ພໍ່ແມ່ຜູ້ປົກຄອງ ນັກຮຽນ ມີລາຍຈ່າຍ ເພີ່ມຂຶ້ນ ໃນສົກຮຽນໃໝ່ນີ້
ໂຮງຮຽນຊັ້ນປະຖົມ-ມັທຍົມ ກຳລັງຈະເປີດສົກປີໃໝ່ ໃນເດືອນກັນຍານີ້ ຂະນະທີ່ ພໍ່ແມ່ຜູ້ປົກຄອງ ຈຳເປັນຕ້ອງຕຽມເງິນເພີ່ມຂຶ້ນ ສຳລັບຊຶື້ປື້ມແບບຮຽນ ແລະ ຊຸດນັກຮຽນ.
-
ພອນ ພູມມີທອນ
2023-08-23 -
-
-
Your browser doesn’t support HTML5 audio
ໃນວັນທີ 1 ກັນຍາ ທີ່ຈະຮອດນີ້ ໂຮງຮຽນຊັ້ນປະຖົມສຶກສາ ແລະ ມັທຍົມສຶກສາ ໃນຫລາຍແຂວງ ທົ່ວປະເທດ ກໍາລັງຈະເປີດສົກຮຽນໃໝ່ (ສົກປີ 2023-2024) ຂະນະທີ່ ພໍ່ແມ່ຜູ້ປົກຄອງ ຈໍານວນຫລາຍ ຈໍາເປັນຕ້ອງຕຽມເງິນເພີ່ມຂຶ້ນ ສໍາລັບຊື້ປື້ມແບບຮຽນ ແລະ ຊຸດນັກຮຽນໃໝ່ ຍ້ອນສະພາບເສຖກິຈ-ການເງິນ ພາຍໃນປະເທດລາວ ຍັງບໍ່ທັນດີເທື່ອ.
ດັ່ງ ຜູ້ປົກຄອງນັກຮຽນຊັ້ນ ປະຖົມສຶກສາ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ສິງຫາ 2023 ນີ້ວ່າ:
“ຢ່າງເຊື່ອວ່າ ຢ່າງເຊື່ອວ່າເດ້ ເທົ່າໂຕ ແບບຮຽນນີ້ຫວາ ກໍແລ້ວແຕ່ເສຖກິຈ ຂອງແຕ່ລະຄອບຄົວ ແຕ່ສ່ວນຫລາຍຫັ້ນນ່າ ໂຕນີ້ມັນເປັນ ມັນເປັນວ່າຂອງໃຊ້ປະຈໍາຫັ້ນນ່າ ມັນກໍຕ້ອງໄດ້ຊື້ຫັ້ນແຫລະ 80% ຄືຕ້ອງຊື້ໃຫ້ຄົບຫັ້ນແຫລະ ສ່ວນຫລາຍນີ້ເປັນເດັກນ້ອຍປະຖົມນີ້ ມັນກໍ ສີກຂາດໄປໝົດເນາະ ກໍຈະ 70-80% ກໍຕ້ອງໄດ້ຊື້ໃໝ່ ຖ້າຜູ້ໃດຮັກສາໄດ້ກໍ ກໍຊິສົ່ງໄປຫາລຸ້ນນ້ອງລຸ້ນນັ້ນ.”
ຂະນະດຽວກັນ ພໍ່ແມ່ຜູ້ປົກຄອງນັກຮຽນບາງຄົນ ກໍຫລຸດການໃຊ້ຈ່າຍເງິນ ດ້ວຍການຊອກຫາຊຸດນັກຮຽນ ແລະ ປື້ມແບບຮຽນມືສອງ, ສິນຄ້າທີ່ມີລາຄາຖືກ ຫລື ຊື້ປື້ມແບບຮຽນແຍກຫົວ ແລະ ຊື້ຊຸດນັກຮຽນບາງສ່ວນ ຕາມຄວາມຈໍາເປັນເທົ່ານັ້ນ.
ດັ່ງ ແມ່ຄ້າຮ້ານຂາຍເຄື່ອງ ແບບນັກຮຽນນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຊຸດນຶ່ງ ມັນເປັນເບີຣ໌ ມັນເປັນເບີຣ໌ແລ້ວ ມັນຂາຍ ລາຄາມັນບໍ່ຄືກັນ ປົກຕິໄປເອົານໍາຂະເຈົ້າມາ ຂະເຈົ້າກະສົ່ງລາຄາ ຂອງເຮົາຂາຍຢູ່ຮ້ານກໍເບີຣ໌ແຕ່ 25-28 ນີ້ກໍ ເຮົາກະຂາຍລາຄາ 15 ພັນກີບແລ້ວ ເປີດເທີມຫວ່າ ວັນທີ 1 ເດືອນ 9 ສ່ວນຫລາຍຂະເຈົ້າກະໃຊ້ມືນື່ງຫັ້ນແຫລະ ແມ່ນແຫລະ ຖ້າມີຍີ່ຫໍ້ອື່ນມາມັນກໍລາຄາຖືກ ແຕ່ສ່ວນຫລາຍຂະເຈົ້າກໍນິຍົມ ກໍກາ ສຫມໍຫັ້ນແຫລະ ໂອ້ ຫລຸດກັນຫລາຍລາຄາ ເສື້ອທັມມະດາຂອງເດັກນ້ອຍນີ້ ມັນກໍລາຄາແຕ່ 20 ປາຍພັນກີບ.”
