ຣັຖບານອອກໂຄຕາ ຕັດໄມ້
ປະຊາຊົນ ຂັດຂ້ອງ ທີ່ ຣັຖບານ ອອກ ໂຄຕາ ຕັດໄມ້ ຢູ່ ເມືອງສນາມໄຊ 20 ພັນ ແມັດກ້ອນ ອອກຂາຍ ຍ້ອນວ່າ ຣັຖບານ ຄວນຕັດໄມ້ ມາປຸກເຮືອນ ໃຫ້ ປະຊາຊົນ.
-
ອຸ່ນແກ້ວ ສຸກສະຫວັນ
2020-01-23 -
-
-
ໄມ້ໃນເຂດເຂື່ອນແຕກ ເມືອງສນາມໄຊ ທີ່ຄົນງານກໍາລັງ ຂົນຂຶ້ນຣົດບັນທຸກ ສົ່ງອອກຂາຍ
Citizen Journalist
Your browser doesn’t support HTML5 audio
ປະຊາຊົນເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ຍັງບໍ່ຮູ້ວ່າ ທາງການ ຈະຕັດໄມ້ ຢູ່ເຂດ ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນແຕກ ໄປເຮັດຫຍັງ ແລະ ຍັງແນະນຳວ່າ ຖ້າຣັຖບານ ຈະຕັດໄມ້ ກໍຄວນຕັດມາ ປຸກເຮືອນ ໃຫ້ປະຊາຊົນ ທີ່ບໍ່ມີເຮືອນຢູ່ ດີກວ່າ ທີ່ຈະຕັດອອກ ໄປຂາຍ. ເຊີນທ່ານ ຟັງສຽງສຳພາດ...