ເກົາຫຼີໃຕ້ ສນັບສນຸນ ໂຄງການ ພັທນາຊົນນະບົດ ໃນຫຼາຍແຂວງຂອງລາວ
ອົງການຮ່ວມມືສາກົລ ປະເທດເກົາຫຼີໃຕ້ ຫຼື KOICA ໃຫ້ການສນັບສນຸນ ງົບປະມານ 12.5 ລ້ານໂດລ້າຣ໌ ສະຫະຣັຖ ແກ່ກົມພັທນຊົນນະບົດ ເປີດໂຄງການ ສ້າງແຜນກິຈກັມພັທນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ໃນເຂດຊົນນະບົດ ຢູ່ແຂວງພາກເໜືອ ແລະພາກກາງ.
-
ສຸພັດຕາ
2023-04-10 -
-
-
Your browser doesn’t support HTML5 audio
ໃນວັນທີ 6 ເມສາ ທີ່ຜ່ານມາ ອົງການຮ່ວມມືສາກົລ ປະເທດເກົາຫຼີໃຕ້ ຫຼື KOICA ໃຫ້ການສນັບສນຸນງົບປະມານ 12.5 ລ້ານໂດລ້າຣ໌ສະຫະຣັຖ ແກ່ກົມພັທນາຊົນນະບົດ ກະຊວງກະສິກັມ ແລະປ່າໄມ້ ເປີດໂຄງການສ້າງ ແຜນກິຈກັມ ພັທນາຊົນນະບົດ ເພື່ອສ້າງລາຍຮັບ ໃຫ້ປະຊາຊົນໃນເຂດຊົນນະບົດ ຢູ່ແຂວງພາກເໜືອ ແລະພາກກາງ ເຊິ່ງກວມເອົາແຂວງວຽງຈັນ, ບໍຣິຄໍາໄຊ ແລະ ແຂວງຊຽງຂວາງ.
ໂຄງການພັທນາຊົນນະບົດນີ້ ຈະສນັບສນຸນການພັທນາ ໂຄງຮ່າງພື້ນຖານ ໃນ 7 ເມືອງ ກວມເອົາ 14 ບ້ານເປົ້າໝາຍ ຜ່ານ 114 ກິຈກັມ ທີ່ນອນຢູ່ໃນ ຂແນງກະສິກັມ ແລະປ່າໄມ້, ໂຍທິການ ແລະຂົນສົ່ງ ແລະສຶກສາທິການ ແລະກິລາ ການຈັດຕັ້ງປະຕິບັດໂຄງການ ມີໄລຍະເວລາ 5 ປີ ເຣີ່ມຕັ້ງແຕ່ ປີ 2021 ຮອດປີ 2025.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງອົງການຮ່ວມມືສາກົລ ເພື່ອສອບຖາມຂໍ້ມູນ ໂຄງການເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນ.
ຢ່າງໃດກໍຕາມ ເມື່ອສອບຖາມໄປຍັງແຂວງ ແລະເມືອງເປົ້າໝາຍຕ່າງໆ ກໍພົບວ່າ ປັດຈຸບັນ ໂຄງການຍັງຢູ່ໃນຂັ້ນຕອນລິເຣີ່ມ ແລະຂຽນແຜນງານ ຮ່ວມກັບຂັ້ນບ້ານ ເພື່ອເບິ່ງ ຄວາມຕ້ອງການຂອງແຕ່ລະບ້ານ ວ່າເປັນແນວໃດ ແລະຈະເຣີ່ມຈັດຕັ້ງປະຕິບັດ ໃນເດືອນນີ້.
ສ່ວນເປົ້າໝາຍຂອງໂຄງການນີ້ ແມ່ນເພື່ອແກ້ໄຂຄວາມທຸກຍາກ ໃນເຂດຊົນນະບົດ ທີ່ຫ່າງໄກສອກຫຼີກ ຜ່ານສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະອໍານາດການປົກຄອງທ້ອງຖິ່ນ ໃນການຝຶກອົບຮົມ ກ່ຽວກັບການຄຸ້ມຄອງໂຄງການ ການສ້າງຣາຍຮັບໃຫ້ຊຸມຊົນ ຜ່ານການປູກຝັງ-ລ້ຽງສັດ ການແປຮູບຜົນຜລິດ ເຊິ່ງທາງແຂວງ ກໍໄດ້ມີການຮ່ວມມືກັບອົງການ ເພື່ອຈັດຕັ້ງໂຄງການນໍາ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:
“ຈຸດປະສົງ ກໍເພື່ອການພັທນາຫັ້ນແຫຼະ ກໍເປົ້າໝາຍຂອງຂະເຈົ້າຫັ້ນແຫຼະເນາະ ແຕ່ເບື້ອງເຮົາກໍ ພາຍຫຼັງໂຄງການເຂົາເຂົ້າມາ ເຮົາກໍໄດ້ໃຫ້ຄວາມຮ່ວມມື ກັບຂະເຈົ້າຫັ້ນແຫຼະ.”
