ພະນັກງານ ຣັຖວິສາຫະກິຈ ນ້ຳປະປາ ແຂວງຈຳປາສັກ ຈຳນວນນຶ່ງ ບໍ່ໄດ້ເງິນເດືອນ ຫຼາຍເດືອນ

ພະນັກງານຣັຖ ວິສາຫະກິຈ ນໍ້າປະປາ ແຂວງຈໍາປາສັກ ມີທັງຜູ້ໄດ້ຮັບ ເງິນເດືອນຊ້າ ແລະໄດ້ຕາມເວລາ ແຕກຕ່າງກັນ ຊຶ່ງຢູ່ບາງເມືອງຊ້າ ເຖິງ 6-7 ເດືອນກໍມີ ຂະນະທີ່ ພະນັກງານ ທີ່ໄດ້ຮັບ ຄວາມເດືອດຮ້ອນ ຈາກການຈ່າຍເງິນເດືອນຊ້າ ບໍ່ກ້າຮ້ອງຮຽນ ເນື່ອງຈາກ ບໍ່ຢາກຖືກໄລ່ອອກ.

ຣັຖວິສາຫະກິຈ ນ້ຳປະປາ ແຂວງຈຳປາສັກ ຮູບພາບ: ລັດວິສາຫະກິດ ນ້ຳປະປາ ແຂວງຈຳປາສັກ

ພະນັກງານຣັຖວິສາຫະກິຈ ນໍ້າປະປາ ແຂວງຈໍາປາສັກ ມີທັງຜູ້ໄດ້ຮັບເງິນເດືອນຊ້າ ແລະໄດ້ຮັບຕາມກໍານົດເວລາ ແຕກຕ່າງກັນ. ສໍາລັບພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ທີ່ເຮັດວຽກຢູ່ສາຂາ ນະຄອນປາກເຊ ແລະເມືອງໂຂງ ບໍ່ໄດ້ຮັບເງິນເດືອນ ມາໄດ້ຫລາຍເດືອນແລ້ວ ເຮັດໃຫ້ການດໍາເນີນ ຊີວິຕຂອງພວກເຂົາເຈົ້າ ໄດ້ຮັບຜົລກະທົບ ແລະສ້າງຄວາມສັບສົນ ໃຫ້ແກ່ການປະຕິບັດງານ ຂອງເຈົ້າໜ້າທີ່ລະດັບສູງ.

ເຈົ້າໜ້າທີ່ ຣັຖວິສາຫະກິຈ ນໍ້າປະປານາງນຶ່ງ ຢູ່ແຂວງຈໍາປາສັກ ທີ່ຮູ້ເຣື່ອງນີ້ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ຕຸລານີ້ວ່າ ພວກເຂົາເຈົ້າ ບໍ່ໄດ້ຮັບເງິນເດືອນ ມາປະມານ 6-7 ເດືອນແລ້ວ ແລະຍັງບໍ່ຮູ້ວ່າມື້ໃດແທ້ຈະໄດ້ຮັບ.

ມັນບໍ່ຄົງທີ່ເນາະ ບໍ່ຮູ້ວ່າເຂົາສິເບີກຕອນໃດ ແຕ່ລະເດືອນມັນບໍ່ຄືກັນ ປະມານແບບ 6-7 ເດືອນຈັ່ງຊີ້ນ່າອອກເທື່ອນຶ່ງ ແຕ່ວ່າເຣື່ອງໄດ້ຫັ້ນໄດ້ ແຕ່ວ່າມັນເຍີ້ນໄປຈັ່ງຊີ້ນ່າ.