ສໍາລັບປື້ມແບບຮຽນປະຖົມ ແລະ ຊັ້ນ ມັທຍົມສຶກສາ ຈະມີຄ່າໃຊ້ຈ່າຍບໍ່ຄືກັນ ຂຶ້ນຢູ່ກັບ ຈໍານວນແບບປື້ມ ຂອງແຕ່ລະຊັ້ນປີ ທັງນີ້ ປື້ມຮຽນແບບຊັ້ນປະຖົມ ແບບຄົບຊຸດ ຈະມີລາຄາຖືກກ່ວາ ເນື່ອງຈາກມີຈໍານວນພຽງ 5-6 ຫົວ ຂະນະທີ່ ປື້ມແບບຮຽນຊັ້ນມັທຍົມແບບຄົບຊຸດ ແມ່ລາຄາແພງກ່ວາ ຍ້ອນມີຈໍານວນ 10-11 ຫົວ.
ດັ່ງ ເຈົ້າຂອງຮ້ານຂາຍປື້ມ ແບບຮຽນ ນາງນຶ່ງ ກ່າວວ່າ:
“ຫົວນຶ່ງປະມານອັນ ກໍແລ້ວແຕ່ ປື້ມແບບຮຽນ ເພາະວ່າສະເລັ່ຽແລ້ວ ກໍຊິຢູ່ປະມານ 40 ພັນນີ້ແຫລະ 45 ພັນປະມານນັ້ນ ແມ່ນໆ ລາຄາປັດຈຸບັນນີ້ແຫລະ.”
ຍານາງກ່າວຕື່ມວ່າ ໃນໄລຍະ 3 ປີ ທີ່ຜ່ານມາ ພາຍຫລັງອັຕຣາເງິນກີບອ່ອນຄ່າ ເຮັດໃຫ້ລາຄາເຄື່ອງອຸປະໂພກ-ບໍຣິໂພກ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ລວມເອົາປື້ມແບບຮຽນ ແລະຊຸດນັກຮຽນນໍາ ຍ້ອນຕົ້ນທຶນໃນການຜລິດ ແລະ ການນໍາເຂົ້າສູງຂຶ້ນ ເປັນຕົ້ນ ໃນເດືອນ ກໍຣະກະດາ 2023 ປື້ມແບບຮຽນ ຊັ້ນປະຖົມສຶກສາ ປີທີ 4 ຈໍານວນ 6 ຫົວ/ຊຸດ ມີລາຄາປະມານ 145,000 ກີບ ແຕ່ຫລ້າສຸດ ໃນເດືອນ ສິງຫາ 2023 ນີ້ ແມ່ນມີລາຄາເພີ່ມຂຶ້ນ ເປັນ 188,000 ກີບ.
ສໍາລັບຄ່າໃຊ້ຈ່າຍ ໃນແຕ່ລະສົກປີການສຶກສາ (ລະຫວ່າງເດືອນ ກັນຍາ 2023 ຫາເດືອນ ມີຖຸນາ 2024) ນັກຮຽນຊັ້ນປະຖົມ ແລະ ມັທຍົມ ຂອງຣັຖບານ ຫລາຍແຫ່ງ ສາມາດເຂົ້າຮຽນໜັງສືໄດ້ ໂດຍບໍ່ຕ້ອງເສັຍຄ່າ ແຕ່ຖ້າຫາກ ກໍຣະນີ ທີ່ທາງໂຮງຮຽນ ຂາດແຄນອຸປກອນ ໃນການຈັດການຮຽນ ແລະ ການສອນ ທາງໂຮງຮຽນກໍຈໍາເປັນຕ້ອງໄດ້ເປີດຮັບ ເງິນຊ່ອຍເຫລືອ ຈາກສມາຄົມ ພໍ່ແມ່ຜູ້ປົກຄອງ ເພື່ອນໍາເງິນທີ່ໄດ້ມາ ໃຊ້ ໃນການພັທນາ ການສຶກສາ.
