ຂ.ເຊກອງຕ້ອງການສົ່ງອອກ ກາເຟ

ແຂວງເຊກອງ ຊອກຫາ ຕລາດ ສົ່ງອອກ ກາເຟ ໄປຕ່າງ ປະເທດ ຫຼື ເຂົ້າມາ ຮັບຊື້ ໄປ ຈໍາໜ່າຍ.

ສວນກາເຟ ຂອງ ບໍຣິສັດ Outspan Bolaven ບໍລະເວນ ຈໍາກັດ ທີ່ເປັນຂອງ ນັກລົງທຶນ ຈາກ ປະເທດສິງກະໂປ. ສວນກາເຟ ດັ່ງກ່າວ ຕັ້ງຢູ່ ບ້ານໜອງດວງ ເມືອງ ປາກຊ່ອງ ແຂວງຈໍາປາສັກ.(ຖ່າຍໃນເດືອນ ພືສພາ ປີ 2012) RFA

ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງເຊກອງ ເປິດເຜີຍວ່າ ປັດຈຸບັນ ແຂວງເຊກອງ ກໍາລັງ ຊອກຫາທາງ ແລະ ສົ່ງເສິມ ໃຫ້ ບໍຣິສັດ ຕ່າງປະເທດ ເຂົ້າມາຮັບຊື້ ຜົລປູກ ຂອງຊາວສວນ ກາເຟ ໂດຍທີ່ທາງ ຣັຖບານ ຈະບໍ່ໄປ ແຊກແຊງ ຣາຄາ ທັ້ງນີ້ ເພື່ອ ແກ້ໃຂ ບັນຫາ ກາເຟ ທີ່ລົ້ນຕລາດ ຍ້ອນ ຣາຄາກາເຟ ຕລາດໂລກ ຕົກຕໍ່າ:

“ກາເຟມັນຫລຸດລົງ ເຮັດໃຫ້ກາເຟ ລົ້ນຕລາດ ກໍໄດ້ຫາຕລາດ ບໍຣິສັດ ມາຊື້ຢູ່ຕາມ ຕາມຣາຄາ ຕລາດໂລກ ທາງຣັຖເຮົາ ຈະໄດ້ຊຸກຍຼ້ ໃຫ້ ປະຊາຊົນ ກັບທາງ ບໍຣິສັດ ເວົ້າກັນເອງ ເພາະວ່າ ມັນກໍໄດ້ ຕົກລົງ ຍ້ອນວ່າ ວິກິດ ທາງດ້ານຣາຄາ ຕລາດໂລກ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ໄປວ່າ ໂດຍ ປົກກະຕິແລ້ວ ກາເຟ ທີ່ປູກໃນ ແຂວງເຊກອງ ຈະມີ ບໍຣິສັດ ກາເຟລາວ ແລະ ພໍ່ຄ້າ ວຽດນາມ ມາຮັບຊື້, ແຕ່ ປັຈຈຸບັນ ບໍຣິສັດ ວຽດນາມ ບໍ່ມາຊື້ ເນື່ອງຈາກວ່າ ຢູ່ ປະເທດ ວຽດນາມ ກໍຂາຍກາເຟ ບໍ່ໄດ້ຄືເກົ່າ:

“ມັນວິກິດການ ສ່ວນຫຼາຍແລ້ວ ແມ່ນວຽດນາມ ເຂົາກໍຢຸດຊື້ ເພາະວ່າ ຣາຄາ ມັນບໍ່ໄດ້ ນີ້ແຫລະ ໝາຍຄວາມວ່າ ທາງ ບໍຣິສັດຫັ້ນ ຊື້ໄປ ແລ້ວ ຂາຍບໍ່ໄດ້ ແລ້ວເຮັດໃຫ້ ຕລາດອັ່ງ ໃຫ້ກາເຟ ອັ່ງຊ່ວງນີ້”.

ທ່ານກ່າວວ່າ ປັຈຸບັນ ທາງຜແນກ ອຸດສາຫະກັມ ແລະການຄ້າ ຍັງບໍ່ສາມາດ ຄາດການ ໄດ້ວ່າ ໃນ ອະນາຄົດ ຣາຄາ ກາເຟ ຕລາດໂລກ ຈະຫຼຸດຕໍ່າລົງ ອີກຫຼືບໍ ແຕ່ທາງ ຣັຖບານ ກໍຍັງຈະຊ່ວຍ ຊອກຫາຕລາດ ແລະ ຊຸກຍູ້ໃຫ້ ກໍາລັງໃຈ ປະຊາຊົນ ສຶບຕໍ່ ການປູກກາເຟ ຕໍ່ໄປ ຍ້ອນເປັນແຫຼ່ງ ສ້າງຣາຍໄດ້ ໃຫ້ ປະຊາຊົນ ໃນແຂວງ ມາໄດ້ເກືອບ 10 ປີ ແລ້ວ.

ຕາມຣາຍງານ ຂອງ ປະຊາຊົນ ແຂວງເຊກອງ ເລີ້ມ ປູກກາເຟ ຕັ້ງແຕ່ປີ 2008 ເປັນຕົ້ນມາ ປັຈຈຸບັນ ແຂວງເຊກອງ ມີພື້ນທີ່ ປູກກາເຟ ປະມານ 13 ພັນ ເຮັກຕ່າ ໃນ ເມືອງດັກຈຶ້ງ ແລະ ເມືອງ ທ່າແຕງ. ໃນເບື້ອງຕົ້ນ ຣາຄາຮັບຊື້ ກາເຟແຫ້ງ ຈາກ ຊາວສວນ ມີຣາຄາ ສູງເຖິງ 10 ພັນກິບ ຕໍ່ກິໂລ, ແຕ່ມາເຖິງ ປັຈຈຸບັນ ຣາຄາ ກາເຟແຫ້ງ ຫຼຸດລົງກວ່າ ເຄິ່ງ ຄື ກິໂລລະ 4 ພັນກີບ ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org