ໂຄງການຣົດໄຟຈ່າຍຄ່າ ຊົດເຊີຍ 13 ຄອບຄົວ

ສຸພັດຕາ
2018.08.08
F-Laos-China ການເຈາະອຸມົງ ຂອງ ບໍຣິສັດກໍ່ສ້າງຈີນ ໃນໂຄງການທາງຣົດໄຟ ລາວ-ຈີນ
RFA/VD

ປະຊາຊົນ 13 ຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ທີ່ຄອງຖ້າເງິນຊົດເຊີຍ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ມາເປັນເວລາດົນນານນັ້ນ ຫາກໍໄດ້ຮັບເງິນຄ່າຊົດເຊີຍ ຜ່ານການໂອນເຂົ້າບັນຊີ ທະນາຄານຂອງພວກຂະເຈົ້າ ໂດຍກົງ ໃນມື້ວັນທີ 8 ສິງຫານີ້. ດັ່ງ ເຈົ້າໜ້າທີ່ເມືອງໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 8 ສິງຫານີ້ວ່າ:

“ມື້ນີ້ຕອນແລງສອງໂມງ ໂອນເຂົ້າບັນຊີຕອນເຊົ້ານີ້ ເຂົາກວດບັນຊີຕອນແລງ ເຂົາຊິໂອນເຂົ້າບັນຊີໃຫ້ ໂອນເຂົ້າບັນຊີ ຂອງໃຜຂອງມັນ ເຂົາໄດ້້ເປີດບັນຊີ ທະນາຄານການຄ້າ ຕ່າງປະເທດ ບ້ານຫ້ວຍຂຸມ ບ້ານທຳອິດແຫຼະ.”

ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ທາງພາກສ່ວນກ່ຽວຂ້ອງ ໄດ້ເລື່ອນການໂອນເງິນ ໃຫ້ຜູ້ທີ່ຖືກຜົນກະທົບປະມານ 2 ເທື່ອ ຍ້ອນຂໍ້ມູນບັນຊີ ຜິດພາດ ແຕ່ໃນເທື່ອນີ້ໄດ້ມີການກວດກາ ຢ່າງຣະອຽດແລ້ວ ແລະໄດ້ຮັບຄຳສັ່ງ ຈາກຜູ້ຮັບຜິດຊອບໂຄງການ ໃຫ້ເບີກຈ່າຍເງິນຄ່າຊົດເຊີຍ ເຮັດໃຫ້ປະຊາຊົນ ທີ່ຖືກຜົນກະທົບ ມີຄວາມພໍໃຈ.

ເມື່ອວັນທີ 25 ກໍຣະກະດາ ຜ່ານມານີ້ ທ່ານ ລັດຕະນະມະນີ ຄູນນີວົງ ໃຫ້ສັມພາດກັບສື່ ໃນລາວວ່າ ໄດ້ອະນຸມັດໃຫ້ເບີກຈ່າຍ ເງິນ ຊົດເຊີຍໃຫ້ ແຂວງອຸດົມໄຊ ຈຳນວນ 20 ຕື້ກີບ ສຳລັບຄອບຄົວ ໄດ້ຮັບຜົນກະທົບ 13 ຄອບຄົວ ແລະໂຮງຮຽນ 1 ແຫ່ງ ນອກຈາກນັ້ນ ຍັງໄດ້້ເບີກຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ແຂວງຫຼວງນໍ້າທາ 41 ຄອບຄົວ ເປັນເງິນ 28 ຕື້ກີບ ແລະ ແຂວງວຽງຈັນ 22 ຄອບຄົວ 7.6 ຕື້ກີບ ສ່ວນຢູ່ແຂວງຫຼວງພຣະບາງ ແລະນະຄອນຫຼວງວຽງຈັນ ກຳລັງຢູ່ໃນຣະຫວ່າງ ການຈັດຕັ້ງປະຕິບັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.