ນາງເວົ້າຕໍ່ໄປວ່າ ສະເພາະສາຂານະຄອນປາກເຊ ເທົ່າທີ່ນາງຮູ້ ກໍມີພະ ນັກງານເກືອບໝົດທຸກຄົນ ທີ່ຍັງບໍ່ທັນໄດ້ຮັບເງິນເດືອນ ຫລາຍເດືອນຕິດຕໍ່ກັນ ແລະກໍບໍ່ມີການຊີ້ແຈງ ໃຫ້ພະນັກງານຮູ້ເຖິງສາເຫດ ທີ່ແທ້ຈິງ, ທີ່ຜ່ານມາ ພວກເຂົາເຈົ້າ ກໍເຄີຍໄດ້ຖາມໄປຍັງເຈົ້າໜ້າທີ່ ລະດັບສູງຂອງຣັຖວິສາຫະກິຈ ນໍ້າປະປາແລ້ວ ແຕ່ກໍບໍ່ໄດ້ຮັບຄໍາຕອບແຕ່ຢ່າງໃດ ແລະພະນັກງານ ຣັຖວິສາຫະກິຈ ນໍ້າປະປາສາຂາເມືອງໂຂງ ກໍເວົ້າວ່າ ທັງເງິນເດືອນ ແລະເງິນເຮັດວຽກ ລ່ວງເວລາ ກໍແມ່ນບໍ່ໄດ້ຮັບ ຕາມກໍານົດເຖິງ 40-50 ມື້, ເຮັດໃຫ້ມີພະນັກງານ ຫຍຸ້ງຍາກ ແລະໄດ້ຮັບຄວາມບໍ່ເປັນທັມ. ບັນຫາການບໍ່ຈ່າຍເງິນເດືອນ ແລະເງິນລ່ວງເວລານີ້ ແມ່ນເຣີ່ມມີມາໄດ້ປະມານ 2 ປີແລ້ວ, ຈົນຮອດປັດຈຸບັນ ກໍຍັງບໍ່ສາມາດແກ້ໄຂໄດ້ ແລະເຖິງແມ່ນວ່າ ບັນຫາທີ່ເກີດຂຶ້ນນັ້ນ ຈະສົ່ງຜົນກະທົບ ຕໍ່ພະນັກງານຫລາຍຄົນກໍຕາມ, ກໍບໍ່ມີພະນັກງານຄົນໃດ ໄປຮ້ອງຂໍ ຄວາມເປັນທັມ ຈາກທາງການແຂວງ ຈໍາປາສັກ ຫລືຫ້ອງການ ກັມມະບານແຂວງ ຍ້ອນບໍ່ຢາກມີຂໍ້ຂັດແຍ່ງ ແລະເວົ້າຫຍັງກໍບໍ່ໄດ້.

ດັ່ງທີ່ທ່ານກ່າວວ່າ:

ບໍ່ ມັນເບີກຊ້າຫັ້ນນ່າ ວ່າຊັ້ນສາ ມັນ ຄັນວ່າຕາມຄໍາເວົ້ານີ້ແມ່ນ 40 ວັນແລ້ວມາເບີກ ແລ້ວກະເດືອນຕໍ່ອີກ 40 ປາຍວັນ 50 ວັນຈັ່ງມາເບີກອີກເດືອນນຶ່ງ ມັນກະຊ້າມາໆປະມານ 2 ປີແລ້ວນີ້ວ່າຊັ້ນສາ ມັນກະນໍາກັນຫັ້ນແຫລະ ແຕ່ມັນ ຄືເຂົາວ່າມັນເວົ້າບໍ່ໄດ້.

ສໍາລັບເງິນເດືອນ ຂອງພະນັກງານ ວິສາຫະກິຈນໍ້າປະປາ ສາຂາເມືອງຊະນະສົມບູນ ແລະ ເມືອງໂພນທອງ ເຈົ້າໜ້າທີ່ຣັຖວິສາຫະກິຈນໍ້າ ປະປາສາຂາເມືອງໂພນທອງ ເວົ້າໃນມື້ດຽວກັນນີ້ວ່າ ໄດ້ຮັບເປັນປົກກະຕິຢູ່.

ໂອ໋! ບໍ່! ໄດ້ປົກຕິຢູ່ເດ໋ ເຈົ້າ ໄດ້ປົກຕິຢູ່.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາຣັຖວິສາຫະກິຈ ນໍ້າປະປາແຂວງຈໍາປາສັກ ເພື່ອຂໍຮູ້ສາເຫດ ທີ່ແທ້ຈິງ, ແຕ່ບໍ່ສາມາດຕິດຕໍ່ໄດ້. ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງການກັມມະບານແຂວງຈໍາປາສັກ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ຕຸລານີ້ວ່າ ເຄີຍມີພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ມາຮ້ອງຂໍຄວາມເປັນທັມຢູ່ ຍ້ອນບໍ່ໄດ້ຮັບເງິນເດືອນ ມາເປັນເວລາຫລາຍເດືອນ ແລະວ່າ ມີພະນັກງານ ທີ່ເຂົ້າມາຮ້ອງຂໍຄວາມເປັນທັມນັ້ນ ເຂົາຖືກໄລ່ອອກ ຈາກວຽກແບບ ກະທັນຫັນ ຈຶ່ງເຮັດໃຫ້ພວກເຂົາເຈົ້າ ບໍ່ກ້າທີ່ຈະເຂົ້າມາຮ້ອງຂໍ ຄວາມເປັນທັມ.

ມັນກະມີຫລາຍບັນຫາ ຕອນນັ້ນກະຮ້ອງຮຽນແບບວ່າ ເຂົາບໍ່ໄດ້ເງິນເດືອນ ແລ້ວຖືກໄລ່ອອກ ອີ່ຫຍັງຈັ່ງຊີ້ ປະມານນີ້ນ່າ ກະເຄີຍມີຢູ່.

