ເຣື້ອງທີ່ເກັບບັນທຶກໄວ້
2023-06-16
ຫ້ອງການ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບການຈົດທະບຽນການຄ້າອອນລາຍນ໌ ແລະ ຂໍອະນຸຍາດດໍເນີນທຸຣະກິຈ ການຄ້າທາງອິເລັກໂທຣນິກ ເພື່ອໃຫ້ຜູ້ຄ້າຂາຍ ເຄື່ອງອອນລາຍນ໌ ດໍາເນີນການຂຶ້ນທະບຽນ ການຄ້າຕາ ລະບຽບກົດໝາຍ.
2023-06-15
ແຕ່ລະມື້ ທະນາຄານແຫ່ງ ສປປ ລາວ ຈະກໍານົດອັດຕຣາ ແລກປ່ຽນເງິນຕຣາ ຕ່າງປະເທດ ໃຫ້ທະນາຄານ ທຸຣະກິຈ ປະຕິບັດຕາມ ເຊິ່ງບໍ່ໃຫ້ຫລຸດ ແລະ ບໍ່ໃຫ້ລື່ນອັດຕຣາ ແລກປ່ຽນ ທີ່ທະນາຄານແຫ່ງ ສປປ ລາວ ກໍານົດ, ແຕ່ທະນາຄານ ບໍ່ມີເງິນຕຣາ ຕ່າງປະເທດ ສນອງ ໃຫ້ກັບຄວາມຕ້ອງການ.
2023-06-14
ປັດຈຸບັນ ທະນາຄານຫຼາຍແຫ່ງ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກ ຈຶ່ງເຮັດໃຫ້ຫລາຍຄົນ ຕ້ອງໄປແລກ ຢູ່ຕລາດມືດ ເຊິ່ງເຮັດໃຫ້ ຄ່າເງິນກີບ ສູງກວ່າທະນາຄານເລື້ອຍໆ ບໍ່ມີຄວາມຄົງທີ່, ຈຶ່ງເຮັດໃຫ້ຈຳເປັນຕ້ອງໄປແລກປ່ຽນ ເງິນຕຣາຕ່າງປະເທດ ຢູ່ຕລາດມືດ.
2023-06-13
ເຈົ້າໜ້າທີ່ຕຳຣວດ ສືບສວນ-ສອບສວນ ຄະດີອາຍາ ແລະ ເສຖກິຈ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ມອບຣົຖໃຫຍ່ ຈຳນວນ 4 ຄັນ ທີ່ນຳເຂົ້າມາ ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ພາສີ ແຂວງຫຼວງນ້ຳທາ ເພື່ອໃຫ້ ດຳເນີນການຕາມກົດໝາຍຕໍ່ໄປ.
2023-06-13
ລາຄານ້ຳມັນ ຂາຍຍ່ອຍ ໃນຂອບເຂດທົ່ວປະເທດ ປັບຂຶ້ນ ໂດຍເຣີ່ມປະຕິບັດ ໃນວັນທີ 8 ມິຖຸນາ 2023 ນີ້ ເປັນຕົ້ນໄປ ແຕ່ເມື່ອທຽບໃສ່ ໄລຍະທີ່ຜ່ານມາ ຖືວ່າຍັງຢູ່ໃນລະດັບທີ່ປົກກະຕິ ຂະນະທີ່ລາຄານ້ຳມັນ ແລະສິ່ງຂອງ ແພງຂຶ້ນເລື້ອຍໆ ກໍຕາມ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບ ຢ່າງໜັກ.
2023-06-13
ຊາວບ້ານເກືອບ 200 ຄອບຄົວຢູ່ບ້ານດອນກາງຂອງ ຊຶ່ງເປັນດອນກາງແມ່ນໍ້າຂອງ ໃນເຂດເມືອງສັງທອງ ນະຄອນຫລວງວຽງຈັນ ຈະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ເພື່ອໃຫ້ບໍຣິສັດ ຂອງເກົາຫລີໃຕ້ ກໍ່ສ້າງສນາມກັອບ ແລະຣີສອດ, ຂະນະນີ້ ຍັງຢູ່ໃນຂັ້ນຕອນການສໍາຣວດ.
2023-06-12
ອົງການອາຫານ ແລະກະເສດ ແຫ່ງສະຫະປະຊາຊາຕ ຣາຍງານວ່າ ປະເທດລາວ ໄດ້ຮັບຜົລກະທົບຢ່າງໜັກ ຈາກການຣະບາດ ຂອງໂຄວິດ-19, ການປ່ຽນແປງ ສະພາບດິນຟ້າອາກາດ ແລະການຂຶ້ນລາຄາ ອາຫານຄົນ, ອາຫານສັດ, ນ້ຳມັນຣົຖ, ປຸ໋ຍ ແລະ ບັນຫາເງິນເຟີ້.
2023-06-12
ຕຳຣວດໄທຍ ຈັບຜູ້ຖືກກ່າວຫາ ປຸ້ນຮ້ານຄຳ “ພໍໃຈ” ພາຍຫຼັງຫລົບໜີເຂົ້າປະເທດໄທຍ ເຊິ່ງມີການສົ່ງມອບ ຜູ້ຕ້ອງຫາຄົນດັ່ງກ່າວ ໃຫ້ເຈົ້າໜ້າທີ່ຕຳຣວດລາວ ໃນວັນທີ 10 ມິຖຸນາ, ຂະນະທີ່ເຫດການນີ້ ໄດ້ສ້າງຄວາມວິຕົກກັງວົນໃຈ ໃຫ້ເຈົ້າຂອງຮ້ານຂາຍຄຳຫຼາຍແຫ່ງ ໃນເຣື່ອງຄວາມປອດພັຍ ໃນຊີວິດແລະຊັບສິນ.
