ທາງການເລັ່ງສ້າງບ່ອນ ພັກເຊົາ ໃຫ້ຊາວບ້ານ

ໄຊຍາ
2018.08.10
f-housing ປັດຈຸບັນທາງການ ແຂວງອັດຕະປື ກໍາລັງເລັ່ງມືສ້າງ ທີ່ພັກເຊົາຊົ່ວຄາວ ໃຫ້ປະຊາຊົນ ເມືອງສນາມໄຊ
RFA

ປັດຈຸບັນ ຢູ່ແຂວງອັດຕະປື ກໍາລັງສ້າງທີ່ພັກເຊົາຊົ່ວຄາວ ໃຫ້ປະຊາຊົນ ເມືອງສນາມໄຊ ຫລາຍພັນຄົນ ທີ່ໄດ້ຮັບຜົລກະທົບອັນໜັກໜ່ວງ ຍ້ອນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຊຶ່ງຣັຖບາລ ສປປລາວ ອະນຸມັດໃຫ້ 4 ບໍຣິສັດສ້າງນັ້ນແຕກ ເມື່ອຄືນວັນທີ 23 ກໍຣະກະດາ 2018 ພາຍຫລັງຝົນຕົກໜັກ ຕິດຕໍ່ກັນຫລາຍມື້. ຄາດວ່າ ການກໍ່ສ້າງທີ່ພັກຊົ່ວຄາວ ຊຶ່ງເລີ້ມມາໄດ້ສອງອາທິດແລ້ວນັ້ນ ຈະໃຊ້ເວລາ 45 ມື້ກໍຈະ ສໍາເຣັດ. ທ່ານ ວິທະຍາ ພົມມະຈັນ ຫົວໜ້າຜແນກພລັງງານ ແລະບໍ່ແຮ່ ແຂວງອັດຕະປື ກ່າວໃນ ການຖແລງຂ່າວ ເມື່ອວັນທີ 8 ສິງຫາ 2018 ນີ້ວ່າ:

"ປະຈຸບັນນີ້ລະແມ່ນໄດ້ເຣີ້ມ ມີການກໍ່ສ້າງຢູ່ທີ່ໂຮງຮຽນບ້ານຫາດຍາວເນາະ ເຊິ່ງວ່າປະກອບດ້ວຍອາຄານ 14 ຫລັງ ຫັລງລະ 10 ຫ້ອງ ແລະ ໃນນັ້ນສາມາດບັນຈຸໄຟເຂົ້າ ຢູ່ໄດ້ຫັ້ນ ໂດຍຕາມແຜນຫົວໜ່ວຍ ຄອບຄົວຕົວຈິງ ຂອງເຂົາເຈົ້ານັ້ນຈະຢູ່ໄດ້ 4 ຄົນ ຫລືບໍ່ ປະຈຸບັນ ກຳລັງກໍ່ສ້າງໂຄງຮ່າງໂຄງສ້າງເຫລັກທີ່ຕັ້ງເນາະ."

ປະຊາຊົນຈໍານວນຫລວງຫລາຍ ຍັງຕ້ອງການເຂົ້າ ແລະອາຫານອື່ນໆ ຮວມທັງນໍ້າດື່ມ, ເຄື່ອງຄົວກິນແລະເຄື່ອງໃຊ້ຂອງສອຍທີ່ຈໍາເປັນ ອື່ນໆອີກ. ທ້າວ ທອງຄີ ອາຍຸ 49 ປີ ຈາກບ້ານໂຄກກ່ອງ ຊາວບ້ານຜູ້ທີ່ບໍ່ມີເຮືອນຢູ່ເວົ້າວ່າ:

“ຄອບຄົວຂ້ອຍໄດ້ຮັບເຄື່ອງນຸ່ງຈໍານວນນຶ່ງ ແລະຜ້າຫົ່ມ. ຄອບຄົວຂອງຂ້ອຍຍັງຕ້ອງການອາຫານການກິນ, ເຄື່ອງຄົວກິນແລະສິ່ງຈໍາເປັນ ອື່ນໆ. ຂ້ອຍຢູ່ທີ່ນີ້ 7 ມື້ແລ້ວ ນັບຕັ້ງແຕ່ຄອບຄົວຂອງຂ້ອຍ ໄດ້ຈາກບ້ານມາ ເວລານໍ້າຖ້ວມທໍາອິດຄອບຄົວຂອງຂ້ອຍ ແລະຄົນອື່ນໆອີກ ເປັນຈໍານວນຫລວງຫລາຍ ໄດ້ພາກັນແລ່ນຂຶ້ນເທິງພູ ແລະໄດ້ຢູ່ທີ່ນັ້ນ ແບບບໍ່ມີອາຫານ ແລະນໍ້າເປັນເວລາ 3 ມື້.”

ແລະ ນາງ ກອງ ອາຍຸ 55 ປີ ທີ່ຢູ່ສູນນັ້ນ ກໍເວົ້າເຖິງຄວາມຕ້ອງການດັ່ງດຽວກັນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.