ຢູ່ແຂວງຊຽງຂວາງ ເມືອງແປກ ແມ່ນເມືອງດຽວ ທີ່ເປັນເມືອງເປົ້າໝາຍ ແລະມີ 2 ບ້ານ ທີ່ເຂົ້າຮ່ວມໂຄງການ ຄື ບ້ານພັ້ນ ແລະບ້ານຄາຍ ກ່ອນໜ້ານີ້ ຍັງບໍ່ທັນເຄີຍມີໂຄງການ ໃນລັກສະນະ ພັທນາຄົບວົງຈອນແບບນີ້ ມາຈັດຕັ້ງໃນແຂວງ ໂຄງການອື່ນທີ່ເຄີຍເຂົ້າມາ ກໍເນັ້ນສະເພາະ ຂແນງວຽງງານໃດວຽກງານນຶ່ງ ໂຄງການນີ້ ຈຶ່ງຈະຊ່ອຍປັບປຸງຊີວິດ ແລະພັທນາຄວາມເປັນຢູ່ຂອງປະຊາຊົນ ໃນເຂດບ້ານທັງ 2 ບ້ານ ນັ້ນ.
ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ຢູ່ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ:
“ແມ່ນແຫຼະ ຊ່ອຍປັບປຸງຊີວິດຄວາມເປັນຢູ່ ຂອງຊາວບ້ານ ຂະເຈົ້າກໍລົງໄປຂຽນແຜນ ຮ່ວມກັບບ້ານຫັ້ນແຫຼະ ພັທນາບ້ານຄົບວົງຈອນ ໝາຍຄວາມວ່າ ເຂົາສົ່ງເສີມຫຼາຍຢ່າງແຫຼະເນາະ ເຣື່ອງການຜລິດກະສິກັມ ລະກະເຣື່ອງການສ້າງກອງທຶນ ສ້າງພື້ນຖານໂຄງຮ່າງບໍ ອີ່ຫຍັງຕ່າງໆຫັ້ນແຫຼະ ລັກສະນະແບບກ່ອຍກ້ານີ້ ຍັງບໍ່ທັນມີເນາະ ສ່ວນຫຼາຍໂຄງການອື່ນ ຂະເຈົ້າສົ່ງເສີມແບບທົ່ວໄປເນາະ ບໍ່ເຮັດແບບວ່າ ເຮັດສະເພາະນ້ອຍບ້ານທີ່ວ່າ ເຮັດຄົບທຸກຢ່າງຫັ້ນນ່າ ສ່ວນຫຼາຍເວົ້າໄປ ເຣື່ອງການປູກພືດ ກໍຄືປູກພືດ ເວົ້າເຣື່ອງການລ້ຽງສັດ ກໍຄືການລ້ຽງສັດ.”
ຢູ່ບ້ານຄາຍ ເມືອງແປກ ສ່ວນຫຼາຍ ຊາວບ້ານເຮັດອາຊີບປູກເຂົ້າ, ປູກສາລີ ແລະພືດຜັກເປັນອາຊີບຫຼັກ ຊາວ ບ້ານບາງສ່ວນ ຢາກຫັນມາລ້ຽງສັດ ແຕ່ກໍບໍ່ມີທຶນ ເຮັດໃຫ້ສ່ວນຫຼາຍ ຍັງຄົງເຮັດສວນຜັກ ເປັນຫຼັກແທນ ເພາະໃຊ້ທຶນບໍ່ຫຼາຍ.