ເວົ້າເຖິງເຣື່ອງ ການຈ່າຍເງິນເດືອນ ໃຫ້ພະນັກງານຣັຖ ເຈົ້າໜ້າທີ່ຜແນກການເງິນ ແຂວງຈໍາປາສັກທ່ານນຶ່ງ ເວົ້າວ່າ ມັນຂຶ້ນກັບຜແນກການເງິນ ແລະຫ້ອງການ ຂອງໃຜຂອງລາວເອງ, ແຕ່ຂະນະນີ້ ກໍຮັບຮູ້ກັນແລ້ວວ່າ ມີພະນັກງານຣັຖວິສາຫະກິຈ ນໍ້າປະປາແຂວງຈໍາປາສັກ ຫລາຍຄົນ ທີ່ບໍ່ໄດ້ຮັບເງິນເດືອນ ຕາມກໍານົດເວລາ ແລະຊັກຊ້າໄປຫລາຍເດືອນ, ແຕ່ທາງຜແນກ ຂອງພວກທ່ານກໍບໍ່ໄດ້ ເຂົ້າໄປກວດກາ ເນື່ອງຈາກ ບໍ່ໄດ້ມີການຮ້ອງຮຽນ ເຂົ້າມາເທື່ອ ແລະມັນກໍເປັນເຣື່ອງ ຂອງພວກເຂົາເຈົ້າເອງ.

ໂອ້! ຂອງເງິນເດືອນ ນໍ້າປະປາຫັ້ນບໍ໋ ໄດ້ຍິນຢູ່. ບໍ່ໆ! ຂຶ້ນເຂົາເອງ ຈ່າຍເງິນເດືອນ, ເຂົາຈ່າຍກັນເອງ ແຕ່ວ່າ ເຮົາຊິເບິ່ງໜີ້ສິນ, ຄ່ານໍ້າ, ຄ່າໄຟ, ນໍ້າປະປາຊື່ໆ.

ກ່ຽວກັບເຣື່ອງທີ່ວ່ານີ້ ມາເຖິງມື້ວັນທີ 21 ​ຕຸລານີ້ ທາງເຈົ້າໜ້າທີ່ ລະດັບສູງຂອງ ຣັຖວິສາຫະກິຈ ນໍ້າປະປາແຂວງຈໍາປາສັກ ກໍຍັງມິດງຽບຢູ່, ບໍ່ໄດ້ເປີດເຜີຍ ຣາຍລະອຽດແນວໃດ, ແຕ່ເຖິງຢາງໃດກໍຕາມ ກໍມີພະນັກງານ ຣັຖວິສາຫະກິຈ ນໍ້າປະປາແຂວງຈໍາປາສັກ ຈໍານວນນຶ່ງ ໄດ້ຮຽກຮ້ອງ ຜ່ານສື່ສັງຄົມອອນລາຍນ໌ ຂໍໃຫ້ອົງການກວດກາ ແຫ່ງຣັຖຂັ້ນສູນກາງ ຊ່ວຍຕິດຕາມ ກວດກາເຣື່ອງການເງິນ ແລະການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ລະດັບສູງ ພາຍໃນຣັຖວິສາຫະກິຈ ນໍ້າປະປາແຂວງນີ້ ເພື່ອຄວາມໂປ່ງໃສ.

ບັນຫາການເບີກຈ່າຍ ເງິນເດືອນໃຫ້ພະນັກງານ ແລະຣັຖກອນ ແລະພະນັກງານ ຣັຖວິສາຫະກິຈ ຊັກຊ້າ ແມ່ນເກີດຂຶ້ນ ຢ່າງຕໍ່ເນື່ອງ ມາແຕ່ດົນນານແລ້ວ ແລະກາຍເປັນບັນຫາໃຫຍ່ ທີ່ເຮັດໃຫ້ ທ່ານ ທອງລຸນ ສີສຸລິດ ຊຶ່ງໄລຍະນັ້ນ ທ່ານດໍາຣົງຕໍາ ແໜ່ງນາຍົກຣັຖມົນຕຣີ ຖືເອົາເຣື່ອງການເບີກຈ່າຍ ເງິນເດືອນຂອງພະນັກງານ ແລະຣັຖກອນ ເປັນບັນຫາໃຫຍ່ອັນດັບທໍາອິດ ທີ່ຈະຕ້ອງເລັ່ງແກ້ໄຂ ໃຫ້ໄດ້ເງິນເດືອນທັນຕາມກໍານົດເວລາ, ບໍ່ໃຫ້ເກີດຄວາມຊັກຊ້າ ຈົນສ້າງຄວາມສັບສົນ ແລະນໍາໄປສູ່ຄວາມ ບໍ່ພໍໃຈໃຫ້ພະນັກງານ ແລະຣັຖກອນ ຕາມທ້ອງຖິ່ນຕ່າງໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org