີ ນັກທຸຣະກິດ ມາລົງທຶນ ຫຼາຍ, ບໍ່ມີໄຮງຈັກ ໂຮງງານຫຼາຍ ຈຶ່ງ ບໍ່ມີວຽກ ພຽງພໍ. ກ່ຽວກັບ ເຣຶ່ອງນີ້ ຄົນງານລາວ ຈາກ ເມືອງທ່າແຂກ ແຂວງຄຳມ່ວນ ທີ່ເຮັດວຽກ ຢູ່ບາງກອກ ປະເທສໄທ ໄດ້ປະມານ 5 ປີແລ້ວ ເປີດເຜີຍຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 31 ຕຸລາ ວ່າ ນາງຕ້ອງໄດ້ ໄປເຮັດວຽກ ຢູ່ໄທ ຍ້ອນຖືກ ຄົນວຽດນາມ ເຂົ້າມາ ຍາດແຍ່ງ ວຽກງານເຮັດ:

"ວັຍລຸ້ນເນ ອັນນັ້ນເນກມີ ແຕ່ມາໄທ ເມິດ ກໍມີສ່ວນວ່າ ວຽດນາມ ແບບມາແຍ້ງອາຊີບ ຄົນລາວ ກໍເກືອບ 60% ພຸ້ນລະ ຢູ່ໃນຄໍາມ່ວນ ຫັ້ນນະ ໜ້າທີ່ສິເປັນ ຂອງຄົນລາວ ເຮັດນໍ ແຕ່ວຽດນາມ ກໍແບບມາເໝົາ ແບບຖືກໆ ວຽດນາມ ເຂົາເໝົາ ຄ່າແຮງງານ ຖືກໆ".

ເວົ້າເຖິງວຽກທີ່ຕ້ອງການ ຄົນງານ ເຮັດຢູ່ລາວ ໂດຍ ທົ່ວໄປແລ້ວ ບໍຣິສັດ ແລະ ໂຮງງານຫຼາຍແຫ່ງ ເປັນຕົ້ນ ໂຮງງານ ຕັດຫຍິບ ຍັງຂາດແຄນ ຄົນງານ ຫຼາຍຢູ່ ແລະ ຂາດມາ ໂດຍຕລອດ ເປັນເຫດໃຫ້ ຫຼາຍ ບໍຣິສັດ ແລະ ໂຮງງານ ຫຼາຍແຫ່ງ ຂອງຕ່າງ ປະເທສ ຈຳເປັນຕ້ອງໄດ້ ນຳເອົາຄົນງານ ຈາກ ປະເທສ ຂອງເຂົາເຈົ້າ ເຂົ້າມາ ຊຶ່ງສ່ວນຫຼາຍ ກໍແມ່ນ ວຽດນາມ ແລະ ຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org