ດັ່ງຊາວບ້ານ ຢູ່ບ້ານຄາຍ ທ່ານນຶ່ງກ່າວວ່າ:
“ກະຕ້ອງການຫຼາຍດ້ານຢູ່ ເຣື່ອງກະສິກັມ ແຕ່ມັນບໍ່ມີທຶນ ແລ້ວກໍງົບປະມານເຮັດ ໃນການລົງທຶນ ຂະເຈົ້າຢາກຫັນມາລ້ຽງສັດ ແຕ່ວ່າ ຊາວບ້ານຂະເຈົ້າ ກໍບໍ່ມີທຶນ ລະກະບໍ່ມີງົບປະມານສິລົງເຮັດເນາະ ບາງພາກສ່ວນຂະເຈົ້າ ກໍເຮັດສວນຜັກຂາຍ ເພາະມັນໄດ້ໃຊ້ງົບປະມານໜ້ອຍ ແລ້ວກໍການລ້ຽງສັດຫັ້ນ ມັນໄດ້ໃຊ້ງົບປະມານຫຼາຍ.”
ທ່ານກ່າວຕື່ມວ່າ ນອກຈາກຈະຂາດເຂີນທຶນ ດ້ານກະສິກັມແລ້ວ ບ້ານຄາຍ ຍັງຂາດເຂີນໂຄງຮ່າງພື້ນຖານຢູ່ ເພາະຖນົນຫົນທາງທີ່ມີ ຍັງນໍາໃຊ້ບໍ່ສະດວກປານໃດ ຍັງເປັນທາງດິນຍາມຝົນ ຕ້ອງຍ່າງຂ້າມຂົວເທົ່ານັ້ນ ຍ້ອນຣົຖໄປ ບໍ່ໄດ້.
ສ່ວນແຂວງວຽງຈັນ ມີ 2 ເມືອງ ທີ່ເປັນເມືອງເປົ້າໝາຍ ແມ່ນເມືອງແມດ ເຊິ່ງປະກອບດ້ວຍ ບ້ານເມືອງຄີ່ ແລະບ້ານນໍ້າແຜນ ແລະເມືອງກາສີ ເຊິ່ງປະກອບໄປດ້ວຍ ບ້ານໂພນສີດາ ແລະບ້ານນາຊາຍຂາວ.
ໂຄງການນີ້ ແມ່ນເປັນໂຄງການສືບຕໍ່ ຈາກໂຄງການໄລຍະກ່ອນໜ້າ ຂອງອົງການ KOICA ແຕ່ຈະປ່ຽນເມືອງໄປຕາມໄລຍະ ໂຄງການໄລຍະໃໝ່ນີ້ ຈະຊ່ອຍຍົກລະດັບຊີວິດການເປັນຢູ່ ຂອງຊາວບ້ານ ເພີ່ມຣາຍໄດ້ ຜ່ານການສົ່ງເສີມດ້ານການ ປູກຝັງ-ລ້ຽງສັດ ແລະການສ້າງສະຫະກອນຊຸມຊົນ ເຊິ່ງປັດຈຸບັນ ຝຶກອົບຮົມແລ້ວໆ ແລະຈະຈັດຕັ້ງປະຕິບັດ ພາຍໃນເດືອນນີ້.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ປັບປຸງຊີວິດການເປັນຢູ່ ເພີ່ມຣາຍໄດ້ ໃຫ້ແກ່ປະຊາຊົນ ເວົ້າເຣື່ອງການສ້າງກຸ່ມການຜລິດ ຕິດພັນກັບການຕລາດ ເວົ້າເຣື່ອງການສ້າງສະຫະກອນ ໂອ້ກະເປັນຜົນປໂຍດແທ້ ເພາະວ່າເຂດນັ້ນ ປະຊາກອນເພິ່ນເຮັດແບບກະຈັດກະຈາຍ ບໍ່ໄດ້ເປັນກຸ່ມ ບໍ່ເຂົ້າເຖິງການຕລາດ ຮອດແຫຼ່ງທຶນເຂົາເຈົ້າ ກໍບໍ່ຮູ້ຈັກເຮັດ ແຕ່ມີຢູ່ກອງທຶນ ແຕ່ຂະເຈົ້າບໍ່ຮູ້ຈັກການຄຸ້ມຄອງ ດຽວນີ້ຂະເຈົ້າກໍໄດ້ຝຶກອົບຮົມ ໄດ້ຮູ້ຈັກການຄຸ້ມຄອງ ການນໍາໃຊ້ ພັທນາບ້ານຂອງຂະເຈົ້າ.”