ດັ່ງ ທ່ານຄຣູ ຢູ່ໂຮງຮຽນແຫ່ງນຶ່ງ ໃນແຂວງ ບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:
“ຕາມລະບຽບມັນແທ້ກໍ ປະຖົມ ມັທຍົມນີ້ ຂະເຈົ້າຈະບໍ່ມີຄ່າເທີມຈັ່ງຊີ້ນ່າ ປະຖົມກັບມັທຍົມຕົ້ນນີ້ ບໍ່ມີຄ່າເທີມ ແຕ່ວ່າເປັນການ ສນັບສໜູນ ຂອງພໍ່ແມ່ ຜູ້ປົກຄອງຕ່າງຫາກ ແມ່ນແລ້ວ ເປັນການຕົກລົງເຫັນດີຈາກ ມັນມີສມາຄົມພໍ່ແມ່ນັກຮຽນ ດຽວນີ້ນ່າ ຂະເຈົ້າເຫັນດີກັນ ປະກອບສ່ວນ ແນວນີ້ແນວນັ້ນ ແລ້ວແຕ່ ມັນບໍ່ຄືກັນ ໃນແຕ່ໂຮງຮຽນເຮົານີ້ ຕ້ອງການ ພັທນາ ໂຕໃດ ຈັ່ງຊີ້ເນາະ ຕ້ອງການງົບປະມານເທົ່າໃດຈັ່ງຊີ້ນ່າ.”
ເຖິງແມ່ນວ່າ ການຮຽນການສອນ ຂອງໂຮງຮຽນໃນສັງກັດຂອງຣັຖບານ ຈະເປີດໃຫ້ ພົລເມືອງ ເຂົ້າຮຽນໄດ້ແບບບໍ່ເສັຍຄ່າ ແຕ່ໂຮງຮຽນຂອງຣັຖບານ ໃນບາງເມືອງ ແລະ ບາງແຂວງ ກໍຍັງຄົງເກັບຄາເທີມ ເພື່ອນໍາໃຊ້ເງິນໃນສ່ວນດັ່ງກ່າວນີ້ ໃນການພັທນາຄຸນພາບ ການຮຽນການສອນ ປະມານ 1 ແສນກີບ /ຄົນ/ປີ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການສຶກສາ ນາງນຶ່ງ ກ່າວວ່າ:
“ມັນເປັນຕາມ ແຕ່ລະໂຮງຮຽນຫັ້ນນ່າ ເຣຶ່ອງເສັຍຄ່າຮຽນ ໂຮງຮຽນຣັຖ ມັນຈະບໍ່ຄືກັນໄດ໋ ແຕ່ວ່າ ຖ້າຢູ່ຕາມໂຮງຮຽນມັທຍົມຕອນຕົ້ນຫັ້ນ ຕາມດໍາຣັຖຂອງເຈົ້າແຂວງເພິ່ນວາງອອກ ກໍມີແຕ່ 1 ແສນກີບ ຕໍ່ຄົນນຶ່ງ ປະຖົມລະ 90 ປາຍ 90 ປາຍພັນ ກໍສະເລັ່ຍສ່ໍານີ້ແຫລະ ບາງແຂວງ ທີ່ເຂົາມີເງິນບໍຣິຫານຫລາຍກໍ ຄື ນະຄອນຫລວງ ເຂົາກໍບໍ່ໄດ້ເກັບລະເນາະ.”
ອີງຕາມແຈ້ງການ ຂອງໂຮງຮຽນມັທຍົມແຫ່ງນຶ່ງ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ຣະບຸວ່າ ໃນມື້ເປີດສົກການສຶກສາ 2023-2024 ໃຫ້ນັກຮຽນ ນໍາປະຫວັດນັກຮຽນ, ໃບປະກາດ, ປື້ມຕິດຕາມ ແລະ ສັມມະໂນຄົວ ມາໃຊ້ໃນການລົງທະບຽນຮຽນ ທັງນີ້ ສໍາລັບນັກຮຽນຊັ້ນ ມ ຕົ້ນ (ມ.1-4) ໃຫ້ປະກອບສ່ວນ ເງິນອຸດໜຸນການສຶກສາ 1 ແສນກີບ/ຄົນ/ປີ ແລະ ເງິນຄ່າມ້ຽນຂີ້ເຫຍື້ອ 10,000 ກີບ/ຄົນ/ປີ ສ່ວນນັກຮຽນຊັ້ນ ມ.ປາຍ (ມ.5-7)ໃຫ້ປະກອບສ່ວນເງິນອຸດໜູນ ການສຶກສາ 150,000 ກີບ/ຄົນ/ປີ, ເງິນຄ່າມ້ຽນຂີ້ເຫຍື້ອ 10,000 ກີບ/ຄົນ/ປີ ແລະເງິນຮຽນການທະຫານ 15,000 ກີບ/ຄົນ/ປີ, ທັງນີ້ ສາມາດທຍອຍຈ່າຍເປັນລາຍເດືອນ ຫລື ລາຍເທີມໄດ້.