ເຣື້ອງທີ່ເກັບບັນທຶກໄວ້
2022-11-04
ເມື່ອວັນທີ 28 ຕຸລາ ທີ່ຜ່ານມານີ້ ກະຊວງພະລັງງານ ແລະບໍ່ແຮ່ ແລະບໍຣິສັດ ວິສະວະກັມ ພະລັງງານໄຟຟ້າ ຄຸນໝິງ ຂອງປະເທດຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມມື ດ້ານສູນການສຶກສາ ພະລັງງານສີຂຽວ ທົດແທນການສ້າງເຂື່ອນໄຟຟ້າ.
2022-11-04
ອັດຕຣາເງິນກີບເຟີ້ ໃນເດືອນຕຸລາຜ່ານມາ ສູງເຖິງ 36.7% ທຽບໃສ່ ເດືອນດຽວກັນ ຂອງປີກາຍ, ເຮັດໃຫ້ສິນຄ້າ ທຸກຢ່າງແພງຂຶ້ນ ແລະສະພາວະດັ່ງກ່າວນີ້ ໄດ້ກະທົບຕໍ່ ປະຊາຊົນທົ່ວໄປ ທີ່ອາສັຍການຄ້າຂາຍ ລ້ຽງຊີພ ລວມເຖິງພະນັກງານ, ຣັຖກອນ ທີ່ຕ້ອງເພີ່ງພາ ເງິນເດືອນ.
2022-11-04
ປັ້ມນໍ້າມັນເຊື້ອເພີງ ບາງແຫ່ງ ແລະພໍ່ຄ້າ-ແມ່ຄ້າ ຫຼາຍຄົນ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ຢາກຮັບແຕ່ເງິນບາທ ໃນການຊື້-ຂາຍ ສິນຄ້າ ຍ້ອນວ່າ ເມືອງນີ້ ມີຊາຍແດນ ຕິດກັບປະເທດໄທຍ.
2022-11-03
ຣັຖວິສາຫະກິຈ ໄຟຟ້າລາວ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ຕັດໄຟຟ້າ ຊາວບ້ານ ບ້ານຫລັກ 20 ຍ້ອນລືມຈ່າຍຄ່າໄຟ ຕາມກໍານົດ ພຽງມື້ນຶ່ງ, ສອງມື້, ແຕ່ຣັຖວິສາຫະກິຈ ຖືວ່າຊາວບ້ານ ເຮັດຜິດລະບຽບ ການຈ່າຍຄ່າໄຟ, ຂະນະທີ ຊາວບ້ານເຫັນວ່າ ເປັນການກະທໍາ ທີ່ເກີນກວ່າເຫດ.
2022-11-03
ກະຊວງອຸດສາຫະກັມ ແລະການຄ້າ ລະບຸວ່າ ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້ ມັນຕົ້ນ ເປັນສິນຄ້າ ທີ່ສ້າງລາຍຮັບສູງທີ່ສຸດ ໃນໝວດສິນຄ້າ ດ້ານການກະເສຕ, ແຕ່ຊາວສວນ ຕ້ອງປະເຊີນກັບ ຕົ້ນທຶນການຜລິດສູງຂຶ້ນ ຍ້ອນໄດ້ຮັບຜົລກະທົບ ຈາກເງິນເຟີ້.
2022-11-02
ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ຈະຮ່ວມລົງທຶນ ກັບບໍຣິສັດ ກາຍອາ ເປໂຕຣ (Gaia Petro) ປະເທດເກົາຫລີໃຕ້ ເພື່ອຕັ້ງບໍຣິສັດຮ່ວມທຶນ ໃນການສ້າງຕັ້ງ ໂຮງງານຜລິດນໍ້າມັນ ເອທານອລ (Ethanol) ຫລື ນໍ້າມັນຊີວະພາບ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
2022-11-02
ສະຖານີຣົຖໄຟ ເມືອງໄຊ ແຂວງອຸດົມໄຊ ເປັນສະຖານີຣົຖໄຟ ຫລ້າສຸດທີ່ເປີດໃຫ້ບໍຣິການ ຂົນສົ່ງສິນຄ້າ ໃນຂະນະທີ່ຜູ້ປະກອບການ ຢູ່ແຂວງອຸດົມໄຊ ທີ່ສົ່ງສິນຄ້າ ດ້ານການກະເສຕໄປຈີນ ຍັງມັກໃຊ້ ບໍຣິການຂົນສົ່ງ ດ້ວຍຣົຖບັນທຸກຢູ່.