ຢູ່ບ້ານນໍ້າແຜນ ເມືອງແມດ ຊາວບ້ານສ່ວນຫຼາຍ ປະກອບອາຊີບລ້ຽງສັດໃຫຍ່, ລ້ຽງເປັດ-ລ້ຽງໄກ່ ແລະປູກຜັກທົ່ວໄປ ຮວມເຖິງ ປູກພືດອຸດສາຫະກັມ ເປັນຕົ້ນ ມັນຕົ້ນ, ສາລີ ແລະໝາກຖົ່ວ ທີ່ຜ່ານມາ ໂຄງການໄດ້ເຂົ້າມາຝຶກອົບຮົມ ໃຫ້ຊາວບ້ານແລ້ວ.
ດັ່ງຊາວບ້ານ ຢູ່ນໍ້າແຜນ ທ່ານນຶ່ງ ກ່າວວ່າ:
“ເຂົາກໍມາອົບຮົມ ເຂົາກໍມາສຶກສາ ແລ້ວເຂົ້າກໍມາຝຶກໃຫ້ ແລ້ວກໍມາຖາມປະຊາຊົນ ບ້ານວ່າ ພ້ອມບໍ່ ປະຊາຊົນເຫັນດີບໍ່ ຢາກເຮັດບໍ່ ສິນ່າ ຕາມໂຄງການທີ່ເຂົາ ຢາກມາເຮັດໃຫ້ເຮົາວ່າຊັ້ນສາ ແລ້ວຄັນວ່າ ໂອ້ ປະຊາຊົນບໍ່ເຫັນດີ ໂຄງການໂຕນີ້ເຮັດໄດ້ ແລ້ວເພິ່ນກໍເອົາມາໃຫ້.”
ນັບແຕ່ປີ 2014 ອົງການ KOICA ໄດ້ຊຸກຍູ້ໂຄງການພັທນາຊົນນະບົດໃນລາວ ຢ່າງຕໍ່ເນື່ອງ ໂດຍເນັ້ນສົ່ງເສີມ ຄວາມເປັນເຈົ້າການຂອງຊາວກະສິກອນ ສ້າງຄວາມເຂັ້ມແຂງໃຫ້ຕົນເອງ ພ້ອມທັງສ້າງຄວາມຮູ້ໃຫ້ພະນັກງານ ຂອງອົງການຈັດຕັ້ງຂອງເມືອງ ແລະບ້ານ ຮວມເຖິງ ສ້າງຄວາມຕື່ນໂຕໃນການຮ່ວມ ແກ້ໄຂບັນຫາຂອງຊາວບ້ານນໍາ.
ອີງຕາມຂໍ້ມູນ ສະຖິຕິຂອງອົງການ ໃນປີ 2021 ອົງການ KOICA ໄດ້ມອບທຶນສນັບສນຸນ ໃຫ້ແກ່ປະເທດລາວ ເກືອບ 20 ລ້ານໂດລ້າຣ໌ສະຫະຣັຖ ຜ່ານໂຄງການດ້ານການບໍຣິຫານງານ ຂອງໜ່ວຍງານຂອງຣັຖ (Public Administration) ຫຼາຍທີ່ສຸດ ຄິດເປັນ 6.7 ລ້ານໂດລ້າຣ໌ສະຫະຣັຖ ຕາມມາດ້ວຍ ດ້ານສຸຂພາບ (4.6 ລ້ານໂດລ້າຣ໌ສະຫະຣັຖ) ດ້ານເທັກໂນໂລຢີ ສິ່ງແວດລ້ອມ ແລະພະລັງງານ (3.7 ລ້ານໂດລ້າຣ໌ສະຫະຣັຖ) ດ້ານກະສິກັມ-ປ່າໄມ້ ແລະປະມົງ (2.3 ລ້ານໂດລ້າຣ໌ສະຫະຣັຖ) ດ້ານການສຶກສາ (2.2 ລ້ານໂດລ້າຣ໌ສະຫະຣັຖ) ແລະທີ່ເຫຼືອ ເປັນໂຄງການອື່ນໆ.
ປະເທດລາວ ເປັນປະເທດ ລໍາດັບ 4 ທີ່ອົງການ KOICA ໃຫ້ການຊ່ອຍເຫຼືອຫຼາຍທີ່ສຸດ ໂດຍໄດ້ຮັບທຶນສນັບສນຸນ 9.4% ຂອງເງິນຊ່ອຍເຫຼືອທັງໝົດ ທີ່ອົງການ KOICA ມອບໃຫ້ປະເທດໃນເອເຊັຽແປຊິຝິກ.