ຜູ້ມີຕໍາແໜ່ງນໍາໃຊ້ ອໍານາດ ຍຶດດິນ ປະຊາຊົນ: ສສຊ
2019.06.25

ຜູ້ມີອໍານາດ ຍັງສວຍໃຊ້ໜ້າທີ່ຕໍາແໜ່ງຍຶດທີ່ດິນ ຢູ່ລາວ ແລະ ເຣື້ອງດັ່ງກ່າວ ກໍມີການຍົກຂຶ້ນມາເວົ້າ ໃນກອງປະຊຸມ ສມັຍສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 21 ມິຖູນາ ທີ່ຜ່ານມາ, ໃນນັ້ນ ທ່ານ ວິໄລສຸກ ພິມພະສອນ ສະມາຊິກ ສະພາ ແຫ່ງຊາດ ແຂວງຊຽງຂວາງ ກ່າວວ່າ:
“ຂ້າພະເຈົ້າໄດ້ຍິນ ບາງທ່ານກໍວ່າ ໃນຣະບອບເກົ່າ ມີແຕ່ສັກດິນາ ມີດິນຫລາຍແລ້ວ ໃນຣະບອບເຮົານີ້ ຜູ້ມີດິນຫລາຍແມ່ນຊົນຊັ້ນຫຍັງ ເຮົາຕັ້ງຄໍາຖາມນໍາກັນໝົດ ເລີຍເນາະ ຂ້າພະເຈົ້າຢາກປະກອບຄໍາເຫັນ ໃສ່ຂໍ້ທີນຶ່ງເລີຍ ສວຍໃຊ້ສິດອໍານາດ ຕໍາແໜ່ງໜ້າທີ່ ຂອງຕົນເພື່ອ ຜົນປໂຍດ ສ່ວນໂຕຄອບຄົວ ໝູ່ຄູ່ຄນະ.”
ທ່່ານຕັ້ງຄໍາຖາມອີກວ່າ ຮ່າງກົດໝາຍ ເຣື້ອງທີ່ດິນ ສະບັບປັບປຸງມາຕຣາ 161 ເປັນຫຍັງ ບໍ່ຣະບຸວ່າ ຈະລົງໂທດແນວໃດ ຕໍ່ຜູ້ຣະເມິດ ແລະ ຖ້າຜູ້ຣະເມິດ ເປັນຜູ້ມີອໍານາດ ພາກສ່ວນກ່ຽວຂ້ອງ ຈະໃຊ້ອໍານາດໃດ ໄປຕໍ່ຮອງບຸກຄົນ ຜູ້ມີອໍານາດ ນັ້ນ.
ກ່ຽວກັບການບັງຄັບ ໃຫ້ຜູ້ມີອໍານາດສົ່ງດິນຄຶນ ໃຫ້ປະຊາຊົນນັ້ນ ຊາວລາວ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ສະແດງ ຄໍາເຫັນວ່າ ເປັນໄປໄດ້ຍາກ ທີ່ເຂົາຈະສົ່ງຄຶນທີ່ດິນ ທີ່ຕົນໄດ້ເປັນເຈົ້າຂອງແລ້ວ:
“ເຂົາບໍ່ສົ່ງດອກພວກນີ້ນະ ເຂົາບໍ່ສົ່ງບໍ່ແລ້ວ ເວລາທີ່ເຂົາຈະອອກໃບກັມມະສິດ ເປັນຂອງເຂົາເອງໂດຍບໍ່ໄດ້ໃຊ້ເງິນໂຕເອງ ອາໃສເງິນແບບ ງົບປະມານ ໜ່ວຍທີ່ຕັ້ງສັງກັດ ສັງກັດຂອງເຂົາ ເຫລົ່ານັ້ນ ເປັນຜູ້ອອກໃຊ້ຈ່າຍ ໃຫ້ ເພື່ອອອກໃບຕາດິນ ໃຫ້ແກ່ພວກເຂົາ.”
ຜ່ານມາຜູ້ມີອໍານາດ ຍຶດເອົາທີ່ດິນຣັຖ ແລະ ທີ່ດິນຂອງປະຊາຊົນ ຢູ່ຫລາຍບ່ອນ ຕົວຢ່າງມີອະດິດ ການນໍາຂັ້ນສູງບາງທ່ານ ເຂົ້າໄປຍຶດເອົາດິນ ຢູ່ຄ້າຍທະຫານ ທາງເຂົ້າໂຮງຮຽນ ຕັດຫຍິບ ຢູ່ບ້ານສິວິໄລ ເມືອງໄຊເສດຖາ ແລ້ວປູກເຮືອນໂຕເອງໃສ່.
ສ່ວນອີກຕົວຢ່າງນຶ່ງກໍຄື ທີ່ດິນຢູ່ຄ້າຍລູກສອນໄຟ ເຂດບ້ານຄໍາຮຸ່ງ ກໍຖືກອະດິດການນໍາລາວ ທ່ານນຶ່ງ ກໍເຄີຍມີຄໍາສັ່ງ ໃຫ້ຄ້າຍທະຫານ ໄປຢູ່ບ່ອນອື່ນ ກ່ອນຈະສ້າງ ເຮືອນຕົນເອງ ໃສ່.
ໃນກອງປະຊຸມ ສມັຍສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ່ 21 ມິຖູນາ ຜ່ານມາ ສະພາໄດ້ຮັບຮອງ ເອົາຮ່າງກົດໝາຍ ທີ່ດິນ ສະບັບປັບປຸງ ໃຫ້ມີທັງໝົດ 190 ມາດຕຣາ.