2023-06-12
ຊາວບ້ານ ບ້ານແສງສວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ຫຼາຍຄອບຄົວ ທີ່ຖືກໂຍກຍ້າຍ ອອກຈາກໂຄງການ ພັທນາພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ອ່າງນໍ້າງື່ມ 1 ຍັງບໍ່ໄດ້ຄ່າຊົດເຊີຍ ຕາມທີ່ກຳນົດນັ້ນເທື່ອ.
2023-06-09
ອັດຕຣາແລກປ່ຽນ ຍັງສືບຕໍ່ຂຶ້ນລາຍວັນ ທະນາຄານກາງ ເລັ່ງຄວບຄຸມ ໃຫ້ເຂົ້າສູ່ລະບົບ ເຊິ່ງປັດຈຸບັນອັດຕຣາແລກປ່ຽນ ຜັນຜວນ ແລະປະຊາຊົນກໍຫວັງ ໃຫ້ທາງການເລັ່ງແກ້ ໄຂຮີບດ່ວນ ເພາະບໍ່ສາມາດຮັບໄດ້ແລ້ວ.
2023-06-08
ເຂດເສຖກິຈ ພິເສດ ຢູ່ປະເທດລາວ ຍັງບໍ່ທັນໃຫ້ປໂຍດ ແກ່ປະຊາຊົນທ້ອງຖິ່ນ ເທົ່າທີ່ຄວນ, ກັມມະກອນທີ່ເຮັດວຽກ ຢູ່ໃນເຂດເສຖກິຈ ພິເສດ ສ່ວນຫຼາຍ ແມ່ນຄົນຕ່າງປະເທດ ແລະ ກົດໝາຍ ຍັງມີຊ່ອງວ່າງໃນການຄຸ້ມຄອງ ເຂດເສຖກິຈ ພິເສດ.
2023-06-08
ຣັຖບານລາວ ອະນຸຍາດໃຫ້ທະນາຄານ ຂອງຈີນ ສາມາດຊຳລະສະສາງ ການຄ້າ ແລະ ການລົງທຶນດ້ວຍເງິນຢວນ ແທນເງິນໂດລ້າຣ໌ ສະຫະຣັຖ ຢູ່ ສປປ ລາວ ເຣີ່ມໃນເດືອນມິຖຸນານີ້ ເປັນຕົ້ນໄປ ເຊິ່ງທາງການລາວ ຫວັງວ່າ ລະບົບການຊຳລະ ດ້ວຍເງິນຢວນນີ້ ຈະສາມາດເຮັດໃຫ້ ເງິນກີບແຂງຄ່າຂຶ້ນ.
2023-06-08
ປັດຈຸບັນ ສະພາບເສັ້ນທາງ ເລຂທີ 13 ເໜືອ ຢູ່ເຂດບ້ານຫິນໂຫງ່ນ ເມືອງກາສີ ແຂວງວຽງຈັນ ເປ່ເພໜັກຫຼາຍ ໂດຍສະເພາະໃນຣະດູຝົນນີ້ ຈຶ່ງເຮັດໃຫ້ຣົຖທີ່ສັນຈອນ ໄປ-ມາ ມີຄວາມຍາກລໍາບາບ, ຣົຖຕິດເປັນເວລາຫຼາຍຊົ່ວໂມງ ກວ່າຈະໄປເຖິງ ເສັ້ນທາງເມືອງພູຄູນ ແຂວງຫຼວງພຣະບາງ ໄດ້.
2023-06-08
ພະນັກງານນໍາທ່ຽວ ຈໍານວນນຶ່ງ ອອກໄປປະກອບອາຊີບອື່ນ ທີ່ມີລາຍໄດ້ດີກວ່າ ແລະສ່ວນນຶ່ງ ກໍອອກໄປເຮັດວຽກນໍາທ່ຽວ ແບບອິສຣະ, ເຮັດໃຫ້ບໍຣິສັດທ່ອງທ່ຽວ ຫຼາຍແຫ່ງ ບໍ່ສາມາດໃຫ້ບໍຣິການ ນໍາທ່ຽວໄດ້ດີເທົ່າທີ່ຄວນ.
2023-06-07
ແຂວງບໍ່ແກ້ວ ນໍາເຂົ້າສິນຄ້າກະເສດ ຈາກຕ່າງປະເທດ ປະມານ 70%, ໃນນີ້ສ່ວນຫຼາຍແມ່ນເປັນ ຊີ້ນ, ປາ, ພືດຜັກ ແລະ ໝາກໄມ້ ເຊິ່ງສິນຄ້າເຫຼົ່ານີ້ ແມ່ນນຳມາຈາກປະເທດໄທຍ ຍ້ອນການຜລິດພາຍໃນແຂວງ ຍັງບໍ່ທັນພຽງພໍ ຕໍ່ຄວາມຕ້ອງການ ຂອງຕລາດ.